ລັດວິສາຫະກິດໂທລະຄົມລາວ

	ລັດວິສາຫະກິດ ໂທລະຄົມລາວ (ລທລ) ໄດ້ສ້າງຕັ້ງ ຂຶ້ນໃນວັນທີ 31/08/2000, 

ຕາມຂໍ້ຕົກລົງຂອງ ລັດຖະ ມົນຕີ ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ (ຄຂປກ), ສະບັບເລກທີ 2873/ຄຂປກ. ລທລ ມີສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ສາຍລົມ, ບ. ສາຍລົມ, ມ.ຈັນທະບູລີ, ນະຄອນຫຼວງວຽງຈັນ 01000 ສ.ປ.ປ ລາວ. ຕູ້ ປ.ນ 7953.

ລທລ ແມ່ນ ວິສາຫະກິດຂອງລັດ 100% ເຊິ່ງແມ່ນ ກະຊວງ ຄຂປກ ເປັນຜູ້ຊີ້ນຳໃນການຈັດຕັ້ງປະຕິບັດ. ລທລ ມີສິດເຕັມສ່ວນໃນການດຳເນີນທຸລະກິດ 

ດ້ານໂທລະຄົມມະນາຄົມ ພາຍໃຕ້ ກົດໝາຍ ຂອງ ສ.ປ.ປ ລາວ ແລະ ມີໜ້າທີ່ ໃຫ້ບໍລິການ ໂທລະຄົມມະນາຄົມ ທັງພາຍໃນ ແລະ ຕ່າງປະເທດ.