ພູສີ ພູສີ ເປັນພູສັກສິດຕັ້ງຢູ່ກາງເມືອງ ຫຼວງພະບາງ ແລະ ມີພະທາດ ສູງ 20 ແມັດ ຕັ້ງຢູ່ເທິງຈອມ. ເປັນສະຖານທີ່ຊົມວິວທິທັດ ຂອງ ເມືອງໄດ້ເຖິງ 360 ອົງສາ ເຫັນຄວາມສວຍງາມໄດ້ທຸກມຸມຂອງ ຫຼວງພະບາງ, ນອກນັ້ນຍັງສາມາດເຫັນ ທິວທັດທຳມະຊາດ ຈຸດໄຫຼ ພົບຂອງສາຍນ້ຳຂອງ ແລະ ສາຍນ້ຳຄານ.ນອກນັ້ນຍັງເປັນສະຖານທີ່ ຊົມຕາເວັນຕົກດິນທີ່ສວຍງາມ ຊຶ່ງບໍ່ມີແຫ່ງໃດຈະທຽບໄດ້. ຄຸ້ມ ຄ່າແທ້ ກັບການທີ່ຕ້ອງຍ່າງຂື້ນໄປຕາມຂັ້ນໃດສູງຊັນເຖິງ 328 ຂັ້ນ.