ຄໍາ "ຢ້າງ " ໃນພາສາລາວ

ໃນພາສາລາວ ມີຄຳທີ່ໃຊ້ ບົ່ງບອກອາການ, ລັກສະນະການໃຊ້ໄຟ ເຂົ້າໃນການປຸງແຕ່ງ, ຮັກສາອາຫານ ແບບລາວມີຫລາຍ ເຊິ່ງໄປຕາມລັກ ສະນະຕົວຈິງນັ້ນໆ. ພ້ອມດຽວກັນໃນຄຳລາວ ທ້ອງຖິ່ນຕ່າງໆ ກໍ່ຍັງມີຄວາມຫລາກຫລາຍ ພໍສົມຄວນເຊິ່ງຖືວ່າຄົນລາວເຮົາ ມີຄວາມຊຳນານ ໃນການໃຊ້ໄຟ ໃນການດຳລົງຊີວິດ ມາແຕ່ດຶກດຳບັນ ແລະ ປະດິດຄຳຂຶ້ນມາ ໃຊ້ຢ່າງເໝາະສົມ ເຊັ່ນຄຳ : ຢ້າງ, ປີ້ງ, ຈີ່, ຂາງ, ລົນ, ເຜົາ, ຈູດ… ດັ່ງນີ້ເປັນຕົ້ນ.


ມື້ນີ້ ຂໍຍົກຄຳ “ ຢ້າງ “ ມາແລກປ່ຽນກັບທ່ານຜູ້ອ່ານ ທີ່ຮອບຮູ້ ແລະ ຮັກພາສາແມ່. ຕາມວັດຈະນຸກົມ ພາສາລາວ ທີ່ຄົ້ນຄວ້າຮິບໂຮມ ແລະ ຮຽບຮຽງໂດຍ ທ່ານ ສີວຽງແຂກ ກອນນິວົງ, ພິມປີ 2005 ບັນຈຸຄຳ “ຢ້າງ” ໄວ້ວ່າເປັນຄຳກຳມະ, ໝາຍເຖິງເອົາຊີ້ນ ຫລື ປາໃສ່ຫິ້ງຂາງເທິງ ໄຟໃຫ້ແຫ້ງ ເອີ້ນ ຢ້າງຊີ້ນ, ຢ້າງປາ ຫລື ອັງ ກໍ່ວ່າ. ແຕ່ຖ້າເປັນຄຳນາມຊໍ້າພັດ ເປັນຊື້ເອີ້ນຂອງ ແມງໄມ້ຊະນິດໜຶ່ງ ໃນຕະກຸນແມງມຸມ ຕົວດຳມີລາຍ ແຊກສີເຫລືອງ ສ້າງໃຍຢູ່ຕາມຕົ້ນໄມ້ ເອີ້ນແມງຢ້າງຊີ້ນ.


ແນວໃດກໍ່ຕາມ ໃນຄວາມໝາຍ ຕາມລັກສະນະ ອາການຂອງການໃຊ້ໄຟ ຂອງຄົນເຮົາ ເພື່ອຮັກສາອາຫານ ປະເພດຊີ້ນ, ປາ … ໄວ້ໃຊ້ຍາວ ນານນັ້ນແຕ່ໃດມາມີຄຳ “ຢ້າງ”. ຄວາມໝາຍແທ້ຈິງ ແລະ ດັ້ງເດີມນັ້ນອາຫານທີ່ນຳມາ “ຢ້າງ”ແມ່ນອາຫານດິບ, ຈຸດປະສົງການ “ຢ້າງ” ແມ່ນເພື່ອໃຫ້ອາຫານ ປະເທດນັ້ນແຫ້ງ ແລະ ສາມາດເອົາໄວ້ໄດ້ດົນ (ໃຫ້ນ້ຳທີ່ຢູ່ໃນຊີ້ນ ຫລື ປາ, ໜໍ່ໄມ້…ອອກໝົດ) ໂດຍໃຊ້ຫິ້ງ ຫລື ຂ່າ ຢູ່ ເທິງເຕົາໄຟ (ຄີໄຟກໍ່ວ່າ) ເປັນບ່ອນວາງ, ຢອງ, ຫ້ອຍ ຊີ້ນ, ປາຫ່າງຈາກໄຟ ນັບແຕ່ສອງ ສອກຂຶ້ນໄປ ເພື່ອໃຫ້ແປວ ແລະ ຄວັນໄຟຂຶ້ນ ໄປເທົ້າໃສ່ຊີ້ນ ຫລື ປາ, ປະໄວ້ຄືແນວນັ້ນຫລາຍມື້, ເປັນເດືອນສອງເດືອນ ຫລືຫລາຍກວ່ານັ້ນຈົນຊີ້ນ ຫລື ປານັ້ນແຫ້ງ ກະແດ້ງຫົດ ແລະ ນ້ອຍເຂົ້າ. (ຫິ້ງ ຫລື ຂ່າເປັນບ່ອນເກັບມ້ຽນ ຫລື ບ່ອນຢອງສິ່ງ ຂອງຈຳພວກອາຫານ, ແນວພັນພືດ ຂອງຄົນລາວດັ້ງເດີມ, ປັດຈຸບັນຢູ່ຕາມ ຊົນນະບົດ ເຊິ່ງເປັນເຮືອນ ແບບປະຖົມປະຖານ ຍັງເຫັນມີຫລາຍ. ຫິ້ງມີຮູບຊົງແຕກຕ່າງກັນໄປ, ເຮັດດ້ວຍໄມ້ປ່ອງສ່ວນໃຫຍ່, ສານເປັນ ຕາຄືກະແຕະ ຫລື ເຮັດເປັນລັກສະນະ ຖ້ານຮູບຊົງສີ່ຫລ່ຽມ, ມົນກົມຫ້ອຍໃສ່ຂື່ເຮືອນ ຫລື ຂ້າວເຮືອນດ້ວຍສາຍເຊືອກ ຈາກທຳມະຊາດ ຫລື ໃຊ້ໄມ້ມັດຈ່ອງໄວ້ກັບຂື່ ຫລື ຂ້າວເຮືອນ. ຫິ້ງ ຫລື ຂ່າຢູ່ທາງເທິງ ຂອງເຕົາໄຟ ຫລື ຄີໄຟສະເໝີ ຫລື ບາງທ້ອງຖິ່ນ ກໍ່ໃຊ້ໄມ້ເປັນລຳ ວາງລຽນກັນ ກ້ອງຫລັງຄາ ຫລື ຕາມຂື່ເຮືອນ ເປັນບ່ອນເກັບມ້ຽນສິ່ງຂອງ…ຄືດັ່ງໄດ້ກ່າວ). ໃນກໍລະ ນີໃຊ້ແສງແດດ ຫລື ຕາກແດດເຮັດ ໃຫ້ຊີ້ນ-ປາ ແຫ້ງລົງ ເອີ້ນຕາກ ຊີ້ນຕາກປາ, ເມື່ອໄດ້ຊີ້ນ ຫລື ປາຕາມຈຸດປະສົງໃຫ້ແຫ້ງ ເອີ້ນ: ຊີ້ນ-ປາແຫ້ງ.


ຈຸດປະສົງຂອງການ “ຢ້າງ” ໃນພາສາລາວ ບໍ່ແມ່ນໃຫ້ອາຫານນັ້ນໆສຸກ ເພື່ອເອົາກິນ, ແຕ່ແມ່ນວິທີການຖະໜອມ ຫລື ຮັກສາອາຫານ ເພື່ອເກັບມ້ຽນ ໄວ້ກິນດົນນັ້ນເອງ. ການໃຊ້ຄຳ “ຢ້າງ” ໃນຊີວິດປະຈຳວັນ ຖ້າໄປເຂດແຂວງຊົນນະບົດ, ເຂົາເຈົ້າໃຊ້ຖືກຫລາຍ, ຕາມອາການ ແລະ ຄວາມໝາຍ ຂອງພາສາລາວດັ້ງເດີມ ແລະ ເຂົ້າໃຈດີວ່າຊີ້ນ ຫລື ປາທີ່ຖືກຢ້າງແລ້ວນັ້ນຈະບໍ່ ທັນສາມາດກິນທັນທີໄດ້, ຕ້ອງ ນຳໄປປຸງ ແຕ່ງອີກເທື່ອໜຶ່ງດ້ວຍ ການນໍາໄປເຮັດເອາະ, ຫລາມ, ປີ້ງ, ຈືນ…ລວມທັງວິທີທີ່ເຮັດໃຫ້ແຫ້ງ ດ້ວຍການຕາກແດດຄື ຊີ້ນ-ປາ ແຫ້ງຕ້ອງ ໄດ້ປຸງແຕ່ງອີກເທື່ອໜຶ່ງ (ຕາມຄົນລາວດັ້ງເດີມ) ກ່າວຄືບໍ່ ທັນສຸກນັ້ນເອງ.