ຣີ​ສອດ​ເມືອງ​ຫລາ

ຣີ​ສອດ​ເມືອງ​ຫລາ ເປັນ​ຊື່ເອີ້ນ​ຂອງ​ເມືອງຕັ້ງ​ຢູ່​ບ້ານ​ນ້ອຍ ແຫ່ງ​ຫນຶ່ງ​ທາງ​ທິດ­ຕາ­ເວັນ­ອອກສຽງ​ເຫນືອ​ຂອງ​ເມືອງ​ຫລາ ແຂວງ​ອຸ­ດົມ​ໄຊ ທີ່­ຢູ່​ລຽບ​ຕາມ​ລຳແມ່­ນ້ຳ​ຂອງ​ທີ່​ໂອບ­ອ້ອມ​ໄປ​ດ້ວຍ ພູ­ຜາ​ປ່າ­ໄມ້ ແລະ ທົ່ງ​ນາ​ສີ­ຂຽວ ສະ​ອູ່ມ ເປັນ​ສະ­ຖານ­ທີ່​ມີ​ຊື່​ສຽງແຫ່ງ​ຫນຶ່ງ ທັງ​ເປັນ​ບ່ອນ​ພັກ­ຜ່ອນທີ່​ສະ­ຫງົບ​ແບບ​ພິ­ເສດ ເຫມາະສົມ​ສຳ­ລັບ​ນັກ​ທ່ອງ​ທ່ຽວ​ຕ່າງຊາດ ແລະ ຜູ້​ທີ່​ມັກ​ຢູ່​ແບບ​ມິດໆທັງ​ຫມົດ​ມີ​ປະ­ມານ 10 ເຮັກ­ຕາ ເຊິ່ງ​ສະ­ຖານ­ທີ່​ແຫ່ງ​ນີ້ ແຕກ​ຕ່າງຈາກ​ບ່ອນ​ອື່ນ​ຍ້ອນ​ມີ​ຕົ້ນ​ດອກໄມ້​ຫລາຍໆ​ຊະ­ນິດ​ປູກ​ອ້ອມ​ທົ່ວ​ຣີສອດ.

ຣີ​ສອດ​ດັ່ງ­ກ່າວ​ນີ້ ຖືກ​ສ້າງຂຶ້ນ​ແຕ່​ປີ 2006 ດ້ວຍ​ນັກ​ອອກແບບ​ອັນ​ປາ­ນີດ​ຂອງ​ຄົນ​ລາວ ໂດຍ​ກົງເຊິ່ງ​ນຳ​ໃຊ້​ເຕັກ­ນິກ​ທີ່​ທັນສະ­ໄຫມ​ປະ­ສານ​ສົມ­ທົບ​ກັບແບບ​ເຮືອນ​ດັ້ງ­ເດີມ​ຂອງ​ຊາວ ບ້ານ​ມາ​ປະ­ຍຸກ​ໃຊ້​ໃຫ້​ເຂົ້າ​ກັບ​ສະພາບ​ທຳ​ມະ​ຊາດ ແລະ ດິນ​ຟ້າ​ອາກາດ​ຂອງ​ເຂດ​ເມືອງ​ເຫນືອ, ຮູບເຮືອນ​ທາງ​ນອກ​ຈະ​ເປັນ​ລັກ​ສະນະ​ແບບ​ເຮືອນ​ບູ­ຮານ ເຮັດ​ດ້ວຍໄມ້​ລາ­ຄາ​ແພງ ເຮັດ​ເປັນ​ຕູບ ນ້ອຍໆ​ມີ 2 ຫ້ອງ​ນອນທັງ​ຫມົດ ມີ 45 ຫລັງ​ນ້ອຍ ແລະ 3 ຫລັງໃຫຍ່ ເປັນ​ຫລັງ​ຫ່າງໆ​ກັນ​ລຽນກັນ​ລ້າຍ​ຊ້າຍ​ຕາມ​ແຄມ​ຂອງເຫມາະ​ສົມ​ສຳ­ລັບ​ຊົມ​ວິວ​ໄດ້​ທຸກຍາມ, ມີ​ສີ­ສັນ​ລອດ​ລາຍ ເປັນຂອງ​ຊົນ­ເຜົ່າ ເຊິ່ງ​ແຕ່​ລະ​ຫ້ອງ​ຈະມີ​ສິ­ລະ​ປະ​ລາຍ​ລາວ​ທີ່​ຖືກ​ຮ້ອງ​ຊື່ຕາມ​ກຸ່ມ​ຂອງ​ຊົນ­ເຜົ່າ​ນັ້ນໆ​ເຊັ່ນ: ມົ້ງ, ອາ​ຄາ, ຂະ­ມຸ ສ່ວນ​ທາງດ້ານ​ໃນ​ເປັນ​ລັກ­ສະ­ນະ​ແບບຫ້ອງ​ໂອ​ໂຖງ​ຕົບ­ແຕ່ງ, ປະ­ດັບ​ປະດາ​ດ້ວຍ​ດອກ​ໄມ້, ດອກ­ໄຟ ແລະ ເຄື່ອງ​ເຟີ​ນີ​ເຈີ​ຄົບ​ຊຸດ​ທີ່​ທັນ​ສະໄຫມ​ໄດ້​ອອກ​ແບບ​ມາ​ຢ່າງ​ລະອຽດ​ອ່ອນ ແລະ ສົມ­ບູນ​ແບບສຸດໆ​ເລີຍ ດ້ວຍ​ຊ່າງ​ສີ­ມື​ອາ­ຊີບຂອງ​ຄົນ​ທ້ອງ­ຖິ່ນ​ນັ້ນໆ. ສ່ວນທາງ​ອີກ​ດ້ານ​ຫນຶ່ງ​ຂອງ​ຣີ​ສອດກໍ່​ເປັນ​ສະ​ຫນາມ​ກ໊ອຟ, ເດີ່ນບານ, ບານ­ບ້ວງ, ເປ​ຕັງ ແລະ ສູນ​ລວມ​ການ​ອອກ­ກຳ­ລັງ​ກາຍ, ສ່ວນ​ການ​ບໍ­ລິ­ການ​ກໍ່​ເປັນ​ກັນເອງ, ນອກ­ ຈາກ​ນັ້ນ ເຂົາ­ເຈົ້າ​ຍັງມີ​ເຮືອ​ນຳ​ທ່ຽວ​ໄວ້​ຄອຍ​ບໍ­ລິ­ການທ່ານ​ທີ່​ຢາກ​ລ່ອງ​ເຮືອ​ຕາມ​ລຳນ້ຳ​ອູ ຫລື ຈະ​ເປັນ​ຄາ​ລະ​ວານ​ນຳທ່ຽວ​ຂຶ້ນ​ພູ​ເດີນ​ປ່າ ຫລື ອາດ​ຈະມັກ​ເປັນ​ແບບ​ໃດ​ໃນ​ສະ­ຖານ­ທີ່ແຫ່ງ​ນີ້ ແມ່ນ​ຕອບ​ສະ­ຫນອງ​ໄດ້ຕາມ​ຄວາມ​ຕ້ອງ­ການ​ສຳ­ລັບການ­ທ່ອງ­ທ່ຽວ ແລະ ພັກ­ຜ່ອນ.

ໃນ​ຍາມ­ແລງ​ແສງ​ແດດອ່ອນໆ ຄວາມ​ງາມ​ຂອງ​ດອກ​ໄມ້ທີ່​ເບັ່ງ​ບານ​ຫລາຍ​ສີ ໄດ້​ກາຍ­ເປັນຈຸດ​ຫນ້າ​ສົນ­ໃຈ ແລະ ເປັນ​ອາຫານ​ຂອງ​ພວກ​ແມງ­ກະ­ເບື້ອ, ແມງ​ເຜີ້ງ ແລະ ອື່ນໆບິນ​ຕອມ ດອກ​ໄມ້​ຢູ່​ບໍ່​ຂາດ​ສາຍ​ໃນ​ບໍ​ລິເວນ​ອ້ອມ​ຮອບ​ນັ້ນ, ຣີ​ສອດ​ເມືອງ ຫລາ​ເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ ແບບ​ອະ­ນຸ​ຮັກ​ທຳ​ມະ​ຊາດ​ຂອງ ເຂດ​ເມືອງ​ຫລາ ແຂວງ​ອຸ­ດົມ​ໄຊ ເປັນ​ອີກ​ບ່ອນ​ຫນຶ່ງ​ທີ່​ຫນ້າ​ປະ​ທັບໃຈ​ດ້ວຍ​ຮອຍ​ຍິ້ມ​ທີ່​ສົດ­ໃສ, ການບໍ­ລິ­ການ​ທີ່​ເປັນ​ກັນ​ເອງ​ດ້ວຍຄວາມ​ອົບ​ອຸ່ນ ແລະ ສະ­ຫງົບຂອງ​ຣີ​ສອດ​ແຫ່ງ​ນີ້​ທີ່​ຕ້ອນ­ຮັບແຂກ​ທີ່​ເຂົ້າ​ມາ​ຢາມ.