Endogenous growth model: Difference between revisions

Content deleted Content added
Endogenous growth model
Endogenous growth
ແຖວ 1:
ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ (ຂຽນເປັນພາສາອັງກິດວ່າ: Endogenous growth theory) ຖືວ່າ ໃນເບື້ອງຕົ້ນ ການຂະຫຍາຍຕົວທາງເສດຖະກິດເກີດຂຶ້ນ ຍ້ອນຜູ້ຜະລິດສິນຄ້າເປັນຜູ້ໃຫ້ທຶນ ແລະ ບໍ່ໄດ້ເກີດຈາກແຮງຢູ້ຈາກພາຍນອກ.[1] ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຖືວ່າ ການລົງທຶນດ້ານຊັບພະຍາກອນມະນຸດ, ຫົວຄິດປະດິດສ້າງ ແລະ ຄວາມຮູ້ ເປັນສິ່ງປະກອບສ່ວນທີ່ສຳຄັນ ຕໍ່ການຂະຫຍາຍຕົວທາງເສດຖະກິດ. ທິດສະດີດັ່ງກ່າວ ຍັງສຸມໃສ່ຜົນກະທົບພາຍນອກດ້ານບວກ ແລະ ຜົນກະທົບພາຍນອກດ້ານລົບ ຂອງເສດຖະກິດພູມປັນຍາ ເຊ່ິງສົ່ງຜົນຕໍ່ການພັດທະນາເສດຖະກິດ. ການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຍັງຖືວ່າ ມາດຕະການທາງນະໂຍບາຍ ມີຜົນກະທົບຕໍ່ອັດຕາການການຂະຫຍາຍຕົວທາງເສດຖະກິດໃນໄລຍະຍາວ ຕົວຢ່າງ: ການໃຫ້ເງິນສະຫນັບສະຫນູນເພື່ອ ການຄົ້ນຄວ້າວິໄຈ ແລະ ການພັດທະນາ ແລະ ການສຶກສາ ຈະຊ່ວຍເພີ່ມອັດຕາການຂະຫຍາຍຕົວທາງເສດຖະກິດ ໃນຕົວແບບການຂະຫຍາຍຕົວທາງເສດຖະກິດດ້ວຍທຶນພາຍໃນ ຈຳນວນຫນຶ່ງ ໂດຍການເພີ່ມແຮງຈູງໄຈ ສຳລັບ ຫົວຄິດປະດິດສ້າງ.
ທິດສະດີການຂະຫຍາຍຕົວຈາກຂ້າງນອກ ຖືວ່າການຂະຫຍາຍຕົວດ້ານເສດຖະກິດນັ້ນ ເບື້ອງຕົ້ນແມ່ນໄດ້ມາຈາກຜົນຂອງກ້ອນກຳລັງຈາກຂ້າງນອກ ບໍ່ແມ່ນແຮງຢູ້ຈາກຂ້າງນອກ. [1] ທິດສະດີການຂະຫຍາຍຕົວຈາກຂ້າງນອກ ຖືວ່າ ການລົງທຶນເຂົ້າໃນ ທຶນຄົນ, ຫົວຄິດປະດິດສ້າງ ແລະ ຄວາມຮູ້ ແມ່ນສິ່ງປະກອບສ່ວນອັນສຳຄັນ ໃຫ້ແກ່ການຂະຫຍາຍຕົວດ້ານເສດຖະກິດ. ທິດສະດີດັ່ງກ່າວ ຍັງສຸມໃສ່ຜົນກະທົບທາງບວກ ຂອງແຮງຢູ້ຈາກຂ້າງນອກ ແລະ ການຮົ່ວໄຫລ ຂອງເສດຖະກິດພູມປັນຍາ ເຊິ່ງຈະກ້າວໄປສູ່ການພັດທະນາເສດຖະກິດ. ນອກຈາກນັ້ນ, ທິດສະດີດັ່ງກ່າວ ຍັງຖືອີກວ່າ ມາດຕະການດ້ານນະໂຍບາຍ ສາມາດມີຜົນກະທົບຕໍ່ກັບອັດຕາການຂະຫຍາຍຕົວໄລຍະຍາວ ຂອງເສດຖະກິດ. ຕົວຢ່າງ: ການໃຫ້ເງິນສະຫນັບສະຫນູນ ເພື່ອການຄົ້ນຄວ້າວິໄຈ ແລະ ການພັດທະນາ ຫລື ການສຶກສາ ຈະຊ່ວຍເພີ່ມອັດຕາການຂະຫຍາຍຕົວ ໃນຕົວແບບການຂະຫຍາຍຕົວຈຳນວນຫນຶ່ງ ໂດຍການເພີ່ມແຮງຈູງໃຈໃນການປະດິດສ້າງ.
 
ນິຍາມ ຕົວແປແບບດຸນດ່ຽງ (ຂຽນເປັນພາສາອັງກິດວ່າ: Endogenous Variable)
ການຈຳແນກຕົວແປໃດຫນຶ່ງທີ່ໄດ້ຈາກຕົວແບບທາງສະຖິຕິ ທີ່ຖືກອະທິບາຍຈາກຄວາມສຳພັນ ລະຫວ່າງຕຳລາໃນຕົວແບບ ຕົວຢ່າງ: ລາຄາດຸນດ່ຽງຂອງສິນຄ້າໃນຕົວແບບເບື້ອງການສະຫນອງ ແລະ ເບື້ອງຄວາມຕ້ອງການ ມີຄວາມດຸ່ນດ່ຽງກັນ ຫລື ມີຄ່າເທົ່າທຽມກັນ ຍ້ອນວ່າມັນເປັນຄ່າທີ່ຜູ້ຜະລິດເປັນຜູ້ກຳນົດ ເພື່ອຕອບສະຫນອງຄວາມຕ້ອງການຂອງຜູ້ຊົມໃຊ້. ເຊິ່ງມັນເປັນຕົວແປທີ່ມີຄວາມຫມາຍກົງກັນຂ້າມກັບ ຕົວແປພາຍນອກ (exogenous variable)
 
ຄວາມຫມາຍຂອງການດຸ່ນດ່ຽງ (equilibrium) ແມ່ນເງື່ອນໄຂຂອງລະບົບໃດຫນຶ່ງ ທີ່ຕົວອິດທິພົນທັງຫມົດ ດຸ່ນດ່ຽງກັນ
ອ່ານເພີ່ມເຕີມ: http://www.investopedia.com/terms/e/endogenous-variable.asp#ixzz1ukrNHanM
 
ຮຽບຮຽບໂດຍ: ດຣ. ທອງສັມລິດ ອ່ອນມະນີສອນ
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/Endogenous_growth_model"