ດາວສະເດັດ: Difference between revisions

Content deleted Content added
ໜ້າໃໝ່: ຈາກການຄົ້ນຄ້ວາເບິ່ງດາວສະເດັດໂດຍທົ່ວໆໄປ ເພິ່ນໄດ້ຈັດແບ່ງດາວສະ...
 
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

Latest revision as of 08:01, 13 ທັນວາ 2011

ຈາກການຄົ້ນຄ້ວາເບິ່ງດາວສະເດັດໂດຍທົ່ວໆໄປ ເພິ່ນໄດ້ຈັດແບ່ງດາວສະເດັດອອກເປັນສາມປະເພດ ໃຫຍ່ໆ ແລະແຕ່ລະປະເພດກໍປະກອບດ້ວຍຫຼາຍຊະນິດດັ່ງນີ້ຄື:

1.ດາວສະເດັດທີ່ເປັນທາດເຫຼັກ Iron-meteorite. ດາວສະເດັດໝວດນີ້ມີສ່ວນປະກອບດ້ວຍ ທາດເຫຼັກ ແລະນິກເກັນຫຼອມປົນກັນຊຶ່ງມີສ່ວນປະກອບຂອງ ກາມາໄຊ Kamacite ແລະ ຕາເອໄນ Taenite ຊຶ່ງເປັນສ່ວນປະກອບທີ່ສຳຄັນ ແລະນອກຈາກນີ້ຍັງຈັດແບ່ງອອກເປັນ ອັນຍ່ອຍໆອີກຫຼາຍຊະນິດ.

2.ດາວສະເດັດທີ່ເປັນຫີນ Stone-meteorite ໝວດນີ້ພົບເຫັນເປັນຈຳນວນຫຼວງຫຼາຍກ່ວາໝວດອື່ນໆ, ມັນມີສ່ວນປະກອບຄ້າຍຄືກັນກັບຫີນໃນໂລກພວກເຮົາຊຶ່ງໂດຍທົ່ວໄປແລ້ວຈັດອອກເປັນ ສອງໝວດເຊັ່ນ: ໝວດຊົນໄດຣ chondrites ແລະໝວດ ອາຊົນໄດຣ achondrites. ໝວດຊົນໄດຣປະກອບດ້ວຍທາດ ວັດຖຸທີ່ເອີ້ນວ່າ ຊົນດຣູນ chondrules ສ່ວນໝວດ ອາຊົນໄດຣ ບໍ່ມີທາດວັດຖຸ ຊົນດຣູນປະກອບຢູ່ນຳ

3.ດາວສະເດັດເປັນຫີນ-ເຫຼັກ Stony-Irons meteorite ດາວສະເດັດໝວດນີ້ ມີສ່ວນປະກອບທີ່ ກ້ຳເກິ່ງກັນ ຂອງທາດເຫຼັກ ແລະນິກແກນລະລາຍເຂົ້າກັນ ແລະມີແຮ່ຊີລີກາ. ຕາມສິ່ງປະກອບ ສ້າງໝວດດັ່ງກ່າວນີ້ ຍັງຈັດແບ່ງອອກເປັນສອງໝວດຍ່ອຍອີກຄື: ໝວດ ປານລາໄຊ Pallasite ຊຶ່ງມີແຮ່ໂອລີວິນເປັນສ່ວນ ປະກອບ ແລະຖືກຫຸ້ມອ້ອມດ້ວຍໂຄງສ້າງຂອງນິກແກນ-ເຫຼັກ. ໝວດ ເມໂຊໄຊເດໄຣ Mesosiderites ປະກອບດ້ວຍແຮ່ ປຼາຊີໂອກຼາດ ແລະແຮ່ ພາຍຣອກເຊັນນີ Plagioclase & pyroxene ເປັນສ່ວນໃຫຍ່.

ຖອນມາຈາກ "http://lo.wikipedia.org/w/index.php?title=%E0%BA%AA%E0%BA%B0%E0%BB%80%E0%BA%81%E0%BA%B1%E0%BA%94%E0%BA%94%E0%BA%B2%E0%BA%A7&oldid=35995"