ລາວໂທລະຄົມ: Difference between revisions

Content deleted Content added
ໜ້າໃໝ່: == ປະຫວັດຄວາມເປັນມາ == ກ່ອນປີ 1993 ລັດທະບານ ສ.ປ.ປ. ລາວ ໄດ້ດຳເນິນການຍ່າງ...
(ບໍ່​ມີ​ຄວາມ​ແຕກ​ຕ່າງ​)

ລຸ້ນແກ້ໄຂເກົ່າເມື່ອ 14:25, 15 ມິຖຸນາ 2010

ປະຫວັດຄວາມເປັນມາ

ກ່ອນປີ 1993 ລັດທະບານ ສ.ປ.ປ. ລາວ ໄດ້ດຳເນິນການຍ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານ ໂທລະຄົມມະນາຄົມ ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈ ພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ ເປັນຜູ້ດຳເນີນ ວຽກງານແຕ່ຜູ້ດຽວ


ໃນປີ 1994 ລັດທະບານໄດ້ເປິດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນິນທຸລະກິດ ດ້ານໂທລະຄົມມະນາຄົມໃນ ສ.ປ.ປ. ລາວ, ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດທະບານ ແລະໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ ບໍລິສັດ ລາວ ຊິນນະວັດ ເທເລຄອມ ຈຳກັດ ເພື່ອດຳເນິນໂຄງການ ພັດທະນາໂທລະຄົມໄລຍະທີ່ 3 ຕາມແຜນແມ່ບົດ ທີ່ລັດທະບານວາງອອກ


ໃນປີ 1995 ລັດທະບານ ມີນະໂຍບາຍໃຫ້ແຍກບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື ບໍລິສັດ ໄປສະນີລາວ ແລະ ບໍລິສັດ ໂທລະຄົມມະນາຄົມ ລາວ


ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ລະບົບສື່ສານໂທລະຄົມຂອງລາວໄດ້ ຂະຫຍາຍຕົວ ຫລາຍຂື້ນ ລັດທະບານ ສປປ. ລາວ ຈຶ່ງໄດ້ຮ່ວມກັບບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ ລາວໂທລະຄົມມະນາຄົມ ຈຳກັດ ຂື້ນຊື່ງເປັນການ ລວມເອົາ ບໍລິສັດ ໂທລະຄົມ ລາວ ກັບ ບໍລິສັດ ລາວຊິນນະວັດ ເທເລຄອມ ຈຳກັດ ເຂົ້າກັນ ໂດຍລັດທະບານ ສ.ປ.ປ. ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ຖືຣຸ້ນ 49% ມີໄລຍະສຳປະທານ 25 ປີ


ບໍລິສັດ ລາວ ໂທລະຄົມມະນາຄົມ ເລິ່ມເປິດດຳເນີນການຕັ້ງແຕ່ ວັນທີ່ 11 ພະຈິກ 1996 ໂດຍດຳເນີນທຸລະກິດ ໃຫ້ບໍລິການ ສື່ສານໂທລະຄົມມະ ນາຄົມດ້ານຕ່າງໆ ເຊັ່ນ ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື ລະບົບດິຈິຕອລ GSM ແລະ CDMA, ບໍລິການທາງດ້ານອິນເຕີເນັດ ແລະ ບໍລິການອື່ນໆ ອີກ


ດູເພິ່ມ