ຜະລິດໂຊກ ອາຍານະບຸດ

ນັກຮ້ອງຊາວໄທ

ຜະລິດໂຊກ ອາຍານະບຸດ (ผลิตโชค อายนบุตร) (ຊື່ຫລິ້ນ: ເປັກ) ເກີດວັນທີ 09/08/1984. ເປັນນັກຮ້ອງ, ພິທີກອນ, ນາຍແບບ ແລະ ນັກພາກສຽງຈາກປະເທດໄທ. ໃນຖານະນັກຮ້ອງ ກໍເປັນນັກຮ້ອງທີ່ໃຊ້ຄວາມຕັ້ງໃຈ ແລະອົດທົນພະຍາຍາມເອົາຊະນະຄຳວິຈານ[1] ຈົນສາມາດເປັນນັກຮ້ອງຊາຍເພງໄທສາກົນທີ່ຄົນໄທມັກຫລາຍທີ່ສຸດເປັນອັນດັບ2 ໂດຍໄດ້ຄະແນນເຖິງ 34.44% ຈາກດຸສິດໂພ[2]. ໄດ້ອັນດັບ4 ຈາກການເປັນດາລາທີ່ມີຄົນຫາຊື່ໃນ ກູ່ເກີ້ນ(Google) ໃນປີ 2017[3][4].

ເປັກ ຜະລິດໂຊກ ອາຍານະບຸດ
(เป๊ก ผลิตโชค อายนบุตร)
ຂໍ້ມູນພື້ນຖານ
ເກີດ09 ສິງຫາ 1984
ປະເທດໄທ
ຊື່ອື່ນຜະລິດ, ພິກກີ້, ອ້າຍໂຊກ
ອາຊີບນັກຮ້ອງ, ນາຍແບບ, ພິທີກອນ
ປີປະຕິບັດວຽກຄ.ສ. 2005 - ປັດຈຸບັນ
ອົງການ(2017 - present) White Music of GMM Grammy
(2015 - 2016) Werkgang
(2012 - 2014) Humbrella
(2010 - 2011) Exact Music
(2008 - 2009) Up^G
(2006 - 2007) Maker Head
ເວັບໄຊ
Peck Palitchoke Facebook
Peck Palitchoke Instagram
Peck Palitchoke Twitter

ປະຫວັດ ດັດແກ້

ຜະລິດໂຊກ ເກີດໃນວັນທີ 9 ສິງຫາ ປີ 1984. ໄດ້ເຂົ້າສຶກສາລະດັບອານຸບານທີ່ໂຮງຮຽນອານຸບານພິດສະນຸໂລກ ຍັງບໍ່ທັນຈົບອານຸບານ ກໍໄດ້ຍ້າຍໄປທີ່ປະເທດອົດສະຕາລີ ເນື່ອງຈາກພໍ່ຂອງລາວຕ້ອງໄດ້ຍ້າຍໄປເຮັດວຽກທີ່ປະເທດດັ່ງກ່າວ ຈຶ່ງເຮັດໃຫ້ ເປັກ ຜະລິດໂຊກ ແລະ ຄອບຄົວໄດ້ໄປອາໄສຢູ່ອົດສະຕາລີເປັນເວລາ 7ປີ. ທີ່ອົດສະຕາລີ ເປັກໄດ້ສຶກສາຊັ້ນອານຸບານແລະປະຖົມທີ່ໂຮງຮຽນ Cabramatta Public School. ຕໍ່ມາໄດ້ຍ້າຍກັບມາຢູ່ທີ່ປະເທດໄທ ແລະໄດ້ເຂົ້າຮຽນລະດັບມັດທະຍົມທີ່ໂຮງຮຽນນານາຊາດເອກກະໄມ, ໂຮງຮຽນກຽມອຸດົມສຶກສານ້ອມກ້າວ, ໂຮງຮຽນນະວະມິທຣາຊິນູທິດກຽມອຸດົມສຶກສານ້ອມກ້າວ ໃນສາຍສອງພາສາ ອັງກິດ-ຝຮັ່ງ ແລະ ໄດ້ຈົບຊັ້ນປະລິນຍາຕີສາຂາດຸລິຍາງສາດສາກົນ ຈາກຄະນະສິນລະປະສາດ ມະຫາວິທະຍາໄລສີນະຄະລິນທະລະວິໂລດ. ປັດຈຸບັນແມ່ນກຳລັງສຶກສາລະດັບປະລິນຍາໂທສາຂາ ການບໍລິຫານທຸລະກິດທ່ອງທ່ຽວແລະການບໍລິການ ທີ່ມະຫາວິທະຍາໄລລັງສິດ. ຊື່ ຜະລິດໂຊກນັ້ນ ໄດ້ມາຈາກຄອບຄົວຂອງເປັກມີທຳນຽມທີ່ປະຕິບັດມາ ກໍຄືສາຍຄອບຄົວທີ່ໃຊ້ນາມສະກຸນ ອາຍະ ນະບຸດ ຕ້ອງມີຊື່ແທ້ທີ່ຂຶ້ນຕົ້ນດ້ວຍ 'ຜ'. ແລະນາມສະກຸນ ອາຍານະບຸດ ນັ້ນເປັນນາມສະກຸນພະລາດຊະທານຈາກ ລາດສະການທີ6 ອີກດ້ວຍ[5].

ວຽງງານໃນວົງການບັນເທິງ ດັດແກ້

ໃນປິ 2002 ເປັກເຄີຍເປັນສະມາຊິກວົງບອຍແບນຊື່ G-BOYZ[6] ສັງກັດ GMM Grammy ຮ່ວມກັບ ຟີມລັດທະພູມ ແລະ ແບ້ງພິສິດ, ເຊິ່ງມີຜົນງານເພງສອງເພງຄື: "ຍິ້ມໆ" (ยิ้ม ยิ้ม) ແລະ "ບໍ່ຮູ້ຈະເລືອກໃຜ" (ไม่รู้จะเลือกใคร).

ໃນປີ 2005 ເປັກໄດ້ອອກມາເປັນນັກຮ້ອງດ່ຽວ ແລະມີຜົນງານເພງດັງຄືເພງ "ບໍ່ມີໃຜຮູ້" (ไม่มีใครรู้) ໃນອາລະບ້ຳ One Man Story ຊຸດທີ1, ຈາກນັ້ນໃນປີດຽວກັນ ເປັກກໍໄດ້ອອກອາລະບ້ຳດ່ຽວຊຸດທຳອິດຊື່ວ່າ Oneຜະລິດໂຊກ ເຊິ່ງໄດ້ປະສົບຜົນສຳເລັດຫລາຍ ເພາະມີເພງດັງຫລາຍເພງເຊັ່ນ: "ຫລືແຄ່ຂຳຂຳ" (หรือแค่ขำๆ), "ໃຈຫນຶ່ງກໍຮັກ ອີກໃຈກໍເຈັບ" (ใจหนึ่งก็รัก อีกใจก็เจ็บ) ແລະ "ນິທານຫິ່ງຫ້ອຍ" (นิทานหิ่งห้อย). ຫລັງຈາກນັ້ນກໍມີອາລະບ້ຳລວມອີກຄັ້ງ ໃນໂປເຈັກ One Man Story 2 ຊື່ອາລະບ້ຳ Love Passion ເຊິ່ງມີເພງດັງກໍຄືເພງ "ຊູ້ໃນໃຈ" (ชู้ในใจ). ແລະໄດ້ອອກອາລະບ້ຳດ່ຽວຊຸດທີສອງ I’m in Love ໃນໄລຍະຕໍ່ມາ[7].

ໃນປີ 2008 ໄດ້ອອກອາລະບ້ຳລວມຮ່ວມກັບ ອ໊ອປ ປອງສັກ ແລະ ໄອຊ໌ ສະລັນຍູ ໃນນາມ "ເປັກອ໊ອປໄອຊ໌" ກັບອາລະບ້ຳຊື່ Together ເຊິ່ງມີເພງດັງແມ່ນເພງ "ແຄ່ຄົນໂທຜິດ" (แค่คนโทรผิด)[8] ແລະມີເພງ "ບໍ່ຮັກຢ່າເຮັດໃຫ້ຄິດ" (ไม่รักอย่าทำให้คิด) ເປັນເພງດ່ຽວຂອງຕົນເອງໃນອາລະບ້ຳ. ໃນເດືອນ2 ປີ2010 ເປັກໄດ້ຍ້າຍສັງກັດຈາກ ຈີເອັມເອັມ ແກຮມມີ ມາຢູ່ເອັກແຊັກ.

ໃນປີ 2012 ເປັກໄດ້ຍ້າຍມາຢູ່ຄ້າຍຮັມເບລ້າ(Humbrella) ແລະ ປີ 2016 ໄດ້ຍ້າຍມາຢູ່ ເວີກແກ້ງ (Werk Gang) ແລະອອກຜົນງານເພງຊື່ "ຢາກໃຫ້ແວວຕາຂ້ອຍເປັນຄົນອື່ນ" (อยากให้แววตาฉันเป็นคนอื่น). ໃນໄລຍະທີ່ຜ່ານມານອກຈາກເປັກຈະມີຜົນງານດ້ານສຽງເພງແລ້ວ ເປັກກໍຍັງເຄີຍເປັນພິທີກອນລາຍການ ດິສນີ້ຄຮັບ(Disney Club) ແລະ ເວັກຄຮັບ (Wake Club), ພາກສຽງໃຫ້ແກ່ຫນັງຫລາຍໆເລື່ອງເຊັ່ນ: ເພີຊີ້ ວິສລີ້ ໃນເລື້ອງແຮລີ້ພ໊ອດເຕີ້, ມັມເບີ້ ໃນເລື້ອງ ແຮປປີ້ຟີດ ແລະເປັນ ປີເຕີ້ແພນ ໃນເລື້ອງ ປີເຕີ້ແພນພາກ2.

ມາໃນປີ 2017, ເປັກໄດ້ເປັນແຂກຮັບເຊີນໃນລາຍການ The Mask Singer ຫນ້າກາກນັກຮ້ອງ ຊີຊັນທີຫນຶ່ງ ຂອງເວີກພ້ອຍ (Work Point) ໃນນາມຫນ້າກາກຈິ່ງໂຈ້ ແລະເປັນຜູ້ຊະນະຂອງກຸ່ມ D[9], ເຊິ່ງການເຂົ້າຮ່ວມລາຍການຄັ້ງນີ້ເຮັດໃຫ້ແຟນຄັບຂອງເປັກເພີ່ມຂຶ້ນຢ່າງຫລວງຫລາຍ ໂດຍແຟນຄັບທີ່ເປັນຜູ້ຍິງຈະມີຊື່ສະເພາະກໍຄື 'ນຸດ' ຖ້າເປັນຈຳນວນຫລາຍແມ່ນ 'ນຸດເຊັສ' ແລະສຳຫລັບແຟນຄັບຜູ້ຊາຍແມ່ນ 'ນຸຊາ'[10]. ຫລັງຈາກນັ້ນເປັກກໍໄດ້ອອກເພງໃຫມ່ກັບຄ້າຍ ໄວທ໌ມິວສິກ (White Music) ຊື່ເພງວ່າ "ໂທດທີ່ເອົາແຕ່ໃຈ" (โทษที่เอาแต่ใจ)[11] ທີ່ປ່ອຍລົງໃນ Youtube ຄັງທຳອິດໃນວັນທີ 10 ກໍລະກົດ ປີ 2017, ເພງ "ນີ້ແຫລະຄວາມຮັກ" (นี่แหละความรัก This is Love)[12] ທີ່ປ່ອຍໃນວັນທີ 16 ທັນວາ ປີ 2017.

ປີ 2018, ເປັກກໍໄດ້ອອກຜົນງານຢ່າງຕໍ່ເນື່ອງ ໂດຍມີເພງຊື່ວ່າ "First Lady"[13] ອອກມາໃນວັນທີ 17ເມສາ. ນອກຈາກນັ້ນຍັງມີຄອນເສີດດ່ຽວຂອງຕົນເອງເປັນຄັ້ງທຳອິດໂດຍໃສ່ຊື່ຄອນເສີດວ່າ "PECK PALITCHOKE First Date Concert" ເຊິ່ງຈັດຂຶ້ນໃນວັນທີ 20 ເຖິງ 22 ເດືອນເມສາ ທີ່ສູນການຄ້າສະຫຍາມພາລາກ້ອນ. ມາໃນວັນທີ 25 ມິຖຸນາ ປີ 2018 ເປັກກໍມີເພງໃຫມ່ຊື່ວ່າ "I'm OK".

ຜົນງານເພງ ດັດແກ້

ອາລະບ້ຳດ່ຽວ ດັດແກ້

ຊື່ອາລະບ້ຳ ລາຍຊື່ເພງ
One Palitchoke (2005)
Maker Head, GMM Grammy
  1. ຮັກຄືຮັກ (รักคือรัก)
  2. ຫລືແຄ່ຂຳໆ (หรือแค่ขำขำ)
  3. ຊົນ (ซน)
  4. ໃຈຫນຶ່ງກໍຮັກ ອີກໃຈກໍເຈັບ (ใจหนึ่งก็รัก อีกใจก็เจ็บ)
  5. ນິທານຫິ່ງຫ້ອຍ (นิทานหิ่งห้อย)
  6. Catch Me
  7. Just Say Good Night
  8. ໃສ່ໃຈ (ใส่ใจ)
  9. ຄົນອົກຫັກ (คนอกหัก)
  10. BANANA
  11. ບໍ່ມີໃຜຮູ້ (ไม่มีใครรู้)
I'm in Love (2007)
Up^G, GMM Grammy
  1. All I Want Is You
  2. In Love
  3. ຫມົດໃຈ (หมดใจ)
  4. ຢາກເຈິເຈົ້າຄືນນີ້ (อยากเจอเธอคืนนี้)
  5. ກາດ໌ໃບຫນຶ່ງ (การ์ดใบหนึ่ง)
  6. ເຈົ້າຄົນດຽວ (เธอคนเดียว)
  7. ໂທຫາກັນແນ່ (โทรหากันหน่อย)
  8. ຈູບລາແທນຄຳວ່າເສຍໃຈ (จูบลาแทนคำว่าเสียใจ)
  9. ສັ່ງສອນ (สั่งสอน)
  10. ຈະຄິດຮອດໃຜ (จะคิดถึงใคร)
Let's Move (2012)
Humbrella, GMM Grammy
  1. ສຸດວິໄສ (สุดวิสัย)
  2. ສັນຍາບໍ່ເປັນສັນຍາ (สัญญาไม่เป็นสัญญา)
  3. ຖືກຄົນແລ້ວ (ถูกคนแล้ว)
  4. Don't Say Good Night
  5. ບໍ່ຮັກ ຢ່າຝືນ (ไม่รัก.. อย่าฝืน)
  6. You've Got Me
  7. ແລ້ວແຕ່ຫົວໃຈເຈົ້າ(แล้วแต่หัวใจเธอ)
  8. Let's Move
  9. ຄວາມລັບ (ความลับ)
  10. ແພ້ຕົນເອງ (แพ้ตัวเอง)

ເພງດ່ຽວ ດັດແກ້

ຕົ້ນສັງກັດ(ປີ) ລາຍຊື່ເພງ
Up^G, GMM Grammy (2009)
  1. ເວລາກັບໃຈຄົນ (เวลากับใจคน)
  2. Alcohol ຊ່ວຍໄດ້ຫລາຍ (Alcohol ช่วยได้มาก)
Werkgang, GMM Grammy (2016)
  1. ຢາກໃຫ້ແວວຕາຂ້ອຍເປັນຄົນອື່ນ (อยากให้แววตาฉันเป็นคนอื่น(Why))
White Music, GMM Grammy (2017)
  1. ໂທດທີ່ເອົາແຕ່ໃຈ(โทษที่เอาแต่ใจ(Sorry))
  2. This is Love(ນີ່ແຫລະຄວາມຮັກ)
  3. First Lady
  4. I'm OK
  5. Nobody Like You

ອາລະບ້ຳລວມ ດັດແກ້

ອາລະບ້ຳ ລາຍຊື່ເພງ
One Man Story (2005)
Maker Head, GMM Grammy
  1. ບໍ່ມີໃຜຮູ້ (ไม่มีใครรู้)
  2. ຕິດໃຈ(ติดใจ)
Ost. ມື້ອື່ນຍັງບໍ່ຊ້າທີ່ຈະຮັກກັນ (พรุ่งนี้ไม่สาย...ที่จะรักกัน) (2005)
Maker Head, GMM Grammy
  1. ເປັນຫຍັງ (ทำไม)
One Man Story 2 Love Passion(2007)
Up^G, GMM Grammy
  1. ຊູ້ໃນໃຈ (ชู้ในใจ)
  2. ສຳພັນຊົ່ວຄາວ(สัมพันธ์...ชั่วคราว)
Together: Peck-Aof-Ice (2008)
​ GMM Grammy
  1. ແຄ່ຄົນໂທຜິດ (แค่คนโทรผิด)
  2. ເຈົ້າຄືສິ່ງສຸດທ້າຍ (เธอคือสิ่งสุดท้าย)
  3. ຫນ້າຮັກຫນ້າເລີ໊ບ (น่ารัก น่า Love)
  4. ບໍ່ຮັກຢ່າເຮັດໃຫ້ຄິດ (ไม่รักอย่าทำให้คิด)
  5. ເລື່ອງບໍ່ດີບໍ່ຈື່ (เรื่องไม่ดีไม่จำ)
  6. ປະຕິເສດເຂົາໄປ (ปฏิเสธเขาไป)
  7. ເມື່ອຍເກີນໄປຫລືບໍ່ (เหนื่อยเกินไปหรือเปล่า)
  8. ເພາະຄຳວ່າຮັກ (เพราะคำว่ารัก)
  9. ຮັກກັນເນາະ ດີກັນເນາະ (รักกันนะ ดีกันนะ)
  10. ໃຈກວ້າງ (ใจกว้างงงง)
  11. ຢ່າເຮັດໃຫ້ຟ້າຜິດຫວັງ (อย่าทำให้ฟ้าผิดหวัง)
Sleepless Society #3(2008)
​ GMM Grammy
  1. ເຈັບຈັ່ງໃດກະຮັກ (เจ็บยังไงก็รัก)
  2. ບໍ່ຢາກນອນຄືນນີ້ (ไม่อยากนอนคืนนี้)
Voice of Love(2010)
​Exact Music, GMM Grammy
  1. ມີຫົວໃຈແຕ່ບໍ່ຢາກຮັກ (มีหัวใจแต่ไม่อยากรัก)
Act Track Vol.3(2010)
Exact Music, GMM Grammy
  1. ຄົນບໍ່ມີແຟນ (คนไม่มีแฟน)
Vietrio & Friends by Vietrio(2010)
Exact Music, GMM Grammy
  1. ຢົດນ້ຳຕາ (หยดน้ำตา)
The Song In Honor Of The Queen Of Thailand's 80th Birthday(2012)
Exact Music, GMM Grammy
  1. ແມ່ຂອງຄົນໄທ (Mother of Thai people)(แม่ของคนไทย)
COVER NIGHT PLUS: Always Smile(2013)
GMM Grammy
  1. ການປ່ຽນແປງ (การเปลี่ยนแปลง)
Forntage Freeform(2014)
Forntage, GMM Grammy
  1. ແວວຕາ (แววตา Feat.ตุลย์ อพาร์ตเมนต์คุณป้า)
The Song In Honor Of The King Rama 9th Of Thailand) (2014)
GMM Grammy
  1. ຂອງຂວັນຈາກກ້ອນດິນ Feat. Kanist Piyapaphakornkoon and Kornpassorn Duaysianklao
    (ของขวัญจากก้อนดิน Feat.คณิศ ปิยะปภากรกูล, กรณ์ภัสสร ด้วยเศียรเกล้า)

ເພງປະກອບລະຄອນ ດັດແກ້

ຊື່ເພງ ປີ ຊື່ລະຄອນ
ເຈັບແນວໃດກໍຮັກ
​(เจ็บยังไงก็รัก)
2006 Ost. Korean Series, A Love to Kill, ແຕ້ນເພື່ອຮັກ (แค้นเพื่อรัก)
ສົງໄສຂ້ອຍຮັກເຈົ້າ
​(สงสัยฉันรักเธอ)
2009 Ost. ຮັກຢູ່ຫມັດ(รักอยู่หมัด)
ຄົນບໍ່ມີແຟນ
​(คนไม่มีแฟน)
2010 Ost. ສະລັດໂສດ ຄອມປານີ (สลัดโสด คอมปานี)
ຮັກຄັ້ງທຳອິດແລະຄັ້ງສຸດທ້າຍ
​(รักครั้งแรกและครั้งสุดท้าย)
2014 Ost. ຄິວບິກ (คิวบิก)
ເຈົ້າແມ່ນຄວາມຮັກຫລືບໍ່
​(เธอคือความรักหรือเปล่า)
2014 Ost. ກຸຫລາບເຊື່ອງກິ່ນ(กุหลาบซ่อนกลิ่น)
ຮັກ ໂລບ ໂກດ ຫລົງ
​(รัก โลภ โกรธ หลง)
2016 The Extra ວົງການຮ້າຍ ວົງການຮັກ (วงการร้าย วงการรัก)

ລາງວັນທີ່ໄດ້ຮັບ ດັດແກ້

ປີ ລາງວັນ ສາຂາ ຜົນ ຫມາຍເຫດ
2011 ໂທລະທັດທອງຄຳ (Golden Television Award) ທີມພາກກະຕູນດີເດ່ນ
ໄດ້ຮັບລາງວັນ
ຈາກການພາກເປັນ ຮຸນ ໃນກະຕູນເລື່ອງ ເບີດແລນແດນມະຫັດສະຈັນ
2017 ແຄສອະຫວອດ 2017 (Kazz Awards 2017) ສິນລະປິນຂວັນໃຈມະຫາຊົນ
ໄດ້ຮັບລາງວັນ
20/05/2017
2017 ໄນນເອັນເຕີເທນອະຫວອດ 2018 (Nine Entertain Awards 2017) ຂວັນໃຈມະຫາຊົນ
ໄດ້ຮັບລາງວັນ
08/06/2017
2017 Thailand Headlines Person of the Year Award 2016-2017 ສາຂາວັດທະນະທຳ ບັນເທີງ
ໄດ້ຮັບລາງວັນ
03/07/2017 ບຸກຄົນທີ່ມີຊື່ສຽງແລະຜົນງານໂດດເດັ່ນໃນສື່ຈີນ
2017 GQ Men of the Year 2017 Comeback Kid
ໄດ້ຮັບລາງວັນ
23/08/2017
2017 ດາລາອິນໄຊ້ອະຫວອດ ຫນ້າກາກນັກຮ້ອງຂວັນໃຈປະຊາຊົນແຫ່ງປີ
ໄດ້ຮັບລາງວັນ
16/09/2017 ຫນ້າກາກຈິ່ງໂຈ້
2017 MTV EMA LONDON 2017 ຮອບ Pre Nominated SEA Social Wildcard Winner
ຊະນະຜົນ
04/10/2017
2017 MTV EMA LONDON 2017 (MTV EUROPE MUSIC AWARDS LONDON 2017) Best Southeast Asia Act
ເຂົ້າຊິງລາງວັນ
12/11/2017
2017 MTV Fan Picks 20 (MTV ASIA) Favorite Asian Music Videos Of 2017 ເພງ "ໂທດທີ່ເອົາແຕ່ໃຈ(Sorry)"
ໄດ້ຮັບລາງວັນ
31/12/2017
2017 THE STANDARD PERSON OF THE YEAR 2017 ຜູ້ສ້າງປາກົດການແຫ່ງປີຂວັນໃຈມະຫາຊົນ
ໄດ້ຮັບລາງວັນ
2017 SBS Pop Asia Awards 2017 Best Solo Star
ໄດ້ຮັບລາງວັນ
2017 YES AWARDS ລາງວັນເພງແຫ່ງປີ ແລະ ລາງວັນນັກຮ້ອງແຫ່ງປີ
ໄດ້ຮັບລາງວັນ
25/12/2017
2018 GREAT STARS SOCIAL SUPER STAR OF THE YEAR 2017 SOCIAL SUPER STAR OF THE YEAR 2017 ຝ່າຍຊາຍ
ເຂົ້າຊິງລາງວັນ
15/01/2018
2018 The Star's Light Awards ນັກຮ້ອງຍອດນິຍົມແຫ່ງປີ
ໄດ້ຮັບລາງວັນ
14/02/2018
2018 LINE TV Awards 2018 LINE TV BEST SONG
ໄດ້ຮັບລາງວັນ
20/02/2018
2018 Thailand Zocial Awards 2018 Best Male Artist on Social Media
ໄດ້ຮັບລາງວັນ
28/02/2018 ຈັດໂດຍ Thoth Zocial ແລະ OBVOC
2018 The Guitar Mag Awards 2018 ຂວັນໃຈມະຫາຊົນ
ໄດ້ຮັບລາງວັນ
13/03/2018 ຈັດໂດຍ ນິຕິຍາສານ The Guitar Mag
2018 The Guitar Mag Awards 2018 ນັກຮ້ອງຊາຍຍອດນິຍົມແຫ່ງປີ
ເຂົ້າຊິງລາງວັນ
13/03/2018 ຈັດໂດຍ ນິຕິຍາສານ The Guitar Mag
2018 Sanook! ສຸດຍອດ VOTE OF THE YEAR 2017 ສຸດຍອດນັກຮ້ອງດ່ຽວ
ໄດ້ຮັບລາງວັນ
15/03/2018 ຈັດໂດຍເວັບໄຊ້ Sanook!
2018 MThai Top Talk-About 2018 Top Talk-About Artist
ໄດ້ຮັບລາງວັນ
15/03/2018 ຈັດໂດຍເວັບໄຊ້ MThai
2018 Kazz Awards 2018 ສິນລະປິນຊາຍຍອດນິຍົມ ແລະ ຫນຸ່ມປັງແຫ່ງປີ
ໄດ້ຮັບລາງວັນ
16/05/2018 ໂດຍນິຕິຍາສານ Kazz Magazine
2018 Daradaily Awards 2017 ນັກຮ້ອງຊາຍທີ່ສຸດແຫ່ງປີ
ໄດ້ຮັບລາງວັນ
18/05/2018
2018 MAYA Awards 2018 The Best Come Back Star
ໄດ້ຮັບລາງວັນ
8/08/2018 ໂດຍ MAYA Channel
2018 MAYA Awards 2018 ຫນຸ້ມເຈົ້າສະເຫນ່ຂວັນໃຈມະຫາຊົນ
ເຂົ້າຊິງລາງວັນ
8/08/2018 ໂດຍ MAYA Channel

References ດັດແກ້

  1. บทสัมภาษณ์หลังถอดหน้ากากจิงโจ้ "ตัวจริงและสิ่งที่เป็นมาตลอด 12 ปีของ เป๊ก-ผลิตโชค อายนบุตร นักร้องหนุ่มที่ใช้ความตั้งใจเอาชนะคำวิจารณ์", เผยแพร่: 23 มีนาคม 2560 http://www.adaymagazine.com/interviews/pop-23 Archived 2017-12-26 at the Wayback Machine
  2. ลำดับที่ 2 ที่สุดแห่งปี 2560 นักร้องเพลงไทยสากลชายที่คนชื่นชอบมากที่สุด ร้อยละ 34.44 จากดุสิตโพล, เผยแพร่: 30 ธันวาคม 2560 https://twitter.com/GinkgoPalit/status/947109147794841601
  3. ตัวท็อป! 5 อันดับ ดาราดังปังแห่งปี 2017 ที่ถูกค้นชื่อใน Google มากที่สุด https://lifestyle.campus-star.com/entertainment/96462.html
  4. ดังยิ่งกว่าพลุแตก!! เปิดวาร์ป 5 อันดับ ดาราดังปังแห่งปี 2017 ที่ถูกค้นชื่อใน Google มากที่สุด!?! http://www.tsood.com/contents/3013731
  5. นามสกุลพระราชทานลำดับที่ 1868 อายนบุตร
  6. 3 หนุ่ม Gboyz (ฟิล์ม เป็ก แบงค์) ก่อน ฟิล์มกับเป็ก จะออกอัลบั้มเดี่ยว!!!
  7. "เป๊ก ผลิตโชค อายนบุตร". Archived from the original on 2007-11-12. Retrieved 2007-11-12.
  8. เป๊ก-อ๊อฟ-ไอซ์ โชว์พลังเสียงออกอัลบั้มใหม่ TOGETHER
  9. เป๊ก ผลิตโชค ตัดพ้อคนไม่เห็นค่า ได้หน้ากากจิงโจ้ช่วยชีวิต และยังเป็นผู้ที่ทำให้เกิดวลีเด็ดเช่น "งงเด้ งงเด้" และ "ไม่เผือก" http://www.thairath.co.th/content/887260
  10. เปิดอาณาจักรของผลิตโชค
  11. คลิปวิดีโอเพลง โทษที่เอาแต่ใจ (Sorry) - เป๊ก ผลิตโชค บนเว็บไซต์ยูทูบ
  12. มิวสิควีดีโอ นี่แหละความรัก (This is Love) - เป๊ก ผลิตโชค [Official MV]
  13. มิวสิควิดีโอเนื้อร้องของเพลง First Lady - เป๊ก ผลิตโชค บนเว็บไซต์ยูทูบ