ຜົນປະໂຫຍດ (ເສດຖະສາດ): Difference between revisions

Content deleted Content added
ແຖວ 7:
ຕົວຢ່າງ, ສົມມຸດວ່າ ໝວດການຊົມໃຊ້ ຂອງ ຜູ້ຊົມໃຊ້ ແມ່ນ X = {ບໍ່ມີຫຍັງ, ໝາກໂປມ 1 ໝ່ວຍ, ໝາກກ້ຽງ 1 ໜ່ວຍ, ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ, ໝາກໂປມ 2 ໜ່ວຍ, ໝາກກ້ຽງ 2 ໜ່ວຍ}, ແລະ ຕຳລາຜົນປະໂຫຍດ ແມ່ນ u(ບໍ່ມີຫຍັງ) = 0, u (ໝາກໂປມ 1 ໜ່ວຍ) = 1, u (ໝາກກ້ຽງ 1 ໜ່ວຍ) = 2, u (ໝາກໂປມ 1 ໜ່ວຍ ແລະ ໝາກກ້ຽງ 1 ໜ່ວຍ) = 4, u (ໝາກໂປມ 2 ໜ່ວຍ) = 2 and u (ໝາກກ້ຽງ 2 ໜ່ວຍ) = 3. ໝາຍຄວາມວ່າ ຜູ້ຊົມໃຊ້ ມັກ ໝາກກ້ຽງ 1 ໜ່ວຍ ຫຼາຍກ່ວາ ໝາກໂປມ 1 ໜ່ວຍ, ແຕ່ ມັກຢ່າງລະໜ່ວຍ ຫຼາຍກ່ວາ ໝາກກ້ຽງ 2 ໜ່ວຍ.
 
ໃນ ແບບຈຳລອງ (model) ເສດຖະສາດຈຸນລະພາກ, ໂດຍທົ່ວໄປ ມັນຈະມີ ໝວດທີ່ມີຂອບເຂດ ຂອງ ສິນຄ້າ L , ແລະ ຜູ້ຊົມໃຊ້ ສາມາດ ເລືອກ ຊົມໃຊ້ ແຕ່ລະສິນຄ້າ ດ້ວຍປະລິມານ ທີ່ຕົນເອງມັກໄດ້. ເຮັດໃຫ້ ໝວດການຊົມໃຊ້ <math>\textbf R^L_+</math>, ແລະ ການປະສົມປະສານ <math>x \in \textbf R^L_+</math> ແມ່ນ ເວັກເຕີ ທີ່ ປະກອບດ້ວຍ ຈຳນວນຕ່າງໆ ຂອງ ແຕ່ລະສິນຄ້າ. ໃນຕົວຢ່າງ ຂ້າງເທິງ, ແມ່ນ ມີ ສອງ ສິນຄ້າ : ໝາກໂປມ ແລະ ໝາກກ້ຽງ. ຖ້າ ໃຫ້ ໝາກໂປມ ແມ່ນ ສິນຄ້າທຳອິດ, ແລະ ໝາກກ້ຽງ ແມ່ນ ສິນຄ້າທີ່ສອງ, ກຸ່ມການຊົມໃຊ້ໝວດການຊົມໃຊ້ X = <math>\textbf R^2_+</math> ແລະ u (0, 0) = 0, u (1, 0) = 1, u (0, 1) = 2, u (1, 1) = 4, u (2, 0) = 2, u (0, 2) = 3 ດັ່ງທີ່ເຫັນໃນ ຂ້າງເທິງ. ເອົາໃຈໃສ່ ວ່າ ເພື່ອທີ່ u ຈະເປັນຕຳລາຜົນປະໂຫຍດ ຂອງ X ນັ້ນ, ມັນຈະຕ້ອງຖືກກຳນົດ ໃນ ທຸກໆ X.
 
==ເບິ່ງຕື່ມ==