ປະລະມານູ: Difference between revisions

Content deleted Content added
No edit summary
No edit summary
ແຖວ 4:
ອາຕອມທີ່ມີຈຳນວນໂປຣຕົງ ແລະ ເອເລັກຕຣົງເທົ່າກັນ ຈະມີໄຟຟ້າເປັນກາງ, ຖ້າບໍ່ເທົ່າກັນ ມັນຈະມີໄຟຟ້າບວກຫຼືໄຟຟ້າລົບ ແລະ ເອີ້ນວ່າ ອີອົງ(ion).ອາຕອມຖຶກຈັດແບ່ງຕາມຈຳນວນໂປຣຕົງ ແລະ ນິວຕຣົງ ຢູ່ໃນ ນິວເຄຣຍ, ຈຳນວນໂປຣຕົງ ກຳນົດທາດເຄມີ, ແລະ ຈຳນວນນິວຕຣົງ ກຳນົດ ອິໂຊໂທບຂອງທາດ.
 
ຄຳວ່າອາຕອມ ມີທີມາຈາກພາສາກຣິກ(Greek) ເຊີ່ງມີຄວາມໝາຍວ່າ ບໍ່ສາມາດຕັດຫຼືແບ່ງໃຫ້ນ້ອຍລົງອີກໄດ້. ທັດສະນະກ່ຽວກັບອາຕອມໃນນາມເປັນສ່ວນປະກອບຂອງວັດຖຸທີ່ບໍ່ສາມາດເບິ່ງເຫັນ ຖືກສະເໜີໂດຍນັກປັດຊະຍາຊາວອິນເດຍແລະກຣິກໃນສະໄໝເກົ່າ.ໃນສະຕະວັດທີ່17 ແລະ ທີ່18,ນັກເຄມີສາດຫຼາຍຄົນໄດ້ໃຫ້ຟື້ນຖານດ້ານຟີຊິກກັບທັດສະນະຄວາມຄິດນີອິ້ ໂດຍສະແດງໃຫ້ເຫັນວ່າ ບໍ່ສາມາດເຮັດໃຫ້ມູນທາດໃດໜຶ່ງແຕກນ້ອຍລົງໄປກ່ວານັ້ນໄດ້ດ້ວຍວິທີທາງດ້ານເຄມີ.ແຕ່ວ່າລະຫວ່າງທ້າຍສະຕະວັດທີ່19 ແລະຕົ້ນສະຕະວັດທີ່20, ນັກຟີຊິກສາດໄດ້ຄົ້ນພົບສ່ວນປະກອບຂອງອາຕອມ ແລະ ໂຄງສ້າງພາຍໃນຂອງອາຕອມ.ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນວ່າ ອາຕອມສາມາດແບ່ງລົງໄດ້ອີກ.ທິດສະດີ ຄວານຕຳເມຄານິກ(Quantum mechanics)ສາມາດນຳໃຊ້ ເພື່ອອະທິບາຍແບບຂອງອາຕອມ ໄດ້ຢ່າງປະສົບຜົນສຳເລັດ.
 
ວັດຖຸທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງພວກເຮົາລ້ວນແລ້ວແຕ່ປະກອບສ້າງມາຈາກອາຕອມທີ່ແຕກຕ່າງກັນ. ແຕ່ວ່າພວກເຮົາ ບໍ່ສາມາດເບິ່ງແຕ່ລະອາຕອມໄດ້ ເພາະວ່າອາຕອມເປັນສິ່ງທີ່ນ້ອຍຫຼາຍ ແລະມີ ມວນສານນ້ອຍຫຼາຍ.
 
 
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ປະລະມານູ"