ບຸນອອກພັນສາ ປະວໍລະນາ

ບຸນອອກພັນສາ ປະວໍລະນາ

ຄຳວ່າ ອອກພັນສາ ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫລັງຈາກການ ເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປ ປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ເອີ້ນອີກຢ່າງໜຶ້ງວ່າ ການອອກຈາກ ລະດູຝົນ. ເມ່ືອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫລາຍ ພາກັນຈັດຫາ ວັດຖຸທານຕ່າງໆ ມາໄວ້ຖວາຍທານ ຕາມກຳລັງສັດທາ ຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້່າມວນຊົນ ຊາວພຸດກໍມາ ເຕົ້າໂຮມກັນ ຖວາຍຂອງທານ ທີ່ໄດ້ກະກຽມໄວ້ ດ້ວຍການຕັກບາດຢູ່ ໃນວັດພ້ອມ ທັງຖວາຍ ຜ້າຈີວອນ ຫລື ຜ້າຈຳນຳ ພັນສາໃຫ້ແກ່ ພະພິກຂຸສົງ.

ຕາມປະເພນີລາວ ແຕ່ເກ່ົາແລ້ວ ເວລາໄກ້ຈະຮອດ ວັນບຸນອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ ເພັງຊາວບ້ານ ກໍພາກັນມາເຕົ້າໂຮມ ກັນຢູ່ວັດ ເພ່ື່ອພ້ອມກັນສ້າງ ເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜ ລາວ ເພື່ອບູຊາຄຸນ ພະພຸດພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນ ສ້າງຂຶ້ນໃນຕອນບ່າຍ ຂອງມື້ເພັງເອງ. ບາງບ້ານກໍເຮັດ ແບບງ່າຍດາຍ ຈາກທ່ອນກ້ວຍ ເປັນຕົ້ນຕໍ ເສີມດ້ວຍແຜ່ນ ໄມ້ນ້ອຍໆເປັນ ຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນ ໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ ພ້ອມກັນອະທິຖານ ຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດ ມີຄວາມສຸກ, ປັດສະຈາກໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫລເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ມັດ ເຂົ້າກັນເປັນ ຮູບຊົງເຮືອໃຫຍ່ ມີການກະກຽມ ຫລາຍວັນ. ຢູ່ຕາມລຳນ້ຳຖ້າວ່າ ຜູ້ໃດຫາກລັດ ເອົາເຮືອໄຟດັ່ງກ່າວ ໄດ້ຕົ້ນກາລະພຶກ ກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫລືອຫລາຍ, ມີຄວາມເຊື່ອວ່າ ຄອບຄົວຂອງ ຜູ້ນັ້ນຈະມີຊີວິດ ທີ່ປາສະຈາກ ໂລກໄພໄຂ້ເຈັບ ທັງຫລາຍທັງປວງ ໃນປີນັ້ນ. ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະ ຊາວໜຸ່ມໄດ້ ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ ໄປລອຍນ້ຳຫລັງ ຈາກທີ່ໃຫ້ພະສູດ ແລະ ວຽນທຽນ ຢູ່ໃນວັດແລ້ວ ພ້ອມທັງອະທິຖານ ຕ່າງໆນາໆ.

ພໍຮອດມື້ຕໍ່ມາ ຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອ ລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີ ຕະຫລອດທັງຄືນ. ຈຸດປະສົງຂອງ ການຊ່ວງເຮືອ ແລະ ການໄຫລເຮືອໄຟ ແມ່ນເພື່ອສົມມາ ຄາລະວະ ພ້ອມທັງບວງສວງ ຂໍໂຊກຂໍລາບ ຈາກພະຍານາກ ແລະ ເທວະດາ ອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫລອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດ ທັງຫລາຍໄດ້ທຳມາ ຫາກິນຢ່າງສະຫງົບສຸກ.