ບຸນຫໍ່ເຂົ້າສະຫລາກ

ບຸນ​ຫໍ່​ເຂົ້າ​ສະ​ຫລາກ ໝາຍ​ເຖິງບຸນ​ທີ່​ພະ​ສົງ​ ສາ​ມະ​ເນນ​ໄດ້​ຈັບ​ສະ​ຫລາກ​ ເພື່ອ​ເອົາ​ປັດ​ໄຈ​ຖວາຍ​ທານ ແລະ ເຄື່ອງ​ຢູ່​ຂອງ​ກິນ​ ທີ່​ອອກ​ຕົນ​ຍາດ​ໂຍມ ​ນຳ​ເອົາ​ມາ​ຖວາຍ ແລະ ບຸນ​ນີ້​ຈະ​ເຮັດ​ຂຶ້ນ ​ໃນ​ມື້​ເພັງ​ເດືອນ​ສິບ ​ຈຶ່ງ​ເອີ້ນ​ອີກ​ຢ່າງ​ໜຶ່ງວ່າ: ບຸນ​ເດືອນ​ສິບ ເຊິ່ງ​ປີ​ນີ້​ກົງ​ກັບ​ວັນ​ສຸກ ທີ 16 ກັນ​ຍາ 2016 ນີ້. ພະອາ​ຈານ​ຄຳ​ເພົາ ວົງ​ແສງ​ສີ ຢູ່​ວັດ​ຊຽງ​​ຍືນ ​ນະ​ຄອນ​ຫລວງວຽງ​ຈັນ ໃຫ້​ຮູ້​ວ່າ: ການ​ເຮັດ​ບຸນ ​ຫໍ່​ເຂົ້າ​ສະ​ຫລາກ ແມ່ນ​ການ​ປະ​ຕິ​ບັດ ​ຮີດ​ຄອງ​ປະ​ເພ​ນີ​ ອັນ​ດີ​ງາມ​ຂອງ​ຄົນ​ລາວ​ ຊາວ​ພຸດ​ທີ່​ໄດ້​ປະ​ຕິ​ບັດ​ ກັນ​ມາ​ແຕ່​ລຸ້ນ​ປູ່​ຍ່າ​ຕາ​ຍາຍ ແລະ ຕາມ​ການບອກ​ເລົ່າ​ຕໍ່ກັນ​ມາ​ວ່າ​ການ​ເຮັດ​ບຸນ​ນີ້​ ແມ່ນ​ການ​ສົ່ງ​ຄືນ ດວງວິນ​ຍານ​ທີ່​ໄຮ້ ຍາດ​ຂາດ​ມິດ​ສັດ​ນະ​ຮົກ (ເຜດ) ທັງ​ຫລາຍ​ກັບ​ຄືນ​ສູ່​ນະ​ຮົກ ແລະ ຍັງ​ເປັນ​ການ​ອຸ​ທິດ​ ບຸນ​ກຸ​ສົນ​ໃຫ້​ຍາດ​ຕິ​ພີ່​ນ້ອງ, ເຈົ້າ​ກຳ​ນາຍ​ເວນ ແລະ ສັດ​ເດຍ​ລະ​ສານ​ຕ່າງໆ ​ໃຫ້​ໄດ້​ຮັບ​ບຸນ​ກຸ​ສົນ​ ທີ່​ຍາດ​ຕິ​ພີ່​ນ້ອງ​ເຮັດ​ໃຫ້​ໃນ​ຄັ້ງ​ນີ້.

ສຳ​ລັບ​ການ​ປະ​ຕິ​ບັດ ​ຮີດ​ຄອງ​ປະ​ເພ​ນີ​ຕ່າງໆ ​ລວມ​ທັງ​ບຸນ​ຫໍ່​ເຂົ້າ​ສະ​ຫລາກ​ ນີ້​ຖື​ວ່າ​ຖືກ​ຕາມ​ຮີດ​ຄອງ​ ປະ​ເພ​ນີ​ພໍ​ສົມ​ຄວນ, ແຕ່​ກໍ​ຍັງ​ມີ​ຫລາຍ​ຢ່າງ ​ທີ່​ຍັງ​ຂາດ​ຕົກ​ບົກ​ພ່ອງ ໂດຍ​ສະ​ເພາະ​ແມ່ນ​ ການ​ນຸ່ງ​ຖື​ບາງ​ຄົນ​ຍັງ​ບໍ່​ທັນ ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຍັງ​ມີ​ການ​ນຸ່ງ​ເຄື່ອງ​ທີ່​ສັ້ນ​, ເປີດ​ເຮືອນ​ຮ່າງ​ເຂົ້າ​ວັດ​ກໍ່​ມີ ເຊິ່ງ​ບໍ່​ເໝາະ​ສົມ ແລະ ບໍ່​ຖື​ກ​ກັບ​ກາ​ລະ​ເວ​ລາ, ສະ​ຖານ​ທີ່ ແລະ ຮີດ​ຄອງ​ປະ​ເພ​ນີ​ທີ່​ເຄີຍ​ເຮັດ​ມາ.

​ພະ​ຄຳອາ​ຈານ​ເພົາ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ການ​ເຮັດ​ບຸນ​ ຫໍ່​ເຂົ້າ​ສະ​ຫລາກ​ນີ້​ ແມ່ນ​ການ​ຮັກ​ສາ​ຮີດ​ຄອງ​ ປະ​ເພ​ນີ​ອັນ​ດີ​ງາມ​ ຂອງ​ຄົນ​ລາວ​ຊາວ​ພຸດ​ແລ້ວ ​ຍັງ​ສອນ​ໃຫ້​ຮູ້​ເຖິງ​ຄວາມ​ກະ​ຕັນ​ຍູ່ ​ກະ​ຕະ​ເວ​ທີ ​ຕໍ່​ຍາດ​ຕິ​ພີ່​ນ້ອງ, ພໍ່​ແມ່​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ, ນອກ​ຈາກ​ນີ້​ແລ້ວ​ຍັງ​ເປັນ​ການ​ສ້າງ​ຄຸນ​ງາມ ​ຄວາມ​ດີ​ດ້ວຍ​ການ​ເຂົ້າ​ວັດ ​ຟັງ​ທຳ​ຕາມ​ຄຳ​ສັ່ງ​ສອນ​ ຂອງ​ພະ​ພຸດ​ທະ​ສາສະ​ໜາ.