ໄມໂຄຣຊອບ ວິນໂດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 23:
 
== Windows 3.1 ==
Windows 3.1 ຖືກສະເໜີເມື່ອວັນທີ່ 6 ເດືອນເມສາ [[ພ.ສ. 2535], ເຊິ່ງຍັງເປັນສະພາບການເຮັດວຽກທີ່ຕ້ອງອາໄສ DOS, ເຊິ່ງ Windows ລຸ້ນນີ້ໄດ້ຖືກອອກແບບມາສຳລັບລະບົບການພິມຫຼາຍຂຶ້ນ, ເຊິ່ງເລີ່ມມີແບບອັກສອນ (Font) ແບບທຣູໄທປ໌ (TrueType), ແລະມີເກມ Minesweeper ຕິດຕັ້ງພ້ອມກັບ Windows ເປັນຄັ້ງທຳອິດ, ຫຼັງຈາກນັ້ນກໍໄດ້ມີລຸ້ນປັບປຸງ ແມ່ນ Windows 3.11 ເຊິ່ງຖືກສະເໜີເມື່ອວິນທີ່ 31 ເດືອນທັນວາ [[ພ.ສ. 2536]], ເຊິ່ງຖືວ່າ Windows ໃນຊ່ວງນີ້ປະສົບຄວາມສຳເລັດຢ່າງຫຼາຍ. ແລະໃນລຸ້ນນີ້ກໍໄດ້ມີການຈຳໜ່າຍ Windows for Workgroups, ເຊິ່ງມີຄວາມສາມາດສູງກວ່າ Windows 3.1 ລຸ້ນທົ່ວໄປ, ນອກຈາກນີ້ທາງບໍລິສັດ Microsoft ກໍຍັງໄດ້ສະເໜີ Windows 3.2 ເຊິ່ງເປັນລຸ້ນພາສາຈີນ, ແລະຖືກສະເໜີເພື່ອຈຳໜ່າຍໃນປະເທດຈີນເທົ່ານັ້ນ.
 
Windows 3.1 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2544]].
 
== Windows NT 3.1 ==
[[Windows NT 3.1]] ຖືກສະເໜີເມື່ອວັນທີ່ 27 ເດືອນກໍລະກົດ [[ພ.ສ. 2536]], ເຊິ່ງແມ່ນລະບົບປະຕິບັດການລຸ້ນທຳອິດຂອງ Windows. ເຊິ່ງສາມາດເຮັດວຽກໄດ້ດ້ວຍຕົນເອງ. ຄອມພິວເຕີທີ່ມີ Windows ນີ້ບໍ່ຕ້ອງຕິດຕັ້ງ DOS ອີກແລ້ວ. NT ອອກແບບມາສຳລັບທຸລະກິດທີ່ຕ້ອງການປະສິດທິພາບໂດຍສະເພາະ. ແລະກໍຍັງເປັນລະບົບປະຕິບັດການ 32-bit, ເຊິ່ງ Windows ລຸ້ນກ່ອນໆນັ້ນ, ແມ່ນສະພາບການເຮັດວຽກແບບ 16-bit ໂປຣແກຣມ 32-bit, ເຊິ່ງໃນຕອນນັ້ນມັກເປັນໂປຣແກຣມຂັ້ນສູງ ກໍສາມາດນຳໃຊ້ເທິງ Windows NT ໄດ້, ແຕ່ຊິນຳໃຊ້ເທິງ Windows 3.1 ບໍ່ໄດ້, ແຕ່ໂປຣແກຣມ 16-bit ຊິນຳໃຊ້ເທິງ Windows NT 3.1 ໄດ້, ເພາະວ່າລະບົບ NT ມີລະບົບການແປສະພາບໂປຣແກຣມໃຫ້ນຳໃຊ້ເທິງລະບົບ NT ໄດ້. ໂດຍຄຳວ່າ NT ຫຍໍ້ມາຈາກຄຳວ່າ '''N'''ew '''T'''echnology ເຊິ່ງແປວ່າ ເຕັກໂນໂລຊີແບບໃໝ່, ແລະສາມາດຮອງຮັບລະບົບສະຖາປັດຕະຍະກຳຂອງຄອມພິວເຕີໄດ້ຫຼາຍໆປະເພດ, ເຊິ່ງໃນຊ່ວງນັ້ນຜູ້ໃຊ້ລະບົບ Windows NT ບໍ່ແມ່ນຜູ້ໃຊ້ທຳມະດາ, ແຕ່ຊິແມ່ນຜູ້ໃຊ້ຄອມພິວເຕີໃນລະດັບສູງແລະກຸ່ມນັກທຸລະກິດ, ສ່ວນຜູ້ໃຊ້ທົ່ວໄປ ກໍຍັງໃຊ້ Windows 3.1 ເຊັ່ນເດີມ.
 
Windows NT 3.1 ຢູ່ໃນໄລຍະການສະໜັບສະໜູນຂອງ Microsoft ຈົນເຖິງວັນທີ່ 31 ເດືອນທັນວາ [[ພ.ສ. 2543]].
 
== Windows NT 3.5 ==
 
== Windows 95/98/Me ==
 
== Windows NT ຄອບຄົວ ==
 
== ລຸ້ນຂອງ Windows ທີ່ຖືກຍົກເລີກ ==
* [[ພ.ສ. 2539]] (ຄ.ສ. 1996) - [[Windows Nashville]] (ໝາຍເລກຂອງລຸ້ນ: 4.10.999) ອອກເປັນລຸ້ນສຳລັບທົດສອບລະບົບ, ເຊິ່ງບໍ່ໄດ້ຖືກຈຳໜ່າຍ, ແຕ່ຄວນຈະເປັນລຸ້ນຫຼັງຈາກ Windows 95.
* [[ພ.ສ. 2542]] (ຄ.ສ. 1999) - [[Windows Neptune]] (ໝາຍເລກຂອງລຸ້ນ: NT 5.5.5111) ອອກເປັນລຸ້ນສຳລັບທົດສອບລະບົບ, ເຊິ່ງບໍ່ໄດ້ຖືກຈຳໜ່າຍ, ແຕ່ຄວນຈະເປັນລຸ້ນຫຼັງຈາກ Windows 2000.
 
== ຂໍ້ລູກໂສ້ ==