ນົກແກ້ວ: Difference between revisions

Content deleted Content added
No edit summary
No edit summary
ແຖວ 1:
<big>1. ລັກສະນະທົ່ວໄປ.:
ເປັນນົກທີ່ມີສົບແດງໃຫຍ່ ແລະ ສ່ວນໃຫຍ່ມີຂົນສີຂຽວທົ່ວຮ່າງກາຍ ແລະ ປະສົມສີແດງອ່ອນເປັນແຜ່ຢູ່ບາໄຫລ່
ຕີນສີເຫຼືອງ.ສຳລັບໂຕຜູ້ຄໍຈະດຳ ແລະ ມີລັກສະນະສີບົວເປັນວົງຢູ່ກ້ານຄໍ,ສ່ວນໂຕແມ່ເອີກສີຂຽວບໍ່ມີວົງຢູ່ກ້ານຄໍ.
ສຳລັບໂຕທີ່ຍັງນ້ອຍມີລັກສະນະຄືໂຕແມ່ ແຕ່ມີຂົນປົກຫຸ້ມຮ່າງກາຍ ແລະ ສົບມີສີເສົ້າ.
 
 
2. ການກະຈາຍພັນ:
ນົກຊະນິດນີ້ມີຢູ່ພາກກາງ ແລະ ພາກໃຕ້ຂອງລາວ, ໂດຍສະເພາະແຂວງອັດຕາປື ແລະ ການສຳຫລວດທີ່ຜ່ານມາ
ປະກົດມີຢູ່ໃນເຂດປ່າສະຫງວນເຊປຽນ,ຄອນພະເພັງ, ຫ່າງດອນ, ນາກາຍ - ນ້ຳເທີນແລະຫີນຫນາມຫນໍ່ ແຂວງຄຳມວນ.
 
 
3. ຂະໜາດຮູບຮ່າງ:
ຄວາມຍາວ 51 ຊມ (ນັບແຕ່ຫົວເຖິງປາຍຫາງ ຂອງຕົວທີ່ໃຫຍ່ເຕັມທີ່)
 
 
4. ນິເວດວິທະຍາ ແລະ ອຸປະນິໄສ:
ມັກອາໄສຢູ່ປ່າເປີດ ຜັດປ່ຽນໃບ ແລະ ຢູ່ໃກ້ຫ້ວຍນ້ຳຕາມປ່າດົງດີບ, ແຕ່ສ່ວນໃຫຍ່ແລ້ວຈະຢູ່ຕາມເຂດທົ່ງພຽງ.
ເປັນນົກທີ່ມັກຢູ່ຕາມຕົ້ນໄມ້ ແລະ ບິນໄປຕາມງ່າໄມ້ໂດຍອາໄສສົບຂອງມັນໃນການຊ່ວຍໃນການເກາະງ່າໄມ້.
Line 17 ⟶ 20:
ຕາມຕົ້ນໄມ້ ຫຼື ໂກນໄມ້.
 
 
5. ສະຖານະພາບທາງດ້ານການອານຸລັກ:
ເປັນນົກທີ່ສ່ຽງຕໍ່ການສູນພັນໃນ ສ ປ ປ ລາວ ນອນຢູ່ໃນບັນຊີຫວງຫ້າມປະເພດ II ຂອງ CITES ຈຳນວນ
ປະຊາກອນຂອງນົກຊະນິດນີ້ ນັບມື້ນັບຫນ້ອຍລົງ ທັງນີ້ກໍ່ເນື່ອງຈາກວ່າມີການລ່າເພື່ອນຳມາເປັນສັດລ້ຽງ ແລະ ຄ້າຂາຍ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ນົກແກ້ວ"