ບໍລິສັດຫຼັກຊັບລ້ານຊ້າງມະຫາຊົນ

ບໍ­ລິ­ສັດ​ຫຼັກ​ຊັບ​ລ້ານ​ຊ້າງ​ມະ­ຫາ­ຊົນ ເປັນ​ບໍ­ລິ­ສັດ​ຮ່ວມ​ທຸ­ລະ​ກິດ ​ລະ­ຫວ່າງ​ ທະ­ນາ­ຄານ​ພັດ­ທະ­ນາ​ລາວ ແລະ ບໍ­ລິ­ສັດ​ຫຼັກ​ຊັບ​ຊາ​ຄອມ​ແບັງ ແຫ່ງ ສ.ສ ຫວຽດ­ນາມ ໄດ້​ຮັບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ຈາກ​ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ຫຼັກ​ຊັບ ແລະ ຕະ­ຫຼາດ​ຫຼັກ​ຊັບ ໃນ​ວັນ​ທີ 1 ທັນ­ວາ 2010 ມູນ​ຄ່າ​ທຶນ​ຈົດ​ທະ­ບຽນ​ທັງ​ໝົດ 100 ຕື້​ກີບ ໄດ້​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 25 ມີ­ນາ 2011 ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ.

ບໍ­ລິ­ສັດ​ຫຼັກ​ຊັບ​ລ້ານ​ຊ້າງ​ມະ­ຫາ­ຊົນ ຖື​ຫຸ້ນ 50,05% ທະ­ນາ­ຄານ​ພັດ­ທະ­ນາ​ລາວ ຖື​ຫຸ້ນ 48,05% ພະ­ນັກ­ງານ​ບໍ­ລິ­ສັດ​ຫຼັກ​ຊັບ​ຊາ​ຄອມ​ແບັງ ຖື​ຫຸ້ນ 0,5% ແລະ ພະ­ນັກ­ງານ​ທະ­ນາ­ຄານ​ພັດ­ທະ­ນາ​ລາວ ຖື​ຫຸ້ນ 0,5% ບໍ­ລິ­ສັດ​ໃຫ້​ບໍ­ລິ­ການ​ໃຫ້​ຄຳ​ປຶກ­ສາ​ດ້ານ​ການ​ເງິນ​ບໍ­ລິ­ການ​ຄ້ຳ­ປະ­ກັນ​ການ​ຂະ­ຫຍາຍ​ຫຼັກ​ຊັບ ບໍ­ລິ­ການ​ນາຍ​ໜ້າ​ຊື້-ຂາຍ​ຫຼັກ​ຊັບ ແລະ ບໍ­ລິ­ການ​ຊື້-ຂາຍ​ຫຼັກ​ຊັບ ບໍ­ລິ­ສັດ​ໄດ້​ດຳ­ເນີນ​ການ­ເຄື່ອນ­ໄຫວ​ມາ​ໄດ້ 3 ເດືອນ ເຊິ່ງ​ໄດ້​ສຳ­ເລັດ​ການ​ເປັນ​ທີ່​ປຶກ­ສາ​ໃຫ້​ທະ­ນາ­ຄານ​ການ​ຄ້າ​ຕ່າງ­ປະ­ເທດ ໃນ​ການ​ຫັນ​ເປັນ​ມະ­ຫາ­ຊົນ ແລະ ຄ້ຳ­ປະ­ກັນ​ການ​ຂາຍ​ຫຸ້ນ​ໃຫ້​ທະ­ນາ­ຄານ ພ້ອມ​ນັ້ນ​ຍັງ​ໄດ້​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ແລະ ສັນ­ຍາ​ກັບ​ບັນ­ດາ​ບໍ­ລິ­ສັດ​ຈຳ­ນວນ​ໜຶ່ງ​ທີ່​ຕ້ອງ­ການ​ເປັນ​ທີ່​ປຶກ­ສາ ໃນ​ການ​ຫັນ​ເປັນ​ບໍ­ລິ­ສັດ​ມະ­ຫາ­ຊົນ ເປັນ​ທີ່​ປຶກ­ສາ​ດ້ານ​ການ​ເງິນ ການ​ລະ­ດົມ​ທຶນ​ຜ່ານ​ຕະ­ຫຼາດ​ຫຼັກ​ຊັບ ໂດຍ​ການ­ຈຳ­ໜ່າຍ​ຫຸ້ນ ແລະ ອື່ນໆ.