ການຮ່ວມເພດ: Difference between revisions

Content deleted Content added
ໜ້າໃໝ່: ຮູບ:Example.jpg ການຮ່ວມເພດ ຫຼື ເພດສຳພັນ ໝາຍເຖິງ ການມີຄວາມສຳພັນທາງເພດ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 08:02, 29 ພຶດສະພາ 2012

ການຮ່ວມເພດ ຫຼື ເພດສຳພັນ ໝາຍເຖິງ ການມີຄວາມສຳພັນທາງເພດລະຫວ່າງບຸກຄົນສອງຄົນ ມີຄວາມໝາຍຄວບຄຸມທັງລະຫວ່າງບຸກຄົນຕ່າງເພດ ( ໃຊ້ໃນພາສາອັງກິດແບບເຈາະຈົງກວ່າການຮ່ວມເພດແຍຍນີ້ວ່າ coitus) ແລະ ບຸກຄົນເພດດຽວກັນເພື່ອສະໜອງຄວາມຕ້ອງການທາງເພດຂອງທັງສອງຝ່າຍ ສ່ວນພຶດຕິກຳຂອງສັດຈະເອີ້ນວ່າ: ການປະສົມພັນ ການຮ່ວມເພກ ຫຼື ການປະສົມພັນເປັນກິດຈະກຳປົກກະຕິຂອງສັດທີ່ສືບພັນໂດຍອາໄສເພດເປັນກິດຈະກຳທີ່ເລີ່ມຕົ້ນການປະຕິສົນທິເພື່ອໃຫ້ກຳເນີດຊີວິດໃໝ່

ການຮ່ວມເພດລະຫວ່າງຊາຍກັບຍິງເກີດຂື້ນເມື່ອອະໄວຍະວະສືບພັນຊາຍເຂົ້າໄປໃນອະໄວຍະວະສືບພັນຍິງ ການສຽດສີລະຫວ່າງອະໄວຍະວະທັງສອງນຳໄປສູ່ຈຸດສຸດຍອດ ຝ່າຍຊາຍຈະຫຼັ່ງອະສຸຈິອອກມານອກຮ່າງກາຍ ຫາກອະສຸຈິເຂົ້າໄປໃນຊ່ອງຄອດຂອງຝ່າຍຍິງໃນພາວະທີ່ເໝາະສົມອາດເກີດການປະຕິສົນທິເຮັດໃຫ້ເກີດການຖືພາ

ການຮ່ວມເພດ

ຂໍ້ມູນທາງສະຖິຕິ

ຈາກການສຶກສາຂອງສຳນັກຂ່າວເອບີຊີ ໂດຍເຮັດແບບສຳຫຼວດພົບວ່າຜູ້ຊາຍຄິດເຖິງເລື່ອງການຮ່ວມເພດທຸກມື້ 70% ສ່ວນຜູ້ຍິງ 34% ຈຳນວນສະເລ່ຍຄູ່ນອນຕະຫຼອດຊີວິດຂອງຜູ້ຊາຍແມ່ຍ 20 ຄົນ ສ່ວນຜູ້ຍິງແມ່ນ 6 ຄົນ ຮ່ວມທັງສອງເພດແມ່ນ 13 ຄົນ ການເຂົ້າໄປເບິ່ງເວບໄຊ໌ລາມົກອະນາຈານຂອງຜູ້ຊາຍແມ່ນ 34% ຜູ້ຍິງແມ່ນ 10% ອາຍຸສະເລ່ຍຂອງການມີເພດສຳພັນຄັ້ງທຳອິດຂອງທັງສອງຝ່າຍແມ່ນ 16 ປີ