ໄມໂຄຣຊອບ ວິນໂດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 18:
 
== Windows 3.0 ==
[[Windows 3.0]] ຖືກສະເໜີໃນວັນທີ່ 22 ເດືອນພຶດສະພາ [[ພ.ສ. 2533]], ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ແລະໃຊ້ໜ່ວຍປະມວນຜົນອັນດຽວກັບ Windows 2.1, ແຕ່ໃນ Windows 3.0 ກໍໄດ້ມີການອອກແບບສ່ວນຕິດຕໍ່ກຣາຟິກກັບຜູ້ໃຊ້ (Graphical User Interface : GUI) ໃໝ່, ແລະມີລະບົບການບໍລິຫານ ROM ແລະ RAM ທີ່ມີປະສິດທິພາບຫຼາຍກວ່າລຸ້ນກ່ອນໜ້າ, ແລະປ່ຽນໂປຣແກຣມຈັດການໄຟລ໌ (File Manager) ແລະໂປຣແກຣມຕ່າງໆ ໃນ DOS ໃໝ່ທັງໝົດ. ເຮັດໃຫ້ການແລ່ນໂປຣແກຣມຕ່າງໆງ່າຍຂຶ້ນ ແລະຍັງມີປະສິດທິພາບທີ່ສູງຂຶ້ນຢ່າງຫຼາຍ, ລວມທັງຍັງມີໂປຣແກຣມໃໝ່ໆຕິດຕັ້ງມາກັບ Windows ດ້ວຍ ແມ່ນ Notepad ແລະເກມຕ່າງໆ, ເຊິ່ງເຮັດໃຫ້ Windows 3.0 ປະສົບຄວາມສຳເລັດຢ່າງຫຼາຍ, ແລະເປັນຄູ່ແຂ່ງກັບ Macintosh ຂອງ Apple ຢ່າງຊັດເຈນ.
 
Windows 3.0 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows 3.1 ==
[[Windows 3.1]] ຖືກສະເໜີເມື່ອວັນທີ່ 6 ເດືອນເມສາ [[ພ.ສ. 2535]], ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ເຊິ່ງ Windows ລຸ້ນນີ້ໄດ້ຖືກອອກແບບມາສຳລັບລະບົບການພິມຫຼາຍຂຶ້ນ, ເຊິ່ງເລີ່ມມີແບບອັກສອນ (Font) ແບບທຣູໄທປ໌ (TrueType), ແລະມີເກມ Minesweeper ຕິດຕັ້ງພ້ອມກັບ Windows ເປັນຄັ້ງທຳອິດ, ຫຼັງຈາກນັ້ນກໍໄດ້ມີລຸ້ນປັບປຸງ ແມ່ນ Windows 3.11 ເຊິ່ງຖືກສະເໜີເມື່ອວິນທີ່ 31 ເດືອນທັນວາ [[ພ.ສ. 2536]], ເຊິ່ງຖືວ່າ Windows ໃນຊ່ວງນີ້ປະສົບຄວາມສຳເລັດຢ່າງຫຼາຍ. ແລະໃນລຸ້ນນີ້ກໍໄດ້ມີການຈຳໜ່າຍ Windows for Workgroups, ເຊິ່ງມີຄວາມສາມາດສູງກວ່າ Windows 3.1 ລຸ້ນທົ່ວໄປ, ນອກຈາກນີ້ທາງບໍລິສັດ Microsoft ກໍຍັງໄດ້ສະເໜີ Windows 3.2 ເຊິ່ງເປັນລຸ້ນພາສາຈີນ, ແລະຖືກສະເໜີເພື່ອຈຳໜ່າຍໃນປະເທດຈີນເທົ່ານັ້ນ.
 
Windows 3.1 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
ແຖວ 33:
 
== Windows NT 3.5 ==
[[Windows NT 3.5]] ຖືກສະເໜີເມື່ອວິນທີ່ 21 ເດືອນກັນຍາ [[ພ.ສ. 2537]] ເຊິ່ງແມ່ນລຸ້ນຖັດຈາກ Windows NT 3.1, ໂດຍຈຸດປະສົງຫຼັກຂອງ Microsoft ໃນການພັດທະນາ Windows NT 3.5 ແມ່ນການຕື່ມຄວາມໄວໃນການເຮັດວຽກຂອງລະບົບ Windows, ລວມທັງໃສ່ຄວາມສາມາດອື່ນໆອີກ ເຊັ່ນ VFAT ເຊິ່ງເຮັດໃຫ້ສາມາດຕັ້ງຊື່ໄຟລ໌ຕ່າງໆໄດ້ສູງສຸດ 255 ໂຕອັກສອນ, ແລະຄວາມຕ້ອງການຂັ້ນຕ່ຳຂອງລະບົບຍັງນ້ອຍກວ່າ Windows NT 3.1, ເຮັດໃຫ້ Windows NT 3.5 ສາມາດຄອບຄຸມເຄື່ອງຄອມພິວເຕີໄດ້ຫຼາຍຂຶ້ນ.
 
ແຕ່ Windows NT 3.5 ບໍ່ສາມາດຕິດຕັ້ງໄດ້ໃນຄອມພິວເຕີທີ່ບໍ່ມີໄດຣເວີສຳລັບອະແດັບເຕີກາດ PCMCIA, ແລະບໍ່ສາມາດຕິດຕັ້ງໃນຄອມພິວເຕີໃດໆທີ່ໃຊ້ໜ່ວຍປະມວນຜົນລຸ້ນທີ່ໃໝ່ກວ່າ Intel P4 ໄດ້.
ແຖວ 40:
 
== Windows 95 ==
[[Windows 95]] ຖືກສະເໜີເມື່ອວັນທີ່ 24 ເດືອນສິງຫາ [[ພ.ສ. 2538]], ເຊິ່ງແມ່ນລຸ້ນຖັດຈາກ Windows 3.1, ແລະແມ່ນ Windows ລຸ້ນທຳອິດທີ່ມີກຸ່ມເປົ້າໝາຍເປັນຜູ້ໃຊ້ທົ່ວໄປ, ເຊິ່ງລວມ DOS ເປັນສ່ວນໜຶ່ງຂອງ Windows (ຍັງມີ DOS ຢູ່ໃນລະບົບ, ແຕ່ບໍ່ໄດ້ແຍກກັນໃຊ້), ແລະສາມາດເຮັດວຽກໄດ້ທັງແບບ 16-bit ແລະ 32-bit, ອີກທັງມີການນຳໃຊ້ Start Menu (ປຸ່ມເລີ່ມ ຢູ່ດ້ານຊ້າຍລຸ່ມ) ແລະແຖບງານ (ເປັນກ່ອງຢູ່ຂ້າງລຸ່ມຂອງໜ້າຈໍ ເຊິ່ງໃຊ້ສະແດງໂປຣແກຣມຕ່າງໆທີ່ໃຊ້) ເປັນຄັ້ງທຳອິດ, ເຊິ່ງ Windows ລຸ້ນປັດຈຸບັນກໍຍັງໃຊ້ຮູບແບບດຽວກັບ Windows 95, ພຽງແຕ່ປັບປຸງຮູບໂສມພາຍນອກໃຫ້ທັນສະໄໝຂຶ້ນເທົ່ານັ້ນເອງ, ແລະຄວາມສາມາດໃໝ່ໆທີ່ໃສ່ມາຫຼວງຫຼາຍ ສຳລັບຜູ້ໃຊ້ທົ່ວໄປ, ເຮັດໃຫ້ Windows 95 ປະສົບຜົນສຳເລັດຢ່າງຍິ່ງ, ເຮັດໃຫ້ຈຳນວນຜູ້ໃຊ້ Windows 95 ສູງທີ່ສຸດໃນປະຫວັດການຂອງ Windows.
 
Windows 95 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]]
== [[Windows NT 4.0]] ==
 
== [[Windows 98]] ==
 
== [[Windows 2000]] ==
 
== [[Windows ME]] ==
 
== [[Windows XP]] ==
 
== [[Windows Vista]] ==
 
== Windows 7 ==
[[ຮູບ:Windows 7.png|thumb|ພາບໜ້າຈໍຂອງ Windows 7]]
[[ຮູບ:Windows Sever 2008 R2.jpg|thumb|ພາບໜ້າຈໍຂອງ Windows Server 2008 R2]]
 
[[Windows 7]] ຫຼື Windows NT 6.1 ຖືກສະເໜີໃນວັນທີ່ 22 ເດືອນຕຸລາ [[ພ.ສ. 2552]], ສ່ວນອີກລຸ້ນໜຶ່ງແມ່ນ Windows Server 2008 R2 ເຊິ່ງມີເປົ້າໝາຍເປັນກຸ່ມຜູ້ໃຊ້ລະດັບສູງ, ແລະຖືກສະເໜີໃນວັນດຽວກັບ Windows 7, ເຊິ່ງໃນ Windows 7 ກໍມີການແກ້ໄຂຈຸດບົກພ່ອງ ເຊິ່ງເຮັດໃຫ້ Windows Vista ບໍ່ປະສົບຜົນສຳເລັດ, ແລະຄວາມຕ້ອງການຂັ້ນຕ່ຳຂອງລະບົບກໍບໍ່ໜ້ອຍກວ່າ Windows Vista ຫຼາຍ, ຍົກເວັ້ນ Ram ແລະ Graphic Card ເຊິ່ງຕ້ອງຕື່ມ, ແຕ່ທີ່ຜ່ານມາຈາກການສະເໜີ Windows Vista ນັ້ນ, ພົບວ່າ ລະຫວ່າງການສະເໜີ Windows 7, ກໍມີຜູ້ຜະລິດຮາດແວຫຼາຍຄົນ ມາຕື່ມຄວາມສາມາດໃນຫຼາຍດ້ານໃຫ້ກັບຄອມພິວເຕີລຸ້ນຕ່າງໆ ຫຼັງຈາກສະເໜີ Windows Vista ແລ້ວ, ແລະພ້ອມທີ່ຈະຮອງຮັບລຸ້ນທີ່ສູງກວ່າ Windows XP ໄດ້, ເຊິ່ງໃນ Windows 7 ກໍມີການບໍລິຫານຈັດການດີ, ເຮັດວຽກມີປະສິດທິພາບໄດ້ສູງກວ່າ Windows Vista, ເຊິ່ງເຮັດໃຫ້ມີຜູ້ໃຊ້ Windows 7 ຫຼາຍກວ່າ Windows Vista.
 
Windows 7 ແລະ Windows Server 2008 R2 ຈະໄດ້ຮັບການສະໜັບສະໜູນຈາກ Microsoft ຈົນເຖີງວັນທີ່ 14 ເດືອນມັງກອນ [[ພ.ສ. 2563]].
 
== [[Windows 8]] ==
 
== [[Windows 8.1]] ==
 
== ລຸ້ນຂອງ Windows ທີ່ຖືກຍົກເລີກ ==