ວິຕາມິນບີ1: Difference between revisions

Content deleted Content added
ໜ້າໃໝ່: ວິຕາມິນບີ1ຫຼືໄທອາມິນຫຼືວິຕາມິນເບ່1,ຫຼືວິຕາມິນເບ່ອັອງ(ຫຼືແອັງ)....
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 14:45, 17 ເມສາ 2019

ວິຕາມິນບີ1ຫຼືໄທອາມິນຫຼືວິຕາມິນເບ່1,ຫຼືວິຕາມິນເບ່ອັອງ(ຫຼືແອັງ).ເປັນວິຕາມິນທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນມາເອງໄດ້ຕ້ອງໄດ້ຮັບທາງອາຫານຫຼືອາຫານເສີມ.ມີຄຸນສົມບັດພິເສດຄືບໍ່ມີພິດຕົກຄ້າງ,ຖ້າມີຫຼາຍເກີນໄປຮ່າງກາຍຈະຂັບອອກມາເອງທາງປັດສະວະ.

ວິຕາມິນບີ1ຈໍາເປັນຕໍ່ການເຮັດວຽກຂອງສະໝອງ,ລະບົບປະສານ,ລະບົບຍ່ອຍອາຫານ,ຫົວໃຈແລະກ້າມຊີ້ນ.ຊ່ວຍໃຫ້ຈະເລີນອາຫານແລະຊ່ວຍໃນການຈະເລີນເຕີບໃຫຍ່ຂອງຮ່າງກາຍ.ຊ່ວຍແກ້ອາຫານເມົາເຮືອຫຼືເມົາອາກາດ.ຊ່ວຍເພີ່ມພູມຄຸ້ມກັນແລະຮັກສາໂລກຕານເຕັ້ນໃຫ້ຫາຍໄວຂຶ້ນ.ຊ່ວຍໃຫ້ຮ່າງກາຍແຂັງແຮງ.