ຄຳ "ປ່ອຍ" ໃນພາສາລາວ

ໃນພາສາລາວ ຄຳທີ່ມີຄວາມໝາຍ ບົ່ງບອກອາການ ຄຳນາມ, ແທນນາມ ເຮັດໃຫ້ບຸກຄົນໃດໜຶ່ງ, ສັດຊະນິດໃດໜຶ່ງ, ວັດຖຸສິ່ງຂອງໃດ ໜຶ່ງອອກຈາກ ການຄວບຄຸມ, ຄຸ້ມຄອງ, ກັກຂັງ ໂດຍຄວາມຕັ້ງໃຈ ຕາມຈຸດປະສົງໃດໜຶ່ງ ມີຫລາຍ ເຊັ່ນ: ປ່ອຍ, ປະ, ຮ້າງ… ດັ່ງນີ້ເປັນ ຕົ້ນ. ສຳລັບບົດນີ້ ຂໍລົງເລິກຄຳ "ປ່ອຍ".

           ຄຳ "ປ່ອຍ" ເປັນຄຳລາວໂດຍແທ້, ເປັນຄຳກຳມະ, ຖ້າປະສົມເປັນວະລີ, ປະໂຫຍກຍິ່ງ ມີຄວາມໝາຍເລິກເຊິ່ງ ໄປຕາມຈຸດປະສົງ ການສື່ສານ ນັ້ນໆ. ຄຳ "ປ່ອຍ" ຫມາຍເຖິງ ອາການ ຫລື ການກະທຳຂອງຄົນ, ສັດທີ່ເຮັດໃຫ້ຄຳນາມ ໃດໜຶ່ງຫວິດມົ້ມ ຫລື ໃຫ້ຄວາມເປັນ ອິດສະລະຈາກ ການຄວບຄຸມ, ຈ່ອງດຶງ, ກັກຂັງ, ລ້ຽງດູ… ດັ່ງວ່າ:ນົກມັນ ປ່ອຍລູກໄວ້ ໃນຮັງກົກໄມ້ໂດກ…ເພິ່ນປ່ອຍນັກໂທດ ຜູ້ທີ່ພົ້ນໂທດ ແລະ ມີການ ປະພຶດດີຂຶ້ນ; ນັກໂທດຈຳນວນໜຶ່ງຖືກປ່ອຍ ຍ້ອນມີການປະພຶດດີ (ປະໂຫຍກແບບນີ້ບາງ ເທື່ອບໍ່ໃສ່ຄຳຕໍ່ທ້າຍ ວ່າອອກຈາກຄຸກ ກໍ່ໄດ້ຄວາມ ໝາຍ, ຍ້ອນວ່ານັກໂທດ ທີ່ຖືກປ່ອຍເນື້ອແທ້ກໍ່ແມ່ນ ກ່ອນນັ້ນຖືກຂັງໃສ່ຄຸກ); ນາງ…ປ່ອຍນົກເພື່ອເອົາ ບຸນກຸສົນ ຕາມຄວາມ ເຊື່ອຖືຂອງລາວ; ທ້າວ…ປ່ອຍເຮືອໃຫ້ໄຫລ ໄປຕາມກະແສນໍ້າ; ນາງ…ປ່ອຍໃຈໄປ ຕາມຄວາມນຶກຄິດ…ນອກນັ້ນຄຳ "ປ່ອຍ" ໃນພາສາລາວ ຍັງຖືກປະກອບ ສ້າງເປັນວະລີ ທີ່ມີຄວາມໝາຍເລິກກວ່າ ຫລື ເປັນສຳນວນ ດັ່ງຄຳ: "ປ່ອຍຕົວປ່ອຍໃຈ" ເຊິ່ງໝາຍເຖິງ ອາການຂອງຄົນ ທີ່ຫລົງໄຫລ ໄປກັບສິ່ງໃດໜຶ່ງ ໂດຍບໍ່ສົນ ໃຈແນວອື່ນ. ນອກນັ້ນ ຍັງມີສຳນວນດັ່ງວ່າ: ປ່ອຍເສືອເຂົ້າປ່າ, ປ່ອຍອ່ຽນລົງຕົມ, ປ່ອຍປະລະເລີຍ (ກຳມະວະລີ) ແລະ ອື່ນໆ. ບາງຄຳທີ່ມີຄຳ "ປ່ອຍ"ຂຶ້ນໜ້າ, ບາງທີກໍ່ບໍ່ ໝາຍເຖິງ ອາການຂອງຄຳນາມ ດັ່ງທີ່ກ່າວມາ ຂ້າງເທິງ ເຊັ່ນຄຳ "ປ່ອຍລ່ອຍ" ເປັນ ຄຳຄຸນນາມ ຫລື ຄຳວິເສດ ທີ່ບົ່ງບອກ ຄຸນລັກສະນະສີໜ້າ, ຮູບຊົງໃບໜ້າຂອງຄົນ ຕາມຈິນຕະນາ ການວາດພາບ…ດັ່ງເຮົາມັກໄດ້ຍິນຂັບ ທຸ້ມຫລວງພະບາງ ວ່າ: ໂອແກ້ມປ່ອຍລ່ອຍ ຫອຍໄຕ່ຄັນນາ ເອີຍ…ບໍແຄ່ງບໍຂາ ໄຕ່ຄັນນາມາດ່ອມໆ…
          

ການໃຊ້ຄຳ "ປ່ອຍ" ໃນຍຸກສະໄໝໃໝ່, ຍຸກແຫ່ງການເຊື່ອມໂຍງ ອາດຈະມີການປ່ຽນແປງ ໃນບາງກໍລະນີ ເຊິ່ງມັກໄດ້ຍິນ, ໄດ້ອ່ານ : "ປ່ອຍຕົວ" ເຊິ່ງສື່ຄວາມ ໝາຍປ່ອຍນັກ ໂທດ ຫລື ຜູ້ຖືກຈັບເປັນຕົວປະກັນ. ແຕ່ໃດມາພາສາລາວມີຄຳ "ປ່ອຍຕົວ"ໄປກັບຄຳ "ປ່ອຍໃຈ" ປະກອບເປັນ ວະລີດັ່ງທີ່ ໄດ້ຍົກມາຂ້າງເທິງ. ສ່ວນການໃຊ້ ກ່ຽວຂ້ອງກັບ ນັກໂທດ, ຜ່ານມາກໍ່ນິຍົມໃຊ້ ດັ່ງຕົວຢ່າງວ່າ: ນັກໂທດຖືກປ່ອຍ, ເພິ່ນໄດ້ປ່ອຍນັກ ໂທດທີ່ມີການປະພຶດດີ ໃນໂອກາດວັນຊາດ, ໂຈນປ່ອຍຕົວ ປະກັນສອງຄົນ…ດັ່ງນີ້ ເປັນຕົ້ນ.