Content deleted Content added
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
No edit summary
Tags: ດັດແກ້ຈາກອຸປະກອນມືຖື Mobile app edit
ແຖວ 15:
 
 
ບາງກອກ ([[ພາສາໄທ{{lang-th|ໄທ]]:กรุงเทพมหานคร ''ກຣຸງເທພມຫານຄຣ''}}) ແມ່ນນະຄອນຫຼວງແລະນະຄອນທີ່ມີປະຊາກອນຫຼາຍທີ່ສຸດຂອງ[[ປະເທດໄທ]]. ພື້ນທີ່ເມືອງຂະໜາດໃຫຍ່ທີ່ສຸດ ແລະ ແມ່ນເມືອງຫຼັກອັນມີປະຊາກອນຫຼາຍທີ່ສຸດຂອງ[[ປະເທດໄທ]] ເປັນສູນກາງການປົກຄອງ [[ການສຶກສາ]] [[ການຄົມມະນາຄົມຂົນສົ່ງ]] [[ການເງິນ|ການເງິນການທະນາຄານ]] [[ການຄ້າຂາຍ|ການພານິດ]] [[ການສື່ສານ]] ແລະຄວາມຈະເລີນຂອງປະເທດ ແມ່ນທີ່ມີຊື່ຍາວທີ່ສຸດໃນໂລກ ຕັ້ງຢູ່ບົນສາມລ່ຽມປາກ[[ແມ່ນ້ຳເຈົ້າພະຍາ]]ມີແມ່ນ້ຳເຈົ້າໄຫຼຜ່ານແລະແບ່ງເມືອງອອກເປັນ 2 ຝັ່ງ ຄື [[ຝັ່ງພະນະຄອນ]]ແລະ[[ຝັ່ງທົນບຸລີ]] ໂດຍບາງກອກມີພື້ນທີ່ທັງໝົດ 1,568.737 ຕາຮາງກິໂລແມັດ ມີປະຊາກອນຕາມຕາມທະບຽນລາສະດອນກວ່າຫ້າລ້ານຄົນເຮັດໃຫ້ບາງກອກເປັນເອກນະຄອນ ( primate city) ຈັດແລະສູນຊຸມຊົນອື່ນຂອງປະເທດໄທດ້ອຍຄວາມສຳຄັນລົງ ມີຜູ້ກ່າວວ່າ ບາງກອກເປັນ "ເອກນະຄອນທີ່ສຸດໃນໂລກ" ເພາະມີປະຊາກອນຫຼາຍກວ່ານະຄອນທີ່ມີປະຊາກອນຫຼາຍເປັນອັນດັບສອງເຖິງສີ່ຊາວເທົ່າ
 
[[:en:Loughborough University|ມະຫາວິທະຍາໄລລຳບວກ]] ( Loughborough University) ຈັດວ່າບາງກອກວ່າເປັນນະຄອນລະດັບແອລຟາລົບ ບາງກອກຍັງເປັນທີ່ມີຕຶກລະຟ້າຫຼາຍທີ່ສຸດເປັນອັນດັບທີ 12 ຂອງໂລກ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງ ເຊັ່ນ [[ພະບໍລົມມະຫາລາຊະວັງ]] [[ພະທີ່ນັ່ງວິມານເມກ]] ແລະວັດຕ່າງໆ ນອກຈາກນີ້ ຍັງມີແຫຼ່ງຊອບປິ້ງແລະຄ້າຂາຍທີ່ສຳຄັນ ເຊິ່ງດຶງດູດນັກທ່ອງທ່ຽວຊາວຕ່າງຊາດ ໂດຍໃນປີ ຄ.ສ. 2012 ອົງກອນການທ່ອງທ່ຽວໂລກ (UNWTO) ໄດ້ຈັດອັບບາງກອກເປັນເມືອງທີ່ມີຄົນເຂົ້າ ເປັນອັນດັບ 10 ຂອງໂລກ ແລະອັນດັບ 2 ຊອງເອເຊຍ ໂດຍມີຄົນເດີນທາງຫຼາຍ 26.5 ລ້ານຄົນ ນອກຈາກນີ້ຈາກການຈັດອັນດັບການໃຊ້ຈ່າຍບັດເຄດິດມາສເຕີ້ກາດ ປະຈຳປີ ຄ.ສ. 2014 ບາງກອກມີການໃຊ້ຈ່າຍຜ່ານບັດເຄດິດຂອງນັກທ່ອງທ່ຽວເຖິງ 16.42 ລ້ານດອລລ່າ ເປັນອັນດັບສອງຂອງໂລກ ຮອງແຕ່ພຽງ[[ກຸງລອນດອນ]] [[ສະຫະລາຊະອານາຈັກ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ບາງກອກ"