ພາສາໄທລື້: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
'''ພາສາໄທລື້''' (ໄທລື້: ໄຕ; [[ພາສາຈີນ]]:傣仂语; ພິງອິງ: Dǎilèyǔ; ຫວຽດນາມ: Lự ຫຼື Lữ) ຢູ່ໃນ[[ຕະກູນພາສາໄທ-ກະໄດ]] ມີຄຳສັບ ແລະ ການຮຽງຄຳສັບຄ້າຍພາສາລາວ ແລະ ພາສາໄທອື່ນໆ. ຜູ້ເວົ້າພາສາໄທລື້ ເອຶ້ນວ່າ ຊາວໄທລື້ ຫຼື ຊາວລື້ ພາສາໄທລື້ມີຜູ້ເວົ້າໃນອາຊີຕາເວັນອອກສຽງໃຕ້ ປະມານ 670,000 ຄົນ ໂດຍມີຈຳນວນຜູ້ເວົ້າໃນປະເທດຈີນ 250,000 ຄົນ ໃນພະມ້າ 200,000 ຄົນ ໃນໄທ 134,000 ຄົນ ແລະ ຫວຽດນາມ 5,000 ຄົນ
== ອິດທິພົນ ==
ຄຳເວົ້າພາສາ ຂອງຊາວລື້ໄດ້ຮັບອິດທິພົນຂອງ [[ຈີນ]] ແລະ [[ພະມ້າ]] ຫລາຍກວ່າ [[ລ້ານນາ]] ຈຶ່ງມີສຸພາສິດຂອງຊາວລື້ວ່າ "ມີມ່ານເປັນປໍ່ ມີຫໍ້ເປັນແມ່" ເຊັ່ນຄຳວ່າ ເຊີ່ ໃນ [[ພາສາຈີນ]] ແປວ່າ ເຈົ້າ ພາສາໄທລື້ ມີຄວາມຫມາຍຢ່າງດຽວກັນ ໃນສ່ວນຂອງລ້ານນານັ້ນ ອິດທິພົນ ພາສາລື້ ແລະ ວັດທະນະທຳ ເຫັນຈະແຈ້ງທີ່ສຸດຄື ລຳພູນ ແລະ ນ່ານ ເພາະສຳນຽງພາສາບ່ອນນັ້ນສ່ວນໃຫຍ່ ຄຳລ້ານນາບາງຄຳໄດ້ສູນຫາຍໄປ ຄຳສັບພາສາລື້ ມາແທນ ຂ້ອນຂ້າງຫລາຍ ເພາະປະຊາກອນຂອງຊາວໄທລື້ມີຢູ່ຫລາຍ ກວ່າຄົນເມືອງ
 
 
[[ໄຟລ໌: ຕົວຫນັງສືໄທລື້. jpg|thumb|left |ຕົວຫນັງສືໄທລື້]]
== ລະບົບສຽງ ==
ສະພາສາໄທລື້ ມີ '''ອະ ອາ ອິ ອີ ເອ ໂອ''' ຊຶ່ງຫາກນຳສຽງສະເຫລົ່ານີ້ມາຜັນແລ້ວຈະໄດ້ສຳນຽງຄຳສະເພາະຂຶ້ນມາ
 
ພາສາໄທລື້ (ປຽບທຽບການຜັນອັກສອນຕາມພາສາລາວ)
 
* ບໍ່ມີສະຫຼະເອີຍ ສະນັ້ນຈະອອກສຽງ ສະຫຼະ ເອ ແທນ ເຊັ່ນ ເຍ (ສາງເຂົ້າຂະໜາດໃຫຍ່ທີ່ມີຫລັງຄາມຸງ) ເມ (ເມຍ) ເຕ (ຮື້ຖອນ) ເສ (ເສຍ ໃຊ້ກັບງານທີ່ກ່ຽວກັບຜີ) ເບ (ເບຍ) ເມ່ງ (ມ່ຽງ) ເຈງໃໝ່ (ຊຽງໃໝ)
* ບໍ່ມີສະຫຼະ ອົວ ສະນັ້ນຈະອອກສຽງ ສະຫຼະ ໂອ ແທນ ເຊັ່ນ ໂຂ (ຂົວ) ໂງ (ງົວ) ໂກ (ຢ້ານ) ໂຫ (ຫົວ) ໂຕ (ຕົວ) ໂຄ (ກ.) ລ້າງເຮັດຄວາມສະອາດ (ນ.) ເຄື່ອງນຸ່ງ)
* ບໍ່ມີສະຫຼະ ອົວະ ສະນັ້ນຈະອອກສຽງ ສະຫຼະ ໂອະ ແທນ ເຊັ່ນ ໂລະ (ແນມຫາ) ໂຫລະ (ເສຍ ຫລື ພັງ) ໂກະ (ຖາດຮອງອາຫານ) ໂຕະ (ຫລອກ ຫລື ຕົວະ) ໂສະ (ປະສົມປົນກັນ)
* ບໍ່ມີສະຫຼະ ອຽກ ສະນັ້ນຈະອອກສຽງ ສະຫຼະ ເອະ ແທນ ເຍະ (ເຮັດ) ເປະ (ປຽກ)
* ບໍ່ມີສຽງສະຫຼະ ເອືອະ ສະນັ້ນຈະອອກສຽງ ສະຫຼະ ເອີ ແທນ ເຊັ່ນ ເມີ (ໄປ) ເກີ ((ກ.) ໃຫ້ອາຫານສັດ, (ນ.) ເກືອ) ເສີ (ເສືອ)
* ບໍ່ມີສຽງສະຫຼະ ເອືອ ສະນັ້ນຈະອອກສຽງ ສະຫຼະ ເອີ ແທນ ເຊັ່ນ ເມີງ (ເມືອງ)
* ອ່ານສຽງໄມ້ກັນ ເປັນສຽງ ສະຫຼະ ແອ ເຊັ່ນ ຄຳວ່າ ຕັນ (ທັນ) ອອກສຽງວ່າ ແຕັນ, ໝາກແຕັນ (ກະທັນ)
 
ໝາຍເຫດ (ນ. ຄື ຄຳນາມ ກ. ຄື ຄຳກິຣິຍາ)
 
ສຳນຽງຈະສູງຕ່ຳກັນໄປ ບາງຄຳຫາກຟັງສຳນຽງ ຄຳຄຳດຽວ ກັນແຕ່ ອອກສຽງຕ່າງກັນນິດດຽວ ຄວາມຫມາຍຈະປ່ຽນໄປທັນທີ ຊຶ່ງສຳນຽງການຜັນຈະຕ່າງກັນນິດດຽວ ເພາະໄທລື້ ມັກເວົ້າໄວ ແລະ ຕັດປະໂຍກຄຳໃຫ້ສັ້ນລົງ ເຊັ່ນ ຄຳວ່າ ເມີ ແປວ່າ ໄປ, ບະເມີ (ບ ຄວບກັບຄຳວ່າເມີ ອອກສຽງສັ້ນຄຶ່ງສຽງ) ແປວ່າ ບໍ່ໄປ , ໄດ່ (ໄດ້) ບະໄດ່ (ບໍ່ໄດ້) ອອກສຽງ ບ່ະ ຄຶ່ງສຽງ ຄວບກັບຄຳວ່າ ໄດ່
 
== ສຳນຽງ ==
ພາສາໄທລື້ໃນຕະກູນເຜົ່າໄທລື້ທັງ 5 ເຜົ່າ ນັ້ນແບ່ງສຳນຽງພາສາ ການເວົ້າອອກເປັນສອງກຸ່ມໃຫຍ່ ໂດຍອາໄສສະພາບທາງພູມສາດຂອງ [[ແມ່ນ້ຳຂອງ|ແມ່ນ້ຳລ້ານຊ້າງ]] ເປັນຕົວແບ່ງ ສຳນຽງທຳອິດຄື ສຳນຽງຊຽງຮຸ່ງ ແລະ ສຳນຽງເມືອງລ້າ
1. ສຳນຽງ [[ຊຽງຮຸ່ງ]] ຫລືເວົ້າອີກຢ່າງໜຶ່ງຄື ສຳນຽງ [[ຄົນຍອງ]] ຖືວ່າເປັນສຳນຽງພາສາກາງ ຂອງຊາວໄທລື້ ຄືເປັນພາສາຂອງຊາວຊຽງຮຸ່ງ ເປັນສຳນຽງທີ່ເວົ້າຊ້າ ແລະ ຟັງເບິ່ງສຸພາບ ມັກມີຄຳວ່າ "ເຈົ້າ" ຕໍ່ທ້າຍເໝືອນຄົນລ້ານນາ ສຳນຽງນີ້ເປັນສຳນຽງທີ່ໃຊ້ໃນບໍລິເວນ [[ສິບສອງປັນນາ]] ຕອນກາງ ແລະ ຕະເວັນຕົກຂອງສິບສອງປັນນາ ຄອບຄຸມເຖິງ [[ລັດສານ]] [[ປະເທດພະມ່າ]] ປະກອບດ້ວຍ ([[ເມືອງຍອງ]], [[ເມືອງຫລວຍ]], [[ເມືອງຍູ້]], [[ເມືອງຊຽງລາບ]], [[ເມືອງເລນ]], [[ເມືອງພະຍາກ]] ແລະ [[ເມືອງໄຮ]]) ເລີຍມາເຖິງປະເທດລາວແຖບເມືອງສິງ ຊຽງທອງ, ຊຽງແຂງ, ວຽງພູຄາ, [[ແຂວງບໍ່ແກ້ວ|ບໍ່ແກ້ວ]], [[ແຂວງໄຊຍະບູລີ|ໄຊຍະບູລີ]], ຊຽງຮ່ອນ, ຊຽງລົມ ແລະ ຫົງສາ ໂດຍມີສຳນຽງຈະອອກກາງໆ ການຜັນສຳນຽງສຽງ ຈະຢູ່ໃນລະດັບກາງໆ ຂຶ້ນໆ ລົງໆ ຄ່ອນຂ້າງນ້ອຍ ແຕ່ມັກຕັດຄຳເວົ້າຄວບກັນໃຫ້ສັ້ນລົງ ແລະ ມັກເອື້ອນສຽງເວົ້າ ຫລືລາກສຽງຍາວ ພາສາຊາວໄທລື້ກຸ່ມນີ້ເວົ້າກັນຫລາຍໃນ [[ແຂວງລຳພູນ]] [[ຊຽງໃໝ່]] [[ລຳປາງ]] [[ແພ່]] [[ຊຽງຣາຍ]] [[ນ່ານ]] (ນັບແຕ່ [[ຕາແສງຍົມ]] [[ອຳເພີທ່າວັງຜາ]], [[ອຳເພີປົວ]] ຂຶ້ນໄປຈົນເຖິງເມືອງເງີນ ແລະ [[ຫລວງພະບາງ]], [[ເມືອງສິງ]] ຂອງ [[ປະເທດລາວ]])
 
2. ສຳນຽງພາສາໄທລື້ກຸ່ມເມືອງລ້າ ໄດ້ຮັບອິດທິພົນສຳນຽງມາຈາກ [[ພາສາລາວ]] ຫລື [[ພາສາພວນ]] ມາຄ່ອນຂ້າງຫລາຍ ສຳນຽງການເວົ້າອອກໄປທາງພາສາລາວ ການຜັນສຳນຽງຂຶ້ນລົງຄ່ອນຂ້າງໄວ ແຕ່ຕ່າງກັນທີ່ສຳນຽງເວົ້າຍັງຄົງເປັນພາສາລື້ ທີ່ບໍ່ມີ ສະຫຼະ ອົວ ອົວະ ເອຍ ສຳນຽງການເວົ້ານີ້ຈະເວົ້າໃນກຸ່ມຂອງຊາວໄທລື້ [[ເມືອງຫລ້າ]] [[ເມືອງພົງ]] [[ເມືອງມາງ]] [[ເມືອງຊຽງບານ]] ໂດຍໃນປະເທດໄທ ພາສາກຸ່ມນີ້ຈະເວົ້າໃນ [[ອຳເພີຊຽງມ່ວນ]] [[ອຳເພີຊຽງຄຳ]] [[ແຂວງພະເຍົາ]], [[ອຳເພີສອງແຄວ]] [[ອຳເພີທ່າວັງຜາ]] (ສະເພາະ [[ຕາແສງປ່າຄາ]] ແລະ [[ຕາແສງຍອດ]] ອຳເພີສອງແຄວ) [[ແຂວງໜ້ານ]])
 
ນອກຈາກນີ້ຄຳບາງຄຳໃນພາສາໄທລື້ຍັງແຕກຕ່າງກັນໄປຕາມສະພາບຂອງພູມສາດ ແລະອິດທິພົນຂອງພາສາກຸ່ມທີ່ໃກ້ຄຽງ.
 
[[ໝວດ:ພາສາ|ທ]]
[[ໝວດ:ກຸ່ມພາສາໄທ-ກະໄດ|ທ]]
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ພາສາໄທລື້"