ພະຍົມ ພະຍົມມະລາດ ຫຼື ມັດຈຸລາດ ເປັນເທບພະເຈົ້າແຫ່ງນະລົກແລະຄວາມຕາຍ ຕາມຄວາມເຊື່ອໃນສາສະໜາແບບອິນເດຍ.

ສາສະໜາພຸດ ດັດແກ້

ສາສະໜາພຸດຝ່າຍເຖລະວາດ ຖືວ່າພະຍົມມີຊາດກໍາເນີດເປັນເທວະດາຊັ້ນຈາຕຸມະຫາລາຊິກາ[1] ແລະເປັນເຈົ້າແຫ່ງເວມານິກເຜດ. ຄຳພີປະປັນຈະສູທະນີລະບຸວ່າໃນມະຫານະລົກແຕ່ລະຂຸມມີພະຍົມປະຈໍາຢູ່ 4 ປະຕູ[2]. ມະຫານະລົກມີ 8 ຂຸມ ຈຶ່ງມີພະຍົມ 32 ອົງ[1].

ພະຍົມ ບໍ່ແມ່ນເທບ ແຕ່ເປັນຕໍາແໜ່ງ ອັນໄດ້ແກ່ ພະຍົມໃນມະຫານະລົກ ມີ 32 ພະອົງ. ພະຍົມໃນຍົມມະໂລກີຍະນະລົກ ມີ 320 ພະອົງ ແລະພະຍົມອົງປະທານໃນຍົມມະໂລກອີກ 1 ພະອົງ ລວມທັງໝົດ 353 ພະອົງ.

ໃນເທວະທູດຕະສູດ ພະພຸດທະເຈົ້າຕັດວ່າ ພະຍົມມີໜ້າທີ່ຊັກຖາມສັດນະລົກ 5 ປະເພດກ່ຽວກັບເທວະທູດ ແມ່ນ ເດັກແດງ ຄົນເຖົ້າ ຄົນເຈັບ ນັກໂທດ ແລະຄົນຕາຍ ເພື່ອໃຫ້ສັດນະລົກລະນຶກເຖິງກຸສົນລະກຳທີ່ເຄີຍເຮັດ ຖ້າຈື່ໄດ້ກໍຈະພົ້ນຈາກນະລົກ ຖ້າຈື່ບໍ່ໄດ້ກໍຈະຖືກພາໂດຍຍົມມະບານໄປລົງໂທດຕາມບາບກຳທີ່ໄດ້ເຮັດ[3].

ບາງຕໍານານເລົ່າວ່າ ອດີດຕະຊາດ ພະຍົມເກີດເປັນຜູ້ນໍາໝູ່ບ້ານຜູ້ຊົງປັນຍາ. ຕັດສິນຄະດີຄວາມຢ່າງເປັນທຳ ຄັ້ງໜຶ່ງບິດາຂອງທ່ານເຮັດຜິດກົດໝາຍ ພະຍົມຈຶ່ງຕ້ອງຕັດສິນປະຫານບິດາຕົນເອງ. ຈາກນັ້ນທ່ານເສຍໃຈແລະອອກບໍາເພັນຕະບະໃນປ່າ. ເມື່ອຕາຍແລ້ວໄດ້ໄປເກີດເປັນກຸມພັນທะເທວະດາໃນສວນຊັ້ນຈາຕຸມະຫາລາຊິກາ ໃນເມືອງທາງທິດໃຕ້. ທ້າວວິລຸນຫົກໄດ້ແຕ່ງຕັ້ງໃຫ້ເປັນພະຍາຍົມມະລາດ ມີໜ້າທີ່ຕັດສິນຄົນຕາຍ.

ສ່ວນລັດທິມະຫາຍານວ່າ ພະຍາຍົມເປັນພະໂພທິສັດອົງໜຶ່ງ ມີໜ້າທີ່ພິພາກສາດວງວິນຍານ ແຕ່ທາງລັດທິເຕົາວ່າພະຍົມ ມີທັງໝົດ 10 ພະອົງ.

ຍົມມະທູດ ດັດແກ້

ຍົມມະທູດ ເປັນເຈົ້າໜ້າທີ່ຜູ້ນໍາວິນຍານຄົນຕາຍຈາກໂລກ ມາສູ່ຍົມມະໂລກ. ໃນສາສະໜາພຸດ ຍົມມະທູດເປັນເທວະດາໃນຊັ້ນຈາຕຸມະຫາລາຊິກາ ປະເພດກຸມພັນ. ມີໜ້າທີ່ຄວບຄຸມວິນຍານ ບໍ່ໄດ້ມີໜ້າທີ່ລົງໂທດ. ແຕ່ໃນສາສະໜາຮິນດູ ຍົມມະທູດເປັນເຜົ່າພັນໜຶ່ງທີ່ດຸຮ້າຍ ເປັນບໍລິວານຂອງພະຍົມ ມີໜ້າທີ່ທັງຄວບຄຸມວິນຍານແລະລົງໂທດວິນຍານບາບ ຕາມຜົນກຳຂອງເຂົາເຈົ້າ.

ອ້າງອີງ ດັດແກ້

  1. 1.0 1.1 พระสัทธัมมโชติกะ, ปรมัตถโชติกะ มหาอภิธัมมัตถสังคหฎีกา ปริจเฉทที่ 5 เล่ม 1 วีถิมุตตสังคหะ ภูมิจตุกกะและปฏิสนธิจตุกกะ, พิมพ์ครั้งที่ 6, กรุงเทพฯ : มูลนิธิสัทธัมมโชติกะ, 2546, หน้า 8-11, 107
  2. อรรถกถาเทวทูตสูตร, อรรถกถา มัชฌิมนิกาย อุปริปัณณาสก์ สุญญตวรรค
  3. เทวทูตสูตร, พระไตรปิฎก เล่มที่ 14 พระสุตตันตปิฎก เล่มที่ 6 มัชฌิมนิกาย อุปริปัณณาสก์