ບານເຕະເພື່ອມິດຕະພາບ

ບານເຕະເພື່ອມິດຕະພາບ (Football for Friendship) ​ໂຄງ​ການສ້າງ​ຂະ​ບວນ​ການ​ທາງ​ສັງ​ຄົມ​ຂອງ​ເດັກນ້ອຍ​ນາໆ​ຊາດ​ປະ​ຈຳ​ປີ ຈັດ​ຕັ້ງ​ປະຕິ​ບັດໂດຍ PJSC Gazprom. ເປົ້າ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ເພື່ອ ​ປູກ​ຝັງ​ຄ່າ​ນິ​ຍົມ​ອັນ​ສຳ​ຄັນ​ຂອງ​ຄົນ​ລຸ້ນ​ໜຸ່ມ ແລະ ຄວາມ​ສົນ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ​ທີ່​ມີ​ສຸ​ຂະ​ພາບ​ແຂງ​ແຮງ ສະແດງອອກ​ຜ່ານ​ກິ​ລາ​ບານ​ເຕະ.[1] ​ພາຍ​ໃນ​ກອບ​ຂອງ​ໂຄງ​ການ, ນັກ​ກິ​ລາ​ບານ​ເຕະລຸ້ນ​ອາ​ຍຸ​ 12 ປີ​ຈາກ​ປະ​ເທດ​ຕ່າງໆ[2] ເຂົ້າ​ຮ່ວມ​ໃນງານ​ເດັກ​ນາໆ​ຊາດ​ປະ​ຈຳ​ປີ, ຂັນ​ບານ​ໂລກ (World Cup) ​ໃນ "ບານ​ເຕະ​ເພື່ອ​ມິດ​ຕະ​ພາບ", ວັນ​ເຕະ​ບານ ແລະ ມິດ​ຕະ​ພາບ​ສາ​ກົນ.[3] ໂຄງການດັ່ງກ່າວໄດ້ຮັບການສະຫນັບສະຫນູນໂດຍສະຫະພັນບານເຕະສາກົນ  (FIFA) ສະຫະພັນບານເຕະເອີຣົບ (UEFA) ອົງການສະຫະປະຊາຊາດ ຄະນະກຳມະການໂອລິມປິກສາກົນ ແລະ ຄະນະກໍາມະການພາຣາລິມປິກສາກນ ຫົວຫນ້າລັດ ແລະ ລັດຖະບານ ຕະຫລອດຈົນສະຫະພັນບານເຕະຂອງບັນດາປະເທດຕ່າງໆ  ມູນລະນິທິການກຸສົນສາກົນ ອົງການຈັດຕັ້ງມະຫາຊົນ ແລະ ສະໂມສອນບານເຕະຊັ້ນນໍາຂອງໂລກດ້ວຍ[4] ບໍລິສັດ AGT Communications Group ຂອງຣັດເຊຍ ເປັນຜູ້ໃຫ້ບໍລິການໂຄງການດັງກ່າວໃນທົ່ວໂລກ.[5]

ປະຫວັດຄວາມເປັນມາ ດັດແກ້

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2013 ດັດແກ້

ງານ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ​ຂອງ​ເດັກ​ນ້ອຍ​ນາໆ​ຊາດ​ຄັ້ງ​ທຳ​ອິດ​ແມ່ນ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດ​ສະ​ພາ 2013 ຢູ່​ທີ່​ນະ​ຄອນ​ຫຼວງ​ລອນດອນ. ເດັກ​ນ້ອຍ 670 ຄົນ​ຈາກ 8 ປະ​ເທດ​ເຂົ້າ​ຮ່ວມ​ໃນງານ​ດັ່ງ​ກ່າວ​ຄື: ມາ​ຈາກ​ປະ​ເທດ​ບູນ​ກາ​ຣີ, ສະ​ຫະ​ລາດ​ຊະ​ອາ​ນາ​ຈັກອັງ​ກິດ, ຮັງກາ​ຣີ, ເຢຍ​ລະ​ມັນ, ເກຼັກ, ຣັດ​ເຊຍ, ເຊີເບຍ ແລະ ສະ​ໂລ​ເວ​ເນຍ. ຣັດ​ເຊຍ​ມີ​ຕົວ​ແທນ​ທີມ​ບານ​ເຕະ 11 ທີມ​ ມາ​ຈາກ 11 ເມືອງ ທີ່​ຈະ​ເປັນ​ເຈົ້າ​ພາບ​ການ​ແຂ່ງ​ຂັນ​ບານ​ເຕະ​ໂລກ​ຂອງ​ຟີ​ຟ່າ (FIFA World Cup) ໃນ​ປີ 2018. ທີມ​ເຍົາ​ວະ​ຊົນ​ຂອງ​ສະ​ໂມ​ສອນ Zenit, Chelsea, Schalke 04, ​Crvena Zvezda, ທີມ​ທີ່ຊະ​ນະ​ເລີດໃນ​ວັນກິ​ລາ​ເດັກ​ຂອງ​ Gazprom ແລະ ທີມທີ່​ຊະ​ນະ​ເລີດ​ໃນງານ​ເທດ​ສະ​ການ​Fakel ກໍ່​ໄດ້​ເຂົ້າ​ຮ່ວມ​ໃນງານ​ດັ່ງ​ກ່າວ.[6]

ພາຍໃນງານ, ເດັກ​ນ້ອຍ​ໄດ້ໂອ້ລົມ​ກັບໝູ່ເພື່ອນທີ່ມາ​ຈາກ​ປະ​ເທດ​ອື່ນ ແລະ ນັກ​ ເຕະບານ​​ທີ່​ມີ​ຊື່​ສຽງ, ພ້ອມກັນນັ້ນຍັງ​ໄດ້​ເຂົ້າ​ຮ່ວມ​ຮັບ​ໃຊ້ການ​ແຂ່ງ​ຂັນ​ບານ​ເຕະ​UEFA Champions League ຮອບ​ສຸດ​ທ້າຍ​ໃນ​ປີ 2012/2013 ທີ່​ສະ​ໜາມ​ກິ​ລາ​Wembley.[7]

ໝາກຜົນ​ຂອງງານ​ດັ່ງ​ກ່າວ​ແມ່ນ ​ຈົດ​ໝາຍເປີດກວ້າງ ທີ່​ເດັກ​ນ້ອຍ​ສ້າງຂຶ້ນເປັນ​ຄ່າ​ນິ​ຍົມທັງ​ແປດ​ຂອງ​ໂຄງ​ການດັ່ງກ່າວ​ຄື: ມິດ​ຕະ​ພາບ, ຄວາມ​ເທົ່າ​ທຽມ​ກັນ, ຄວາມ​ຍຸ​ຕິ​ທຳ, ສຸ​ຂະ​ພາບ, ສັນ​ຕິ​ພາບ, ຄວາມ​ຈົງ​ຮັກ​ພັກ​ດີ, ໄຊ​ຊະ​ນະ ແລະ ປະ​ເພ​ນີ. ຕໍ່​ມາ, ຈົດ​ໝາຍສະບັບ​ນັ້ນ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ກັບ UEFA, FIFA ແລະ IOC.[8] ​ເດືອນ​ ກັນ​ຍາ 2013, ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ ​ທ່ານ Vladimir Putin ແລະ ທ່ານ Vitaly Mutko, ທ່ານ Sepp Blatter ໄດ້​ຢືນ​ຢັນ​ວ່າ​ໄດ້​ຮັບ​ຈົດ​ໝາຍ​ດັ່ງ​ກ່າວແລ້ວ ແລະ ກ່າວ​ວ່າ ຕົນພ້ອມ​ໃຫ້​ການ​ສະ​ໜັບ​ສະ​ໜູນ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ (Football for Friendship).[9]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2014 ດັດແກ້

ລະ​ດູ​ການ​ທີ​ສອງ​ຂອງ​ໂຄງ​ການ​ບານ​ເຕະ​ເພື່ອ​ມິ​ດ​ຕະ​ພາບ (Football for Friendship) ແມ່ນ​ໄດ້​ຈັດ​ຂຶ້ນ​ຢູ່​​ເມືອງ Lisbon ​ໃນ​ວັນ​ທີ 23–25 ພຶດ​ສະ​ພາ 2014 ແລະ ໄດ້​ເຕົ້າ​ໂຮມ​ເອົາ​ໄວ​ໜຸ່ມ​ຫຼາຍກວ່າ 450 ຄົນ ຈາກ 16 ປະ​ເທດ​ເຂົ້າ​ຮ່ວມຄື: ເບ​ລາ​ລຸດ, ບູນ​ກາ​ຣີ, ສະ​ຫະ​ລາດ​ຊະ​ອາ​ນາ​ຈັກ​ອັງ​ກິດ, ຮັງ​ກາ​ຣີ, ເຢຍ​ລະ​ມັນ, ອີ​ຕາ​ລີ, ເນ​ເທີ​ແລນ, ໂປ​ໂລຍ, ປັອກ​ຕຸຍ​ການ, ຣັດ​ເຊຍ, ເຊີ​ເບຍ, ສະ​ໂລ​ເວ​ເນຍ, ຕວກກີ, ອູ​ແກ​ຣນ, ຝ​ຣັ່ງ ແລະ ໂຄ​ຣ​ອາຊີ. ນັກເຕະບານ​​ເຍົາ​ວະ​ຊົນ​ກໍ່ໄດ້​ເຂົ້າ​ຮ່ວມ​ໃນງານບານ​ເຕະ​​ເພື່ອ​ມິດ​ຕະ​ພາບ, ການ​ແຂ່ງ​ຂັນ​ບານ​ເຕະ​ຕາມ​ທ້ອງ​ຖະ​ໜົນ ແລະ ໄດ້​ເຂົ້າ​ຮ່ວມ​ຮັບ​ໃຊ້ໃນການ​ແຂ່ງ​ຂັນ​ບານ​ເຕະ​UEFA Champions League ຮອບ​ສຸດ​ທ້າຍ​ໃນ​ປີ 2013/2014.[10] ທີມ​ທີ່ຊະ​ນະ​ການ​ແຂ່ງ​ຂັນ​ບານ​ເຕະ​ຕາມ​ທ້ອງ​ຖະ​ໜົນນາໆ​ຊາດ (International Street Football Tournament) ໃນ​ປີ 2014 ແມ່ນ ​ທີມ​ເຍົາ​ວະ​ຊົນ Benfica (​ປັອກ​ຕຸຍ​ການ).

ໝາກຜົນຂອງ​ໂຄງ​ການ​ໃນ​ລະ​ດູ​ການ​ທີ​ສອງ​ແມ່ນ ​ການ​ເລືອກ​ຕັ້ງ​ຜູ້​ນຳ​ພາ​ການ​ເຄື່ອນ​ໄຫວບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship). ຜູ້ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ແມ່ນ ​ທ່ານ Felipe Suarez ຈາກ​ປະ​ເທດ​ປັອກ​ຕຸຍ​ການ. ​ເດືອນ ​ມິ​ຖຸ​ນາ 2014, ໃນ​ຖາ​ນະ​ຜູ້​ນຳ​ພາ​ການ​ເຄື່ອນ​ໄຫວ, ທ່ານໄດ້​ເຂົ້າ​ຊົມ​ການ​ແຂ່ງ​ຂັນ​ບານ​ເຕະ​ເຍົາ​ວະ​ຊົນ​ນາໆ​ຊາດ​ຄັ້ງ​ທີ​ເກົ້າ ດ້ວຍຄວາມອາໄລ​ເຖິງ Yuri Andreyevich Morozov.[11]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2015 ດັດແກ້

ລະ​ດູ​ການ​ທີ​ສາມ​ຂອງ ​ໂຄງ​ການສ້າງ​ຂະ​ບວນ​ການ​ທາງ​ສັງ​ຄົມ​ບານ​ເຕະ​​ເພື່ອ​ມິດ​ຕະ​ພາບຂອງ​ເດັກ​ນາໆ​ຊາດ ​ແມ່ນ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ ມິ​ຖຸ​ນາ 2015 ທີ່ນະ​ຄອນ​ຫຼວງ​ເບີ​ລິນ. ຜູ້​ເຂົ້າ​ຮ່ວມ​ເຍົາ​ວະ​ຊົນ​ຈາກທະ​ວີບ​ອາ​ຊີ – ​ທີມ​ບານ​ເຕະ​ເດັກ​ນ້ອຍ​ຈາກ​ຍີ​ປຸ່ນ, ຈີນ ແລະ ຄາ​ຊັກ​ສະ​ຖານ – ​ໄດ້​ເຂົ້າ​ຮ່ວມ​​ໂຄງ​ການ​ເປັນ​ຄັ້ງ​ທຳ​ອິດ. ມີ​ທີມ​ເຍົາ​ວະ​ຊົນ​ຈາກ​ສະ​ໂມ​ສອນ​ບານ​ເຕະ​ທັງ​ໝົດ​ຈາກ 24 ປະ​ເທດ​ ເຂົ້າ​ຮ່ວມ​ໃນ​ລະ​ດູ​ການ​ທີ​ສາມ. ນັກ​ ​ເຕະບານ​ເຍົາ​ວະ​ຊົນ​ໄດ້ໂອ້​ລົມ​ກັນກັບ​ນັກ​ເຕະບານທີ່ມາ​ຈາກ​ປະ​ເທດ​ອື່ນ ແລະ ດາ​ລາ​ນັກ​ເຕະບານຂອງ​ໂລກ, ລວມ​ທັງ​ຕົວແທນຂອງ​ໂຄງ​ການ​ ​ ​Franz Beckenbauer ຈາກທົ່ວ​ໂລກ ແລະ ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງ​ຂັນ​ບານ​ເຕະ​ຕາມ​ທ້ອງ​ຖະ​ໜົນ​ນາໆ​ຊາດ​ ລະ​ຫວ່າງ​ບັນ​ດາ​ທີມ​ເຍົາ​ວະ​ຊົນ​ນຳ​ອີກ.[12]

ທີມທີ່​ຊະ​ນະ​ການ​ແຂ່ງ​ຂັນ​ບານ​ເຕະ​ຕາມ​ທ້ອງ​ຖະ​ໜົນນາໆ​ຊາດ (International Street Football Tournament) ໃນ​ປີ 2015 ແມ່ນ​ ທີມ​ເຍົາ​ວະ​ຊົນ​Rapid (ປະ​ເທດ​ໂອ​ຕ​ຣິດ).

ລະ​ດູ​ການ​ທີ​ສາມ​ຂອງ​ໂຄງ​ການ​ບານ​ເຕະ​ເພື່ອ​ມິ​ດ​ຕະ​ພາບ​ ແມ່ນ​ມີ​ນັກ​ຂ່າວ​ຈາກ​ບັນ​ດາ​ສຳ​ນັກ​ຂ່າວ​ຊັ້ນ​ນຳ​ຂອງ​ໂລກປະ​ມານ​ 200 ຄົນ​ມາ​​ລາຍ​ງານ​ຂ່າວ, ພ້ອມ​ທັງ​ມີ​ນັກ​ຂ່າວ​ເຍົາ​ວະ​ຊົນ 24 ຄົນ​ ຈາກ​ເອີ​ຣົບ ແລະ ອາ​ຊີ​ມາ​​ລາຍ​ງານ​ຂ່າວ ເຊິ່ງແມ່ນ​ບັນ​ດາ​ຜູ້​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ສູນ​ຂ່າວສານ​ເດັກນ້ອຍ​ນາໆ​ຊາດ.[12]

ບັ້ນສຳຄັນ​ໃນ​ປີ 2015 ແມ່ນ​ພິ​ທີ​ມອບ​ລາງວັນ Nine values Cup, ເຊິ່ງ​ແມ່ນ​ສະ​ໂມ​ສອນ​ບານ​ເຕະ​ Barcelona (ປະ​ເທດ​ສະ​ເປນ) ເປັນຜູ້ຊະ​ນະ​ເລີດ. ຜູ້​ຊະ​ນະ​ເລີດ​ໄດ້ຮັບການຄັດ​ເລືອກ​ໂດຍ​ເດັກ​ນ້ອຍ​ທີ່​ຢູ່​ໃນງານ,​ີເປັນຜູ້ທີ່​ເຂົ້າ​ຮ່ວມ​ໃນ​ການ​ລົງ​ຄະ​ແນນ​ສຽງ​ທົ່ວ​ໂລກ ​ຈັດ​ຂຶ້ນ​ຢູ່​​ທັງ​ໝົດ 24 ປະ​ເທດທີ່​ເຂົ້າ​ຮ່ວມ.[12]

ຕອນ​ທ້າຍ​ຂອງງານ, ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ​ໄດ້​ປະ​ຕິ​ບັດ​ຕາມ​ປະ​ເພ​ນີ​ການ​ເຂົ້າ​ຮ່ວມ​ຮັບ​ໃຊ້ໃນການ​ແຂ່ງ​ຂັນ​ບານ​ເຕະ UEFA Champions League ຮອບ​ສຸດ​ທ້າຍ​ 2014/2015 ທີ່​ສະ​ໜາມ​ Olympic, ​ນະ​ຄອນ​ຫຼວງ​ເບີ​ລິນ.[13]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2016 ດັດແກ້

ການ​ເລີ່ມ​ຕົ້ນ​ຂອງ ໂຄງ​ການສ້າງ​ຂະ​ບວນ​ການ​ທາງ​ສັງ​ຄົມ​ບານ​ເຕະ​​ເພື່ອ​ມິດ​ຕະ​ພາບຂອງ​ເດັກ​ນາໆ​ຊາດ ໃນ​ປີ 2016 ​ໄດ້ຈັດໃຫ້​ເປັນ​ສ່ວນ​ໜຶ່ງ​ຂອງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ອອນ​ລາຍທາງ Hangout ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມີ​ນາ ທີ່ເມືອງ Munich ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​​ຕົວແທນ​ ຂອງ​ໂຄງ​ການ ​Franz Beckenbauer ຈາກທົ່ວໂລກ.[14]

ໃນ​ລະ​ດູ​ການ​ທີສີ່​ຂອງ​ໂຄງ​ການ, ທີມ​ເຍົາ​ວະ​ຊົນໃໝ່ 8 ທີມ​ ຈາກ​ປະ​ເທດ​ອາ​ແຊກໄບຊານ, ອານ​ເຊຣີ, ອາກ​ເມ​ເນຍ, ອາກ​ຊັງ​ຕິນ, ເບ​ຣ​ຊິນ, ຫວຽດ​ນາມ, ເຄີ​ຈິ​ກິດ​ສະ​ຖານ ແລະ ຊີ​ເຣຍ ໄດ້​ເຂົ້າ​ຮ່ວມໂຄງການ. ດັ່ງ​ນັ້ນ, ມີຈຳ​ນວນ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ທັງ​ໝົດ​ເຖິງ 32 ປະ​ເທດດ້ວຍກັນ.[15]

ໃນ​ວັນ​ທີ 5 ເມ​ສາ 2016 ການ​ລົງ​ຄະ​ແນນ​ສຽງ​ໃຫ້ຂັນ​ລາງວັນ​, ຂັນ​ລາງວັນ​ Nine Values Cup ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ. ບັນ​ດາ​ແຟນໆ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ຄັດເລືອກ​ຜູ້​ຊະ​ນະ, ແຕ່​ການ​ຕັດ​ສິນ​ຮອບ​ສຸດ​ທ້າຍ​ແມ່ນ​​ ​ ຜູ້​ເຂົ້າ​ຮ່ວມ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບເປັນຜູ້ຕັດ​ສິນ ໂດຍ​ການ​ລົງ​ຄະ​ແນນ​ສຽງ. ສະ​ໂມ​ສອນ Bayern (Munich) ເປັນຜູ້ຊະ​ນະ​ຂັນ​ລາງວັນ​ດັ່ງ​ກ່າວ. ຜູ້​ເຂົ້າ​ຮ່ວມ​ໃນບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ໄດ້​ລາຍງານກິດ​ຈະ​ກຳ​ຂອງ​ສະ​ໂມ​ສອນ ເພື່ອ​ສະ​ໜັບ​ສະ​ໜູນ​ເດັກ​ນ້ອຍ​ທີ່ມີຄວາມ​ຈຳເປັນສະເພາະ, ພ້ອມ​ທັງ​ການ​​ເລີ່ມຕົ້ນເພື່ອ​ສະໜອງຄວາມ​ເອົາ​ໃຈ​ໃສ່​ຕໍ່​ເດັກ​ນ້ອຍ​ໃນ​ປະ​ເທດ​ຕ່າງໆ ແລະ ເປັນການຊ່ວຍ​ເຫຼືອ​ເດັກທີ່​ມີ​ຄວາມຈຳ​ເປັນ.[16]

ງານບານ​ເຕະ​ເພື່ອ​ມິດ​ຕະ​ພາບ​ຂອງ​ເດັກ​ນ້ອຍ​ນາໆ​ຊາດຄັ້ງ​ທີ​ສີ່ ແລະ ການ​ແຂ່ງ​ຂັນ​ບານ​ເຕະ​ຕາມ​ທ້ອງ​ຖະ​ໜົນ​ນາໆ​ຊາດ​ຂອງ​ເດັກ​ນ້ອຍຮອບສຸດທ້າຍ ​ຈັດ​ຂຶ້ນ​ໃນ​ວັນ​ທີ 27–28 ພຶດ​ສະ​ພາ 2016 ທີ່​ເມືອງ​ມິ​ລານ.  ທີມ​ທີ່ຊະ​ນະ​ເລີດ​ການ​ແຂ່ງ​ຂັນ​ແມ່ນ​ທີມ Maribor ຈາກ​ສະ​ໂລ​ເວ​ເນຍ.[17] ໃນ​ຕອນ​ທ້າຍ​ຂອງງານ, ຜູ້​ເຂົ້າ​ຮ່ວມໄດ້​ປະ​ຕິ​ບັດ​ຕາມ​ປະ​ເພ​ນີ​ການ​ເຂົ້າ​ຮ່ວມ​ຮັບ​ໃຊ້ໃນການ​ແຂ່ງ​ຂັນ​ບານ​ເຕະ​ UEFA Champions League ຮອບ​ສຸດ​ທ້າຍ. ມີ​ນັກ​ຂ່າວ​ຫຼາຍກວ່າ 200 ຄົນ​ຈາກ​ສື່​ຊັ້ນ​ນຳ​ຂອງ​ໂລກ​ເຂົ້າ​ຮ່ວມລາຍ​ງານ​ຂ່າວໃນງານ​ດັ່ງ​ກ່າວ, ພ້ອມ​ທັງ​ສູນ​ຂ່າວສານ​ນາໆ​ຊາດ​ຂອງ​ເດັກນ້ອຍ ລວມທັງ​ນັກ​ຂ່າວ​ເຍົາ​ວະ​ຊົນ​ຈາກ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ.[18]

ນັກ​ເຕະບານ​ເຍົາ​ວະ​ຊົນ​ຈາກ​ສະ​ໂມ​ສອນ Al-Wahda ​ຈາກຊີ​ເຣຍ​ໄດ້​ເຂົ້າ​ຮ່ວມ​ໃນ​ງານບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ລະ​ດູ​ການ​ທີ​ສີ່ ເຊິ່ງ​ບໍ່​ເຄີຍ​ມີ​ມາ​ກ່ອນ. ການ​ລວມ​ເອົາ​ທີມ​ຊີເຣຍ​ເຂົ້າ​​ໃນ​ບັນດາຜູ້​ເຂົ້າ​ຮ່ວມ​ໂຄງ​ການ ແລະ ການ​ເຂົ້າຊົມໃນ​ງານ​ຂອງ​ເດັກ​ນ້ອຍ​ຊີ​ເຣຍທີ່ເມືອງ​​ມິ​ລານ ​ແມ່ນ​ບາດ​ກ້າວ​ອັນສຳ​ຄັນ​ສູ່​ການ​ເອົາ​ຊະ​ນະຄວາມ​ໂດດດ່ຽວ​​ດ້ານ​ມະ​ນຸດ​ສະ​​ທຳ​ຂອງ​ປະ​ເທດ. ຄະ​ນະ​ບັນ​ນາ​ທິ​ການ​ກິ​ລາ​ພາ​ສາ​ອາ​ຣັບ​ຂອງ​ຊ່ອງ​ໂທ​ລະ​ພາບ​ສາ​ກົນ​ ​ສະ​ຖາ​ນີ​Russia Today, ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ພັນ​ບານ​ເຕະ​ຊີ​ເຣຍ​ໄດ້​ຖ່າຍ​ທຳ​ສາ​ລະ​ຄະ​ດີ​ຊື່ "ສາມ​ວັນ​ປາສະຈາກ​ສົງ​ຄາມ" ເປັນເລື່ອງກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​​ໂຄງ​ການຂອງ​ເດັກ​ນ້ອຍ. ໃນ​ວັນ​ທີ 14 ກັນ​ຍາ 2016, ປະຊາຊົນ​ຫຼາຍກວ່າ 7,000 ຄົນ ຮັບ​ຊົມ​ຮູບ​ເງົາ​ສາ​ລະ​ຄະ​ດີທີ່​ເມືອງ Damascus.[19]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2017 ດັດແກ້

ສະ​ຖານ​ທີ່​ຊຸມນຸມສຳ​ລັບ ​ໂຄງ​ການສ້າງ​ຂະ​ບວນ​ການ​ທາງ​ສັງ​ຄົມ​ຂອງ​ເດັກ​ນ້ອຍນາໆ​ຊາດບານ​ເຕະ​ເພື່ອ​ມິດ​ຕະ​ພາບ (Football for Friendship) ໃນ​ປີ 2017 ຈັດຂຶ້ນທີ່ St. Petersburg) (ຣັດ​ເຊຍ) ແລະ ງານ​ສຸດ​ທ້າຍ​ທີ່ໄດ້​ຈັດ​ຂຶ້ນ​ນະທີ່​ນີ້​ ຕັ້ງ​ແຕ່​ວັນ​ທີ 26 ມິ​ຖຸ​ນາ ເຖິງ ວັນທີ 3 ກໍ​ລະ​ກົດ.[20]

ໃນ​ປີ 2017, ຈຳ​ນວນ​​ປະ​ເທດທີ່ເຂົ້າ​ຮ່ວມ​ໄດ້​ເພີ່ມ​ຂຶ້ນ​ຈາກ 32 ເປັນ 64 ປະ​ເທດ. ເປັນ​ຄັ້ງ​ທຳ​ອິດ​ຂອງ​ໂຄງ​ການ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ (Football for Friendship) ທີ່ມີ​ເດັກ​ນ້ອຍ​ຈາກ​ປະ​ເທດ​ເມັກ​ຊິກ​ໂກ ແລະ ສະ​ຫະ​ລັດເຂົ້າ​ຮ່ວມ. ດັ່ງ​ນັ້ນ, ໂຄງ​ການ​ໄດ້​ເຕົ້າ​ໂຮມ​ເອົາ​ນັກ​ກິລາ​ເຍົາ​ວະ​ຊົນ​ຂອງ​ທັງ​ສີ່​ທະ​ວີບ​ຄື: ອາ​ຟ​ຣິ​ກາ, ຢູ​ຣາ​ເຊຍ, ອາ​ເມ​ຣິ​ກາເໜືອ ແລະ ອາ​ເມ​ຣິ​ກາໃຕ້.[21]

ໃນ​ລະ​ດູ​ການ​ທີ​ຫ້າ ໂຄງ​ການ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ໃໝ່​ຄື: ໄດ້​ເລືອກ​ເອົາ​ນັກເຕະ​ບານເຍົາວະຊົນຜູ້​ໜຶ່ງ​ເປັນ​ຜູ້​ຕາງ​ໜ້າຈາກ​ແຕ່​ລະ​ປະ​ເທດ​. ບັນ​ດາ​ເຍົາວະຊົນທີ່​ເຕົ້າ​ໂຮມ​ກັນ​ໃນ​ທີມ​ມິດ​ຕະ​ພາບ​ນາໆ​ຊາດ​ທັງແປດ​​ທີ​ມ​ປະ​ກອບ​ມີ ​ເດັກ​ຍິງ ແລະ ເດັກຊາຍ​ອາ​ຍຸ 12 ປີ, ລວມ​ທັງ​ຄົນ​ພິ​ການນຳ.[22]

ໃນ​ໄລ​ຍະ​ຂອງ​ການ​ຫຼິ້ນແບບ​ເປີດກວ້າງ, ອົງ​ປະ​ກອບ​​ທີມ​ຂອງ​ປະ​ເທດ ແລະ ຕຳ​ແໜ່ງ​ເກມ​ການ​ແຂ່ງ​ຂັນ​ສຳ​ລັບ ຜູ້​ຕາງ​ໜ້າ​ຂອງປະ​ເທດ​ເຂົ້າ​ຮ່ວມ​ແມ່ນ​​ຖືກ​ກຳ​ນົດໄວ້ແລ້ວ. ການ​ຫຼິ້ນ​ແມ່ນ​ໄດ້​ຈັດ​ຂຶ້ນໃນ​ຮູບ​ແບບກອງ​ປະ​ຊຸມ​ຜ່ານ​ອິນ​ເຕີ​ເນັດ. ​ຫົວ​ໜ້າ​ທີມມິດ​ຕະ​ພາບ​ຂອງ​ທັງແປດ​ທີມ​ແມ່ນ​ຄູຝຶກ​ໜຸ່ມ​ຄື: Rene Lampert (ສະ​ໂລ​ເວ​ເນຍ), Stefan Maksimovich (ເຊີ​ເບຍ), Brandon Shabani (ສະ​ຫະ​ລາດ​ຊະ​ອາ​ນາ​ຈັກອັງ​ກິດ), Charlie Sui (ຈີນ), Anatoly Chentuloyev (ຣັດ​ເຊຍ), Bogdan Krolevetsky (ຣັດເຊຍ), Anton Ivanov (ຣັດ​ເຊຍ), Emma Henschen (ເນ​ເທີ​ແລນ). Liliya Matsumoto (ຍີ່​ປຸ່ນ), ຜູ້​ຕາງໜ້າ​ຂອງ​ສູນ​ສຳ​ນັກ​ຂ່າວ​ສາ​ກົນບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຫຼິ້ນດັ່ງກ່າວ.[23]

ທີມທີ່ຊະ​ນະ​ຂັນ​ບານ​ໂລກ (World Cup) ໃນ​ການ​ແຂ່ງ​ຂັນບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) 2017 ແມ່ນ​ທີມ "ສີ​ສົ້ມ", ເຊິ່ງ​ປະ​ກອບ​ມີ​ຄູຝຶກ​ໜຸ່ມ ແລະ ນັກ​ເຕະບານ​ເຍົາ​ວະ​ຊົນ​ຈາກ​ເກົ້າ​ປະ​ເທດ​ຄື: Rene Lampert (ສະ​ໂລ​ເວ​ເນຍ), Hong Jun Marvin Tue (ສິງ​ກະ​ໂປ), Paul Puig I Montana (ສະ​ເປນ), Gabriel Mendoza (ໂບ​ລິ​ເວຍ), Ravan Kazimov (ອາເຊີ​ໃບ​ຈັນ), Khrisimir Stanimirov Stanchev (ບູນ​ກາ​ຣີ), Ivan Agustin Casco (ອາກ​ຊັງ​ຕິນ), Roman Horak (ສາ​ທາ​ລະ​ນະ​ລັດ​ເຊັກ), Hamzah Yusuf Nuri Alhavvat (ລີ​ເບຍ).[23]

ງານ​ແຂ່ງ​ຂັນບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ຂອງ​ເດັກ​ນ້ອຍ​ນາໆ​ຊາດ​ມີ​ ​ແຂກ​ຄົນສຳ​ຄັນ​ເຂົ້າ​ຮ່ວມ​ຄື: ທ່ານ Viktor Zubkov (ປະ​ທານ​ຄະ​ນະ​ອຳ​ນວຍ​ການ​ຂອງ PJSC Gazprom), ທ່ານ Fatma Samura (ເລ​ຂາ​ທິ​ການ​ໃຫຍ່​ຂອງ FIFA), ທ່ານ Philippe Le Flock (ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ການ​ຄ້າ​ຂອງ FIFA), ທ່ານ Giulio Baptista (ນັກ​​ເຕະ​ບານຈາກເບ​ຣ​ຊິນ), ທ່ານ Ivan Zamorano (ກອງ​ໜ້າ​ຈາກ​ຊິ​ລີ), ທ່ານ Alexander Kerzhakov (ນັກ​​ເຕະບານຈາກຣັດ​ເຊຍ) ແລະ ແຂກທ່ານ​ອື່ນໆ​ ທີ່​ໄດ້​ຮັບ​ເຊີນ​​ມາ​ເພື່ອການສົ່ງເສີມ​ຄ່າ​ນິ​ຍົມຫຼັກ​ຂອງ​ມະ​ນຸດ​ໃຫ້ແກ່​ຄົນ​ລຸ້ນ​ໜຸ່ມ.[24]

ໃນ​ປີ 2017 ໂຄງ​ການດັ່ງກ່າວ​ມີ​ຜູ້​ຊົມ​​ເຂົ້າ​ຮ່ວມ​ຫຼາຍກວ່າ 600,000 ຄົນ ແລະ ມີ​ເດັກ​ນ້ອຍ ແລະ ຜູ້​ໃຫຍ່​ຫຼາຍກວ່າ 1,000 ຄົນ​ ຈາກ 64 ປະ​ເທດ​ເຂົ້າ​ຮ່ວມ​ໃນ​ຮອບ​ສຸດ​ທ້າຍ​ທີ່​ເມືອງ​ St. Petersburg.[25]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2018 ດັດແກ້

ໃນປີ 2018 ລະດູການຄັ້ງທີ ຫົກ ຂອງໂຄງການ "ບານເຕະເພື່ອມິດຕະພາບ" ໄດ້ຈັດຂຶ້ນ ແຕ່ ວັນທີ 15 ກຸມພາ ຫາ ວັນທີ່15 ມິຖຸນາ ສ່ວນກິດຈະກໍາຄັ້ງສຸດທ້າຍຂອງໂຄງການ ໄດ້ຈັດຂຶ້ນໃນນະຄອນຫລວງມອສໂກ ກ່ອນທີ່ກາແຂ່ງຂັນເຕະບານຊີງແຊັມໂລກ 2018 ທີ່ປະເທດຣັດເຊຍເປັນເຈົ້າພາບ ຈະເລີ່ມຕົ້ນ   ຜູ້ເຂົ້າຮ່ວມໃນໂຄງການດັງກ່າວ ໄດ້ແກ່ ບັນດານັກເຕະບານຫນຸ່ມນ້ອຍ ແລະນັກຂ່າວຫນຸ່ມນ້ອຍ ຈາກ 211 ປະເທດ ແລະ ຂົງເຂດຕ່າງ ໆ ຂອງໂລກ ​.[26] ສຳລັບໂຄງການປະຈຳປີ 2018 ນີ້ ກໍໄດ້ເປີດສາກຂຶ້ນຢ່າງເປັນທາງການໂດຍການຈັບສະຫລາກແບ່ງທີມຟຸດບອນໃນໂຄງການ "ບານເຕະເພື່ອມິດພາບ" ຊຶ່ງຈັດຂຶ້ນລະຫວ່າງການປະຊຸມອອນລາຍ ຜົນທີ່ໄດ້ມາຈາກການຈັບສະຫລາກ ກໍຄື ທີມຟຸດບອນ 32 ທີມ ເຊິ່ງໄດ້ແກ່  ທີມຟຸດບອນມິດພາບນານາຊາດ ຈິ່ງໄດ້ຮັບການຈັດຕັ້ງຂຶ້ນດ້ວຍ.[27]

ໃນປີ 2018 ພາຍໃນຂອບເຂດຂອງພາລະກິດດ້ານສິ່ງແວດລ້ອມ ທີມມິດຕະພາບນານາຊາດ ໄດ້ຖືກຕັ້ງຊື່ຕາມສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ

ທີມມິດຕະພາບນານາຊາດຂອງໂຄງການ «ບານເຕະເພື່ອມິດຕະພາບ» ໃນ 2018 ໄດ້ແກ່

ຊ້າງ​ອາ​ຟ​ຣິ​ກາ (African Elephant)

ມັງ​ກອນ​ໂກ​ໂມ​ໂດ (Komodo Varan)

ລີງ​ກິ​ປຸນ​ຈິ (Kipunji Monkey)

ເຕົ່າ​ຍັກ (Giant Tortoise)

ລະ​ມັ່​ງ​ອາດດ​ຣາ (Addra Gazelle)

ເສືອ​ຊີ​ຕ້າ (Cheetah)

ແຮດ (Rhinoceros)

ສະ​ຫຼາມ​ນາງ​ຟ້າ (Angel Shark)

ໝີ​ຂົ້ວ​ໂລກ (Polar Bear)

ລີງ​ຫາງປ້ອງ (Lemur)

ໝີ​ໃຫຍ່​ສີ​ນ້ຳ​ຕານ (Grizzly Bear)

ສະ​ຫຼາມດອກ (Whale Shark)

ຕຸ່ນ​ສາມ​ເລັບ (Three-Toed Sloth)

ງູ​ຈົງ​ອາງ (King Cobra)

ລີງ​ຊິມ​ແປນ​ຊີ (Chimpanzee)

ແຂ້​ອິນ​ເດຍ (Indian Gavial)

ລີງ​ກໍຣິ​ລາ​ຕາ​ເວັນ​ຕົກ (Western Gorilla)

ນົກ​ຫອນ​ຂວັນ (Imperial Woodpecker)

ລະ​ມັ່ງ​ໄຊ​ກາ (Saiga)

ລີງ​ໜ້າຂາວ (White-Fronted Capuchin)

ໝີ​ໂຄ​ລາ (Koala)

ເສືອ​ໄຊ​ບີ​ເຣຍ (Siberian Tiger)

ມ້າ​ລາຍ​ເກ​ຣ​ວີ (Grévy's Zebra)

ລີງ​ອູ​ລັງ​ອູ​ຕັງ (Orangutan)

ໝີ​ແພນ​ດາ​ຍັກ (Giant Panda)

ນົກ​ເພັນ​ກວິນ​ມາ​ເຈ​ລ​ລາ​ນິກ (Magellanic Penguin)

ຢີ​ຣາບ ​ຣອດ​ຊາຍ (Rothschild's Giraffe)

ປາ​ວານຮຳ​ແບັກ (Humpback Whale)

ໝາ​ນັກລ່າ​ອາ​ຟ​ຣິ​ກາ (African Hunting Dog)

ສິງໂຕ (Lion)

ຊ້າງ​ນ້ຳ (Hippopotamus)

ສິງ​ທະ​ເລ​ ກາ​ລາ​ປາກອ​ສ (Galápagos Sea Lion)

ນອກຈາກນີ້ພາຍໃນຂອບເຂດຂອງພາລະກິດສິ່ງແວດລ້ອມຂອງປີ 2018 ນັ້ນ ໃນວັນທີ່ 30 ພຶດສະພາ ກໍໄດ້ມີການເປີດຕົວກິດຈະກຳສາກົນ  Happy Buzz Day ເຊິ່ງຮຽກຮ້ອງໃຫ້ປະຊາຄົມໂລກໃຫ້ການສະຫນັບສະຫນູນແກ່ອົງການຈັດຕັ້ງເພື່ອອະນຸລັກສັດປ່າທີ່ຫາຍາກໃຫ້ລອດ ສວນສາທາລະນະ ແລະ ສະຫງວນແຫ່ງຊາດຂອງຣັດເຊຍ ອາເມລິກາ ເນປານ ແລະ ປະເທດອັງກິດກໍໄດ້ເຂົ້າຮ່ວມກິດຈະກຳດ້ວຍ[28]. ນອກຈາກນັ້ນໃນລະຫວ່າງກິດຈະກຳຄັ້ງສຸດທ້າຍຂອງໂຄງການ«ບານເຕະເພື່ອມິດຕະພາບ» ໃນນະຄອນຫລວງມອສໂກ ບັນດາຜູ້ເຂົ້າຮ່ວມກໍໄດ້ຍ້າຍໄປມາດ້ວຍລົດເມທີ່ເປັນມິດກັບສິ່ງແວດລ້ອມທີ່ແລ່ນດ້ວຍກ໊າຊທໍາມະຊາດດ້ວຍ.[29]

ປະເທດ ແລະ ພູມີພາກ ທີ່ເຂົ້າຮ່ວມໃນໂຄງການ"ບານເຕະເພື່ອມິດຕະພາບ" ໃນປີ2018 ໄດ້ແກ່

1. ສະ​ຫະ​ພັນ​ທະ​ລັດ​ອົດ​ສະ​ຕາ​ລີ

2. ສາ​ທາ​ລະ​ນະ​ລັດ​ໂອ​ຕ​ຣິດ

3. ສາ​ທາ​ລະ​ນະ​ລັດ​ອາ​ແຊກໄບຊານ

4. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ອານ​ເຊຣີ

5. ເກາະ​ເວີ​ຈິນ​ຂອງ​ສະ​ຫະ​ລັດ

6. ອາ​ເມ​ຣິ​ກັນ​ຊາ​ມົວ

7. ອັງ​ກິວ​ລາ

8. ແອັນ​ຕິ​ກົວ ແລະ​ ບາ​ບູ​ດາ

9. ສາ​ທາ​ລະ​ນະ​ລັດ​ອີ​ຢິບ​ອາ​ຣັບ

10. ສາ​ທາ​ລະ​ນະ​ລັດ​ອາກ​ຊັງ​ຕິນ

11. ອາ​ຣູ​ບາ

12. ບາ​ບາ​ໂດ​ສ໌

13. ເບ​ລິ​ສ

14. ເກາະ​ເບີ​ມິວ​ດາ

15. ສາ​ທາ​ລະ​ນະລັດ​ ເວ​ເນ​ຊູ​ເອ​ລາ​ ໂບ​ລິ​ວາ​ຣຽນ

16. ບອ​ສ​ເນຍ ແລະ ​ເຮີ​ເຊ​ໂກວິ​ນາ

17. ໝູ່ເກາະເວີ​ຈິນ​ອັງ​ກິດ

18. ​ເບີ​ກິ​ນາ​ຟາ​ໂຊ

19. ເຂດ​ປົກ​ຄອງ​ລຸກ​ຊຳ​ບວກ

20. ຮັງກາ​ຣີ

21. ສາ​ທາ​ລະ​ນະລັດ ​ອູຣູໄກວ​ຕາ​ເວັນ​ອອກ

22. ສາ​ທາ​ລະ​ນະ​ລັດ ​ກາ​ບອນ

23. ສາ​ທາ​ລະ​ນະ​ລັດ ​ກີເນ

24. ຈິບ​ຣາ​ລ​ຕາ

25. ບ​ຣູ​ໄນ​ດາ​ຣູ​ຊາ​ລາມ

26. ລັດອິດ​ສາ​ຣາ​ແອນ

27. ລັດກາ​ຕ້າ

28. ລັດກູ​ເວດ

29. ລັດລີ​ເບຍ

30. ລັດປາ​ເລ​ສ​ຕິນ

31. ເກຣນາດາ

32. ສາ​ທາ​ລະ​ນະ​ລັດ ເຮ​ເລັນ​ນິກ

33. ຈໍ​ເຈຍ

34. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຕິ​ມໍ-ເລ​ສ​ເຕ່

35. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ

36. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຊາວ​ໂຕ​ເມະ ແລະ​ ປ​ຣິນ​ຊິ​ເປະ

37. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ສັງ​ຄົມ​ນິ​ຍົມ​ ສີ​ລັງ​ກາ

38. ສາ​ທາ​ລະ​ນະ​ລັດ ໂດ​ມິ​ນິ​ກັນ

39. ລາດ​ຊະ​ອາ​ນາ​ຈັກ ​ຈໍ​ແດນ​ແຮ​ເຊ​ໄມ

40. ສາ​ທາ​ລະ​ນະ​ລັດ ​ອິດ​ສະ​ລາມ ​ອັບ​ກາ​ນິດ​ສະ​ຖານ

41. ສາ​ທາ​ລະ​ນະລັດ ອິດ​ສະ​ລາມ ​ອີ​ຣ່ານ

42. ສາ​ທາ​ລະ​ນະລັດ ອິດ​ສະ​ລາມ ໂມ​ຣິ​ຕາ​ເນຍ

43. ສາ​ທາ​ລະ​ນະ​ລັດ ອີ​ຕາລີ

44. ສາ​ທາ​ລະ​ນະ​ລັດ ​ເຢ​ເມນ

45. ໝູ່ເກາະເຄ​ແມນ

46. ການາດາ

47. ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ ຈີນ

48. ຈີນ​ໄທ​ເປ (ໄຕ້​ຫວັນ)

49. ອາ​ນາ​ເຂດ​ແອນ​ດໍ​ຣາ

50. ອາ​ນາ​ເຂດ​ລິດ​ເຕັນ​ສະ​ໄຕ

51. ສາ​ທາ​ລະ​ນະ ສະ​ຫະ​ພັນ ​ກູ​ຢາ​ນາ

52. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ເກົາ​ຫຼີ

53. ລາດ​ຊະ​ອາ​ນາ​ຈັກ​ ບາ​ເຣນ

54. ລາດ​ຊະ​ອາ​ນາ​ຈັກ ແບນ​ຊິກ

55. ລາດ​ຊະ​ອາ​ນາ​ຈັກ ພູ​ຖານ

56. ລາດ​ຊະ​ອາ​ນາ​ຈັກ ເດນ​ມາກ

57. ລາດ​ຊະ​ອາ​ນາ​ຈັກ ສະ​ເປນ

58. ລາດ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ

59. ລາດ​ຊະ​ອາ​ນາ​ຈັກ ເລ​ໂຊ​ໂທ

60. ລາດ​ຊະ​ອາ​ນາ​ຈັກ ມາຣົກ

61. ລາດ​ຊະ​ອາ​ນາ​ຈັກ ​ເນ​ເທີ​ແລນ

62. ລາດ​ຊະ​ອາ​ນາ​ຈັກ ນັອກ​ແວ

63. ລາດ​ຊະ​ອາ​ນາ​ຈັກ ຊາ​ອຸ​ດິ ອາ​ຣາ​ເບຍ

64. ລາດ​ຊະ​ອາ​ນາ​ຈັກ ສະ​ວິດ​ເຊີ​ແລນ

65. ລາດ​ຊະ​ອາ​ນາ​ຈັກ ໄທ

66. ລາດ​ຊະ​ອາ​ນາ​ຈັກ ຕອງ​ກາ

67. ລາດ​ຊະ​ອາ​ນາ​ຈັກ ສະ​ວີ​ເດັນ

68. ສາ​ທາ​ລະ​ນະ​ລັດ​ ເຄີ​ຈິ​ສ

69. ຄູ​ຣາ​ຄາວ

70. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ​ລາວ

71. ສາ​ທາ​ລະ​ນະ​ລັດ ລັດ​ເວຍ

72. ສາ​ທາ​ລະ​ນະ​ລັດ ເລ​ບາ​ນອນ

73. ສາ​ທາ​ລະ​ນະ​ລັດ ລິ​ທົວ​ເນຍ

74. ມາ​ເລ​ເຊຍ

75. ສາ​ທາ​ລະ​ນະ​ລັດ ມາ​ລ​ດິບ

76. ລັດເມັກ​ຊິກ​ໂກ

77. ລັດ​ໂບ​ລິ​ເວຍ​ຫຼາຍ​ຊາດ

78. ມົງ​ໂກ​ລີ

79. ມອນ​​ເຊີ​ຣັດ

80. ສາ​ທາ​ລະ​ນະ​ລັດ ບັງ​ກະ​ລາ​ເທດ

81. ລັດ​ເອ​ກະ​ລາດ​ປາ​ປົວ​ນິວ​ກິ​ນີ

82. ລັດ​ເອ​ກະ​ລາດ​ຊາ​ມົວ

83. ນີວ​ຊີ​ແລນ

84. ນິວແຄລີໂດເນຍ

85. ສາ​ທາ​ລະ​ນະລັດ ຕັງຊານີ

86. ສະ​ຫະ​ລັດ​ອາ​ຣັບ ອີ​ມີ​ເຣດ

87. ໝູ່ເກາະ​ຄຸກ

88. ເກາະ​ເຕີກ ແລະ​ ໄຄ​ຄອ​ສ

89. ສາ​ທາ​ລະ​ນະ​ລັດ ອາ​ລ​ບາ​ເນຍ

90. ສາ​ທາ​ລະ​ນະ​ລັດ ອັງ​ໂກ​ລາ

91. ສາ​ທາ​ລະ​ນະ​ລັດ ອາ​ເມ​ເນຍ

92. ສາ​ທາ​ລະ​ນະ​ລັດ ເບ​ລາ​ຣຸ​ສ

93. ສາ​ທາ​ລະ​ນະ​ລັດ ເບນິນ

94. ສາ​ທາ​ລະ​ນະ​ລັດ ບູນ​ກາ​ຣີ

95. ສາ​ທາ​ລະ​ນະ​ລັດ ບອ​ສວາ​ນາ

96. ສາ​ທາ​ລະ​ນະ​ລັດ ບູ​ຣຸນ​ດີ

97. ສາ​ທາ​ລະ​ນະ​ລັດ ວາ​ນົວ​ຕູ

98. ສາ​ທາ​ລະ​ນະ​ລັດ ເຮ​ຕິ

99. ສາ​ທາ​ລະ​ນະ​ລັດ ແກມ​ເບຍ

100. ສາ​ທາ​ລະ​ນະ​ລັດ ກາ​ນາ

101. ສາ​ທາ​ລະ​ນະ​ລັດ ກົວ​ເຕ​ມາ​ລາ

102. ສາ​ທາ​ລະ​ນະ​ລັດ​ ກີ​ນີ-ບິດ​ເຊົາ

103. ສາ​ທາ​ລະ​ນະ​ລັດ ຮອນ​ດູ​ຣັ​ສ

104. ສາ​ທາ​ລະ​ນະ​ລັດ ດິ​ຈິ​ບູ​ຕິ

105. ສາ​ທາ​ລະ​ນະ​ລັດ ແຊມ​ເບຍ

106. ສາ​ທາ​ລະ​ນະ​ລັດ ຊິມ​ບັບເວ

107. ສາ​ທາ​ລະ​ນະ​ລັດ ອິນ​ເດຍ

108. ສາ​ທາ​ລະ​ນະ​ລັດ ອິນໂດ​ເນເຊຍ

109. ສາ​ທາ​ລະ​ນະ​ລັດ ອີ​ຣັກ

110. ສາ​ທາ​ລະ​ນະ​ລັດ ອຽກ​ລັງ

111. ສາ​ທາ​ລະ​ນະ​ລັດ ໄອ​ແລນ

112. ສາ​ທາ​ລະ​ນະ​ລັດ​ ຄາ​ຊັກ​ສະ​ຖານ

113. ສາ​ທາ​ລະ​ນະ​ລັດ ​ເຄນ​ຢາ

114. ສາ​ທາ​ລະ​ນະ​ລັດ ​ໄຊ​ປ​ຣັ​ສ

115. ສາ​ທາ​ລະ​ນະ​ລັດ​ ໂຄ​ລຳ​ເບຍ

116. ສາ​ທາ​ລະ​ນະ​ລັດ​ ກົງໂກ

117. ສາ​ທາ​ລະ​ນະ​ລັດ ເກົາ​ຫຼີ

118. ສາ​ທາ​ລະ​ນະ​ລັດ ໂກ​ໂຊ​ໂວ

119. ສາ​ທາ​ລະ​ນະ​ລັດ ຄອ​ສ​ຕາ​ຣິ​ກາ

120. ສາ​ທາ​ລະ​ນະ​ລັດ ກົດດີວົວ

121. ສາ​ທາ​ລະ​ນະ​ລັດ ກູ​ບາ

122. ສາ​ທາ​ລະ​ນະ​ລັດ ໄລ​ບີ​ເຣຍ

123. ສາ​ທາ​ລະ​ນະ​ລັດ ເມົາ​ຣິ​ຕຽດ

124. ສາ​ທາ​ລະ​ນະ​ລັດ ມາ​ດາ​ກັ​ສ​ກາ

125. ສາ​ທາ​ລະ​ນະ​ລັດ ມາ​ເຊ​ໂດ​ເນຍ

126. ສາ​ທາ​ລະ​ນະ​ລັດ ມາລາ​ວີ

127. ສາ​ທາ​ລະ​ນະ​ລັດ ມາລີ

128. ສາ​ທາ​ລະ​ນະ​ລັດ ມອ​ລ​ຕ້າ

129. ສາ​ທາ​ລະ​ນະ​ລັດ ໂມ​ແຊມ​ບິກ

130. ສາ​ທາ​ລະ​ນະ​ລັດ ໂມລ​ໂດ​ວາ

131. ສາ​ທາ​ລະ​ນະ​ລັດ ນາ​ມີ​ເບຍ

132. ສາ​ທາ​ລະ​ນະ​ລັດ ໄນ​ເຈີ

133. ສາ​ທາ​ລະ​ນະ​ລັດ ນິ​ກາ​ຣາ​ກົວ

134. ສາ​ທາ​ລະ​ນະ​ລັດ ​ກັບແວກ

135. ສາ​ທາ​ລະ​ນະລັດ ອິດ​ສະ​ລາມ ປາ​ກິດ​ສະ​ຖານ

136. ສາ​ທາ​ລະ​ນະ​ລັດ ປາ​ນາ​ມາ

137. ສາ​ທາ​ລະ​ນະ​ລັດ ປາ​ຣາໄກວ

138. ສາ​ທາ​ລະ​ນະ​ລັດ ເປ​ຣູ

139. ສາ​ທາ​ລະ​ນະ​ລັດ ໂປ​ໂລຍ

140. ສາ​ທາ​ລະ​ນະ​ລັດ ປັອກ​ຕຸຍ​ການ

141. ສາ​ທາ​ລະ​ນະ​ລັດ ຣາ​ວານ​ດາ

142. ສາ​ທາ​ລະ​ນະ​ລັດ ຊານ​ມາ​ຣິ​ໂນ

143. ສາ​ທາ​ລະ​ນະ​ລັດ ເຊ​ເຊ​ລ​ເລ​ສ

144. ສາ​ທາ​ລະ​ນະ​ລັດ ເຊ​ເນ​ການ

145. ສາ​ທາ​ລະ​ນະ​​ລັດ​ ເຊີ​ເບຍ

146. ສາ​ທາ​ລະ​ນະ​​ລັດ ສິງ​ກະ​ໂປ

147. ສາ​ທາ​ລະ​ນະ​​ລັດ ສະ​ໂລ​ເວ​ເນຍ

148. ສາ​ທາ​ລະ​ນະ​ລັດ ສະ​ຫະ​ພາບ​ມຽນມາ

149. ສາ​ທາ​ລະ​ນະ​ລັດ ຊູ​ດານ

150. ສາ​ທາ​ລະ​ນະ​​ລັດ ຊູ​ຣິ​ນາ​ມ

151. ສາ​ທາ​ລະ​ນະ​ລັດ ​ຊີເອ​ຣາ​ເລ​ອອນ

152. ສາ​ທາ​ລະ​ນະ​​ລັດ ທາ​ຈິ​ກິດ​ສະ​ຖານ

153. ສາ​ທາ​ລະ​ນະ​ລັດ ຕ​ຣິ​ນິ​​ດັດ ແລະ ໂຕ​ບາ​ໂກ

154. ສາ​ທາ​ລະ​ນະ​​ລັດ ເຕີກ​ມີ​ນິດສະ​ຖານ

155. ສາ​ທາ​ລະ​ນະ​​ລັດ ອູ​ການ​ດາ

156. ສາ​ທາ​ລະ​ນະ​​ລັດ ອຸດ​ສະ​ເບ​ກິດ​ສະ​ຖານ

157. ສາ​ທາ​ລະ​ນະ​​ລັດ ຟິ​ຈິ

158. ສາ​ທາ​ລະ​ນະ​ລັດ ຟິ​ລິບ​ປິນ

159. ສາ​ທາ​ລະ​ນະ​​ລັດ ໂຄ​ຣ​ອາຊີ

160. ສາ​ທາ​ລະ​ນະ​​ລັດ ຊາດ

161. ສາ​ທາ​ລະ​ນະ​​ລັດ ມອນ​ເຕ​ເນ​ໂກ​ຣ

162. ສາ​ທາ​ລະ​ນະ​​ລັດ ຊິ​ລີ

163. ສາ​ທາ​ລະ​ນະ​​ລັດ ເອ​ກົວ​ດໍ

164. ສາ​ທາ​ລະ​ນະ​ລັດ ເອ​ຄົວ​ຕໍ​ຮຽວ​ກີ​ນີ

165. ສາ​ທາ​ລະ​ນະ​​ລັດ ແອ​ລ​ຊາ​ວາ​ດໍ

166. ສາ​ທາ​ລະ​ນະ​ລັດ ຊູ​ດານໃຕ້

167. ສາ​ທາ​ລະ​ນະ​​ລັດ ຄາ​ເມ​ຣູນ

168. ສະ​ຫະ​ພັນ ​ຣັດ​ເຊຍ

169. ຣູ​ມາ​ນີ

170. ເຂດ​ປົກ​ຄອງ​ພິ​ເສດ​ຮົງ​ກົງ​ຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ​ ຈີນ

171. ລັດ​ສະ​ມາ​ຄົມ​ເອ​ກະ​ລາດ ​ເປີ​ໂຕ​ຣິ​ໂກ

172. ໄອ​ແລນ​ເໜືອ

173. ເຊັນວິນ​ເຊັນ ແລະ ກ​ຣີ​ນາດິນ​ສ໌

174. ເຊັນ​ລູ​ເຊຍ

175. ສາ​ທາ​ລະ​ນະລັດ​ ອາ​ຣັບ​ຊີ​ເຣຍ

176. ສາ​ທາ​ລະ​ນະ​ລັດ ສະ​ໂລ​ວັກ

177. ສະ​ຫະ​ພັນ​ທະ​ລັດ ​ບາ​ຮາ​ມາ​ສ

178. ສະ​ຫະ​ພັນ​ທະ​ລັດ​ ໂດ​ມິ​ນິ​ກາ

179. ສະຫະລາດຊະອານາຈັກ​ ອັງ​ກິດ ແລະ ໄອ​ແລນ​ເໜືອ

180. ສະ​ຫະ​ລັດ​ອາ​ເມ​ຣິ​ກາ

181. ໝູ່ເກາະໂຊ​ໂລມອນ

182. ສາ​ທາ​ລະ​ນະລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ

183. ສະ​ຫະ​ພາບ​ໂກ​ໂມ​ໂຣ​ສ

184. ເຂດ​ປົກ​ຄອງ​ພິ​ເສດມາ​ເກົາຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ຊົນ ​ຈີນ

185. ລາດ​ຊະ​ອາ​ນາ​ຈັກ​ ໂອ​ມານ

186. ຕາ​ຮິ​ຕິ

187. ອາ​ນາ​ນິ​ຄົມ​ກວມ

188. ສາ​ທາ​ລະ​ນະ​ລັດ ໂຕ​ໂກ

189. ສາ​ທາ​ລະ​ນະ​​ລັດ ຕູ​ນີ​ເຊຍ

190. ສາ​ທາ​ລະ​ນະ​​ລັດ ຕວກກີ

191. ອູ​ແກ​ຣນ

192. ເວ​ລ​ສ໌

193. ໝູ່ເກາະຟາ​ໂຣ

194. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ສະ​ຫະ​ພັນ ​ເນ​ປານ

195. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ສະ​ຫະ​ພັນ ​ເອ​ທິ​ໂອ​ເປຍ

196. ສາ​ທາ​ລະ​ນະລັດ ສະ​ຫະ​ພັນ ​ເບ​ຣ​ຊິນ

197. ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ ​ເຢຍ​ລະ​ມັນ

198. ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ​ ໄນ​ເຈ​ເຣຍ

199. ສາ​ທາ​ລະ​ນະ​ລັດ ສະ​ຫະ​ພັນ​ ໂຊ​ມາ​ເລຍ

200. ສະ​ຫະ​ພັນເຊັນ​ຄິດ​ສ໌ ແລະ ​ເນ​ວິ​ສ

201. ສາ​ທາ​ລະ​ນະ​​ລັດ ຟິນ​ແລນ

202. ສາ​ທາ​ລະ​ນະ​ລັດ ຝ​ຣັ່ງ

203. ສາ​ທາ​ລະ​ນະ​ລັດ​ ອາ​ຟ​ຣິ​ກາ​ກາງ

204. ສາ​ທາ​ລະ​ນະ​ລັດ ​ເຊັກ

205. ກຸ່ມ​ສະ​ຫະ​ພັນ ​ສະ​ວິດ

206. ສະ​ກັອດ​ແລນ

207. ​ເອ​ຣິດ​ເທ​ຣຍ

208. ສາ​ທາ​ລະ​ນະ​​ລັດ ແອັດສະໂຕນີ

209. ສາ​ທາ​ລະ​ນະ​ລັດ ອາ​ຟ​ຣິ​ກາໃຕ້

210. ຈາ​ໄມ​ກາ

211. ຍີ່ປຸ່ນ

ທີມມິດຕະພາບນານາຊາດ 32 ທີມ ກໍໄດ້ເຂົ້າຮ່ວມໃນການແຂ່ງຂັນກິລາບານເຕະບານໂລກຂອງໂຄງການ «ບານເຕະເພື່ອມິດຕະພາບ» ປີ 2018  ແລະ ເປັນຄັ້ງທໍາອິດໃນປະຫວັດສາດຂອງໂຄງການ ທີ່ເດັກຊາຍ Jazn Taha[30] ນັກວິຈານຫນຸ່ມນ້ອຍຈາກຊີເຣຍ ໄດ້ວິຈານເກມສຸດທ້າຍ ສ່ວນການແຂ່ງຂັນດັ່ງກ່າວໄດ້ຖືກຕັດສິນໂດຍກຳມະການຫນຸ່ມນ້ອຍຈາກປະເທດຣັດເຊຍ Bogdan Batalin[31].

ຜູ້ຊະນະເຕະບານໂລກຂອງໂຄງການ «ບານເຕະເພື່ອມິດຕະພາບ» 2018 ແມ່ນ ທີມ «ລີງຊິມແປນຊີ» ເຊິ່ງລວມມີນັກເຕະບານຫນຸ່ມຈາກ ໂດມິນິກາ ແຊັງ ກິດ ແລະ ເນວິດ ມາລາວີ ໂຄລໍາເບຍ ເບນິນ ແລະ ສາທາລະນະລັດປະຊາທິປະໄຕຄອງໂກ ທ້າວວະລະດິສະລາຟ ໂປເລີຍໂຄຟ ຜູ້ເຂົ້າຮ່ວມຫນຸ່ມນ້ອຍຈາກ ເມືອງສາຮານສ໌ກ ຂອງປະເທດຣັດເຊຍ ເປັນຄູຝຶກສອນທີມນັ້ນ[32].

ກິດຈະກຳຄັ້ງສຸດທ້າຍຂອງລະດູການຄັ້ງທີ ຫົກ ຂອງໂຄງການນີ້ ແມ່ນກອງປະຊຸມຂອງເດັກນ້ອຍນານາຊາດຂອງໂຄງການ "ບານເຕະເພື່ອມິດຕະພາບ" ເຊິ່ງໄດ້ຈັດຂຶ້ນໃນວັນທີ 13 ເດືອນ ມິຖຸນາ ທີ່ສູນສມຸດສາດແລະຊີວະວິທະຍາທາງທະເລ "Moskvarium"  ບັນດາແຂກທີ່ໄດ້ຢ້ຽມຢາມກອງປະຊຸມ ກໍຄື ທ່ານ ວິກໂຕຣ ຊູບໂຄຟ (ປະທານຄະນະກໍາມະການບໍລິສັດແກັສປຣອມ)  ທ່ານ ນາງ ໂອລກາ ໂກໂລເດຊ (ຮອງນາຍົກລັດຖະມົນຕີຂອງສະຫະພັນຣັດເຊຍ)  ທ່ານ ອີເຄຣ ຄາສີລິອັສ (ນັກເຕະບານສະ​ເປັນ ແລະ ອະດີດກັບຕັນທີມຊາດສະ​ເປັນ)  ທ່ານອະເລັກຊານດ໌ຣ ເຄຣ໌ຊາໂຄຟ (ນັກເຕະບານຣັດເຊຍ ຄູຝຶກສອນຂອງທີມເຕະບານຊາວຫນຸ່ມຣັດເຊຍ) ຕະຫລອດຈົນຜູ້ຕາງຫນ້າຂອງ 54 ສະຖານທູດຈາກທົ່ວໂລກ ແລະ ບຸກຄົນທົ່ວໄປອື່ນໆ[33].

ນັກເຕະບານຫນຸ່ມນ້ອຍທີ່ດີທີ່ສຸດຂອງລະດູການຄັ້ງທີ ຫົກ ກໍໄດ້ຮັບລາງວັນໃນກອງປະຊຸມ ເຊິ່ງໄດ້ແກ່ Deo Kalenga Mwenze ຈາກປະເທດສາທາລະນະລັດປະຊາທິປະໄຕກົງໂກ (ກອງຫນ້າດີທີ່ສຸດ), Yamiru Oura ຈາກ ເບນິນ (ກອງກາງດີທີ່ສຸດ), Ivan Volynkin ຈາກ ປະເທດເວລ (ຜູ້ຮັກສາປະຕູທີ່ດີທີ່ສຸດ) ແລະ Gustavo Sintra Rocha ຈາກບາເລຊິນ  (MVP)[34].

ນັກຂ່າວຫນຸ່ມນ້ອຍດີທີ່ສຸດຂອງໂຄງການ «ບານເຕະເພື່ອມິດຕະພາບ» ໃນປີ 2018 ແມ່ນ ເດັກຍິງSheikali Asension ຈາກ Aruba ເດັກຍິງຜູ້ນີ້ ຂຽນບລັອກໂດຍຮຽກຮ້ອງໃຫ້ເຍົາວະຊົນຂອງໂອເຊຍເນຍປູກຈິດສໍານຶກດ້ານສິ່ງແວດລ້ອມ[35].

ການນໍາສະເຫນີຂອງປື້ມແລະກອງປະຊຸມລາຍເຊັນຂອງ ເດັກຍິງ ອະນັນຍາ  ກໍາປູເຈຍ  ຜູ້ເຂົ້າຮ່ວມຂອງລະດູການທີ່ຜ່ານມາຈາກປະເທດອິນເດຍ ໄດ້ຈັດຂຶ້ນໃນກອງປະຊຸມດັງກ່າວອີກດ້ວຍ[36] ຫລັງຈາກສິ້ນສຸດລົງໃນລະດູການທີ 5 ຂອງໂຄງການ «ບານເຕະເພື່ອມິດຕະພາບ» ໃນປີ 2017 ເດັກຍິງອະນັນຍາ  ໄດ້ຂຽນປຶ້ມ "ການເດີນທາງຂອງນ້ອງຈາກ ໂມຫາລີ  ໄປຍັງ ນະຄອນສານ ເປເຕຮ໌ບວກ" ກ່ຽວກັບປະສົບການໃນການເຂົ້າຮ່ວມຂອງລາວໃນຖານະເປັນນັກຂ່າວຫນຸ່ມນ້ອຍ ໃນປື້ມນີ້ເດັກຍິງໄດ້ບອກກ່ຽວກັບຄ່ານິຍົມເກົ້າປະການຂອງໂຄງການ ທີ່ຊ່ວຍປ່ຽນແປງໂລກໃຫ້ດີຂຶ້ນ

ໃນວັນທີ 14 ມິຖຸນາ ຫລັງຈາກທີ່ກອງປະຊຸມເດັກນ້ອຍນານາຊາດ "ບານເຕະເພື່ອມິດຕະພາບ"ສິ້ນສຸດລົງແລ້ວ ບັນດານັກກິລາເຕະບານຫນຸ່ມນ້ອຍ ແລະ ບັນດານັກຂ່າວຫນຸ່ມນ້ອຍ ກໍໄດ້ເຂົ້າຮ່ວມໃນພິທີເປີດການແຂ່ງຂັນເຕະບານຊີງແຊັມໂລກ 2018 ທີ່ປະເທດຣັດເຊຍເປັນເຈົ້າພາບໃນສະຫນາມ ກິລາ «ລູຊນິກີ» ທ່າມກາງ​ບັນຍາກາດຄຶກຄື້ນ​ມ່ວນ​ຊື່ນ ເດັກນ້ອຍໄດ້ຍົກທຸງຊາດຂອງທັງຫມົດ 211  ປະເທດແລະພູມິພາກ ທີ່ໄດ້ເຂົ້າຮ່ວມໃນໂຄງການປີນີ້[37] ຫຼັງຈາກນັ້ນ ບັນດານັກກິລາເຕະບານຫນຸ່ມນ້ອຍທີ່ເຂົ້າຮ່ວມໃນໂຄງການ «ບານເຕະເພື່ອມິດຕະພາບ»ນັ້ນ ພາກັນເບິ່ງການແຂ່ງຂັນເຕະບານໂລກ  ນັດເປີດສະໜາມລະຫວ່າງທີມຊາດຂອງຣັດເຊຍ ແລະ  ຊາອຸດິ ອາຣັບເບຍ

ທ່ານວາລາດິເມຍ ປູຕິນ ປະທານາທິບໍດີຂອງສະຫະພັນຣັດເຊຍ  ໄດ້ເຊື້ອເຊີນເດັກຊາຍອັລເບັຣ ຊີນນາໂຕຟ ທູດຫນຸ່ມນ້ອຍຂອງໂຄງການ «ບານເຕະເພື່ອມິດຕະພາບ» ຈາກປະເທດຣັເຊຍ  ເຂັ້າ ໄປນັ່ງໃນຫ້ອງວີໄອພີຂອງຕົນເອງ ເພື່ອຮ່ວມກັນເບິ່ງການແຂ່ງຂັນເຕະບານໂລກ ນັດເປີດ ສະໜາມ ທີ່ນັ້ນ ຊາຍຫນຸ່ມຍັງສາມາດສື່ສານກັບ Roberto Garlus, ແຊ້ມເຕະບານໂລກຈາກປະເທດບາຊິນ ແລະ ທ່ານ ອີເຄຣ ຄາສີລິອັສ  ນັກກິລາເຕະບານສະ​ເປັນ ໄດ້ດ້ວຍ[38].

ບັນດາເດັກນ້ອຍແລະໄວລຸ້ນມາກກວ່າ 1 500 ຄົນ ຈາກ 211 ປະເທດແລະພູມີພາກໄດ້ເຂົ້າຮ່ວມໃນກິດຈະກໍາຄັ້ງສຸດທ້າຍທີ່ນະຄອນຫລວງມອສໂກ ພາຍໃນຂອບເຂດຂອງລະດູການທີ່ຫົກຄັ້ງນີ້ ລວມທັງຫມົດມີ 180 ກິດຈະກໍາຕ່າງ ໆ ທີ່ໄດ້ຖືກຈັດຕັ້ງຂື້ນໃນຂົງເຂດຕ່າງໆຂອງໂລກ ຊຶ່ງໃນນັ້ນ ມີເດັກນ້ອຍ ຫຼາຍກວ່າ 240 ພັນຄົນໄດ້ເຂົ້າຮ່ວມດ້ວຍ[39].

ໃນປີ 2018 ນັ້ນ ໂຄງການດັ່ງກ່າວໄດ້ຮັບການສະຫນັບສະຫນູນຈາກເຈົ້າຫນ້າທີ່  ທ່ານ ນາງ ໂອລກາ ໂກໂລເດຊ ຮອງນາຍົກລັດຖະມົນຕີຂອງສະຫະພັນລັດເຊຍ ໃນນາມທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍກໍໄດ້ກ່າວຕ້ອນຮັບບັນດາຜູ້ເຂົ້າຮ່ວມແລະແຂກຂອງກອງປະຊຸມເດັກນານາຊາດດ້ວຍ. ທ່ານ ດິມິທຣີ ເມດເວເດຟ ນາຍົກລັດຖະມົນຕີແຫ່ງສະຫະພັນຮັດເຊຍ ໄດ້ສົ່ງໂທເລກຕ້ອນຮັບໄປຍັງຜູ້ເຂົ້າຮ່ວມປະຊຸມແລະແຂກຂອງກອງປະຊຸມເດັກນ້ອຍນານາຊາດຂອງໂຄງການ "ບານເຕະເພື່ອມິດຕະພາບ" ຄັ້ງທີ່ຫົກ.[40]

ໃນລະຫວ່າງການສະຫຼຸບໂດຍຫຍໍ້ ເມື່ອວັນທີ່ 23 ເດືອນພຶດສະພາ ທ່ານ Maria Zakharova ໂຄສົກກະຊວງການຕ່າງປະເທດຣັດເຊຍ ໄດ້ສັງເກດເຫັນວ່າ ໃນມື້ນີ້ ໂຄງການ "ບານເຕະເພື່ອມິດຕະພາບ" ໄດ້ຖືກຮັບຮູ້ໂດຍປະຊາຄົມໂລກເປັນອົງປະກອບດ້ານມະນຸດສະທໍາທີ່ສໍາຄັນຂອງນະໂຍບາຍສັງຄົມລະຫວ່າງປະເທດຂອງລັດເຊຍ[41].

ຕາມປະເພນີ ໂຄງການ "ບານເຕະເພື່ອມິດຕະພາບ" ໄດ້ຮັບການສະຫນັບສະຫນຸນຈາກ  ສະຫະພັນ ບານເຕະສາກົນ (FIFA) ອົງການຈັດຕັ້ງກ່າວວ່າຈໍານວນຜູ້ເຂົ້າຮ່ວມແລະແຂກຜູ້ມາຢ້ຽມຢາມຂອງກິດຈະກຳສຸດທ້າຍຢູ່ມອສໂກໄດ້ບັນລຸ ເຖີງ 5 000 ຄົນ[42].

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2019 ດັດແກ້

ເປີດລະດູການທີ 07 ຂອງໂຄງການເພື່ອສັງຄົນ ( ບານເຕະເພື່ອມິດຕະພາບ ) ຈັດຂື້ນໃນວັນທີ 18 ມີນາ 2019, ກິດຈະກຳລ່າສຸດຂອງໂຄງການຈັດຂື້ນທີ່ນະຄອນຫຼວງມາດຣິດ ແຕ່ວັນທີ 28 ພຶດສະພາ ຫາ ວັນທີ 02 ມີຖຸນີ.[43]

ວັນບານເຕະ ແລະ ມິດຕະພາບສາກົນ ວັນທີ 25 ເມສາ ມີການສະເຫຼີມສະຫຼອງຫຼາຍກວ່າ 50 ປະເທດ ຢູ່ເອີຣົບ, ອາຊີ, ອາຟຣີກກາ, ອາເມຣິກາເໜືອ ແລະ ໃຕ້ ສະຫະພັນບານເຕະຣັດເຊຍ ( RFU) ກໍ່ໄດ້ເຂົ້າຮ່ວມດ້ວຍ.[44]

ວັນທີ 30 ພຶດສະພາ ທີ່ນະຄອນຫຼວງມາດຣິດເປັນເຈົ້າພາບຈັດຟໍລ້ຳນາໆຊາດ ໂຄງການເພື່ອສັງຄົມ PAO ( Gazprom ) ( ບານເຕະເພື່ອມິດຕະພາບ ) 2019. ຟໍລ້ໍານີ້ໄດ້ລວບລວມຜູ້ຊ່ຽວຊານຈາກທຸກມຸມໂລກ- ໂຄດບານເຕະ, ແພດຂອງທີມເດັກ, ດາຣາ, ນັກຂ່າວຈາກສື່ຊັ້ນນຳລະດັບນາໆຊາດ SME, ຕົວແທນຂອງສະຖາບັນ ແລະ ສະຫະພັນບານເຕະນາໆຊາດ.[45]

ວັນທີ 31 ພືດສະພາ ທີ່ນະຄອນຫຼວງມາດຣິດ ໄດ້ຈັດການຝຶກຊ້ອມບານເຕະຂ້າມຊາດທີ່ໃຫຍ່ທີ່ສຸດໃນໂລກ. ຜົນຈາກການຝືກຊ້ອມ ( ບານເຕະເພື່ອມິດຕະພາບ ) ດັ່ງກ່າວ ໄດ້ຮັບໃບຮັບຮອງ GUINNESS WORLD RECORDS ຢ່າງເປັນທາງການ.[46]

ໃນຊ່ວງລະດູການທີ 07 ນັກຂ່າວຮຸ້ນໜຸ່ມ 32 ຄົນຈາກ ເອີຣົບ, ອາຟຣິກາ, ອາຊີ, ອາເມຣິກາເໜືອ ແລະ ໃຕ້ ໄດ້ຈັດຕັ້ງສູນຂ່າວເດັກນາໆຊາດ ຂອງໂຄງການ ( ບານເຕະເພື່ອມິດຕະພາບ ), ຊື່ງຄອບຄຸມການຈັດກິດຈະກຳຂອງໂຄງການ ແລະ ມີສ່ວນຮ່ວມໃນການກະກຽມຄວາມຮ່ວມມືກັບສື່ມວນຊົນທັງໃນ ແລະ ຕ່າງປະເທດ SME.[47]

ຜູ້ເຂົ້າຮ່ວມໃນລະດູການທີ 07 ໄດ້ມອບຖ້ວຍ ( NICE VALUES ) ( ລາງວັນຂອງໂຄງການເພື່ອສັງຄົມສຳລັບເດັກນາໆຊາດ ບານເຕະເພື່ອມິດຕະພາບ ) ໃຫ້ກັບສະໂມສອນ ( ລີເວີຟູລ ) ໃນຖານະທີມທີ່ຮັບຜິດຊອບຕໍ່ສັງຄົມຫຼາຍທີ່ສຸດ.[48]

ໃນວັນທີ 01 ມີຖຸນາ ຈຸດສຸດຍອດຂອງລະດູການທີ 07 ເກີດຂື້ນຢູ່ສະໜາມ UEFA Pitch ທີ່ນະຄອນຫຼວງມາດຣິດ- ເຊິ່ງເປັນນັດຊິງແຊັມໂລກ ຈາກ ( ບານເຕະເພື່ມິດຕະພາບ ). ຈາກຜົນການແຂ່ງຂັນທີມ ( Antiguan snake ) ກັບ ທີມ ( Tasmanian Devil) ດ້ວຍສະກໍ 1:1 ໃນເວລາປົກະຕິ ຈາກນັ້ນໄດ້ດວນຈຸດໂທດ ແລະ ໄດ້ຮັບລາງວັນຫຼັກ.[49]

ບານ​ເຕະ​​ເພື່ອ​ມິດ​ຕະ​ພາບ 2020 ດັດແກ້

ໃນປີ 2020 ກິດຈະກຳລ່າສຸດຂອງລະດູການທີ 08 ຂອງ ( ບານເຕະເພື່ອມິດຕະພາບ) ໄດ້ຈັດຂື້ນອອນໄລໃນແບບຟອມດິຈິຕອລ ແຕ່ວັນທີ 27 ພະຈິກ ຫາ ວັນທີ 09 ທັນວາ 2020. ຜູ້ເຂົ້າຮ່ວມຫຼາຍກວ່າ 10.000 ຄົນ ຈາກກວ່າ 100 ປະເທດທົ່ວໂລກເຂົ້າຮ່ວມກິດຈະກຳສຳຄັນນີ້.[50]

ສຳລັບລະດູການທີ 08 ຂອງໂຄງການ ໄດ້ຈຳຮອງບານເຕະອອນລາຍ ສຳລັບຜູ້ຫຼິ້ນຫຼາຍຄົນ ບານເຕະໂລກເພື່ອມິດຕະພາບ ໄດ້ຮັບການພັດທະນາເທິງພື້ນຖານຂອງການແຂ່ງຂັນຊິງແຊັມອອນລາຍ ( ບານເຕະເພື່ອມິດຕະພາບ ) 2020. ເກມນີ້ສາມາດດາວໂຫຼດຫຼີ້ນໄດ້ທົ່ວໂລກ ແຕ່ວັນທີ 10 ທັນວາ 2020- ວັນບານເຕະໂລກ. ຜູ້ໄດ້ຮັບການເຂົ້າຮ່ວມການແຂ່ງຂັນຕາມກົດຂອງ ( ບານເຕະເພື່ອມິດຕະພາບ ), ໂດຍລວມເປັນທີມລະຫວ່າງປະເທດ. ເກມທີ່ມີຜູ້ຫຼີ້ນຫຼາຍຄົນຈະຢືດຕາມເປົ້າໝາຍຫຼັກຂອງໂຄງການຄື : ມິດຕະພາບ, ສັນຕິພາບ ແລະ ຄວາມເທົ່າທຽມ.[51]

ໃນວັນທີ 27 ພະຈິກ ມີການຈົກສະຫຼາກຊິງແຊັມໂລກອອນລາຍ ( ບານເຕະເພື່ອມິດຕະພາບ ) 2020.[52]

ແຕ່ວັນທີ 28 ພະຈິກ ຫາ ວັນທີ 06 ທັນວາ ຜ່ານມາ ຄ້າຍມິດຕະພາບອອນລາຍນາໆຊາດ ກັບໂຄງການການສຶກສາດ້ານມະນຸດສະທຳ ແລະ ກິລາ ສຳລັບເດັກ.[53]

ແຕ່ວັນທີ 30 ພະຈິກ ຫາ ວັນທີ 04 ທັນວາ ການປະຊຸມຂອງຟໍລ້ໍາອອນລາຍນາໆຊາດ ( ບານເຕະເພື່ອມິດຕະພາບ ), ເຊິ່ງມີການນໍາສະເໜີໂຄງການໃນດ້ານການພັດທະນາກິລາຂອງເດັກ. ຜູ້ຊ່ຽວຊານໄດ້ປະເມີນການນຳສະເໜີຂອງໂຄງການທີ່ສະໝັກເພື່ອຮັບລາງວັນນາໆຊາດ ( ບານເຕະເພື່ອມິດຕະພາບ ).[54]

ໃນວັນທີ 07-08 ທັນວາ ຜ່ານມາ ຊິງແຊັມອອນລາຍທົ່ວໂລກ ( ບານເຕະເພື່ອມິດຕະພາບ ). ໃນປີນີ້ການຊິງແຊັມໄດ້ຈັດຂື້ນໃນຮູບແບບອອນລາຍໃນແບບຟອມດິຈິຕອລ, ໄດ້ຈຳຮອງຜູ້ຫຼີ້ນຫຼາຍຄົນໄດ້ຮັບການພັດທະນາຂື້ນເປັນພິເສດສຳລັບສິ່ງນີ້ ບານເຕະເພື່ອມິດຕະພາບ.[55]

09 ທັນວາ ໄດ້ຈັດຮອບຊິງຊະນະເລີດ ( ບານເຕະເພື່ອມິດຕະພາບ ).[56]

ການສຳມະນາສຳລັບເດັດຈາກປະເທດຕ່າງໆ ເພື່ອສະໜັບສະໜູນການຄົບຮອບ 75 ປີ ຂອງອົງການສະຫະປະຊາຊາດ ທີ່ຈັດຂື້ນໃນລະດູທີ 08 ຂອງໂຄງການ.

ໃນຊ່ວງເວລາລະດູການທີ 08 ຂອງໂຄງການ ລາຍການ (Stadium is where I am ) ເກມປະຈໍາອາທິດ ໄດ້ຮ່ວມກັບນັກເຕະບານອິດສະລະຈາກທົ່ວໂລກ. ໃນແຕ່ລະຕອນນັກຫຼີ້ນໄດ້ສອນຜູ້ທີ່ບໍ່ມີປະສົບການໃຫ້ສະແດງກົນອຸບາຍ ແລະ ໃນຕອນທ້າຍຂອງແຕ່ລະຕອນຈະມີການປະກາດການແຂ່ງຂັນ ເພື່ອສະແດງກົນອຸບາຍທີ່ດີທີ່ສຸດ. ການສະແດງຈົບລົງດ້ວຍ ມາດເຕີ-ຄຣາດ ອອນລາຍ, ເຊິ່ງໂຄງການ ( ບານເຕະເພື່ອມິດຕະພາບ ) ກາຍເປັນເຈົ້າຂອງສະຖິຕິໂລກຄັ້ງທີ່ 02 ຕາມຈຳນວນຜູ້ກ່ຽວຂ້ອງເຂົ້າຮ່ວມ ( 06 ທັນວາ 2020 ).

ບັນນາທິການຂ່າວດີ - ລາຍການປະຈໍາອາທິດ, ເປີດໂຕໂດຍນັກຂ່າວໜຸ່ມ ( ບານເຕະເພື່ອມິດຕະພາບ ), ເຊິ່ງເດັກໄດ້ແບ່ງປັນຂ່າວສານເຊີງບວກຈາກທົ່ວໂລກກັບຜູ້ຊົມ.

ແຊ້ມ​ໂລກບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ດັດແກ້

ການ​ແຂ່ງ​ຂັນ​ບານ​ເຕະ​ຂອງ​ເດັກ​ນ້ອຍ​ນາໆ​ຊາດ​ ຈັດ​ຢູ່​ພາຍ​ໃຕ້​ກອບ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship). ບັນ​ດາ​ທີມ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງຂັນ​ຊີງ​ແຊ້ມ​ຄື ​ທີມ​ມິດ​ຕະ​ພາບ​ ໄດ້ຮັບການ​ສ້າງ​ຕັ້ງຂຶ້ນ​ໃນ​ໄລຍະການຫຼິ້ນແບບເປີດກວ້າງ. ມີ​ການຈັດ​ຕັ້ງທີມ​ຕ່າງໆ​​ຂຶ້ນ​ຕາມ​ຫຼັກ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ຄື: ນັກ​ກິ​ລາ​ຂອງ​ຊາດ​ຕ່າງໆ, ເພດ ແລະ ຄວາມ​ສາ​ມາດ​ທາງ​ດ້ານ​ຮ່າງ​ກາຍ ໂດຍ​ຫຼິ້ນ​ຢູ່​ໃນ​ທີມ​ດຽວ​ກັນ.[57]

ງານບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ຂອງ​ເດັກ​ນາໆ​ຊາດ ດັດແກ້

ຢູ່​ທີ່ງານບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ຂອງ​ເດັກ​ນາໆ​ຊາດປະ​ຈຳ​ປີ, ຜູ້​ເຂົ້າ​ຮ່ວມ​ໂຄງ​ການ​ທີ່​ເປັນ​ເຍົາ​ວະ​ຊົນພ້ອມ​ກັບ​ຜູ້ເຂົ້າຮ່ວມໃນໄວ​ຜູ້​ໃຫຍ່ສົນ​ທະ​ນາກັນກ່ຽວກັບ ​ການ​ສົ່ງ​ເສີມ ແລະ ການ​ພັດ​ທະ​ນາ​ຄ່າ​ນິ​ຍົມ​ຂອງ​ໂຄງ​ການໃນ​ທົ່ວ​ໂລກ. ໃນ​ໄລຍະດຳເນີນ​ງານ, ເດັກ​ນ້ອຍ​ພົບ​ປະ ແລະ ໂອ້ລົມ​ກັນ​ກັບໝູ່ເພື່ອນທີ່ມາ​ຈາກ​ປະ​ເທດ​ອື່ນ, ນັກ​ເຕະບານ​ທີ່​ມີ​ຊື່​ສຽງ, ນັກ​ຂ່າວ ແລະ ບຸກຄົນ​ສາ​ທາ​ລະ​ນະຜູ້ອື່ນໆ ແລະ ຍັງ​ເປັນຕົວແທນຂອງ​ເຍົາ​ວະ​ຊົນ ຜູ້​ທີ່​ຈະ​ສືບ​ຕໍ່​ສົ່ງ​ເສີມ​ຄ່າ​ນິ​ຍົມໃນ​ທົ່ວ​ໂລກ​ຢູ່​ໃນ​ກຸ່ມ​ໝູ່ເພື່ອນ​ຂອງ​ພວກ​ເຂົາ​ໃນ​ອະ​ນາ​ຄົດນຳ​ອີກ.[58]

ສູນ​ຂ່າວສານຂອງ​ເດັກ​ນ້ອຍນາໆ​ຊາດ ດັດແກ້

ລັກ​ສະ​ນະ​ພິ​ເສດ​ຂອງ​ໂຄງ​ການ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ (Football for Friendship) ແມ່ນມີສູນ​ຂ່າວສານຂອງ​ເດັກ​ນ້ອຍນາໆ​ຊາດເປັນຂອງ​ຕົນ​ເອງ. ເບື້ອງຕົ້ນສູນຂ່າວສານດັ່ງກ່າວ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ ພາຍ​ໃຕ້ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ໃນ​ປີ 2014.[59] ນັກ​ຂ່າວ​ເຍົາ​ວະ​ຊົນ​​ໃນ​ສູນ​​ຂ່າວສານ​ລາຍ​ງານ​ຂ່າວ​ກ່ຽວກັບ​ໂຄງ​ການ​ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ: ພວກ​ເຂົາ​ກະກຽມ​ຂ່າວ​ໃຫ້​ກັບ​ສື່​ກິ​ລາ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ, ເຂົ້າ​ຮ່ວມ​ໃນ​ການ​ສ້າງ​ເນື້ອ​ໃນ​ຂ່າວ​ໃຫ້​ກັບ​ສະ​ຖາ​ນີ​ໂທ​ລະ​ພາບ​ບານ​ເຕະ​ເພື່ອ​ມິ​ດ​ຕະ​ພາບ, ໜັງ​ສື​ພຶມ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ​ຂອງ​ເດັກນ້ອຍ ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ທາງ​ການ​ຂອງ​ໂຄງ​ການ. ສູນ​​ຂ່າວສານຂອງ​ເດັກ​ນ້ອຍນາໆ​ຊາດເຕົ້າ​ໂຮມເອົາ​ຜູ້​ຊະ​ນະ​ເລີດໃນການ​ປະ​ກວດ​ນັກ​ຂ່າວ​ເຍົາ​ວະ​ຊົນ​ດີ​ເດັ່ນແຫ່ງ​ຊາດ, ນັກ​ຂຽນ​ບົດຄວາມ​ໜຸ່ມ, ຊ່າງ​ພາບ ແລະ ນັກ​ຂຽນ. ນັກ​ຂ່າວ​ເຍົາ​ວະ​ຊົນ​ຈາກ​ສູນ​ຂ່າວ​ສານ ໃຫ້​ທັດ​ສະ​ນະ​ຂອງ​ພວກ​ເຂົາ​ຕໍ່ກັບ​ໂຄງ​ການ, ຈັດ​ຕັ້ງ​ປະ​ຕິ​ບັດ​ຮູບ​ແບບ "ເດັກ​ນ້ອຍ​ກ່ຽວ​ກັບ​ເດັກ​ນ້ອຍ".[60]

ວັນບານ​ເຕະ ແລະ ​ມິດ​ຕະ​ພາບ​ສາ​ກົນ (International Day of Football and Friendship) ດັດແກ້

ພາຍ​ໃຕ້​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship), ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນບານ​ເຕະ ແລະ ​ມິດ​ຕະ​ພາບ​ສາ​ກົນ (International Day of Football and Friendship) ຂຶ້ນໃນ​ວັນ​ທີ 25 ເມ​ສາ. ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ພັກ​ຜ່ອນນີ້​​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2014 ໃນ 16 ປະ​ເທດ. ​ມື້​ນີ້, ຈະໄດ້​ຈັດມີ​ການ​ແຂ່ງ​ຂັນ​ຈັບຄູ່ການຫຼິ້ນ, ມີ​ການ​ເຕົ້າ​ໂຮມ​ກັນ, ແຂ່ງ​ມາ​ຣາ​ທອນ​ທາງວິ​ທະ​ຍຸ, ຫ້ອງ​ຮຽນ​ສອນແນະ​ນຳ, ການ​ສະ​ແດງ​ທາງ​ໂທ​ລະ​ພາບ, ເປີດ​ພາກ​ການ​ຝຶກ​ສອນ, ໆລໆ. ມີ​​ຫຼາຍກວ່າ 50,000 ຄົນ​ເຂົ້າ​ຮ່ວມ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງຄັ້ງນີ້.[61]

ໃນ​ປີ 2015, ​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ບານ​ເຕະ​ ແລະ ​ມິດ​ຕະ​ພາບ​ຢູ່​ໃນ 24 ປະ​ເທດ. ໃນ​ໄລຍະ​ງານ​ບຸນ​ສະ​ເຫຼີມ​ສະ​ຫຼອງແມ່ນ​​ມີ​ການ​ແຂ່ງ​ຂັນຈັບຄູ່ຫຼິ້ນ​ບານ​ເຕະ​ ແລະ ກິດ​ຈະ​ກຳ​ອື່ນໆ. ຢູ່​ໃນ​ປະ​ເທດ​ເຢຍ​ລະ​ມັນ, ນັກ​​ເຕະບານ​ທີມ​ Schalke 04 ໄດ້​ຈັດ​ການ​ຝຶກຊ້ອມ​ເຕະ​ບານ, ປະ​ເທດ​ເຊີ​ເບຍ​ເປັນ​ເຈົ້າ​ພາບລາຍການໂທລະພາບ, ຢູ່​ໃນ​ປະ​ເທດ​ຢູ​ເຄ​ຣນ​ – ໄດ້​ມີ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ທີມ​ເຍົາ​ວະ​ຊົນ​ຂອງ​ສະ​ໂມ​ສອນ Volyn FC ແລະ ເດັກ​ນ້ອຍ​ຜູ້​ທີ່​ໄດ້​ລົງ​ທະ​ບຽນ​ຢູ່​ໃນສູນບໍລິການສັງຄົມຂອງ​ເມືອງ Lutsk ​ສຳ​ລັບ​ຄອບ​ຄົວ​, ເດັກ​ນ້ອຍ ແລະ ຄົນ​ໜຸ່ມສາວ.[62]

ຢູ່​ໃນ​ປະ​ເທດ​ຣັດ​ເຊຍ, ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນບານ​ເຕະ​​ເພື່ອ​ມິດ​ຕະ​ພາບໃນ​ວັນ​ທີ 25 ເມ​ສາ ຢູ່​ໃນ 11 ຕົວເມືອງ. ການ​ແຂ່ງ​ຂັນ​ຈັບຄູ່ຫຼິ້ນບານ​ເຕະ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ Vladivostok, Novosibirsk, Yekaterinburg, Krasnoyarsk, Barnaul, St. Petersburg ແລະ Saransk ເພື່ອ​ລະ​ນຶກ​ເຖິງ​ຄ່າ​ນິ​ຍົມຫຼັກ​ຂອງ​ໂຄງ​ການ. ຢູ່​ໃນເມືອງ Krasnoyarsk, Sochi ​ແລະ Rostov-on-Don, ​ໄດ້​ມີ​ການ​ແຂ່ງ​ຂັນ​ແລ່ນ​ປ່ຽນ​ໄມ້​ມິດ​ຕະ​ພາບ​ຂຶ້ນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຖື​ທວນ​ໄຟ​ຈາກ​ການ​ແລ່ນ​ທວນ​ໄຟ​ໂອ​ລິມ​ປິກ ປະຈຳ​ປີ 2014. ຢູ່​ໃນນະ​ຄອນ​ຫຼວງ​ມົດ​ສະ​ກູ, ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ພັນ​ກິ​ລາ​ຄົນ​ຕາ​ບອດ, ໄດ້​ມີ​ການ​ແຂ່ງ​ຂັນ​ໂອ​ກາດ​ເທົ່າ​ທຽມ​ກັນ (Equal Opportunity Tournament) ຂຶ້ນ. ວັນ​ທີ 5 ພຶດ​ສະ​ພາ, ​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນບານ​ເຕະ​​ເພື່ອ​ມິດ​ຕະ​ພາບຢູ່​ໃນເມືອງ Nizhny Novgorod ແລະ Kazan.[10]

ໃນ​ປີ 2016, ​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ​ຢູ່​ໃນ 32 ປະ​ເທດ. ຢູ່​ໃນ​ປະ​ເທດ​ຣັດ​ເຊຍ, ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງຢູ່​ໃນ​ເກົ້າ​ຕົວເມືອງຄື: Moscow, St. Petersburg, Novosibirsk, Barnaul, Birobidzhan, Irkutsk, Krasnodar, Nizhny Novgorod ແລະ Rostov-on-Don. ເມືອງ Nizhny Novgorod ​ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ຈັບຄູ່ການຫຼິ້ນໃຫ້​ກັບ​ນັກ​ເຕະ​ບານ​ເຍົາ​ວະ​ຊົນ​ຈາກ​ສະ​ໂມ​ສອນ​ Volga FC ແລະ ນັກກິ​ລາ​​ຜູ້​ໃຫຍ່​ຈາກ​ສະ​ໂມ​ສອນໄດ້​ດຳ​ເນີນ​ການ​ອົບ​ອຸ່ນ​ຮ່າງ​ກາຍ ແລະ ຝຶກສອນ​ໃຫ້​ແກ່​ເດັກ​ນ້ອຍ. ຢູ່​ໃນ​ການ​ແຂ່ງ​ຂັນ​ຈັບຄູ່ການຫຼິ້ນ​ຢູ່​ໃນ​ເມືອງ Novosibirsk, ເດັກ​ນ້ອຍ​ພິ​ການ​ກໍ່​ໄດ້​ເຂົ້າ​ຮ່ວມ​ – Yermak-Sibir ເປັນ​ທີມມາຈາກພາກ​ພື້ນ Novosibirsk.[15]

ໃນ​ປີ 2017, ​ໄດ້​ມີ​ການ​ສະ​ເຫຼີມ​ສະ​ຫຼອງວັນ​ບານ​ເຕະ​ເພື່ອ​ມິດ​ຕະ​ພາບ​ຢູ່​ໃນ 64 ປະ​ເທດ. ນັກເຕະບານ​ທີ່​ມີ​ຊື່​ສຽງ, ລວມ​ທັງ​ກອງ​ຫຼັງ​ຈາກ​ເຊີ​ເບຍ Branislav Ivanovich ແລະ ກອງ​ໜ້າ​ຊາວ​ດັດ​ຈ໌ Dirk Kuyt ໄດ້​ເຂົ້າ​ຮ່ວມ​ງານ​ໃນ​ທົ່ວ​ໂລກ. ຢູ່​ໃນ​ປະ​ເທດ​ເກຼັກ, ໃນ​ງານ​ມີ Theodoras Zagorakis ຜູ້​ຊະ​ນະ​ແຊ້ມ​ບານ​ເຕະ​ເອີ​ຣົບ ປະຈຳ​ປີ 2004 ກັບ​ທີມ​ເພື່ອນ​ຮ່ວມ​ຊາດ​. ຢູ່​ໃນ​ປະ​ເທດ​ຣັດ​ເຊຍ, ສະ​ໂມ​ສອນ​ Zenit FC ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ຝຶກ​ສອນ​ພິ​ເສດ​ໃຫ້​ກັບ ທ້າວ Zakhar Badyuk, ຕົວແທນເຍົາ​ວະ​ຊົນ​ຂອງ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ໃນ​ປີ 2017. ຢູ່​ໃນ​ການ​ຝຶກ​ສອນ, ຜູ້​ຮັກ​ສາ​ປະ​ຕູ​ຂອງ​ທີມ​ Zenit FC, ທ້າວ Yury Lodygin ຍົກສູງ​​​ຄວາມ​ສາ​ມາດ​ຂອງ Zakhar ແລະ ໄດ້​ແລກ​ປ່ຽນ​ເຄັດ​ລັບ​ກ່ຽວກັບ​ການ​ຮັກ​ສາ​ປະ​ຕູ​ກັບ​ບຸກຄົນຜູ້ນີ້.[22]

ຄ່ານິຍົມ ເກົ້າປະການ ຂອງ ໂຄງການ"ບານເຕະເພື່ອມິດຕະພາບ" ດັດແກ້

ໃນລະຫວ່າງ ກອງປະຊຸມເດັກນ້ອຍນານາຊາດຄັ້ງທໍາອິດ ເຊິ່ງໄດ້ຈັດຂຶ້ນໃນວັນທີ 25 ພຶດສະພາ ປີ 2013 ນັ້ນ  ບັນດາທູດຫນຸ່ມນ້ອຍຈາກປະເທດອັງກິດ  ເຢຍລະມັນ, ສະໂລເວເນຍ  ຮັງກາລີ ເຊີເບຍ  ບູນກາລີ ເກຣັກ ແລະ ຣັດເຊຍ ໄດ້ສ້າງຕັ້ງຄ່ານິຍົມ ແປດປະການທໍາອິດ ຂອງໂຄງການຂຶ້ນ ເຊິ່ງໄດ້ແກ່ ມິດຕະພາບ ຄວາມສະເຫມີພາບ ຄວາມຍຸດຕິທໍາ ສຸຂະພາບ ຄວາມສະຫງົບ ຄວາມຈົງຮັກພັກດີ ໄຊຊະນະ ແລະ ປະເພນີ ແລ້ວ ໄດ້ນໍາສະເຫນີຄ່ານິຍົມແປດປະການຢູ່ໃນຈົດຫມາຍເປີດ   ຈົດຫມາຍສະບັບນີ້ໄດ້ຖືກສົ່ງໄປຍັງຫົວຫນ້າຂອງອົງການຈັດຕັ້ງກິລາສາກົນ ຄື: ສະຫະພັນ ບານເຕະສາກົນ  (FIFA)  ສະຫະພັນບານເຕະເອີຣົບ (UEFA)  ແລະ ຄະນະກຳມະການໂອລິມປິກສາກົນດ້ວຍ  ໃນເດືອນກັນຍາ ປີ 2013 ໃນລະຫວ່າງການພົບປະກັບ ທ່ານ ວະລາດິເມຍ ປູຕິນ ແລະ ທ່ານ ວີຕາລີ ມູດໂກນັ້ນ  ທ່ານ Joseph Blatter  ກໍ ໄດ້ຢືນຢັນການໄດ້ຮັບຈົດຫມາຍແລະກ່າວວ່າທ່ານພ້ອມແລ້ວທີ່ຈະສະຫນັບສະຫນູນໂຄງການ «ບານເຕະເພື່ອມິດຕະພາບ»[11].

ໃນປີ 2015 ບັນດາຜູ້ເຂົ້າຮ່ວມຈາກປະເທດຈີນ ຍີ່ປຸ່ນ ແລະ ຄາຊັກສະຖານ ກໍໄດ້ເຂົ້າຮ່ວມໂຄງການ«ບານເຕະເພື່ອມິດຕະພາບ» ໂດຍສະເຫນີໃຫ້ເພີ່ມຄ່ານິຍົມປະການທີ່ເກົ້າ ຄື ກຽດຕິສັກດ້ວຍ.[63]

ຂັນ​  Nine Values Cup ດັດແກ້

ຂັນ Nine Values Cup ​ແມ່ນ​ລາງວັນ​ຂອງໂຄງ​ການສ້າງ​ຂະ​ບວນ​ການ​ທາງ​ສັງ​ຄົມ​ຂອງ​ເດັກ​ນ້ອຍນາໆ​ຊາດບານ​ເຕະ​ເພື່ອ​ມິດ​ຕະ​ພາບ. ໃນ​ແຕ່​ລະ​ປີ​ໄດ້​ມີ​ການມອບ​ຂັນ​ລາງວັນໃຫ້​ກັບ​ການ​ປະ​ຕິ​ບັດທີ່ດີ​ຕໍ່​ຄ່າ​ນິ​ຍົມ​ຂອງ​ໂຄງ​ການ​​ຄື: ມິດ​ຕະ​ພາບ, ຄວາມ​ເທົ່າ​ທຽມ​ກັນ, ຄວາມ​ຍຸ​ຕິ​ທຳ, ສຸ​ຂະ​ພາບ, ສັນ​ຕິ​ພາບ, ຄວາມ​ຈົງ​ຮັກ​ພັກ​ດີ, ໄຊ​ຊະ​ນະ, ປະ​ເພ​ນີ ແລະ ກຽດ​​ສັກ​ສີ. ບັນ​ດາ​ແຟນໆ​ຈາກ​ທົ່ວ​ໂລກ​ເຂົ້າ​ຮ່ວມ​ຄັດ​ເລືອກ​ຜູ້​ຊະ​ນະ, ແຕ່​ການ​ຕັດ​ສິນ​ຮອບ​ສຸດ​ທ້າຍ​ແມ່ນດຳເນີນໂດຍ​ການ​ລົງ​ຄະ​ແນນ​ສຽງຂອງຜູ້​ເຂົ້າ​ຮ່ວມ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ. ສະ​ໂມ​ສອນ​ບານ​ເຕະ​ທີ່​ໄດ້​ຮັບຂັນ​ລາງວັນ Nine Values Cup ມີ​ຄື: Barcelona (2015), Bayern Munich (2016), Al Wahda (ລາງວັນ​ພິ​ເສດ), Real Madrid (2017).[64]

ປອກ​ແຂນ​ແຫ່ງມິ​ດ​ຕະ​ພາບ ດັດແກ້

ທຸກ​ກິດ​ຈະ​ກຳ​ຂອງ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ການ​ແລກ​ປ່ຽນ​ປອກ​ແຂນ​ແຫ່ງມິດ​ຕະ​ພາບ, ເຊິ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ຄວາມ​ສະ​ເໝີ​ພາບ ແລະ ວິ​ຖີ​ຊີ​ວິດ​ທີ່ມີ​ສຸ​ຂະ​ພາບ​ດີ. ປອກ​ແຂນ​ປະ​ກອບ​ດ້ວຍ ​ເສັ້ນ​ດ້າຍ​ຖັກ​ສອງ​ເສັ້ນ​ສີ​ຟ້າ ແລະ ສີ​ຂຽວ ແລະ ຜູ້​ທີ່​ເຂົ້າ​ຮ່ວມ​ແລກ​ປ່ຽນ​ຄ່າ​ນິ​ຍົມ​ຂອງ​ໂຄງ​ການສາ​ມາດ​ສວມໃສ່​​ໄດ້.

ອີງ​ຕາມໂຄງການ​ Franz Beckenbauer

"ສັນ​ຍາ​ລັກ​ຂອງ​ການ​ເຄື່ອນ​ໄຫວ​ແມ່ນ​ປອກ​ແຂນ​ສອງ​ສີ, ເຊິ່ງສາ​ມາດ​ເຂົ້າ​ໃຈ​ໄດ້ ແລະ ມີ​ຄວາມ​ໝາຍ​ງ່າຍໆ​ ຄືເປັນ​ຄ່າ​ນິ​ຍົມ​ສືບ​ທອດ​ຂອງ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship).

ເຍົາ​ວະ​ຊົນ​ຜູ້​ເຂົ້າ​ຮ່ວມ​ໃນ​ໂຄງ​ການ ​ໄດ້​ມັດ​ປອກ​ແຂນແຫ່ງ​ມິດ​ຕະ​ພາບ​ໃສ່​ຂໍ້​ມື​ຂອງ​ນັກ​ກິ​ລາ​ທີ່​ມີ​ຊື່​ສຽງ ແລະ ບຸກຄົນ​ສາ​ທາ​ລະ​ນະ[65] ລວມ​ມີ​ຄື: Dick Advocaat,[66] Anatoly Timoshchuk[67] ແລະ Luis Netu, Franz Beckenbauer,[68] Luis Fernandev, Didier Drogba, Max Meyer, Fatma Samura, Leon Gorecka, Domenico Krishito, Michel Salgado, Alexander Kerzhakov, Dimas Pirros, Miodrag Bozovic, Adelina Sotnikova, Yuri Kamenets.  

ກິດ​ຈະ​ກຳ​ຂອງ​ຜູ້​ເຂົ້າ​ຮ່ວມ​ໃນ​ລະ​ຫວ່າງ​ລະ​ດູ​ການ​ຕ່າງໆ ດັດແກ້

ນັກ​​​ເຕະບານ​ເຍົາ​ວະ​ຊົນ​ຈາກ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ເຂົ້າ​ຮ່ວມ​ໃນ​ງານ​ຕ່າງໆ​ຢູ່ນອກ​ລະ​ດູ​ການ​ທາງ​ການ. ໃນ​ເດືອນ​ພຶດ​ສະ​ພາ 2013, ນັກ​​ເຕະ​ບານລຸ້ນນ້ອຍຈາກ​ສະ​ໂມ​ສອນ​ບານ​ເຕະ​ເຍົາ​ວະ​ຊົນ​ Maribor (ປະ​ເທດ​ສະ​ໂລ​ເວ​ເນຍ) ໄດ້​ຈັດ​ການແຂ່ງຂັນຈັບຄູ່ຫຼິ້ນເພື່ອ​ການ​ກຸ​ສົນ​ກັບ​ເດັກ​ນ້ອຍ​ກຳ​ປູ​ເຈຍ.[69] ໃນ​ວັນ​ທີ 14 ກັນ​ຍາ 2014 ຢູ່​ໃນ​ເມືອງ​ Sochi, ຜູ້​ເຂົ້າ​ຮ່ວມ​ໂຄງ​ການ​ຄົນ​ຣັດ​ເຊຍ​ໄດ້ໂອ້​ລົມ​ກັບ​ທ່ານ Vladimir Putin ໃນ​ໄລຍະການ​ປະ​ຊຸມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ ສະ​ຫະ​ພັນ ​ຣັດ​ເຊຍ​ ກັບ​ປະ​ທານ FIFA ທ່ານ Sepp Blatter.[70] ໃນ​ເດືອນ​ມິ​ຖຸ​ນາ 2014, ປະ​ທາ​ນາ​ທິ​ບໍ​ດີ​ຂອງປະເທດຝ​ຣັ່ງ ທ່ານ Francois Hollande ໄດ້​ເຊື້ອເຊີນ​ທີມ​ Taverni ເຊິ່ງ​ເປັນ​ສະ​ມາ​ຊິກ​ຂອງ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ມາ​ຍັງ​ພະ​ລາດ​ຊະ​ວັງ​ Elysee Palace ເພື່ອ​ຮັບຊົມ​ການ​ແຂ່ງ​ຂັນ​ບານ​ໂລກ​ ປະຈຳປີ 2014 (2014 FIFA World Cup) ນັດພົບກັນ​ລະ​ຫວ່າງ​ ຝ​ຣັ່ງ​ກັບ​ໄນ​ເຈ​ເຣຍ.[71] ໃນ​ເດືອນ​ເມ​ສາ 2016, ທ້າວ Yuri Vashchuk, ຕົວແທນ​ຂອງ​ໂຄງ​ການບານ​ເຕະ​​ເພື່ອ​ມິດ​ຕະ​ພາບ (Football for Friendship) ໃນ​ປີ 2015 ໄດ້​ພົບ​ກັບ​ຊາຍ​ທີ່​ແຂງ​ແ​ກ່ນ​ທີ່​ສຸດ​ຂອງ​ປະ​ເທດ​ເບ​ລາ​ຣຸດ ທ້າວ Kirill Shimko ແລະ ນັກ​​ເຕະບານ​ເຍົາ​ວະ​ຊົນ​ຈາກສະ​ໂມ​ສອນ​ BATE FC ເພື່ອ​ແລກ​ປ່ຽນ​ປະ​ສົບ​ການ​​ໃນ​ການ​ເຂົ້າ​ຮ່ວມ​ໂຄງ​ການ. ທ້າວ Yuri Vashchuk ​ມອບສັນ​ຍາ​ລັກ​ປອກ​ແຂນ​ແຫ່ງມິດ​ຕະ​ພາບ​​ໃຫ້​ແກ່ ທ້າວ Kirill Shimko ເພື່ອ​ເປັນ​ການ​​ໃຫ້​ເຄື່ອງ​ມື​​ໃນ​ການ​ສົ່ງ​ເສີມ​ອຸ​ດົມ​ການ​ຂອງ​ໂຄງ​ການ​ຄື: ມິດ​ຕະ​ພາບ, ຄວາມ​ຍຸ​ຕິ​ທຳ, ວິ​ຖີ​ຊີ​ວິດ​ທີ່​ມີ​ສຸ​ຂະ​ພາບດີ​.  

ອ້າງອີງ ດັດແກ້

  1. "Archive copy". Archived from the original on 2016-09-15. Retrieved 2018-05-02.{{cite web}}: CS1 maint: archived copy as title (link)
  2. inserbia.info/today/2014/04/gazproms-football-for-friendship-2014
  3. www.newswire.ca/en/story/1505319/europe-and-asia-to-meet-within-football-for-friendship-international-children-s-social-project-of-gazprom
  4. https://www.sport-express.ru/football/gazprom/reviews/futbol-dlya-druzhby-2018-obyavleny-imena-uchastnikov-programmy-ot-rossii-1401229/
  5. www.prnewswire.com/news-releases/young-football-players-from-24-countries-of-europe-and-asia-meet-at-third-international-childrens-football-for-friendship-forum-506472841.html
  6. https://archive.is/20150515191023/http:/fcbusiness.co.uk/news/article/newsitem=2379/title=franz+beckenbauer+kicks+off+gazprom%92s+%91football+for+friendship%92+campaign
  7. www.ntv.ru/sport/627113
  8. https://www.fifa.com/about-fifa/marketing/sponsorship/partners/gazprom.html
  9. https://web.archive.org/web/20150522173321/http:/www.epochtimes.de/service/vladimir-putin-und-fifa-praesident-joseph-s-blatte-bei-football-for-friendship-222
  10. 10.0 10.1 www.euronews.com/2014/05/27/football-for-friendship-teaching-values-through-football
  11. 11.0 11.1 www.lazionews.eu/settore-giovanile/oltre-450-ragazzi-riuniti-da-gazprom-in-occasione-del-secondo-forum-internazionale-football-for-friendship/
  12. 12.0 12.1 12.2 www.noodls.com/viewNoodl/28582380/oao-gazprom/young-football-players-from-24-countries-of-europe-and-asia-
  13. www.prnewswire.com/news-releases/young-football-players-from-24-countries-of-europe-and-asia-meet-at-third-international-childrens-football-for-friendship-forum-506472841.html
  14. www.mirror.co.uk/sport/football/news/franz-beckenbauer-reveals-hes-barcelona-7695610
  15. 15.0 15.1 beyondsport.org/articles/fourth-season-of-gazproms-football-for-friendship-international-childrens-project-announced/
  16. rbth.com/sport/2016/06/01/gazprom-brings-soccer-crazy-kids-to-milan-for-uefa-champions-league-final_599353
  17. www.euronews.com/2016/05/31/football-for-friendship-syrian-youth-team-make-tournament-debut-in-milan/
  18. www.prnewswire.co.uk/news-releases/fourth-international-football-for-friendship-forum-brings-together-young-footballers-from-three-continents-581479171.html
  19. www.euronews.com/2016/05/31/football-for-friendship-syrian-youth-team-make-tournament-debut-in-milan
  20. www.windsorstar.com/business/cnw/release.html?rkey=20170316C8720&filter=5613
  21. www.wboc.com/story/34934258/fifth-season-of-gazproms-football-for-friendship-international-childrens-project-launched
  22. 22.0 22.1 https://www.merrilledge.com/research/story?stryKey=600-201703161740PR_NEWS_USPRX____enUK201703165338-1
  23. 23.0 23.1 www.newswit.com/.gen/2017-03-17/bafb838790ea60129b53d1add5e4ee99/
  24. www.euronews.com/2017/07/06/football-brings-kids-together
  25. stomp.straitstimes.com/singapore-seen/12-year-old-sporean-messi-wins-global-football-contest-in-russia
  26. www.euronews.com/2018/02/16/football-for-friendship-sets-stage-for-2018-world-cup
  27. www.thedailystar.net/sports/football/time-defender-bangladesh-1543027
  28. www.chronicle.co.zw/russia-opportunity-for-zim-youngsters/
  29. www.africanews.com/2018/02/17/football-for-friendship-draw-held-ahead-of-the-2018-world-cup//
  30. https://www.sovsport.ru/others/lifestyle/articles/1059219-shikarnyj-futbol-krepkaja-druzhba
  31. https://www.sovsport.ru/others/lifestyle/articles/1058343-ih-podruzhil-futbol
  32. https://www.sport-express.ru/football/gazprom/news/yunyy-trener-iz-rossii-stal-chempionom-mira-po-futbolu-dlya-druzhby-1420530/
  33. https://www.sport-express.ru/football/gazprom/reviews/more-schastya-druzhby-i-futbola-1428124/
  34. https://www.sovsport.ru/others/lifestyle/articles/1059219-shikarnyj-futbol-krepkaja-druzhba
  35. https://www.sovsport.ru/others/lifestyle/articles/1059219-shikarnyj-futbol-krepkaja-druzhba
  36. https://www.sport-express.ru/football/gazprom/reviews/more-schastya-druzhby-i-futbola-1428124/
  37. https://rsport.ria.ru/russia2018_news/20180615/1138055010.html
  38. https://www.sport-express.ru/football/gazprom/news/yunyy-posol-futbola-dlya-druzhby-vstretilsya-s-prezidentom-rossii-na-chm-v-moskve-1424143/
  39. https://www.sport-express.ru/football/gazprom/news/uchastniki-futbola-dlya-druzhby-iz-211-stran-i-regionov-pribyli-v-moskvu-1419265/
  40. http://government.ru/gov/persons/183/telegrams/32841/
  41. http://www.mid.ru/ru/press_service/spokesman/briefings/-/asset_publisher/D2wHaWMCU6Od/content/id/3231268##23
  42. https://www.fifa.com/worldcup/news/211-countries-and-regions-took-part-in-the-sixth-international-football-for-frie
  43. http://business.dailytimesleader.com/dailytimesleader/news/read/37931695/Football_for_Friendship_Launches_Its_Seventh_Season
  44. https://www.prnewswire.com/news-releases/international-day-of-football-and-friendship-celebrated-in-schools-around-the-world-300837486.html#:~:text=Gazprom%20Football%20for%20Friendship&text=MOSCOW%2C%20April%2025%2C%202019%20%2F,Africa%2C%20North%20and%20South%20America.
  45. https://sputniknews.com/agency_news/201905301075473427-forum-children-experts/
  46. https://www.guinnessworldrecords.com/world-records/547224-most-nationalities-in-a-football-soccer-training-session
  47. https://tass.com/press-releases/1061492
  48. https://sputniknews.com/society/201906041075611076-football-friendship-madrid/
  49. https://www.euronews.com/2019/06/06/football-for-friendship-international-programme-for-kids-breaks-records-and-teaches-sports
  50. https://footballforfriendship.com/
  51. https://sputniknews.com/sport/202011051081023614-new-football-simulator-football-for-friendship-to-be-released-on-world-football-day/
  52. https://www.gazprom-football.com/football-for-friendship/news/newsdetail/children-from-over-100-countries-to-take-part-in-football-for-friendship-eworld-championship/
  53. https://footballforfriendship.com/friendship-camp/
  54. https://footballforfriendship.com/experts-forum/live-broadcast/
  55. https://footballforfriendship.com/world-championship/
  56. https://footballforfriendship.com/live-broadcast-grand-final/
  57. rbth.com/sport/2014/05/30/big_soccer_for_little_europeans_37075.html
  58. www.fifa.com/confederationscup/news/y=2017/m=8/news=confed-cup-hosts-friendship-forum-2902692.html
  59. www.crawleyobserver.co.uk/news/local/crawley-girl-13-who-dreams-to-play-football-for-england-meets-world-cup-legend-1-6112060
  60. www.financialexpress.com/india-news/mission-xi-million-picks-chandigarh-girl-ananya-kamboj/689736/
  61. https://www.theguardian.com/football/2015/apr/26/said-and-done-blatter-putin-david-cameron
  62. business-center.amchamchina.org/news/?dir=17&doc=201504262030PR_NEWS_ASPR_____EN90314&andorquestion=OR&&ok=1&passDir=0
  63. http://www.joblenobl.ru/news/287-v-ramkakh-programmy-futbol-dlya-druzhby-uchrezhden-kubok-devyati-tsennostej
  64. www.euronews.com/2017/07/17/f4f-nine-values-cup-2017-goes-to-real-madrid
  65. www.dailymail.co.uk/sport/worldcup2014/article-2642473/Vitor-Baia-tips-Portugal-special-World-Cup-Cristiano-Ronaldo-shines-backs-old-boss-Jose-Mourinho-Chelsea.html
  66. www.deweekkrant.nl/artikel/2014/mei/27/double_dutchie_dirk_proper_uit_elst_een_voetbal
  67. https://web.archive.org/web/20141223203736/http:/bigpicture.ru/?p=516227
  68. www.theboltonnews.co.uk/news/11270319.Interview_sends_Megan_Mackey_to_Champions_League_final/
  69. sport.rbc.ru/article/172216/
  70. en.kremlin.ru/events/president/news/19222
  71. www.leparisien.fr/politique/mondial-2014-hollande-invite-deux-clubs-amateurs-a-l-elysee-pour-france-nigeria-28-06-2014-3960541.php