ສະມາທິ: Difference between revisions

Content deleted Content added
ແຖວ 26:
 
=໒.ວິປັສສນາກັມມະຖານ=
 
'''ວິປັສສນາກັມມະຖານ''' ແປວ່າ ກັມມະຖານເປັນອຸບາຍເຮັດໃຫ້ໃຈເກີດປັນຍາ ຮູ້ແຈ້ງເຫັນຈິງ ຄືເຫັນປັດຈຸບັນ, ຮູບນາມ, ພຣະໄຕຣລັກ, ມັກຄ໌(ຫົນທາງດັບທຸກ), ຜົລ ແລະ ນິພພານ. ວິປັສສນາກັມມະຖານມີ '''ປະຣະມັຕຖ໌'''ເປັນອາຣົມ ໄດ້ແກ່ ຂັນທ໌ ໕, ອາຍະຕະນະ໑໒, ທາດ ໑໘, ອິນຊີ ໒໒, ອະຣິຍະສັຈ ໔, ປະຕິຈຈະສະມຸບບາດ ໑໒ ຫຍໍ້ໃຫ້ສັ້ນລົງໄດ້ແກ່ ຮູບນາມ ຄື ກາຍກັບໃຈ.
 
'''ເຫດໃດຈິ່ງເອີ້ນວ່າ ມີບັນຍັຕ ແລະ ປະຣະມັຕຖ໌ ເປັນອາຣົມ?'''
 
ຄຳວ່າ ອາຣົມ(objects) ໝາຍເຖິງສິ່ງທີ່ມາກະທົບທາງຕາ, ຫູ, ດັງ, ລີ້ນ, ກາຍ ແລະ ໃຈ...
 
ຄຳວ່າ ບັນຍັຕ ໝາຍເຖິງສິ່ງທີ່ບໍ່ແມ່ນຂອງຈິງ ເປັນພຽງການບັນຍັຕຂື້ນມາ ເຊັ່ນ: ຊື່ຄົນ, ຊື່ລົດ, ຊື່ຕົ້ນໄມ້, ຜູ້ຍິງ, ຜູ້ຊາຍ ແຕ່ຄວາມເປັນຈິງແລ້ວ ບໍ່ແມ່ນຍິງແມ່ນຊາຍ ບໍ່ແມ່ນບຸກຄົນຕົວຕົນ.
 
ຄຳວ່າ ປະຣະມັຕຖ໌ ໝາຍເຖິງຄວາມຈິງໂດຍທຳມະຊາດ ເຊັ່ນ ບໍ່ວ່າຜູ້ຍິງ ຜູ້ຊາຍ ແຕ່ເປັນພຽງ ອົງປະກອບຂອງທາດ ດິນ, ນ້ຳ, ລົມ, ໄຟ ຫລືເປັນພຽງແຕ່ ຮູບກັບນາມເທົ່ານັ້ນ ນີ້ຄືຄວາມຈິງໂດຍແທ້.
 
ສາຍເຫດທີ່ວ່າ ສະມະຖະກັມມະຖານ ຖືບັນຍັດເປັນອາຣົມກໍ່ຍ້ອນວ່າ ເວລາຫາຍໃຈເຂົ້າກໍ່ ເອົາຄຳໃດຄຳໜຶ່ງມາບໍຣິກັມໃນໃຈ.ເຊັ່ນພຸດໂທ, ເວລາຍ່າງຈົງກົມ ກໍ່ວ່າພຸດໂທໄປເລື້ອຍໆ ເຊິ່ງບໍ່ໄດ້ກຳໜົດຕາມຄວາມເປັນຈິງຂອງອາການເຄື່ອນໄຫວ.
 
ສວ່ນວິປັສສນາກັມມະຖານ ແມ່ນການປະຕິບັດແບບເອົາປັດຈຸບັນເປັນອາຣົມ ໝາຍເຖິງກຳນົດເອົາອາການຂອງຄວາມເປັນຈິງທີ່ເກີດຂື້ນເຊັ່ນ: ເວລານັ່ງ ກໍ່ເອົາຈິດ ຄືຄວາມຮູ້ສຶກໄປກຳນົດ ຮູ້ວ່ານັ່ງ ໂດຍໃຊ້ຄຳບໍຣິກັມວ່າ "ນັ່ງໜໍ" ເວລາຢືນກໍ່ເອົາຄຳບໍຣິກັມວ່າ "ຢືນໜໍ", ເວລາຍ່າງ ກຳນົດວ່າ" ຂວາຍ່າງໜໍ, ຊ້າຍຍ່າງໜໍ" ທ່າຍ່າງຈົງກົມທັງໝົດມີ ໖ ທ່າດວ້ຍກັນ ແລະ ນອກຈາກນັ້ນ ອິຣິຍາບົດຍ່ອຍອື່ນ ເຊັ່ນ ຢືນ, ຍ່າງ, ນັ່ງ, ນອນ, ງວກ, ຫລຽວຊ້າຍ ແລຂວາ, ຕລອດຮອດຄວາມຄິດ ເຊັ່ນເວລາຄິດດີ ກໍ່ໃຫ້ເອົາຈິດໄປຕາມຮູ້ ຮູ້ວ່າ "ຄິດໜໍ" ຖ້າຄິດດີ ກໍ່ວ່າ"ຄິດດີໜໍ" ຖ້າຄິດບໍ່ດີ ເປັນອະກຸສົລ ກໍ່ກຳນົດວ່າ " ຄິດເປັນອະກຸສົລໜໍ" ທຸກການເຄື່ອນທັງທາງກາຍ ແລະ ໃຈໃຫ້ມີສະຕິຮູ້ ທັນເອີ້ນວ່າການຮູ້ແຈ້ງຕາມອາຣົມປັດຈຸບັນຂອງສະພາວະຈິຕໃຈ ການກະທຳທຸກຢ່າງທີ່ເກີດຂື້ນໃຫ້ກຳນົດຮູ້.'''ກາຍເຄື່ອນໄຫວ, ໃຈຮັບຮູ້. ໃຈຄິດໄປ,ໃຈຮູ້ວ່າໃຈຄິດ '''ນີ້ຄືການຝຶກຈິດແບບວິປັສສນາກັມມະຖານ.
 
ສຳຫລັບການຝຶກແບບ'''ສະມະຖະກັມມະຖານ''' ເປັນວິທີການຝຶກສະມາທິທີ່ມີມາແຕ່ດົນນານແລ້ວ ກ່ອນພຣະພຸດທະສາສນຈະເກີດຂື້ນ ແລະ ກໍ່ມີໃນສາສນາອື່ນນຳອີກ ຕົວຢ່າງເຊັ່ນ ກ່ອນພຣະພຸດທະເຈົ້າຈະໄດ້ຕັສຮູ້ອະນຸຕຕະຣະສັມມາສັມໂພທິຍານ ເຄີຍສຶກສາແບບສະມະຖະກັມມະຖານນຳລືສີສອງອົງ ຄືທ່ານລືສີ ອາລາລະດາບົດກາລາມະໂຄດ ແລະ ອຸດທະກະດາບົດຣາມະບຸຕ ພຣະພຸດທະອົງໄດ້ບັນລຸທັມພຽງຊານສີ່ ແລະ ສະມາບັດແປດເທົ່ານັ້ນ ຄືສາມາດສະແດງລິດໄດ້ ແຕ່ຍັງບໍ່ທັນແມ່ນຫົນທາງບັນລຸເປັນພຣະສັມມາສັມພຸດທະເຈົ້າ ໝາຍຄວາມວ່າຕອນນັ້ນຍັງເປັນນັກບວຊນາມວ່າ ສິດທັດຖະ ແຕ່ຫລັງຈາກພຣະອົງໄດ້ໄປປະຕິບັດເອງໂດຍໃຊ້ວິທີ '''ວິປັສສນາກັມມະຖານ'''ຈິ່ງສາມາດຮູ້ແຈ້ງແທງຕລອດ ບັນລຸອະນຸຕຕະຣະສັມມາສັມໂພທິຍານ ຫລືຕັດສະຮູ້ທັມ ເປັນພຣະພຸດທະເຈົ້າ ຍ້ອນວິປັສສນາກັມມະຖານ ແລະ ເປັນວິທີປະຕິບັດທີ່ມີຢູ່ໃນສະເພາະພຣະພຸດທະສາສນາເທົ່ານັ້ນ.
 
=ສະມາທິແມ່ນຫຍັງ?=
 
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສະມາທິ"