ປ່າສະຫງວນແຫ່ງຊາດເຊປ່ຽນ

ປ່າ​ສະ­ຫງວນ​ແຫ່ງ​ຊາດ ເຊ​ປ່ຽນ ມີ​ເນື້ອ­ທີ່​ກວ້າງ​ໃຫຍ່ ແລະ ກວມ​ເອົາ​ດິນ­ແດນ​ສອງ​ເຂດ ແຂວງ​ຄື: ຈຳ­ປາ​ສັກ ແລະ ອັດຕະ​ປື, ແຕ່​ປ່າ​ສະ­ຫງວນ​ດັ່ງ­ກ່າວ ກວມ​ເອົາ​ພື້ນ​ທີ່​ແຂວງ​ຈຳ­ປາ​ສັກເປັນ​ສ່ວນ​ໃຫຍ່ ພ້ອມ​ກັນ​ນັ້ນ ປ່າສະ­ຫງວນ​ແຫ່ງ​ຊາດ​ແຫ່ງ​ນີ້ ໄດ້ຈັດ​ໃຫ້​ເປັນ​ປ່າ​ສະ­ຫງວນ​ແຫ່ງຊາດ​ທີ່​ລື​ຊ່າ​ແລ້ວ ເມື່ອ​ເວົ້າ​ເຖິງນ້ຳ​ໃສ​ໃຈ​ຈິງ​ຂອງ​ປະ­ຊາ­ຊົນ​ທີ່​ອາໄສ​ຢູ່​ເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດ ເຊ​ປ່ຽນແລ້ວ ລ້ວນ​ແຕ່​ມີ​ມິດ​ໄມ­ຕີ ແລະ ວິ­ຖີ​ຊີ­ວິດ​ທີ່​ລຽບ​ງ່າຍ​ສ້າງ​ຄວາມ ຫລົງ­ໄຫລ​ໃຫ້​ແກ່​ບັນ­ດາ​ນັກ​ທ່ອງທ່ຽວ​ທີ່​ໄດ້​ເດີນ­ທາງ​ໄປ​ທ່ຽວ​ໃນເຂດ​ດັ່ງ­ກ່າວ​ຫລາຍ​ສົມ­ຄວນ.

ເມື່ອ​ເວົ້າ​ເຖິງ​ປະ­ຊາ­ຊົນ​ທີ່​ດຳລົງ​ຊີ­ວິດ​ລຽບ​ຕາມ​ເຂດ​ດັ່ງ­ກ່າວ ເຊິ່ງ​ມີ​ສອງ​ຊົນ­ເຜົ່າ​ນ້ອຍໂດຍ​ສະເພາະ​ກໍ່​ແມ່ນ​ຊົນ­ເຜົ່າ​ຊຸ ແລະຊົນເຜົ່າ​ໂບຣ ທັງ​ສອງ​ຊົນ­ເຜົ່າ​ນີ້​ເປັນຊົນ­ເຜົ່າ​ສ່ວນ​ນ້ອຍ ແລະ ເກົ່າ​ແກ່ ໂດຍ​ພວກ​ເຂົາ­ເຈົ້າ​ພາ­ກັນ​ມາ​ຕັ້ງບ້ານ​ເຮືອນ​ຢູ່​ໃນ​ເຂດ​ປ່າ​ສະ­ຫງວນແຫ່ງ​ຊາດ​ເຊ​ປຽນ ໄດ້​ດົນ​ເຖິງ 200 ກວ່າ​ປີ​ມາ​ແລ້ວ, ກ່ອນ​ທີ່ຈະ​ມີ​ປະ­ຊາ­ຊົນ​ລາວ​ລຸ່ມ​ພາ­ກັນ​ມາຕັ້ງ​ຖິ່ນ​ຖານ​ໃນ​ເວ­ລາ​ຕໍ່​ມາ​ພຽງ ແຕ່ 50 ກວ່າ​ປີ​ເທົ່າ​ນັ້ນ,ປະ­ຈຸບັນ​ນີ້ ມີ​ປະ­ຊາ­ຊົນ​ອາ­ໄສ​ຢູ່​ເປັນຈຳ­ນວນ​ຫລາຍ ລວມ​ເຖິງ 60 ກວ່າ​ຫມູ່​ບ້ານ, ມີ​ຈຳ­ນວນ​ປະ­ຊາກອນ​ທັງ​ຫມົດ​ຫລາຍ​ກວ່າ 10 ພັນ​ຄົນ, ໃນ​ນັ້ນ​ມີ 48 ບ້ານ​ທີ່ ອາ­ໄສ​ພາຍ​ໃນ​ປ່າ ແລະ ອີກ 17 ບ້ານ​ທີ່​ຕັ້ງ​ຖິ່ນ​ຖານ​ຢູ່​ເຂດ​ນອກ, ເຊິ່ງ​ພວກ​ເຂົາ​ເຫລົ່າ­ນັ້ນ​ລ້ວນ​ແຕ່​ມີຄວາມ​ພ້ອມ­ພຽງ​ສາ­ມັກ­ຄີ​ກັນ​ໃນການ​ຮ່ວມ​ມື ເພື່ອ​ປົກ​ປັກ​ຮັກ­ສາປ່າ​ສະ­ຫງວນ​ແຫ່ງ​ຊາດ​ເຊ​ປຽນໃຫ້​ຍືນ​ຍົງ, ອາ­ຊີບ​ຂອງ​ພວກ​ເຂົາເຈົ້າ​ສ່ວນ​ໃຫຍ່​ແມ່ນ​ເຮັດ​ນາ ແລະ ຫາ​ປາ, ລວມ​ເຖິງ​ຫາ​ເຄື່ອງ​ປ່າຂອງ​ດົງ ແລະ ຢາ­ພື້ນ­ເມືອງ​ໃນເຂດ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ໄປຂາຍ​ຕາມ​ທ້ອງ​ຕະ­ຫລາດ​ສາ­ມາດສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ, ພ້ອມ​ກັນ​ນັ້ນ ປະ­ຊາ­ຊົນ​ທີ່​ດຳ­ລົງ​ຊີວິດ​ໃນ​ເຂດ​ດັ່ງ­ກ່າວ​ບາງ​ເຂດ​ກໍ່​ມີພື້ນ­ຖານ​ການ​ດຳ­ລົງ​ຊີ­ວິດ​ທີ່​ແຕກຕ່າງ​ກັນ, ອີງ​ຕາມ​ຮີດ ­ຄອງ​ປະ​ເພນີ ແລະ ຄວາມ​ເຊື່ອ​ຖື​ທີ່​ເຄີຍ​ປະ­ຕິບັດ​ມາ, ແຕ່​ພິ­ເສດ​ອັນ​ພົ້ນ​ເດັ່ນ​ກວ່າ ຫມູ່​ກໍ່​ແມ່ນ​ການ​ຮັກ­ສາ​ຮີດ­ຄອງປະ­ເພ­ນີ ແລະ ວັດ­ທະ­ນະ­ທຳ​ອັນດີ­ງາມ​ອັນ​ເປັນ​ເອ­ກະ­ລັກ​ຂອງຊາດ​ເຮັດ​ໃຫ້​ບັນ­ດາ​ນັກ​ທ່ອງ ທ່ຽວ​ທີ່​ເຂົ້າ​ໄປ​ທ່ຽວ​ຊົມ​ປ່າ​ສະຫງວນ​ແຫ່ງ​ຊາດ​ແຫ່ງ​ນີ້ ມີ​ຄວາມປະ​ທັບ​ໃຈ ແລະ ເຫັນ​ໄດ້​ເຖິງຄວາມ​ແຕກ​ຕ່າງ​ກັນ​ແຕ່​ລະ​ເຂດ ແຕ່​ລະ​ຫມູ່​ບ້ານ ແຕ່​ບໍ່​ແມ່ນ​ຄວາມແຕກ​ຕ່າງ​ດ້ານ​ຖາ­ນະຫາກ​ເປັນຄວາມ​ແຕກ​ຕ່າງ​ຂອງ​ວັດ­ທະ­ນະທຳ​ຂັ້ນ​ພື້ນ­ຖານ​ເຫັນ​ແລ້ວ​ພາ­ໃຫ້ຫລົງ­ໄຫລ​ບວກ​ກັບ​ພາບ​ທຳ​ມະຊາດ ແລະ ບັນຍາ­ກາດ​ອັນ​ງຽບສະ­ຫງົບ.

ເອົາ​ເປັນ​ວ່າ ບັນ­ດາ​ນັກ​ທ່ອງທ່ຽວ​ທີ່​ມັກ​ການ​ຍ່າງ​ປ່າ ຫລື ຕັ້ງແຄ້ມ​ນອນ​ຄ້າງ​ຄືນ​ຕາມ​ແຄມ​ປ່າ ຫລື ແມ່­ນ້ຳ​ໃນ​ເຂດ​ດັ່ງ­ກ່າວ​ກໍ່​ດີ ທ່ານ​ຈະ​ໄດ້​ພົບ​ກັບ​ຄວາມ​ປະ​ທັບໃຈ​ແບບ​ພິ­ເສດ​ທີ່​ບໍ່​ເຄີຍ​ພົບ​ເຫັນ​ມາກ່ອນ​ກໍ່​ໄດ້ ເຊິ່ງ​ສະ­ທ້ອນ​ອອກ​ໃຫ້ເຫັນ​ເຖິງ​ການ​ດຳ­ລົງ​ຊີ­ວິດ​ຂອງປະ­ຊາ­ຊົນ​ຊາວ​ເຊ​ປຽນ ແຕ່​ຖ້າ​ຢາກໃຫ້​ມີ​ຄວາມ​ເລິກ­ເຊິ່ງ ແລະ ເຂົ້າ­ໃຈແຈ້ງ​ກໍ່​ແມ່ນ​ການ​ທ່ອງທ່ຽວ​ດ້ວຍການ​ຍ່າງ​ປ່າ ແລະ ນອນ​ພັກ­ຜ່ອນຄ້າງ​ເຮືອນ​ຢູ່​ເຮືອນ​ພັກ​ອະ­ນຸຮັກ​ປະ­ຊາ­ຊົນ​ມີ​ສ່ວນ​ຮ່ວມ​ແມ່ນເຫັນ​ວ່າ ເຫມາະ​ສົມ​ຫລາຍ​ທີ່​ສຸດ.