ແຂວງຄຳມ່ວນ: Difference between revisions

Content deleted Content added
No edit summary
ແຖວ 12:
'''ຄຳມ່ວນ''' ({{lang-en|Khammouan}}) ເປັນແຂວງໜຶ່ງຂອງ[[ປະເທດລາວ]]ທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕະເວັນຕົກຕິດກັບ[[ປະເທດໄທ]] ແລະ ທິດຕະເວັນອອກຕິດກັບ[[ປະເທດຫວຽດນາມ]], ທິດເໜືອຕິດກັບ[[ແຂວງບໍລິຄຳໄຊ]] ແລະ ທິດໃຕ້ຕິດກັບ[[ແຂວງສະຫວັນນະເຂດ]]. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ
ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງ[[ພູພຽງນາກາຍ]] ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.
== ປະຫວັດສາດ ==
== ປະຫວັດແຂວງຄຳມ່ວນ ==
ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ [[ອານາຈັກຟູນັນ]] ແລະ [[ອານາຈັກເຈນລະ]](ຂອມ) ເປັນທີ່ຮູ້ຈັກກັນໃນນາມ [[ເມືອງສີໂຄດຕະບູນ]] ຫຼື [[ສີໂຄຕະປູຣະ]]. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈະບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.