ບໍ່ສາຍຄຳ ວົງດາລາ

ຊີວະປະຫວັດຫຍໍ້ ຂອງສະຫາຍ ດຣ. ບໍ່ສາຍຄຳ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີວ່າການ, ເລຂາຄະນະພັກ ກະຊວງພະລັງງານ ແລະ ບໍ່ແຮ່.

ສະຫາຍ ດຣ. ບໍ່ສາຍຄຳ ວົງດາລາ ເກີດເມື່ອວັນທີ 15/4/1948 ທີ່ບ້ານໂພນສະຫວັນ, ເມືອງແປກ, ແຂວງຊຽງຂວາງ, ເປັນບຸດຂອງທ່ານ ຄຳບໍ່ ວົງດາລາ ແລະ ນາງ ວັນສີ ວົງວິຈິດ; ໄດ້ສ້າງຄອບຄົວກັບນາງ ວັນຄຳ ວົງດາລາ, ມີລູກນຳກັນ 2 ຄົນ, ໄດ້ເຂົ້າເຮັດການປະຕິວັດ ວັນທີ 1/101974, ເຂົ້າເປັນສະມາຊິກພັກ ວັນທີ 22/10/1980. ການເຄື່ອນໄຫວເຮັດການປະຕິວັດຂອງສະຫາຍ ດຣ. ບໍ່ສາຍຄຳ ວົງດາລາ ແຕ່ລະໄລຍະມີດັ່ງນີ້: - ປີ 1974-1975: ເປັນພະນັກງານວິຊາການຢູ່ຫ້ອງການເສດຖະກິດສູນກາງ ທີ່ເມືອງວຽງໄຊ, ແຂວງຫົວພັນ. - ປີ 1976-1978: ເປັນຫົວໜ້າພະແນກຢູ່ກົມທໍລະນີສາດບໍ່ແຮ່. - ປີ 1978-1982: ໄປຄົ້ນຄວ້າປະລິນຍາເອກ ຝ່າຍທໍລະນີສາດບໍ່ແຮ່ ຢູ່ອະດີດສະຫະພາບໂຊວຽດ ແລະ ທັງເປັນເລຂາຊາວໜຸ່ມນັກສຶກສາລາວຢູ່ມົດສະກູ. - ປີ 1983-1990: ເປັນຫົວໜ້າກົມທໍລະນີສາດ ແລະ ທັງເປັນຮອງເລຂາໜ່ວຍພັກຂອງກົມ. - ປີ 1990-1996: ເປັນຫົວໜ້າກົມຄຸ້ມຄອງອຸດສະຫະກຳ ແລະ ຫັດຖະກຳ, ທັງເປັນຫົວໜ້າກົມທໍລະນີສາດບໍ່ແຮ່ ແລະ ເປັນຄະນະພັກກະຊວງ. - ປີ 1996-1999: ເປັນຫົວໜ້າຫ້ອງການກະຊວງ, ທັງເປັນຄະນະພັກກະຊວງອຸດສະຫະກຳ ແລະ ຫັດຖະກຳ. - ທີ 10/9/1999: ເປັນຮອງປະທານຄະນະກຳມະການພະລັງງານແຫ່ງຊາດ. - ເປັນຄະນະທີ່ປຶກສາສຳນັກງານແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດຂອງກະຊວງຍຸຕິທຳ. - 23/6/2000: ໄດ້ຖືກເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງທີ IV ຂອງສູນກາງສະຫະພັນກຳມະບານລາວ ເປັນຄະນະສູນກາງກຳມະບານລາວ ແລະ ໄດ້ຮັບແຕ່ງຕັ້ງເປັນຮອງປະທານ ທັງເປັນຄະນະພັກ ສູນກາງສະຫະພັນກຳມະບານລາວ. - 2/11/2001: ເປັນຮອງເລຂາຄະນະພັກ ສູນກາງສະຫະພັນກຳມະບານລາວ. - ປີ 2003-2004: ເປັນຜູ້ວ່າການປະທານສູນກາງສະຫະພັນກຳມະບານລາວ. - ປີ 2005: ເປັນປະທານສູນກາງສະຫະພັນກຳມະບານລາວ, ທັງເປັນເລຂາຄະນະພັກສູນກາງສະຫະພັນກຳມະບານລາວ. - ປີ 2006: ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການສູນກາງພັກ, ເປັນລັດຖະມົນຕີວ່າການກະຊວງ ພະລັງງານ ແລະ ບໍ່ແຮ່ ທັງເປັນເລຂາຄະນະພັກກະຊວງ ພະລັງງານ ແລະ ບໍ່ແຮ່, ເປັນສະມາຊິກສະພາແຫ່ງຊາດຊຸດທີ VI ເຂດເລືອກຕັ້ງແຂວງຫຼວງພະບາງ, ເປັນປະທານສະມາຄົມມິດຕະພາບລາວ-ຈີນ.