ພຣະໄຕປິດົກ: Difference between revisions

Content deleted Content added
No edit summary
ດັດແກ້ໃຫ້ອ່ານງ່າຍ
ແຖວ 1:
'''ໄຕຣປິດົກ''' ([[ພາສາສັນສະກຣິດ,]]; ຄວາມໝາຍໂດຍຕົງ[[ພາສາບາລີ]]: ແປວ່າຕຣິປິຕະກະ; ກະຕ່າສາມໜ່ວຍພາສາຈີນ: ໃຊ້ບັນຈຸຄຳສອນທາງພຣະພຸດທະສາດສະໜາ), ໄຕປິດົກ(ພາສາບາລີ)三藏 (ພາສາຈີນ:Traditional Chinese), Sānzàng, (Pinyin); [[ພາສາຍີ່ປຸ່ນ]]:Sanzo; [[ພາສາຂະເມຣ]]:ໄຕຣເປເຕັກ; [[ພາສາເກົາຫຼີ]]:Samjang 삼장 (Samjang);ພາສາໄທຍ [[ພາສາໄທ]]:ไตรปิฎก; [[ພາສາຫວຽດນາມ]]:Tam tạng) ເປັນຄຳສັບທາງການທີ່ໃຊ້ຮຽກຄຳພີທາງພຣະພຸດທະສາດສະໜາ; ຄວາມໝາຍໂດຍຕົງ ແປວ່າ ກະຕ່າສາມໜ່ວຍ ໃຊ້ບັນຈຸຄຳສອນທາງພຣະພຸດທະສາດສະໜາ. ຄຳພີພຣະໄຕຣປິດົກໄດ້ຖືກແປເປັນຫຼາຍພາສາ ໃນໂລກຂອງພຣະພຸດທະສາດສະໜາ ເຊິ່ງລວມມີຫຼາຍສະບັບຢ່າງກ້ວາງຂວາງເຊິ່ງລວມມີຫຼາຍສະບັບຢ່າງກວ້າງຂວາງ. ພຣະໄຕຣປິດົກທີ່ໄດ້ຮັບການແຜ່ຫຼາຍກວ່າໝູ່ແມ່ນສະບັບທີ່ເປັນຂອງ ນິກາຍເຖຣະວາດ.
 
ການບັນທຶກພຣະໄຕຣປິດົກ ເຊິ່ງທຳອິດແມ່ນຈາກການທ່ອງຈຳປາກເປົ່າຈາກພຣະສາວົກ ລວມລົງເປັນສາມໝວດໃຫຍ່ໆ (ທຳອິດແມ່ນຖືກຈາລຶກລົງໃນໜັງສືໃບລານ) ເນື່ອງຈາກວ່າສະຫຼຸບລວມລົງເປັນສາມໝວດໃຫຍ່ໆ ຈິ່ງເອີ້ນວ່າ ຕຣິປິຕະກະ ຫຼື ໄຕຣປິດົກ.
 
ໝວດທຳອິດເອີ້ນວ່າ: '''ພຣະວິນັຍປິດົກ''' ເຊິ່ງເປັນຈະຣິຍະວັດ ຄືຂໍ້ວັດປະຕິບັດທີ່ຖືປະຕິບັດມາໂດຍໝູ່ພຣະສົງຄັ້ງປະຖົມໂພທິການ ອັນມີ ພິກສຸແລະພິກສຸນີເປັນຕົ້ນ.ຂໍ້ວັດປະຕິບັດບາງອັນໄດ້ຖືກບັນຍັດຂື້ນໂດຍພຣະພຸດທະເຈົ້າເພື່ອຈຳເປັນແລະເປັນພື້ນຖານໃນການປະຕິບັດຕາມທັມອັນເລິກເຊິ່ງຂອງພຣະພຸດທະເຈົ້າ. ຕໍ່ມາຈິ່ງໄດ້ບັນຍັດຂື້ນເລື້ອຍໆ ໂດຍອາສັຍມູນເຫດທີ່ເກີດຂື້ນແຕ່ລະວັນທີ່ພຣະພຸດທະອົງໄດ້ເຫັນການກະທຳ ບັນຫາແລະພຶດຕິກັມຂອງພຣະສົງ ແລ້ວບັນຍັດຕາມນັ້ນ.