ລົດໄຟຟ້າບີທີເອສ: Difference between revisions

Content deleted Content added
No edit summary
Tags: ດັດແກ້ຈາກອຸປະກອນມືຖື ດັດແກ້ຈາກເວັບສໍາລັບອຸ​ປະ​ກອນ​ມື​ຖື
ແຖວ 38:
 
== ປະຫວັດ ==
ລົດໄຟຟ້າບີທີເອສ ແມ່ນລະບົບລົດໄຟທີ່ປະຕິບັດການແຍກຕ່າງຫາກຈາກ [[ລົດໄຟຟ້າມະຫານະຄອນ]]. ເຊິ່ງເກີດຂື້ນຈາກການອະນຸມັດຂອງ[[ບາງກອກ]] (ກຸງເທບມະຫານະຄອນ), ເພາະວ່າໃນເວລານັ້ນບໍ່ມີລະບົບລົດໄຟສາທາລະນະໃນ[[ບາງກອກ]] ມີການສຶືກສາກ່ຽວກັບການກໍ່ສ້າງລະບົບລົດໄຟຟ້າຫລາຍປະເພດເຊັ່ນ [[ລົດໄຟຟ້າລາວາລິນ]] (ໂຄງການຖືກຍົກເລິກ ເຊິ່ງເປົນໂຄງການກ່ອນ​ໜ້າບີທີເອສເຊິ່ງເປັນໂຄງການກ່ອນ​ໜ້າບີທີເອສ) ແຕ່ມີແນວໂນ້ມບໍ່ໄດ້ຮັບການອະນຸມັດຈາກລັດ ໃນຂະນະທີ່ການຈະລາຈອນ[[ບາງກອກ]]ໜັກຫລາຍແລະຈຳນວນລົດກໍເພີ່ມຂຶ້ນ<ref>{{cite web|url= https://thestandard.co/news-thailand-lavalin-skytrain/ |title=รู้จัก ‘ลาวาลิน’ รถไฟฟ้าสายแรกที่คนกรุงไม่เคยมีโอกาสได้นั่ง
|author=อรัณย์ หนองพล |date= 24 กรกฎาคม 2561 |website= The Standard|}}</ref> . ຕໍ່ມາ[[ບາງກອກ]]ໄດ້ອະນຸມັດການສຳປະທານ ສຳລັບການກໍ່ສ້າງແລະການເດີນລົດໃຫ້ກັບບໍລິສັດ ທະນາຍົງ ຈຳກັດ (ປະຈຸບັນບໍລິສັດ BTS Group Holdings Public Company ຈຳກັດ) ຂອງທ່ານຄີຣີ ການຈະນະພາດ . ເລີ່ມຕົ້ນສູນບຳລຸງຮັກສາລົດໄຟຟ້າຈະຢູ່ໃນພື້ນທີ່ຂອງສວນລຸມພິນີ ແຕ່ປະກົດວ່າຄົນທີ່ອອກກຳລັງກາຍເປັນປົກກະຕິຢູ່ສວນລຸມພິນີ ໄດ້ເຕົ້າໂຮມກັນເພື່ອປະທ້ວງບໍລິສັດວ່າໄດ້ຂັດກັບຄວາມຕັ້ງໃຈຂອງ King Rama VI ໃນການອະນຸຍາດໃຫ້ສົມບັດຂອງ King Rama VI ໃຊ້ເປັນສວນສາທາລະນະ. ນອກຈາກນີ້, ຍັງມີການປະທ້ວງຮຽກຮ້ອງໃຫ້ປ່ຽນປະເພດການກໍ່ສ້າງລົດໄຟຟ້າຈາກໂຄງສ້າງຍົກຟ້າຂຶ້ນເປັນລົດໄຟຟ້າໃຕ້ດິນ. ແຕ່ໃນທີ່ສຸດ, ສູນບຳລຸງຮັກສາລົດໄຟຟ້າໄດ້ຖືກຍ້າຍໄປໃຊ້ບົນພື້ນທີ່ຂອງກົມຄັງເງິນ (กรมธนารักษ์). ແລະໃກ້ກັບສວນຈະຕຸຈັກ (Chatuchak Park) ໃນໄລຍະເວລາທຳອິດກ່ອນເປີດ ລົດໄຟຟ້າສາຍນີ້ເອີ້ນວ່າ ລົດໄຟຟ້າທະນາຢົງ ເຊິ່ງເປັນຊື່ຂອງບໍລິສັດສຳປະທານ. ລົດໄຟຟ້າທະນາຢົງໄດ້ຮັບການຕັ້ງຊື່ຢ່າງເປັນທາງການວ່າ "ລົດໄຟຟ້າສະເຫລິມພະກຽດ 6 ຣອບພະຊົນມະພັນສາ" ເຊິ່ງແມ່ນຊື່ສະຫລອງຄົບຮອບ 60 ປີ ຂອງກະສັດພູມີພົນອະດຸນຍະເດດ ແລະໄດ້ເປິດທຳອິດເມື່ອ 5 ທັນວາ ຄ.ສ1999
[[ໝວດ:ລົດໄຟ]]