ປະເທດປາກິດສະຖານ

(ປ່ຽນເສັ້ນທາງມາຈາກ ປະເທດປາກີສະຖານ)

ແມ່ແບບ:Laos and Thailand ປາກີສະຖານ (ອັງກິດ: Pakistan; ອູຣູດູ: پاکستان) ຫຼືຊື່ທາງການຄື ສາທາລະນະລັດອິດສະລາມປາກິດສະຖານ (ອັງກິດ: Islamic Republic of Pakistan; ອູຣູດູ: اسلامی جمہوریہ پاکستان) ເປັນປະເທດທີ່ຕັ້ງຢູ່ໃນອາຊີໃຕ້ ມີພົມແດນຕິດກັບປະເທດອິນເດຍ ອີຫລ່ານ ອັຟການິສະຖານ ແລະຈີນ ແລະມີຊາຍຝັ່ງຕິດກັບທະເລອາຫຼັບ ມີປະຊາກອນກວ່າ 150 ລ້ານຄົນ ຫຼາຍເປັນອັນດັບ 6 ຂອງໂລກ ແລະເປັນປະເທດທີ່ນັບຖືສາສະໜາອິສະລາມໃຫຍ່ເປັນອັນດັບ 2 ແລະເປັນສະມາຊິກທີ່ສຳຄັນຂອງອົງການຄວາມຮ່ວມມືອິສະລາມ ແລະເປັນໜຶ່ງໃນບໍ່ກີ່ປະເທດທີ່ມີອາວຸດນິວເຄລຍໄວ້ໃນຄອບຄອງ

ຄຳວ່າ "ປາກີສະຖານ" ມີຄວາມໝາຍວ່າ "ດິນແດນຂອງຊົນບໍລິສຸດ" ໃນພາສາອູຣູດູແລະພາສາແປກ ໃນຂະນະດຽວກັນກໍ່ມາຈາກການນຳອັກສອນທຳອິດຂອງຊື່ດິນແດນຕ່າງໆ ມີປະກອບກັນເປັນປະເທດປາກີສະຖານຂຶ້ນມາ ຄື ປັນຈາບ (Punjab) ອັຟກາເນຍ (Afghania) ແ​ຄັ​ສ​ເມຍຫຼືກັສມີຣ໌ (Kashmir) ອິສລາມາບາດ (Islamabad) ສິນທ໌ (Sindh) ແລະບາລູຈິສະຖານ (BaluchisTAN)

Allama Iqbal ເປັນກະວີປະຈຳຊາດຂອງປາກີສະຖານ ນອກຈາກບ້ານເກີດຂອງເຈົ້າແລ້ວເຈົ້າຍັງມີຊື່ສຽງໃນອີຫລ່ານເຂດເຄີຣ໌ດິສະຖານແລະອີຣັກຊຶ່ງເປັນທີ່ຮູ້ຈັກກັນໃນຊື່ Iqbāl-e Lāhorī