ພາສາຈິກກະຊໍ(Chikashshanompa’, IPA [tʃikaʃːanompaʔ]) ແມ່ນພາສາອິນດຽນແດງຈາກຕະກູນພາສາມັສໂກເກຍພາສາໜຶ່ງ. ເວົ້າໂດຍຊົນເຜົ່າຈິກກະຊໍ ຜູ້ທີ່ຢູ່ໃນທາງທິດຕະເວັນອອກສຽງໃຕ້ຂອງລັດໂອກລາໂຮມາ ແຫ່ງສະຫະລັດອະເມລິກາ. ພາສານີ້ແມ່ນພາສາທີ່ໃກ້ຄຽງພາສາຈັອກທໍ. ຜູ້ເວົ້າພໍຟັງກັນເວົ້າໄດ້. ພາສານີ້ເລີ້ມມີຄົນເວົ້າເຫຼືອຢູ່ໜ້ອຍຫຼາຍ. ມີຜູ້ເວົ້າປະມານ 1,000 ຄົນ ແລະ ພວມໜ້ອຍລົງເລື້ອຍໆ. [1]

ອ້າງອີງ ດັດແກ້

  1. Lewis, M. Paul (ed.), 2009. Ethnologue: Languages of the World, Sixteenth edition. Dallas, Tex.: SIL International. Online version: http://www.ethnologue.com/.