ສິນຫ້າ: Difference between revisions

Content deleted Content added
ໜ້າໃໝ່: ຄຳອາຣາດທະນາສິນ 5 ສາທຸ ອຸກາສະ! ມະຍັງ ພັນເຕ ວິສຸງ ວິສຸງ ຣັກຂະນັດຖາ...
 
No edit summary
 
ແຖວ 1:
ສິນຫ້າໝາຍເຖິງຂໍ້ປະຕິບັດຫ້າຂໍ້ທີ່ພະພຸດທະເຈົ້າບັນຍັດຂຶ້ນມາເພື່ອໃຫ້ຜູ້ຄົນຝຶກຝົນຕົນເອງ,ສິນຫ້າເປັນເຄື່ອງມືທີ່ໃຊ້ໃນການຝຶກຝົນຜູ້ທີ່ຄວນແກ່ການຝຶກຝົນ,ສິນຫ້າເປັນຫຼັກການປະພຶດດີຂັ້ນພື້ນຖານທີ່ສຸດຂອງສາດສະໜານີ້,ຫາກໃຜປະຕິບັດສິນຫ້າໄດ້ຄົບຖ້ວນຄົນຜູ້ນັ້ນຈະຖືກຍົກຍ້ອງວ່າເປັນຄົນດີ.
 
ສິນຫ້າມີເນື້ອໃນດັ່ງນີ້:
 
1.ຫ້າມຂ້າບໍ່ວ່າຈະເປັນຄົນຫຼືສັດ:ເພາະການຂ້ານັ້ນເປັນການພາກຊີວິດໄປຈາກພວກເຂົາເຊິ່ງເທົ່າກັບເປັນພາກທຸກສິ່ງທຸກຢ່າງໄປຈາກເຂົາເພາະຜູ້ຕາຍຍ່ອມບໍ່ສາມາດໃຊ້ຊົມໃຊ້ຊັບສິ່ງຂອງໃດທີ່ພວກເຂົາພຽນພະຍາຍາມຫາມາໄດ້ໂດຍຍາກ,ຖ້າເປັນການຂ້າຄົນຜິດທັງສິນທໍາແລະກົດໝາຍ;ມີຄົນຖາມວ່າຖ້າບໍ່ຂ້າສັດແລ້ວຈະໄດ້ກິນສັດດ້ວຍວິທີໃດແກ້ວ່າຖ້າຈົນມັນຕາຍໄປເອງແລ້ວຈຶ່ງນໍາມາກິນ.ແລ້ວຊ່ວງທີ່ສັດບໍ່ຕາຍຈະກິນຫຍັງແກ້ວ່າກິນຖົ່ວກິນງາກໍ່ສາມາດໃຫ້ໂປຼຕິນໄດ້ເໝືອນກັນ.ຖ້າຈົນສັດຕາຍແລ້ວຈຶ່ງກິນມັນຈະຖ່ວງທັນຕໍ່ຄວາມຕ້ອງການຢູ່ຫຼືແກ້ວ່າບໍ່ຖ່ວງທັນແນ່ນອນດັ່ງນັ້ນຄົນເຮົາຈຶ່ງຄວນຮຽນກິນອີ່ຫຍັງຫຼາຍໆຢ່າງໄວ້ເພື່ອຈະໄດ້ມີອັນກິນເວລາສັດບໍ່ມີເນື້ອສັດກິນ.
 
2.ຫ້າມເອົາຂອງທີ່ເຈົ້າຂອງເຂົາບໍ່ໄດ້ໃຫ້(ແຕ່ຖ້າຮູ້ວ່າບໍ່ມີເຈົ້າຂອງສາມາດເອົາໄດ້):ເພາະຂອງສິ່ງໃດທີ່ເຂົາບໍ່ໃຫ້ສະແດງວ່າພວກເຂົາຍັງຕ້ອງການໃຊ້ຢູ່ຖ້າເຮົາໄປລັກເອົາຂອງເຂົາເສຍເວລາເຂົາຕ້ອງການໃຊ້ກໍ່ຈະບໍ່ມີໃຫ້ໃຊ້,ຈະເຮັດໃຫ້ເຈົ້າຂອງຊັບເກີດຄວາມຫຍຸ້ງຍາກ.ການລັກເອົາຂອງຄົນອື່ນນັ້ນຜິດທັງສິນທໍາແລະຜິດທັງກົດໝາຍ.
 
3.ຫ້າມປະພຶດຜິດທາງເພດ:ໝາຍຄວາມວ່າຫ້າມເສບເມຖຸນທໍາກັບຜູ້ທີ່ເຂົາມີຄູ່ຢູ່ແລ້ວ,ເພາະຈະເຮັດໃຫ້ຄູ່ຂອງພວກເຂົາທຸກໃຈແລະຈະເປັນບາບເປັນກໍາແກ່ເຮົາ,ແຕ່ຖ້າຄູ່ຂອງພວກເຂົາອະນຸຍາດແລ້ວກໍ່ສາມາດເສບໄດ້,ດັ່ງປາກົດໃນສະໄໝພຸດທະການທີ່ເສດຖີທັງຫຼາຍຈະມີເມຍສິບຄົນແດ່ຊາວຄົນແດ່ສາມສິບຄົນແດ່,ແລະເສດຖີພວກນັ້ນບາງຄົນກໍ່ເປັນຜູ້ເຂົ້າເຖິງກະແສທໍາຂອງພະພຸດທະເຈົ້າອີກດ້ວຍນັ້ນກໍ່ເພາະເມຍຫຼວງຂອງພວກເຂົາອະນຸຍາດແລ້ວ.ໃນຍຸກປະຈຸບັນແມ້ວ່າການມີເມຍຫຼືຜົວຫຼາຍຄົນຈະບໍ່ຜິດສິນທໍາແຕ່ມັນກໍ່ຜິດກົດໝາຍຄອບຄົວ,ດັ່ງນັ້ນໃຜທີ່ຢາກມີຜົວຫຼືມີເມຍຫຼາຍຄົນກໍ່ຕ້ອງພິຈາລະນາຄວາມເໝາະສົມຂອງສະພາບສັງຄົມເຂົ້າໄປດ້ວຍ.
 
4.ຫ້າມເວົ້າຂີ້ຕົວະ:ການຫ້າມເວົ້າທີ່ຕົວະໃນທີ່ນີ້ແມ່ນຫ້າມການຕົວະທີ່ຈະເຮັດໃຫ້ຄົນອື່ນເດືອດຮ້ອນແລະໂກດແຄ້ນໃນພາຍຫຼັງທີ່ຮູ້ວ່າຕົວເອງຖືກຕົວະ,ຖ້າການຕົວະນັ້ນເຮັດໃຫ້ຜູ້ຖືກຕົວະບໍ່ເດືອດຮ້ອນແລະມີຄວາມດີໃຈໃນພາຍຫຼັງແມ່ນບໍ່ບາບ.
 
5.ຫ້າມດື່ມນໍ້າເມົາ:ໃນທີ່ນີ້ໝາຍຄວາມວ່າຫ້າມດື່ມນໍ້າເມົາເພື່ອຄວາມບັນເທີງ,ຖ້າຫາກດື່ມເພື່ອເປັນຢາພະພຸດທະເຈົ້າອະນຸຍາດໃຫ້ດື່ມໄດ້ແຕ່ຕ້ອງບໍ່ເກີນໜຶ່ງຄໍາຫຼືປະມານໜຶ່ງຂໍ້ມືເມື່ອເທເຫຼົ້າລົງຈອກ.
 
ມີຄູບາອາຈານຫຼາຍຄົນມັກກ່າວວ່າສິນຫ້ານີ້ເປັນຂໍ້ປະຕິບັດທີ່ມີມາກ່ອນພຸດທະສາດສະໜາຂໍ້ນີ້ແກ້ວ່າບໍ່ເປັນຄວາມຈິງເພາະກ່ອນພຸດທະສາດສະໜານັ້ນຈະມີພິທີບູຊາຍັນເຕັມໄປໝົດທົ່ວທຸກຫົນທຸກແຫ່ງ(ການບູຊາຍັນແມ່ນການເອົາສັດຫຼືຄົນມາຂ້າເພື່ອບູຊາເທບພະເຈົ້າ),ຖ້າພວກເຂົາຫ້າມຂ້າສະແດງວ່າພວກເຂົາຈະຕ້ອງຫ້າມການບູຊາຍັນໄປດ້ວຍ,ແມ້ແຕ່ສະໄໝພຸດທະການມາຈົນເຖິງປະຈຸບັນການບູຊາຍັນຕາມລັດຖິຄວາມເຊື່ອເດີມກໍ່ຍັງຄົງມີຢູ່ບໍ່ສູນສິ້ນ,ຫຼັກຖານທີສອງແມ່ນພະພຸດທະເຈົ້າກ່າວວ່າສິນຫ້າເປັນຄຸນສົມບັດພື້ນຖານຂອງຜູ້ເຂົ້າເຖິງກະແສທໍາໃນພຸດທະສາດສະໜາເທົ່ານັ້ນ.ດັ່ງນັ້ນກ່ອນພຸດທະສາດສະໜາຈະເກີດຈະມີຄຸນສົມບັດພື້ນຖານຂອງຜູ້ເຂົ້າເຖິງສະແສທໍາຂອງສາດສະໜາພຸດເກີດຂຶ້ນກ່ອນບໍ່ໄດ້ເດັດຂາດ.
 
ຄຳອາຣາດທະນາສິນ 5
 
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສິນຫ້າ"