ຊາກດຶກດຳບັນ: Difference between revisions

Content deleted Content added
ແຖວ 15:
ສິ່ງທີ່ມີຊີວິດຂະໜາດນ້ອຍທີ່ມີລັກສະນະບອບບາງ ເຊັ່ນ ພວກແມງໄມ້, ການເກັບຮັກສາໃຫ້ກາຍເປັນຊາກດຶກດຳບັນ ໂດຍປົກກະຕິເຮັດໄດ້ຍາກ. ວິທີການທີ່ເໝາະສົມ ສຳລັບສິ່ງທີ່ມີຊີວິດເຫຼົ່ານີ້ ກໍຄືການເກັບໄວ້ໃນ[[ອຳພັນ|ຢາງໄມ້]] ເຊິ່ງຢາງໄມ້ນີ້ຈະປ້ອງກັນສິ່ງທີ່ມີຊີວິດເຫຼົານີ້ຈາກການທຳລາຍໂດຍທຳມະຊາດ.
 
ນອກຈາກທີ່ກ່າວມາຂ້າງເທິງທັງໝົດແລ້ວ, ຊາກດຶກດຳບັນຍັງອາດເປັນ[[ຊາກດຶກດຳບັນຮ່ອງຮອຍ|ຮ່ອງຮອຍ]] ທີ່ເກີດຈາກສິ່ງທີ່ມີຊີວິດເຊັ່ນ: ຮ່ອງຮອຍຂອງສິ່ງທີ່ມີຊີວິດ, ຮອຍຄືບຄານ; [[ຊາກດຶກດຳບັນຮ່ອງຮອຍ|ຮອຍຕີນ]] ທີ່ຢູ່ໃນຊັ້ນຕະກອນ ແລະ ກາຍເປັນຫີນໃນໄລຍະເວລາຕໍ່ມາ ຫຼື ອາດເປັນຮູ ຫຼື ໂພງ ([[ຊາກດຶກດຳບັນຮ່ອງຮອຍ|burrows]]) ໃນຊັ້ນຕະກອນ, ໃນເນື້ອໄມ້ ຫຼື ໃນຫີນທີ່ເກີດຈາກສິ່ງທີ່ມີຊີວິດ ແລະ ມີແຮ່ທາດໄປຕົກຜະລຶກໃນຊ່ອງວ່າງເຫຼົ່ານີ້; ມູນສັດ ຫຼື ເສດອາຫານທີ່ຢູ່ໃນກະເພາະ ([[ຊາກດຶກດຳບັນຮ່ອງຮາອຍ|coprolites]]) ເປັນຊາກດຶກດຳບັນທີ່ມີປະໂຫຍດຫຼາຍໃນການບອກເຖິງນິໄສການກິນຂອງສັດນັ້ນໆ ຫຼື ອາດຈະເປັນກ້ອນຫີນທີ່ສັດກິນເຂົ້າໄປ ([[ຊາກດຶກດຳບັນຮ່ອງຮອຍ|gastroliths]]) ເພື່ອຊາວຍໃນການຍ່ອຍອາຫານເພື່ອຊ່ວຍໃນການຍ່ອຍອາຫານ ແລະ ສາມາດເປັນແບບຢ່າງໄດ້.
 
== ປະເພດຂອງຊາກດຶກດຳບັນ ==