ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ

ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງ(ພາສາຈີນຕົວເຕັມ:北京外國語大學,ພາສາຈີນຕົວຫຍໍ້:北京外国语大学)ມີຊື່ຫຍໍ້ວ່າເປີຍໄວ້, ໄດ້ຮັບການສ້າງຂຶ້ນໃນປີ 1941. ມະຫາວິທະຍາໄລແຫ່ງນີ້ແມ່ນມະຫາວິທະຍາດີເດັ່ນໃນປະເທດຈີນ, ມີສອນພາສາຕ່າງປະເທດ 54 ພາສາ. ໃນບັນດາພະນັກງານທີ່ເຮັດວຽກຢູ່ກະຊວງການຕ່າງປະເທດຂອງຈີນ, ສ່ວນໃຫຍ່ກໍຮຽນຈົບຢູ່ໃນມະຫາວິທະຍາໄລນີ້. ມະຫາວິທະຍາໄລພາສາຕ່າງປະເທດປັກກິ່ງເປັນມະຫາວິທະຍາໄລແຫ່ງດຽວທີ່ສອນພາສາລາວໃນນະຄອນຫຼວງປັກກິ່ງ. ພາກວິຊາພາສາລາວໄດ້ຮັບການສ້າງຂຶ້ນເມື່ອປີ 1961.