ພູພຽງນາກາຍ (ພູພຽງຄຳມ່ວນ) ແມ່ນພູພຽງຫີນປູນເຊິ່ງມີຄວາມສູງລະຫວ່າງ 500 - 1000 ແມັດ ແລະ ເປັນພູພຽງກວ້າງໃຫຍ່. ກວມເອົາເຂດນ້ຳກະດິງເປັນສ່ວນໃຫຍ່ ເຂດພູພຽງນີ້ມີຖ້ຳ,ໜອງນ້ຳໃສ ແລະ ສາຍ ນ້ຳລອດຢູ່ຫຼາຍບ່ອນ. ພູພຽງນາກາຍເປັນເຂດທີ່ມີໂຄກ, ປ່າ ແລະ ທົ່ງຫຍ້າອັນກວ້າງຂວາງ.