ວັດສີສະເກດ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
ວັດສີສະເກດ ສ້າງຂຶ້ນເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ ເຊິ່ງຕັ້ງຢູ່ນະຄອນຫລວງວຽງຈັນທິດໃຕ້ຕິດກັບກຳ ແພງຂອງຫໍຄຳ ຫລື ສຳນັກງານປະທານປະເທດແຫ່ງ ສປປ ລາວ.
ຕາມເອກະສານຮິບໂຮມຂອງອາຈານສັງທອງ ສຸວັນນະລັງສີ ປີ 2004 ວ່າ ວັດສີສະເກດໄດ້ສ້າງຕັ້ງຂຶ້ນວັນພະຫັດອອກໃຫມ່ 9 ຄ່ຳ ເດືອນ 3 ປີ ພສ 2361 (ຄສ 1818) ໂດຍແມ່ນພະເຈົ້າອະນຸວົງກະສັດອົງສຸດທ້າຍແຫ່ງລາຊະວົງລ້ານຊ້າງວຽງຈັນເປັນຜູ້ນຳພາປະຊາ ຊົນລາວ ສ້າງຕັ້ງຂຶ້ນ ເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ.
 
ວັດສີສະເກດ ເປັນວັດທີ່ສຳຄັນ ແລະ ເກົ່າແກ່ຢູ່ໃນນະຄອນຫລວງວຽງຈັນ ເຊິ່ງເປັນວັດທີ່ຕົກຢູ່ໃນສະໄຫມເສິກສົງຄາມຕ່າງດ້າວ ທີ່ ເຂົ້າມາຮຸກຮານອານາຈັກລ້ານຊ້າງວຽງຈັນ ແລະ ມີວັດດຽວ ເທົ່ານັ້ນທີ່ບໍ່ຖືກທຳລາຍ. ຫມາຍຄວາມວ່າວັດດັ່ງກ່າວຍັງຮັກສາໄດ້ຮູບເດີມ ແຕ່ຕອນສະໄຫມກໍ່ສ້າງພຸ້ນຫາກນັກທ່ອງທ່ຽວສົນໃຈສິ່ງທີ່ເກົ່າໆ ແລະ ຮູບຊົງໃນສະໄຫມລ້ານຊ້າງ ນັ້ນກໍ່ສາມາດເຂົ້າໄປທ່ຽວຊົມ ແລະ ສຶກສາເບິ່ງຄວາມເກົ່າແກ່ຂອງວັດ, ສຶກສາກ່ຽວກັບປະຫວັດຄວາມເປັນມາ ແລະ ຄຳພີຕ່າງໆຢູ່ໃນວັດດັ່ງກ່າວ.ວັດສີສະເກດ ສ້າງສຳເລັດ ໃນປີ ຄສ 1824 ພະເຈົ້າອະນຸວົງ ກໍ່ໄດ້ນຳພາປະຊາຊົນລາວ ແລະ ພຸດທະສາສະຫນາທັງຫລາຍບຳ ເພັນກຸສົນທຳການສະເຫລີມສະຫລອງຢ່າງເປັນທາງການ ແລະ ໄດ້ເປີດບໍລິການໃຫ້ມວນຊົນຕະຫລອດ 9 ມື້ 9 ຄືນ.
ຕາມເອກະສານຮິບໂຮມຂອງອາຈານສັງທອງ ສຸວັນນະລັງສີ ປີ 2004 ວ່າ ວັດສີສະເກດໄດ້ສ້າງຕັ້ງຂຶ້ນວັນພະຫັດອອກໃຫມ່ 9 ຄ່ຳ ເດືອນ 3 ປີ ພສ 2361 (ຄສ 1818) ໂດຍແມ່ນພະເຈົ້າອະນຸວົງກະສັດອົງສຸດທ້າຍແຫ່ງລາຊະວົງລ້ານຊ້າງວຽງຈັນເປັນຜູ້ນຳພາປະຊາ ຊົນລາວ ສ້າງຕັ້ງຂຶ້ນ ເພື່ອເປັນມູນລະສັດທາຝາກໄວ້ໃນພະພຸດທະສາສະຫນາ.
ທ່ານ ອາຈານ ສັງທອງ ໄດ້ຮິບໂຮມໄວ້ວ່າ: ສິ່ງທີ່ໄດ້ສ້າງໄວ້ ພ້ອມກັບວັດສີສະເກດນີ້ມີຫໍໄຕປີດົກ ແລະ ອື່ນໆອີກຫລາຍຢ່າງ ແຕ່ ໄດ້ສູນເສຍໄປຫມົດແລ້ວ. ສຳລັບຢູ່ໃນບໍລິເວນຫໍພິພິທະພັນສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງ 4 ດ້ານ, ແຕ່ລະດ້ານມີພະພຸດທະ ຮູບນ້ອຍຢູ່ຕາມຝາຜະຫນັງທີ່ເຮັດດ້ວຍດິນເຜົາ, ໄມ້ ແລະ ເກສອນດອກໄມ້ ລວມທັງຫມົດມີ 6.840 ອົງ, ຢູ່ດ້ານເທິງເຮັດດ້ວຍປະທາຍ ເພັດ ມີຈຳນວນ 120 ອົງ ທີ່ເຮັດດ້ວຍແມ່ພິມດຽວກັນ.ສ່ວນພະພຸດທະຮູບປະທານອົງໃຫຍ່ຢູ່ຂ້າງອຸໂບສົດ ຖືວ່າເປັນພະພຸດທະຮູບອົງສັກສິດ ແລະ ສຳຄັນຢູ່ໃນຫໍພິພິທະພັນແຫ່ງນີ້ ນອກ ນັ້ນ ຍັງມີພະພຸດທະຮູບທອງຫລໍ່ 2 ອົງປາງຫ້າມຍາດຢືນຢູ່ທາງກ້ຳຂວາ ແລະກ້ຳຊ້າຍມືຂອງປະທານອົງໃຫຍ່ເຊິ່ງສົມເດັດເຈົ້າອະນຸວົງ ໄດ້ສ້າງໄວ້ເທົ່າກັບເລົາຄີງຂອງພະອົງເອງ, ເປັນພະພຸດທະຮູບທີ່ມີສິລະປະສ້າງຂຶ້ນ ໃນທ້າຍສະຕະວັດທີ 19 ແລະ ພະພຸດທະຮູບອົງ ນ້ອຍທີ່ຢູ່ໃນຊ້ອງກຸດຝາຜະຫນັງສິມ ມີທັງຫມົດ 2.052 ອົງ ເຮັດດ້ວຍເງິນບຸ 276 ອົງ; ພະພຸດທະຮູບເຫລົ່ານີ້ ໃນເມື່ອກ່ອນແມ່ນຫລໍ່ ປັ້ນດ້ວຍດິນເຜົາຟອກດ້ວຍນ້ຳຄຳປິວ, ແຕ່ຕໍ່ມາໄລຍະຫນຶ່ງກໍ່ໄດ້ຖືກເສຍຫາຍ, ຊຸດໂຊມ ແລະ ເປື່ອຍເພໄປຈຳນວນຫນຶ່ງຍ້ອນໄພທຳມະ ຊາດດິນຟ້າອາກາດ ແລະ ຖືກສົງຄາມທຳລາຍເຖິງຢ່າງໃດກໍ່ຕາມປະຊາຊົນລາວ ທີ່ເຊື່ອຖືພະພຸດທະສາສະຫນາກໍ່ໄດ້ພາກັນໃສ່ແທນຄືນ ໄວ້ຄືເກົ່າ.
 
ພະພຸດທະຮູບ ຈຳນວນຫລວງຫລາຍເຫລົ່ານີ້ແມ່ນຫມາຍເຖິງ ສິດສານຸສິດ ຫລື ວ່າສາວົກຂອງພະພຸດທະເຈົ້າຕາມພຸດທະປະຫວັດ ໄດ້ກ່າວໄວ້ວ່າເວລາພະພຸດທະເຈົ້າສະເດັດໄປປະທັບຢູ່ແຫ່ງຫົນໃດສາວົກ ແລະ ບໍລິວານຕ້ອງຕິດຕາມເພື່ອຟັງໂອວາດທຳມະຄຳສັ່ງສອນ ຂອງພະອົງບໍ່ໄດ້ຂາດ.ທີ່ຫໍພິພິທະພັນສີສະເກດມີພະພຸດທະຮູບຫລາຍຍຸກຫລາຍສະໄຫມທີ່ແຕກຕ່າງກັນເຊັ່ນ ພະພຸດທະຮູບທີ່ເຮັດດ້ວຍທອງສຳລິດ, ຫີນ, ໄມ້, ພະປະທາຍເພັດ; ພະພຸດທະຮູບທີ່ຕິດຕັ້ງວາງຢູ່ຖ້ານລຸ່ມນັ້ນແມ່ນໄດ້ເກັບທ້ອນໂຮມມາຈາກສະຖານທີ່ຕ່າງໆ ພາຍໃນເຂດນະຄອນ ຫລວງວຽງຈັນ.
ວັດສີສະເກດ ເປັນວັດທີ່ສຳຄັນ ແລະ ເກົ່າແກ່ຢູ່ໃນນະຄອນຫລວງວຽງຈັນ ເຊິ່ງເປັນວັດທີ່ຕົກຢູ່ໃນສະໄຫມເສິກສົງຄາມຕ່າງດ້າວ ທີ່ ເຂົ້າມາຮຸກຮານອານາຈັກລ້ານຊ້າງວຽງຈັນ ແລະ ມີວັດດຽວ ເທົ່ານັ້ນທີ່ບໍ່ຖືກທຳລາຍ. ຫມາຍຄວາມວ່າວັດດັ່ງກ່າວຍັງຮັກສາໄດ້ຮູບເດີມ ແຕ່ຕອນສະໄຫມກໍ່ສ້າງພຸ້ນຫາກນັກທ່ອງທ່ຽວສົນໃຈສິ່ງທີ່ເກົ່າໆ ແລະ ຮູບຊົງໃນສະໄຫມລ້ານຊ້າງ ນັ້ນກໍ່ສາມາດເຂົ້າໄປທ່ຽວຊົມ ແລະ ສຶກສາເບິ່ງຄວາມເກົ່າແກ່ຂອງວັດ, ສຶກສາກ່ຽວກັບປະຫວັດຄວາມເປັນມາ ແລະ ຄຳພີຕ່າງໆຢູ່ໃນວັດດັ່ງກ່າວ.
 
ວັດສີສະເກດ ສ້າງສຳເລັດ ໃນປີ ຄສ 1824 ພະເຈົ້າອະນຸວົງ ກໍ່ໄດ້ນຳພາປະຊາຊົນລາວ ແລະ ພຸດທະສາສະຫນາທັງຫລາຍບຳ ເພັນກຸສົນທຳການສະເຫລີມສະຫລອງຢ່າງເປັນທາງການ ແລະ ໄດ້ເປີດບໍລິການໃຫ້ມວນຊົນຕະຫລອດ 9 ມື້ 9 ຄືນ.
 
ທ່ານ ອາຈານ ສັງທອງ ໄດ້ຮິບໂຮມໄວ້ວ່າ: ສິ່ງທີ່ໄດ້ສ້າງໄວ້ ພ້ອມກັບວັດສີສະເກດນີ້ມີຫໍໄຕປີດົກ ແລະ ອື່ນໆອີກຫລາຍຢ່າງ ແຕ່ ໄດ້ສູນເສຍໄປຫມົດແລ້ວ. ສຳລັບຢູ່ໃນບໍລິເວນຫໍພິພິທະພັນສີສະເກດນັ້ນ ມີກົມມະລຽນອ້ອມຮອບທັງ 4 ດ້ານ, ແຕ່ລະດ້ານມີພະພຸດທະ ຮູບນ້ອຍຢູ່ຕາມຝາຜະຫນັງທີ່ເຮັດດ້ວຍດິນເຜົາ, ໄມ້ ແລະ ເກສອນດອກໄມ້ ລວມທັງຫມົດມີ 6.840 ອົງ, ຢູ່ດ້ານເທິງເຮັດດ້ວຍປະທາຍ ເພັດ ມີຈຳນວນ 120 ອົງ ທີ່ເຮັດດ້ວຍແມ່ພິມດຽວກັນ.
 
ສ່ວນພະພຸດທະຮູບປະທານອົງໃຫຍ່ຢູ່ຂ້າງອຸໂບສົດ ຖືວ່າເປັນພະພຸດທະຮູບອົງສັກສິດ ແລະ ສຳຄັນຢູ່ໃນຫໍພິພິທະພັນແຫ່ງນີ້ ນອກ ນັ້ນ ຍັງມີພະພຸດທະຮູບທອງຫລໍ່ 2 ອົງປາງຫ້າມຍາດຢືນຢູ່ທາງກ້ຳຂວາ ແລະກ້ຳຊ້າຍມືຂອງປະທານອົງໃຫຍ່ເຊິ່ງສົມເດັດເຈົ້າອະນຸວົງ ໄດ້ສ້າງໄວ້ເທົ່າກັບເລົາຄີງຂອງພະອົງເອງ, ເປັນພະພຸດທະຮູບທີ່ມີສິລະປະສ້າງຂຶ້ນ ໃນທ້າຍສະຕະວັດທີ 19 ແລະ ພະພຸດທະຮູບອົງ ນ້ອຍທີ່ຢູ່ໃນຊ້ອງກຸດຝາຜະຫນັງສິມ ມີທັງຫມົດ 2.052 ອົງ ເຮັດດ້ວຍເງິນບຸ 276 ອົງ; ພະພຸດທະຮູບເຫລົ່ານີ້ ໃນເມື່ອກ່ອນແມ່ນຫລໍ່ ປັ້ນດ້ວຍດິນເຜົາຟອກດ້ວຍນ້ຳຄຳປິວ, ແຕ່ຕໍ່ມາໄລຍະຫນຶ່ງກໍ່ໄດ້ຖືກເສຍຫາຍ, ຊຸດໂຊມ ແລະ ເປື່ອຍເພໄປຈຳນວນຫນຶ່ງຍ້ອນໄພທຳມະ ຊາດດິນຟ້າອາກາດ ແລະ ຖືກສົງຄາມທຳລາຍເຖິງຢ່າງໃດກໍ່ຕາມປະຊາຊົນລາວ ທີ່ເຊື່ອຖືພະພຸດທະສາສະຫນາກໍ່ໄດ້ພາກັນໃສ່ແທນຄືນ ໄວ້ຄືເກົ່າ.
 
ພະພຸດທະຮູບ ຈຳນວນຫລວງຫລາຍເຫລົ່ານີ້ແມ່ນຫມາຍເຖິງ ສິດສານຸສິດ ຫລື ວ່າສາວົກຂອງພະພຸດທະເຈົ້າຕາມພຸດທະປະຫວັດ ໄດ້ກ່າວໄວ້ວ່າເວລາພະພຸດທະເຈົ້າສະເດັດໄປປະທັບຢູ່ແຫ່ງຫົນໃດສາວົກ ແລະ ບໍລິວານຕ້ອງຕິດຕາມເພື່ອຟັງໂອວາດທຳມະຄຳສັ່ງສອນ ຂອງພະອົງບໍ່ໄດ້ຂາດ.
 
ທີ່ຫໍພິພິທະພັນສີສະເກດມີພະພຸດທະຮູບຫລາຍຍຸກຫລາຍສະໄຫມທີ່ແຕກຕ່າງກັນເຊັ່ນ ພະພຸດທະຮູບທີ່ເຮັດດ້ວຍທອງສຳລິດ, ຫີນ, ໄມ້, ພະປະທາຍເພັດ; ພະພຸດທະຮູບທີ່ຕິດຕັ້ງວາງຢູ່ຖ້ານລຸ່ມນັ້ນແມ່ນໄດ້ເກັບທ້ອນໂຮມມາຈາກສະຖານທີ່ຕ່າງໆ ພາຍໃນເຂດນະຄອນ ຫລວງວຽງຈັນ.