ຊາກດຶກດຳບັນ: Difference between revisions

Content deleted Content added
ແຖວ 9:
ການປ່ຽນແປງຈາກຊາກສິ່ງທີ່ມີຊີວິດມາເປັນຊາກດຶກດຳບັນນັ້ນ ເກີດໄດ້ໃນຫຼາຍລັກສະນະ ໂດຍທີ່ເມື່ອສິ່ງທີ່ມີຊີວິດຕາຍລົງ, ສ່ວນຕ່າງໆຂອງສິ່ງທີ່ມີຊີວິດຈະຄ່ອຍໆຖືກປ່ຽນ. ຊ່ອງວ່າງ ຫຼື ຮູຕ່າງໆໃນໂຄງສ້າງອາດຈະມີແຮ່ທາດເຂົ້າໄປຕົກຜະລຶກເຮັດໃຫ້ແຂງຂຶ້ນ ເຊິ່ງເອີ້ນຂະບວນການນີ້ວ່າ: [[ການກາຍເປັນຫີນ]] (petrification) ຫຼື ເນື້ອເຍື່ອ, ຜະໜັງເຊວ ແລະ ສ່ວນແຂງອື່ນໆ ຈະຖືກແທນທີ່ດ້ວຍແຮ່ທາດ ໂດຍຂະບວນການແທນທີ່ (replacement).
 
ເປືອກຫອຍ ຫຼື ສິ່ງທີ່ມີຊີວິດທີ່ຈົມຢູ່ຕາມຊັ້ນຕະກອນເມື່ອຖືກລະລາຍໄປກັບ[[ນ້ຳບາດານ]] ຈະເກີດເປັນຮອຍປະທັບຢູ່ເທິງຊັ້ຍຕະກອນຈະເກີດເປັນຮອຍປະທັບຢູ່ເທິງຊັ້ນຕະກອນ ເຊິ່ງເອີ້ນລັກສະນະນີ້ວ່າ [[ຮອຍພິມ]] (mold). ຫາກວ່າຊ່ອງວ່າງນີ້ມີແຮ່ເຂົ້າໄປຕົກຜະລຶກ ຈະໄດ້ຊາກດຶກດຳບັນໃນລັກສະນະທີ່ເອີ້ນວ່າ[[ຮູບຫຼໍ່]] (cast).
 
ການເພີ່ມກາກບອນ (carbonization) ມັກເປັນການເກັບຮັກສາຊາກດຶກດຳບັນຈຳພວກໃບໄມ້ ຫຼື ສັດນ້ອຍໆ ໃນລັກສະນະທີ່ມີຕະກອນເນື້ອລະອຽດມາປິດທັບຊາກສິ່ງທີ່ມີຊີວິດ. ເມື່ອເວລາຜ່ານໄປ [[ຄວາມດັນ]]ທີ່ເພີ່ມຂຶ້ນ ຈະເຮັດໃຫ້ສ່ວນປະກອບທີ່ເປັນຂອງແຫຼວ ແລະ ກ໊າສຖືກຂັບອອກໄປ ເຫຼືອໄວ້ແຕ່ແຜ່ນຟີມບາງໆຂອງກາກບອນ. ຫາກວ່າແຜ່ນຟີມບາງໆນີ້ຫຼຸດຫາຍໄປ, ຮ່ອງຮອຍທີ່ຍັງຫຼົງເຫຼືອຢູ່ໃນຊັ້ນຕະກອນເນື້ອລະອຽດນີ້ຈະເອີ້ນວ່າ impression.