ພູພຽງບໍລິເວນ

ພູພຽງບໍລະເວນ:ເປັນພູພຽງທີ່ມີເນື້ອທີ່ກວ້າງຂວາງ,ພູມອາກາດຊຸ່ມເຢັນ,ປະກອບດ້ວຍດິນແດງພູໄຟ(ຫີນຊາ ແລະ ຫີນບາຊານ)ເຊິ່ງເປັນດິນທີ່ອຸດົມສົມບູນ ເໝາະແກ່ການປູກພືດອຸດສາຫະກຳຫຼາຍຊະນິດ.ພູພຽງບໍລະເວນຕັ້ງຢູ່ລະຫວ່າງກາງເຊໂດນ,ເຊກອງ ແລະ ແມ່ນ້ຳຂອງ.ພູພຽງນີ້ມີລະດັບສູງສະເລ່ຍ 1000 ມ,ເຊັ່ນ:ພູກະແຕ(1538 ມ),ພູເທວະດາ (1200 ມ).