ສະຫຍາມ: Difference between revisions

Content deleted Content added
Tag: Mobile app edit
Tag: Mobile app edit
ແຖວ 29:
 
* ຕາມຈົດໝາຍເຫດເກົ່າຂອງຈີນ ໃນບໍລິເວນປະເທດໄທປັດຈຸບັນນັ້ນ ແຕ່ເດີມມີອານາຈັກຢູ່ນຳກັນ 2 ອານາຈັກ ຄື ອານາຈັກ "ຊຽນ" (暹国; ນ່າຈະໝາຍເຖິງ ສະຫຍາມ ຫຼື ສຸໂຂໄທ) ເຊິ່ງຢູ່ທາງເໜືອຂຶ້ນ ແຕ່ຍັງຢູ່ຕໍ່ໃຕ້ອານາຈັກ "ຮ້ອຍສະໜົມ" (ມີຜູ້ສັນນິຖານວ່າຄື[[ອານາຈັກລ້ານນາ]]-[[ໄທໃຫຍ່]]) ແລະອານາຈັກ "ຫຼົວວໍ" (羅渦国; ນ່າຈະໝາຍເຖິງ ອະຍຸທະຍາ ເຊິ່ງຈີນຍັງໃຊ້ຊື່ຂອງລະໂວ້ເອິ້ນຢູ່) ເຊິ່ງຢູ່ທາງໃຕ້ລົງໄປ ໂດຍອານາຈັກ "ຊຽນ" ນັ້ນມັກປະສົບປັນຫາຂາດແຄນອາຫານ ຕ້ອງນຳເຂົ້າເຂົ້າຈາກອານາຈັກ "ຫຼົວວໍ" ຈົນໃນທີ່ສຸດ ອານາຈັກ "ຊຽນ" ແລະອານາຈັກ "ຫຼົວວໍ" ໄດ້ຮວມກັນເຂົ້າ ທາງລາຊະສຳນັກຈີນຈຶງຮວມເອິ້ນຊື່ອານາຈັກໃໝ່ທີ່ເກີດຈາກການຮວມກັນດັງກ່າວວ່າ ອານາຈັກ "ຊຽນຫຼົວ" (暹罗国; ພາສາຈີນກາງຍຸດປັດຈຸບັນ= "ຊຽນຫຼົວກວ໋ອ" ພາສາຈີນ[[ສຳນຽງແຕ້ຈິ໋ວ|ແຕ້ຈິ໋ວ]] = "ສ່ຽມລໍ້ກົ໊ກ") ເຊິ່ງໄດ້ກາຍເປັນນາມເອິ້ນອານາຈັກໂດຍຊາວຈີນມາຈົນກະທັ່ງມີການປ່ຽນຊື່ປະເທດເປັນປະເທດໄທ ຈຶງໄດ້ປ່ຽນຊື່ເອິ້ນເປັນ "ໄທ້ກວ໋ອ" (泰国)
 
ນັກນິຮຸກຕິສາດແລະນັກປະຫວັດສາດບາງຄົນໄດ້ສະແດງເຖິງຄວາມໄກ້ຄຽງກັນຂອງຄຳວ່າ ສະຫຍາມ ແລະ ສານ (Shan) ເຊິ່ງໃຊ້ເອິ້ນອານາຈັກຂອງ[[ຄົນໄທ]]ບໍລິເວນຕອນໃຕ້ຂອງຈີນ ທາງຕອນເໜືອຂອງພະມ້າ ແລະທາງ[[ລັດອັດສັມ]]ຂອງ[[ອິນເດຍ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສະຫຍາມ"