ບັນຊີລາວ
I. ບົດສະເໜີ ( Introduction )
1.1. ຄວາມເປັນມາຂອງການບັນຊີ ໂດຍສັງເຂບ
ປະຫວັດຂອງການບັນຊີແລະວິວັດທະນາການທາງດ້ານເຕັກນິກແລະວັດຖຸປະສົງຂອງການບັນຊີໄດ້ຕິດພັນກັບການເຕີບໃຫຍ່ຂະຫຽາຍຕົວຂອງການຄ້າແລະການຜະລິດແລະຕິດພັນກັບຄວາມຕ້ອງການທີ່ປະກົດຕົວອອກຕາມລຳດັບເວລາ.ເລີ່ມແຕ່ຜູ້ຄົນໄດ້ແລກປ່ຽນວັດຖຸນຳກັນ,ໄດ້ມີຄວາມພະຍາຍາມຮັກສາຮ່ອງຮອຍຂອງການເຄື່ອນໄຫວດັ່ງກ່າວກໍຄືຮ່ອງຮອຍຂອງຜົນໄດ້ຮັບທີ່ຕາມມາ.ນັກວັດຖຸໂບຮານໄດ້ຄົ້ນພົບໃນຍຸກສະໄໝແຫ່ງຄວາມຈະເລີນຂອງແອງກາ,ເອຢິບແລະໂຣແມງກ່ຽວກັບ ຮູບການບັນທຶກບັນຊີ ດ້ວຍວິທີເຮັດໄປນຳ ທົດລອງໄປ ນຳ, ການບັນຊີດຽວ ( ບັນຊີຄີກ ) ໄດ້ກຳເນີດຂຶ້ນ ດ້ວຍການບັນທຶກພຽງແຕ່ລາຍການ ການໃຊ້ຈ່າຍແລະລາຍໄດ້ພ້ອມທັງສະແດງໃຫ້ເຫັນຍອດເຫຼືອເປັນເງິນ.ດັ່ງນັ້ນ,ການນຳໃຊ້ເງິນຕາຈຶ່ງມີຄວາມສຳຄັນຢ່າງຈະແຈ້ງສຳລັບການຂະຫຽາຍຕົວຂອງການບັນຊີ,ພາຍຫຼັງສະໄໝກາງ,ຄວາມສຳນຶກ
ກ່ຽວກັບທຶນການຜະລິດໄດ້ປະກົດຕົວຂຶ້ນເຊິ່ງໄດ້ເຮັດໃຫ້ການຄ້າຕ້ອງໄດ້ຊ່ວຍໃຫ້ສ້າງທຶນເພີ່ມຕື່ມທີ່ສາມາດນຳໃຊ້ຄືນໃໝ່ໄດ້ແລະການພັດທະນາສິນເຊື່ອເຮັດໃຫ້ເປັນພື້ນຖານອັນຈຳເປັນໃນການສ້າງລະບົບບັນຊີ,ຄວາມຈຳເປັນໃນການຖື ບັນຊີບຸກຄົນ( ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ທີ່ພົວພັນ ) ໄດ້ປະກົດຕົວຂຶ້ນດຫາ່້ເ້ສກ້ກເ້ກ່
ກ່ອນໝູ່.ຈາກນັ້ນ, ໄດ້ມີການຄົ້ນຄິດ ເພື່ອຖືບັນຊີ ສຳລັບຊັບສົມບັດລວມທັງໝົດ ທີ່ຢູ່ໃນກຳມະສິດ ແລະ ອັນ ສຸດທ້າຍ ເພື່ອຖືບັນຊີ ທີ່ສະແດງໃຫ້ເຫັນ ຜົນສ່ວນໄດ້ ແລະ ການຂາດທຶນເປັນເງິນ. ບັນຊີທັງໝົດດັ່ງກ່າວນີ້ ພາໃຫ້ກ້າວໄປເຖິງການສ້າງລະບົບ ທີ່ເອີ້ນວ່າ : " ການບັນຊີຄູ່ " ນັກປະຫວັດສາດຖືວ່າການບັນຊີຄູ່ໄດ້ປະກົດຕົວຂຶ້ນໃນປີ ຄສ 1340 ທີ່ເມືອງແຊນ ( Genes )ປະເທດອີຕາລີ.ການຄົ້້ນພົບໂຮງພິມໄດ້ຊ່ວຍໃຫ້ການຜັນຂະຫຽາຍວິທີການດັ່ງກ່າວໄດ້ຢ່າງແຜ່ຫຼາຍ, ໂດຍສະເພາະສົນທິສັນຍາຂອງ ລູຍກາ ປາຊີໂອລີ ( Luca Pacioli ) ນັກຄະນິດສາດລືນາມ ເຊີ່ງໄດ້ຈັດພິມປື້ມເຫຼັ້ມ ທຳອິດໃນປີ ຄສ 1494 ຫຼື ພສ 2037 ( 511 ປີກ່ອນ ) ພາຍໃຕ້ຫົວຂໍ້ " ລວມຍອດເລກຄະນິດ, ເລຂາຄະນິດ, ຄວາມສົມສ່ວນ ແລະ ລັກສະນະສົມສ່ວນ " ທີ່ໄດ້ສະເໜີຫຼັກການພື້ນຖານ ຂອງການບັນຊີຄູ່ ຢູ່ໃນພາກ ກ່ຽວກັບ ລາຍການເຄື່ອນໄຫວ ແລະ ການຈົດກ່າຍ. ເວົ້າລວມແລ້ວ ທ່ານ ລູຍກາ ປາຊີໂອລີ ເປັນຜູ້ລິເລີ່ມ ແລະ ອະທິບາຍການບັນຊີຄູ່ ( ໜີ້ ແລະ ມີ ), ນັບແຕ່ນັ້້ນມາ, ການບັນຊີຄູ່ ໄດ້ມີການປັບປຸງ ແລະ ພັດທະນາມາເລື້້ອຍໆ ຈົນເຖິງທຸກວັນນີ້,
ການບັນຊີ " ຄູ່ " ແມ່ນການບັນທຶກບັນຊີທີ່ພົວພັນແຕ່ 2 ບັນຊີຂຶ້ນໄປ ແລະ ດ້ວຍຈຳນວນເງິນເທົ່າກັນ ລະຫວ່າງເບື້ອງ ໜີ້ ແລະ ເບື້ອງ ມີ ຫຼື ພາສາອັງກີດເອີນວ່າ : Debit " Dr " and Credit " Cr ",
ສຳລັບຢູ່ ສປປລາວ ກ່ອນປີ 1990 ລະບົບການບັນຊີວິສາຫະກິດ ທີ່ຈັດຕັ້ງປະຕິບັດ ແມ່ນລະບົບ" ບັນຊີເອກະພາບ " ເຊິ່ງເປັນລະບົບບັນຊີຄູ່ ແລະ ຖືກນຳໃຊ້ກັນໃນລັດວິສາຫະກິດ, ວິສາຫະກິດຂະໜາດໃຫຍ່,ອີງໃສ່ການຂະຫຽາຍຕົວຂອງເສດຖະກິດ - ສັງຄົມໂດຍສະເພາະການຫັນ
ເຂົ້າສູ້ເສດຖະກິດຕະຫຼາດ (ເປີດປະຕູສູ່ພາຍນອກ) ເຫັນວ່າລະບົບບັນຊີດັ່ງກ່າວຍັງບໍ່ທັນຕອບສະ ໜອງໄດ້ຂໍ້ມູນຂ່າວສານຮັບໃຊ້ການບໍລິຫານແລະການຄຸ້ມຄອງຢ່າງຄົບຖ້ວນບວກກັບສະພາບແວດລ້ອມຂອງບັນດາປະເທດພາກພື້ນແລະໃນໂລກໄດ້ມີການປັບປຸງລະບົບບັນຊີຂອງຕົນຈຶ່ງໄດ້ມີການ ຄົ້ນຄວ້າເອົາລະບົບບັນຊີໃໝ່ ( ຫຼື ເອີ້ນວ່າ : ບັນຊີວິສາຫະກິດໃໝ່ ໃນປະຈຸບັນ ), ການຄົ້ນຄວ້າ ເພື່ອນຳສະເໜີຂັ້ນເທິງ ( ສະພາລັດຖະມົນຕີ ) ໃນເວລານັ້ນ ປະກອບມີ 2 ລະບົບ ຄື :
- ລະບົບບັນຊີຂອງບັນດາປະເທດທີ່ໃຊ້ ພາສາອັງກິດ ຈຳແນກບັນຊີຕາມຂອດວຽກງານ, ໜ່ວຍງານ,
-ລະບົບບັນຊີຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ:ຈຳແນກການບັນຊີຕາມລັກສະນະເນື້ອໃນ,ໝາຍເຖິງການຈັດປະເພດລາຍຈ່າຍຕາມເນື້ອໃນດ້ານກົດໝາຍທີ່ມາຈາກພາຍນອກເຊັ່ນ :ລາຍຈ່າຍໃຫ້ພະນັກ ງານບົນພື້ນຖານສັນຍາຜູກພັນດ້ານແຮງງານ" ສັນຍາຮັບຈ້າງ ",ລາຍຈ່າຍໃນການຊື້,ລາຍຈ່າຍຄ່າບໍລິ ການ ຈາກພາຍນອກລ້ວນແຕ່ອີງໃສ່ໃບເກັບເງິນທີ່ຜູ້ສະໜອງສົ່ງໃຫ້ເຊິ່ງສະແດງເຖິງການໂອນກຳມະສິດ ວັດຖຸ,ສິນຄ້າຫຼືການບໍລິການທີ່ໄດ້ຮັບ, ... ຜ່ານການຄົ້ນຄ້ວາດັ່ງກ່າວບັນດາທ່ານໃນຄະນະສະພາລັດ ຖະມົນຕີ(ໂດຍມີປະທານໄກສອນພົມວິຫານເປັນປະທານ)ໄດ້ເລືອກເອົາແບບລະບົບບັນຊີ ຂອງບັນດາປະເທດ ທີ່ນຳໃຊ້ພາສາຝຣັ່ງ ເນື່ອງຈາກ : - ຈຳແນກໃຫ້ເຫັນຢ່າງຈະແຈ້ງ ລັກສະນະເນື້ອໃນຂອງການເຄື່ອນໄຫວ, - ເປັນລະບົບບັນຊີທີ່ມີຄວາມເຂັ້ມງວດ ( ກຳນົດເລກບັນຊີ ແລະ ເອກະສານລາຍງານ ) ເພື່ອໃຫ້ແຕ່ລະວິສາຫະກິດປະຕິບັດຢ່າງເປັນເອກະພາບ,ບໍ່ອະນຸยາດໃຫ້ວິສາຫະກິດກຳນົດເລກໝາຍ ບັນຊີ ແລະ ເອກະສານລາຍງານການເງິນຕາມໃຈຊອບ, - ລະບົບລາຍງານເໜັ້ນໜັກຮັບໃຊ້ເບື້ອງລັດ( ລັດຖະການສ່ວຍສາອາກອນ ). ສ່ວນລະບົບຂອງປະເທດ ທີ່ນຳໃຊ້ພາສາອັງກິດ ເໜັ້ນໜັກຮັບໃຊ້ຜູ້ຖືຮຸ້ນ, ຂາຮຸ້ນຫຼາຍກວ່າ, ທັງ 2 ລະບົບ ກໍ່ແມ່ນຮັບ ໃຊ້ການຄຸ້ມຄອງການເງິນ ແລະ ການບໍລິຫານຂອງວິສາຫະກິດໄດ້ເປັນຢ່າງດີ, - ສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ກວດກາ ເພາະວິສາຫະກິດໃດກໍ່ປະຕິບັດຄືກັນ, -ອື່ນໆ.ເພື່ອສືບຕໍ່ຕອບສະໜອງໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແລະການພົວພັນ ຮ່ວມມື ທາງ ດ້ານເສດຖະກິດກັບຕ່າງປະເທດໃຫ້ກ້ວາງຂວາງ, ກົມລະບອບບັນຊີ ກະຊວງການເງິນ ໄດ້ສືບຕໍ່ຄົ້ນຄວ້າແລະພິຈາລະນາກົດໝາຍບັນຊີສະບັບໃໝ່ເພື່ອໃຫ້ສອດຄ່ອງເໝາະສົມກັບເງື່ອນໄຂ ການຂະຫຍາຍຕົວດັ່ງກ່າວ.
1.2. ການບັນຊີແມ່ນຫຍັງ ?
ການບັນຊີແມ່ນເຄື່ອງມືທີ່ນຳໃຊ້ສຳລັບບັນທຶກ,ຈົດກ່າຍລາຍການເຄື່ອນໄຫວທາງດ້ານເສດຖະກິດທີ່ວັດແທກ,ຕີລາຄາ ເປັນເງິນ ແລະ ເປັນເຄື່ອງມືຊ່ວຍໃນການ ຕິດຕາມ, ກວດກາ, ຄຸ້ມຄອງ ຊັບສົມບັດລວມ ( ຊັບສິນ-ໜີ້ສິນ ) ແລະ ປະເມີນຜົນໄດ້ຮັບ ( ກຳໄລ-ຂາດທຶນ ). ນອກນັ້ນ ຍັງສາມາດຊ່ວຍໃຫ້ ຄາດຄະເນ ຕົວເລກກ່ຽວກັບ ສິ່ງທີ່ເກີດຂຶ້ນພາຍໃນຂ້າງໜ້າ ( ບັນຊີວິໄຈ ຫຼື ບັນຊີຄຸ້ມຄອງ, ປະເທດ ທີ່ນຳໃຊ້ພາສາອັງກິດ ຈຳແນກສອງຄຳສັບດັ່ງກ່າວນີ້ ດ້ວຍ : " Financial accounting " ແລະ " Management accounting "
ການບັນຊີ ແມ່ນເຕັກນິກອັນຫນຶ່ງ ທີ່ວາດພາບໃຫ້ເຫັນ ຜ່ານບັນດາຕາຕະລາງ ທີ່ມີຕົວເລກເປັນມູນຄ່າ ກ່ຽວກັບສະພາບ ແລະ ການເຄື່ອນໄຫວ ຂອງຫົວຫນ່ວຍທຸລະກິດເອກກະລາດ. ຈະລົງເລິກຄົ້ນຄວ້າກ່ຽວກັບບັນຊີໃຫ້ໄດ້ຮັບຜົນ ກໍມີແຕ່ວ່າ ຕ້ອງໄດ້ຄົ້ນຄວ້າບັນດາລັກສະນະເດັ່ນ ແລະ ພາລະບົດບາດຂອງ" ວິສາຫະກິດ " ກ່ອນ. ການບັນຊີ ແມ່ນການບັນທຶກຈົດກ່າຍເນື້ອໃນຕ່າງໆຂອງການເຄື່ອນໄຫວ ກ່ຽວກັບການເງິນ ຫລື ສິ່ງຂອງທີ່ກຳນົດມູນຄ່າເປັນເງິນໄວ້ເປັນຫລັກຖານ ໂດຍຈັດແຍກໄວ້ເປັນປະເພດຕ່າງ ໆຕາມລຳດັບ ເພື່ອໃຫ້ສະແດງຜົນງານອັນເປັນປະໂຫຍດແກ່ການເຮັດວຽກງານ ຕະຫລອດຈົນວິໃຈຜົນຂອງການດຳເນີນງານໄດ້ນັ້ນ. ການບັນຊີແມ່ນການສະໜອງຂໍ້ມູນຂ່າວສານໝາຍຄວາມວ່າສ່ອງແສງໃຫ້ເຫັນພາບພົດອັນຖືກຕ້ອງທີ່ສຸດກັບຕົວຈິງກ່ຽວກັບສະພາບແລະບັນດາລາຍການເຄື່ອນໄຫວຕ່າງໆຂອງວິສາຫະກິດ. ການບັນຊີປຽບເໝືອນກ້ອງຖ່າຍຮູບທີ່ຖ່າຍເອົາໝົດທຸກການເຄື່ອນໄຫວຂອງວິສາຫະກິດ.
1.3 ພາລະບົດບາດການບັນຊີ
ການບັນຊີມີພາລະບົດບາດໃນການຈັດວາງການສະໝອງຂໍ້ມູນຂ່າວສານອັນຈຳເປັນສຳລັບພາຍໃນຫົວ
ໜ່ວຍທຸລະກິດແລະໃຫ້ແກ່ພາຍນອກເພື່ອຮັບປະກັນສິດຜົນປະໂຫຽດຂອງລັດ, ຂອງຫົວໜ່ວຍທຸລະກິດແລະ ຂອງຊາວຜູ້ອອກແຮງງານ ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍໃນ ການບັນຊີຕ້ອງເຍືອງໃຫ້ບັນດາຜູ້ນຳວິສາຫະກິດເຫັນແຈ້ງບໍ່ພຽງແຕ່ສະພາບໃນອະດີດຜ່ານມາເທົ່ານັ້ນ ແຕ່ຍັງຕ້ອງສະແດງໃຫ້ເຫັນກ່ຽວກັບສະພາບໃນປະຈຸບັນອີກດ້ວຍແລະໂດຽສະເພາະແລ້ວໃຫ້ເຫັນແຈ້ງກ່ຽວກັບ ສະພາບໃນອານາຄົດຂ້າງໜ້າການບັນຊີຕ້ອງໄດ້ສະໜອງບັນດາຂໍ້ມູນຊີ້ບອກທີ່ຈະຊ່ວຍໃຫ້ເປັນບ່ອນອີງໃຫ້ແກ່ ການວາງທິດທາງການເຄື່ອນໄຫວແລະການຂະຫຍາຍຕົວຂອງວິສາຫະກິດດັ່ງນັ້ນວິສາຫະກິດຕ້ອງໄດ້ຖືບັນຊີ ເພື່ອແນໃສ່ຮັບໃຊ້ໃຫ້ບັນດານັກຄຸ້ມຄອງຄະນະນຳພາແລະໃຫ້ແກ່ຊາວຜູ້ອອກແຮງງານດຳເນີນທຸລະກິດມີປະ ສິດທິຜົນດີຂຶ້ນ. - ຜູ້ອຳນວຍການ, ຜູ້ຈັດການ : ຕີລາຄາການປະຕິບັດງານໃນໄລຍະຜ່ານມາ, ຄວບຄຸ້ມ, ວາງແຜນ, ... - ຜູ້ຖືຮຸ້ນ, ຂາຮຸ້ນ : ຖານະການເງິນ, ຜົນຕອບແທນຈາກການລົງທຶນ ( ເງິນປັນຜົນ ), ... - ພະນັກງານ-ກຳມະກອນ : ສຶກສາຖານະການເງິນ, ນະໂຍບາຍຕ່າງໆ ເພື່ອເບິ່ງຄວາມໝັ້ນຄົງ ແລະ ເງື່ອນໄຂການຮັບຜົນຕອບແທນ ແຮງງານ, ສະຫວັດດີການ, ... ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍນອກ ບໍ່ພຽງແຕ່ອ່ານບັນດາເອກະສານສະໜອງຈາກການບັນຊີ ເຊີ່ງເອີ້ນວ່າ: " ເອກະສານລາຍງານສັງເຄາະ , ຂໍ້ມູນຂ່າວສານດັ່ງກ່າວຕ້ອງສະແດງໃຫ້ເຫັນສະພາບແລະການເຄື່ອນໄຫວເກີດຂຶ້ນຢ່າງຖືກຕ້ອງທີ່ສຸດ ກັບຕົວຈິງເພື່ອເຮັດໃຫ້ພາກສ່ວນຫລືບັນດາບຸກຄົນພາຍນອກວິສາຫະກິດເຂົ້າໃຈໄດ້ດີເຊັ່ນ ບັນດາບຸກຄົນພາຍ ນອກວິສາຫະກິດ ຫຼື ບັນດາພາກສ່ວນທີ່ພົວພັນກັບວິສາຫະກິດກ່ຽວຂ້ອງເຊັ່ນ : ບັນດາລູກຄ້າ, ຜູ້ສະໜອງ, ລັດ, ພະນັກງານ, ບັນດາຂາຮຸ້ນ..... ຕ້ອງໄດ້ກຳແໜ້ນສະພາບການເງິນຂອງວິສາຫະກິດ ເພື່ອແນໃສ່ຈຸດປະສົງໃນການວິໄຈການອຳນວຍຄວບຄຸ້ມ : - ລັດ : ລັດຖະການສ່ວຍສາອາກອນ ( ຂໍ້ມູນຄິດໄລ່ອາກອນປະເພດຕ່າງໆ ), ອົງການກວດກາ ຕ່າງໆຂອງລັດ - ທະນາຄານ : ການໃຫ້ກູ້ຢືມເງິນ, ... - ນັກລົງທຶນ : ການເຂົ້າຮ່ວມທຶນ, - ລູກຄ້າ : ຕໍ່ລອງການຕິດໜີ້ ( ສັ້ນ ຫຼື ຍາວ ), ຈະຕັດສິນໃຈຊຶ້ສິນຄ້າ/ຜະລິດຕະພັນ/ການບໍລິການ ຫຼື ບໍ່ ? - ຜູ້ສະໜອງ : ຈະສະໜອງສິນຄ້າ/ຜະລິດຕະພັນ/ການບໍລິການໃຫ້ ຫຼື ບໍ່ ?, ຕໍ່ລອງການຕິດໜີ້, ອື່ນໆ, ... - ຂໍ້ມູນຂ່າວສານ ດ້ານການບັນຊີ ສະແດງອອກຜ່ານເອກະສານລາຍງານສັງເຄາະ ( ເອກະສານລາຍ ງານການເງິນ ) ດັ່ງນີ້ :
- ປື້ມບັນຊີປະຈຳວັນ,
- ປື້ມບັນຊີໃຫຍ່ແຍກປະເພດ,
- ໃບດຸ່ນດ່ຽງກ່ອນການກວດນັບ,ໃນດຸ່ນພາຍຫຼັງການກວດນັບແລະໃບດຸ່ນດ່ຽງພາຍຫຼັງສ້າງໃບລາຍງານ ຜົນໄດ້ຮັບ,
- ໃບລາຍງານຜົນໄດ້ຮັບ,
- ໃບສະຫຼຸບສັບຊົມບັດ ( ຊັບສິນ, ໜີ້ສິນ ),
- ເອກະສານຊ້ອນທ້າຍຕ່າງໆ ປະຈຳປີ.
ແຜນວາດ ພາກສ່ວນພາຍໃນ ພາກສ່ວນພາຍນອກ - ຄະນະບໍລິຫານງານ - ເຈົ້າໜີ້ແລະລູກໜີ້ - ຄະນະອຳນວຍການ - ລັດ
- ພະນັກງານ ເພື່ອຄຸ້ມຄອງວິສາຫະກິດ - ຜູ້ຖືຮຸ້ນ - ທະນາຄານ
ຮັບປະກັນການເຕີບໃຫ່ຍ ຂະຫຍາຍຕົວຂອງ ວ/ກ ເພື່ອກຳນົດສະພາບການຂອງວິສາຫະກິດ
ການກວດກາ ແລະ ຮຸ້ນທຶນນຳກັນ
1.4. ແບບລະບົບບັນຊີຂອງ ສປປລາວ
ແບບລະບົບບັນຊີຂອງ ສປປລາວ ມີ 3 ລະບົບຄື : ລະບົບປະຖົມພື້ນຖານ, ລະບົບທຳມະ ດາແລະລະບົບຂະຫຍາຍຕົວ ( ມາດຕາ 13,14,15 ຂອງດຳລັດນາຍົກລັດຖະມົນຕີ ), ການຈັດເຂົ້າ ສູ່ການຖືບັນຊີດັ່ງກ່າວແມ່ນຂຶ້ນກັບລະດັບຂອງ " ລາຍຮັບທຸລະກິດປະຈຳປີ " ຊຶ່ງກຳນົດໄວ້ໃນ ມາດຕາ 41 ຂອງກົດໝາຍ ວ່າດ້ວຍສ່ວຍສາອາກອນ ຄື :
ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການ,ລາຍຮັບຈາກິດຈະການສຳ ຮອງ ) ຕ່ຳກ່ວາ 200 ລ້ານກີບ/ປີ : ຖືບັນຊີລະບົບປະຖົມພື້ນຖານ ( ບັນຊີຄີກ ), ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການລາຍຮັບຈາກກິດຈະການສຳ ຮອງ)ແຕ່ 200 ລ້ານ ເຖິງ 2,400 ລ້ານກີບ : ຖືບັນຊີ ລະບົບທຳມະດາ ( ບັນຊີຄູ່ ), ລາຍຮັບທຸລະກິດປະຈຳປີ(ລາຍຮັບຈາກການຂາຍ,ການບໍລິການ,ລາຍຮັບຈາກກິດຈະການສຳ ຮອງ) ສູງກວ່າ 2,400 ລ້ານກີບຂຶ້ນໄປ : ຖືບັນຊີ ລະບົບຂະຫຍາຍຕົວ ( ບັນຊີຄູ່ ).
II. ລະບຽບການພື້ນຖານກ່ຽວກັບການບັນຊີ
2.1. ຂໍ້ບັງຄັບໃນການຖືບັນຊີ
ເນື່ອງຈາກການບັນຊີວິສາຫະກິດແມ່ນເຄື່ອງມືທີ່ຈຳເປັນ ຮັບໃຊ້ຫຼາຍພາກສ່ວນຈຶ່ງຈຳເປັນຕ້ອງ
ມີຂໍ້ບັງຄັບໃນການກຳນົດໃຫ້ຖືບັນຊີ ( ມາດຕາ 8 ຂອງກົດໝາຍບັນຊີ ) ຄື ມີ 10 ຂໍ້ບັງຄັບ :
ຖືບັນຊີເປັນພາສາລາວ ແລະ ເປັນຫົວໜ່ວຍເງິນຕາແຫ່ງຊາດ ( ເງິນກີບ ),
ນຳໃຊ້ເຕັກນິກການບັນຊີຄູ່ ເວັ້ນເສຍແຕ່ຫົວນ່ວຍທຸລະກິດຂະໜາດນ້ອຍ ຈະໄດ້ຮັບການຍົກເວັ້ນ,
ອີງໃສ່ບັນດາເອກະສານຢັ້ງຢືນທີ່ມີ ວັນ, ເດືອນ, ປີ ເກັບມ້ຽນ ແລະ ຈັດວາງຕາມລຳດັບທີ່ໄດ້ກຳ ນົດໄວ້ ແລະ ມີເລກໝາຍການຈົດກ່າຍເຂົ້າໃນປື້ມບັນຊີ ເພື່ອນຳໃຊ້ເປັນຫຼັກຖານ,
ຕ້ອງຈົດກ່າຍບັນດາລາຍການເຄື່ອນໄຫວ ຕາມລຳດັບການເກີດຂຶ້ນ ຂອງແຕ່ລະລາຍການ,
ຖືປື້ມບັນຊີ ແລະ ປື້ມຕິດຕາມ ເພື່ອໃຫ້ສາມາດສ້າງບັນດາເອກະສານລາຍງານສັງເຄາະ ( ເອກະ ສານລາຍງານການເງິນ ) ຕາມເງື່ອນໄຂທີ່ໄດ້ລະບຸໄວ້ໃນມາດຕາ 5 ຂອງກົດໝາຍບັນຊີ,
ໃຫ້ມີການຄວບຄຸມບັນຊີທີ່ໄວ້ໃຈໄດ້ ( ການຄວບຄຸ້ມພາຍໃນ ) ເພື່ອຕ້ານຂໍ້ຜິດພາດ, ການປອມ ແປງ, ລັກໂລບ ແລະ ເພື່ອປົກປ້ອງຊັບສົມບັດ,
ກວດກາຄວາມຈິງ ແລະ ມູນຄ່າຂອງບັນດາອົງປະກອບຊັບສິນ ແລະ ໜີ້ສິນ ຕາມການບັນທຶກບັນຊີ,
ການຈົດກ່າຍແຕ່ລະລາຍການເຂົ້າບັນຊີ ຕ້ອງໃຫ້ຮູ້ທີ່ມາ, ຂໍ້ຄວາມ, ເນື້ອໃນ, ລັກສະນະ ໂດຍມີ ເອກະສານຢັ້ງຢືນ,
ປືື້ມຕິດຕາມບັນຊີທີ່ໃຊ້ ເພື່ອຈົດກ່າຍລາຍການເຄື່ອນໄຫວໃນປີ ແລະ ການປັບປຸງເວລາອັດບັນຊີ ທ້າຍປີ ບໍ່ໃຫ້ມີການຂ້າມແຖວ, ຍະຫວ່າງ ແລະ ຂີດຂ້າ ຫຼື ຂຽນທັບແຕ່ຢ່າງໃດ,
ບັນດາເອກະສານບັນຊີ ແລະ ບັນດາໃບຢັ້ງຢືນຕ່າງໆ ຕ້ອງເກັບຮັກສາໄວ້ເປັນເວລາ 10 ປີ.
2.2. ບາງຂໍ້ຕົກລົງດ້ານບັນຊີ -
ການຕີລາຄາບັນດາອົງປະກອບຕ້ອງຈົດເຂົ້າບັນຊີ ຕາມມູນຄ່າຕົ້ນທຶນເດີມ. -ສະພາບຕໍ່ເນື່ອງກັນຂອງກທຸລະກິດການນຳໃຊ້ວິທີການຕີລາຄາຢ່າງຄົງຕົວຍາວນານແລະການຈັດ ຕັ້ງປະຕິບັດບັນດາຂໍ້ກຳນົດແລະລະບຽບວິທີການຢ່າງຄົງຕົວຍາວນານ. - ຄວາມເປັນເອກະລາດຂອງປີການບັນຊີ,ບໍ່ຂຶ້ນກັບປີຜ່ານມາແລະກັບປີຕໍ່ໄປ.
2.3. ບັນດາຫລັກການຊີ້ນຳ -
ຄວາມຖືກຕ້ອງຕາມລະບຽບຫລັກການແລະຄວາມຖືກຕ້ອງຕາມຕົວຈິງຂອງບັນດາບັນຊີ. -ຄຸນຄ່າເທົ່າທຽມກັນຂອງບັນດາຂໍ້ມູນຂ່າວສານຕາມໄລຍະເວລາແລະສິ່ງແວດລ້ອມພ້ອມທັງຊ່ວຍໃຫ້ ດຳເນີນການສົມທຽບກັນຢ່າງເປັນທີ່ໄວ້ໃຈໄດ້. -ການຕົກລົງເຫັນດີຈາກກົມກອງຮັບຜິດຊອບກ່ຽວກັບບັນດາລາຍການເຄື່ອນໄຫວສະເພາະຂອງຂະ ແໜງວຽກງານໃດນຶ່ງທີ່ບໍ່ໄດ້ກຳນົດໄວ້ຢູ່ໃນແຜນຜັງການບັນຊີທົ່ວໄປ. - ແຜນຜັງການບັນຊີທົ່ວໄປນຳໃຊ້ໃນທຸກໆຂະແໜງການແລະທຸກໆພາກສ່ວນເສດຖະກິດແຫ່ງຊາດ. - ຫລັກການແຫ່ງຄວາມຮອບຄອບ.
III. ຫົວຫນ່ວຍທຸລະກິດເອກະລາດ ( ຫ.ທ.ອ ) ຫລື ວິສາຫະກິດ (ວສ)
ຫມາຍຄວາມວ່າ:
ກ - ເປັນຫົວຫນ່ວຍທຸລະກິດຜະລິດບັນດາຜະລິດຕະພັນຫລື ການບໍລິການທີ່ແນໃສ່ຕອບສະຫນອງ ບັນ ດາຄວາມຕ້ອງການຂອງບຸກຄົນ, ບັນດາວິສາຫະກິດອື່ນ ຫລື ບັນດາອົງການຈັດຕັ້ງອື່ນ ໆ.
ຂ-ເປັນຫົວຫນ່ວຍທຸລະກິດຜະລິດບັນດາຜະລິດຕະພັນຫລືການບໍລິການແລະສິນຄ້າເພື່ອຕະຫລາດ ຫມາຍຄວາມວ່າຂາຍຜະລິດຕະພັນ ຫລື ການບໍລິການທີ່ໄດ້ດຳເນີນ.
ຄ - ເປັນຫົວຫນ່ວຍທຸລະກິດ ເປັນເອກະລາດທາງດ້ານການເງິນ ຫມາຍຄວາມວ່າ: ຜະລິດ ແລະ ຂາຍເອົາເອງ, ຮັບຜິດຊອບເອົາເອງ ແລະ ສ່ຽງໄພເອົາເອງ. ຫົວຫນ່ວຍທຸລະກິດເອກະລາດ ຫລື ວິສາຫະກິດ ອາດຈະນິຍາມ ຢ່າງກະທັດລັດໄດ້ວ່າ ເປັນອົງການ ທີ່ເປັນເອກະລາດທາງດ້ານການເງິນ,ດຳເນີນການຜະລິດສິນຄ້າແລະການບໍລິການເພື່ອຕະຫລາດ.
3.1 ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ.
3.1.1 ຮູບແບບການເຄື່ອນໄຫວ: "
ຜົນຜະລິດ " ດ້ານເສດຖະກິດຂອງວິສາຫະກິດ ມີ 2 ລັກສະນະດັ່ງນີ້:
ກ. ລັກສະນະການຄ້າ: ວິສາຫະກິດຂາຍຄືນສິນຄ້າທີ່ໄດ້ຊື້ມາອອກຕາມສະພາບເດີມ. ຕົວຢ່າງ: - ຮ້ານຂາຍເຂົ້າຫນົມ, ຮ້ານຂາຍປຶ້ມ, ຮ້ານສັບພະສິນຄ້າ...
- ວິສາຫະກິດໃຫ້ບໍລິການອື່ນໆເຊັ່ນ: ຂົນສົ່ງ,ຕັດຜົມ,ອັດຮູບ........
ຂ. ລັກສະນະອຸດສາຫະກຳ: ວິສາຫະກິດ ຜະລິດບັນດາຜະລິດຕະພັນ ຫລື ສິນຄ້າບົນພື້ນ ຖານວັດຖຸດິບ ແລະ ວັດຖຸປະກອບທີ່ໄດ້ຊື້; ຖືວ່າວິສາຫະກິດມີການປຸງແຕ່ງວັດຖຸດັ່ງກ່າວ. ຕົວຢ່າງ: - ໂຮງງານໄມ້ອັດ,ໂຮງງານເຂົ້າຈີ່, ໂຮງງານເບັຽລາວ....................
- ບໍລິສດກໍ່ສ້າງເຄຫາສະຖານ, ໂຮງງານຫັດຖະກຳ ...............
3.1.2 ຮູບການເຄື່ອນໄຫວ:
- ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ສະແດງອອກຕົ້ນຕໍດ້ວຍການແລກປ່ຽນກັບພາຍນອກ ເຊັ່ນ: ມີການແລກປ່ຽນດ້ານສິນຄ້າ, ດ້ານການບໍລິການ ແລະ ເງິນຕຣາ...... - ວິສາຫະກິດແມ່ນໃຈກາງ ແຫ່ງການແລກປ່ຽນທາງດ້ານເສດຖະກິດ. ຕົວຢ່າງ:
ຮ້ານຂາຍປຶ້ມແລະເຄື່ອງໃຊ້ຫ້ອງການແຫ່ງຫນື່ງ.ໃນປີໜຶ່ງໆ ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ມີດ່ັງນີ້:
1/ - ລາວໄດ້ຊື້ເຄື່ອງນຳຜູ່ສະຫນອງຕ່າງໆເຊັ່ນ:ໂຮງພິມ,ສຳນັກພິມ,ອາດຈະແມ່ນພາຍໃນແລະຕ່າງປະເທດ.
2/- ລາວໄດ້ຊື້ການໃຫ້ບໍລິການຂອງວິສາຫະກິດອື່ນໆເຊັ່ນ:ການຂົນສົ່ງ,ບໍລິສັດໄຟຟ້າ,ນ້ຳປະປາ,ໄປສະນີ,ຄ່າເຊົ່າສະຖານທີ່, ຫນັງສືພິມ ແລະອື່ນໆ.
3/- ລາວຍັງໄດ້ຮັບການບໍລິການອື່ນໆ ທີ່ວິສາຫະກິດອື່ນບໍ່ໄດ້ຂາຍໃຫ້ແຕ່ເປັນການບໍລິການທີ່ໄດ້ສະຫນອງໃຫ້ເຊັ່ນ:
- ພະນັກງານຂອງລາວເອງທີ່ໄດ້ປະກອບແຮງງານຮັບໃຊ້ວິສາຫະກິດ. - ທະນາຄານຕ່າງໆທີ່ໃຫ້ບໍລິການແກ່ວິສາຫະກິດເຊ່ັນ: ການກູ້ຢືມເງິນ.
4/ - ລາວຍັງໄດ້ຊຳລະສະສາງການຊື້ສິນຄ້າ ແລະ ການໃຫ້ບໍລິການຂອງພາກສ່ວນອື່ນໆ ຫລື ລາວອາດໄດ້ຮັບການຊຳລະການຂາຍຈາກພາກສ່ວນອື່ນໆ ເປັນເງິນສົດ ຫລື ຜ່ານທະນາຄານ (ດ້ວຍແຊ໊ກ ຫລື ການໂອນ) ເຊີ່ງພວກເຮົາເອີ້ນວ່າ: ຊັບສິນເປັນເງິນ.
5/- ລາວຂາຍສິນຄ້າ ທີ່ໄດ້ຊື້ຜ່ານມາ ໃຫ້ແກ່ລູກຄ້າ ໃນນັ້ນ ລູກຄ້າ ອາດຊື້ໂດຍກົງກັບຮ້ານ ຫລືບາງຄັ້ງ ການຂາຍກໍມີການຈັດສົ່ງໃຫ້ຮອດເຮືອນ ຫລື ສະຖານທີ່ ຂອງວິສາຫະກິດອື່ນ.
3.2 ແຜນວາດກ່ຽວກັບທຸລະກິດການຄ້າ ວິສາຫະກິດ ຜູ້ສະນອງສິນຄ້າ
ຕະຫລາດ ລູກຄ້າ ຜູ້ສະໜອງບໍລິການ ພະນັກງານ
3.3 ສະພາບທົ່ວໄປຂອງວິສາຫະກິດ:
ວິສາຫະກິດ ແມ່ນທາງຄົບ ແຫ່ງການແລກປ່ຽນ ທາງດ້ານເສດຖະກິດ ທຸກວິສາຫະກິດ ຂາຍສິນຄ້າ,ຜະລິດຕະພັນ ແລະ ການບໍລິການ ໃຫ້ແກ່ລູກຄ້າຂອງຕົນ ເຊິ່ງປະກອບເປັນຕະຫລາດ ຂອງຕົນເອງ ເພື່ອບັນລຸເຖິງວັດຖຸປະສົງ ໃນການຂາຍດັ່ງກ່າວນີ້ ວິສາຫະກິດຕ້ອງໄດ້ຊື້ສິນຄ້າ ແລະ ການບໍລິການ ລັກສະນະສິນຄ້ານຳບັນດາຜູ້ສະຫນອງຕ່າງໆ ຈາກບັນດາຕົວແທນເສດຖະກິດຫລືຈາກບັນດາປັດໃຈການຜະລິດ ເຊ່ນ:ພະນັກງານ,ລັດ,ແລະ ທະນາຄານ..........ບັນດາລາຍການເຄື່ອນໄຫວເຫລົ່ານີ້ ໄດ້ຮັບການຊຳລະສະສາງໃນທັນໃດໂລດ ຫລື ວ່າ ໄລຍະໃດຫນຶ່ງຕາມຫລັງ ເຊິ່ງເຮັດໃຫ້ມີການຮັບເງິນເຂົ້າ ແລະ ການຈ່າຍເງິນອອກ. ຕະຫລາດ ລູກຄ້າ ວິສາຫະກິດ ຜູ້ສະໜອງ ປັດໄຈການຜະລິດ
4/10/18
IV ການວາດພາບກ່ຽວກັບ ກິດຈະການກະແສເສດຖະກິດ.
4.1 ສະພາບທົ່ວໄປ
ການປະກອບທຸລະກິດຕ່າງ ໆ ທັງໃນການຂາຍບໍລິການ ຫລື ການຈຳໜ່າຍສິນຄ້າ, ຊຶ່ງເອີ້ນແບບງ່າຍໆວ່າ :ການຂາຍ ອັນເປັນການລວບລວມເງິນທຶນ ຫລື ປັດໃຈຕ່າງ ໆ ມາດຳເນີນການໃຫ້ເກີດຜົນອອກມາໃນຮູບກຳໄລ.ໝາຍເຖິງໄດ້ຮັບເງິນຫລືສິ່ງຂອງເພີ້ມຂື້ນ.ເຈົ້າຂອງກິດຈະການຈຳເປັນຕ້ອງມີເງິນທືນ ເພື່ອໃຊ້ໃນການດຳເນີນກິດຈະການ ຫລືທຸລະກິດເຊັ່ນ : - ຕ້ອງມີເງິນສົດ ສຳລັບຊື້ສິນຄ້າເພື່ອມາຈຳໜ່າຍ ຫລືຈ່າຍຄ່າໃຊ້ຈ່າຍຕ່າງ ໆ. - ຕ້ອງມີສະຖານທີ່ປະກອບການຄ້າ ແລະເຄື່ອງໃຊ້ທີ່ຈຳເປັນ. ດັ່ງນັ້ນ ໃນປະຈຸບັນນີ້ເຮົາຈະເຫັນໄດ້ວ່າ ອົງການທຸລະກິດ ທີ່ຈະເລີນກ້າວໜ້າ ກໍ່ຍ້ອນເຈົ້າຂອງກິິດຈະການ ຫລື ຜູ້ປະກອບການຄ້າ ໄດ້ປັບປຸງວິທີການໃໝ່ເຂົ້າມານຳໃຊ້ ແລະ ຜົນສຳເລັດ ຂອງການດຳເນີນງານນັ້ນແມ່ນຂື້ນກັບການເຮັດບັນຊີ. ສະເພາະການບັນຊີສາມາດສະແດງຜົນງານໃຫ້ຮູ້ວ່າມີກຳໄລ ຫລື ຂາດທຶນຕະຫລອດຈົນຮອດຖານະການເງິນເປັນແນວໃດ ? ມີຊັບສິນ, ໜີ້ສິນ ແລະ ທຶນ ເປັນຈຳນວນເທົ່າໃດ? ນອກຈາກນັ້ນຍັງສາມາດວິໃຈຜົນຂອງການດຳເນີນງານ ຕ່າງໆທີ່ແລ້ວມານັ້ນ ແລະຈະຊ່ວຍໃຫ້ຜູ້ບໍລິຫານຕັດສິນໃຈເຮັດວຽກງານໄດ້ຢ່າງຖືກຕ້ອງ. ຖ້າບໍ່ມີຄວາມຮັບຮູ້ໂດຽກົງ ແລະ ປະສົບການ ກ່ຽວກັບຫົວຫນ່ວຍທຸລະກິດເອກະລາດ ເຊິ່ງຕົນເອງຍັງບໍ່ທັນມີ, ນັກຮຽນ ຕ້ອງໄດ້ອີງໃສ່ບົດຮຽນ ກ່ຽວກັບເສດຖະກິດ ກໍ່ຄື ແນວຄິດສັງເກດການ ຂອງຕົນເອງ ເພື່ອຈະໃຫ້ຄຸ້ນເຄີຍກັບ ຄຳສັບ " ວິສາຫະກິດ "
4.2 ການຄິດໄລ່ເສດຖະກິດຢູ່ໃນວິສາຫະກິດ:
4.2.1.- ລາຍການເຄື່ອນໄຫວ ທຸລະກິດ :
ລາຍການເຄື່ອນໄຫວທຸລະກິດຄືລາຍການທີ່ເກີດຂື້ນໃນການຊື້,ການຂາຍແລະການແລກປ່ຽນ.ຊຶ່ງອາດຈະເປັນລາຍການກ່ຽວກັບສິນຄ້າ ຫລື ການບໍລິການອັນເຮັດໃຫ້ເກີດການໃຊ້ຈ່າຍເງິນຫລືສິ່ງຂອງທີ່ກຳນົດມູນຄ່າເປັນເງິນ ລະຫວ່າງ ກິດຈະການກັບບຸກຄົນພາຍນອກທີ່ກ່ຽວຂ້ອງ. ຕົວຢ່າງ :
ສ/ຫ ກ ເປີດຮ້ານຄ້າຂາຍບໍລິການຕ່າງ ໆ.ລາຍການເຄື່ອນໄຫວຂອງ ສ/ຫ ກ ຈະປະກອບດ້ວຍລາຍການດັ່ງນີ້:
- ລົງທຶນເປັນເງິນສົດ ຫລື ສິ່ງຂອງທ່ີ່ຈຳເປັນໃນການປະກອບກິດຈະການ. -ຊື້ຊັບສິນຕ່າງໆທີ່ຈຳເປັນຕ້ອງໃຊ້ເຊັ່ນ:ຊື້ເຄື່ອງພິມດີດ ສຳລັບໃຊ້ໃນສຳນັກງານຊຶ່ງອາດເປັນເງິນສົດຫລື.ເງິນເຊື່ອ. - ການຂາຍບໍລິການເປັນເງິນສົດ ຫລືເງິນເຊື່ອ. - ຊື້ອຸປະກອນໃນການບໍລິການເປັນເງິນສົດ ຫລື ເງິນເຊື່ອ. - ຈ່າຍເງິນສົດ ຊຳລະໜີ້ ຫລື ຮັບຊຳລະໜີ້ຈາກລູກຄ້າ. - ຈ່າຍຄ່າໃຊ້ຈ່າຍຕ່າງ ໆ ຫລືຮັບລາຍໄດ້ຕ່າງ ໆ. - ຖ້າເງິນສົດບໍ່ພໍສຳລະໜີ້ ຫລື ບໍ່ພໍດຳເນີນງານ ອາດຈະຕ້ອງກູ້ຢືມ ຈາກບຸກຄົນ ພາຍນອກຕະຫລອດຈົນຈ່າຍເງິນສຳລະໜີ້ ຫລື ດອກເບັ້ຍ.ລາຍການດັ່ງກ່າວຂ້າງເທິງນີ້ຕ້ອງບັນທຶກໄວ້ໃນປື້ມບັນຊີຂອງຮ້ານຄ້າ.
4.2.2.- ລາຍການເຄື່ອນໄຫວທີ່ບໍ່ບັນທຶກລົງໃນບັນຊີ :
ລາຍການເຄື່ອນໄຫວທີ່ບໍ່ບັນທຶກລົງໃນບັນຊີ ຄືການດຳເນີນກິດຈະການໃນອົງການທຸລະກິດທີ່ບໍ່ໄດ້ເຮັດໃຫ້ເກີດການໂອນເງິນ ຫລືສິ່ງຂອງເຊັ່ນ : ສ/ຫ ກຈັດສິນຄ້າໃນຮ້ານຄ້າໃຫ້ເປັນລະບຽບ, ຈັດຮ້ານຄ້າໃຫ້ສະອາດງາມຕາ,ການຕ້ອນຮັບລູກຄ້າທີ່ມາຕິດຕໍ່ພົວພັນ, ການເຊີນຊວນລູກຄ້າໃຫ້ເຂົ້າຊົມສິນຄ້າໃນຮ້ານຄ້າ, ການເຮັດໜັງສືໄປທວງໜີ້ຈາກລູກຄ້າ... ທັງໝົດນີ້ບໍ່ນັບວ່າເປັນລາຍການເຄື່ອນໄຫວທີ່ຈະຕ້ອງມາບັນທຶກລົງໃນບັນຊີ. 4.2.3.- ການຄິດໄລ່ລາຍການເຄື່ອນໄຫວທຸລະກິດ : ກ່ອນຈະບັນທຶກລາຍການເຄື່ອນໄຫວຕ່າງໆ ລົງໃນປື້ມບັນຊີ ຈະຕ້ອງສາມາດແຍກ ລາຍການເຄື່ອນໄຫວໃຫ້ໄດ້ເສຍກ່ອນຖ້າແຍກລາຍການເຄື່ອນໄຫວຖືກຕ້ອງກໍສາມາດ ບັນທຶກລາຍ ການເຄື່ອນໄຫວລົງໃນບັນຊີໄດ້ຢ່າງຖືກຕ້ອງ ແລະ ຖ້າແຍກ ຫລືວິໃຈບໍ່ຖືກກໍຈະເຮັດໃຫ້ບັນທຶກລາຍການເຄື່ອນໄຫວລົງໃນບັນຊີຜິດໄປເຊັ່ນດຽວກັນ. ໃນການວິໃຈລາຍການເຄື່ອນໄຫວທຸລະກິດນັ້ນ ຈະຕ້ອງສຶກສາຄົ້ນຄ້ວາໃຫ້ເຂົ້າໃຈວ່າ : ລາຍການດັ່ງກ່າວນັ້ນແມ່ນຫຍັງ ? ແຕ່ລະລາຍການໄດ້ມີສ່ວນເຮັດໃຫ້ຊັບສິນ, ໜີ້ສິນ ແລະທຶນປ່ຽນ ແປງໄປແນວໃດ ? ແລະບາງຄັ້ງນັ້ນອາດຈະປ່ຽນແປງສະເພາະທາງດ້ານຊັບສິນເທົ່ານັ້ນ, ສ່ວນໜີ້ສິນ ແລະ ທຶນອາດຈະບໍ່ໄດ້ປ່ຽນແປງຕາມປົກກະຕິແລ້ວ ຊັບສິນເພີ້ມຂື້ນເຮັດໃຫ້ທຶນເພີ້ມຂື້ນ, ຊັບສິນຫລຸດລົງ ທຶນກໍ່ຈະຫລຸດລົງ, ໜີ້ສິນເພີ້ມຂື້ນຈະເຮັດໃຫ້ທຶນຫລຸດລົງ ແລະໜີ້ສິນຫລຸດລົງຈະເຮັດໃຫ້ທຶນເພີ້ມຂື້ນ
ຕົວຢ່າງ :
ລດ | ຊັບສິນ | ໜີ້ສິນ | ທຶນ |
---|---|---|---|
1 | 1000 | 100 | 900 |
2 | 1400 | 100 | 1300 |
3 | 1400 | 100 | 1300 |
4 | 900 | 200 | 700 |
5 | 900 | 50 | 850 |
4.2.4- ການກໍ່ໃຫ້ເກີດລາຍໄດ້ ແລະ ລາຍຈ່າຍ :
ໃນການປະກອບທຸລະກິດທຸກຊະນິດ ຈະມີລູກຄ້າ ມາຮັບບໍລິການຈາກ ຜູ້ປະກອບການຄ້ານັ້ນໆເຊັ່ນ : ກິດຈະການຊັກແຫ້ງ ລູກຄ້າກໍ່ຈະນຳເສື້ອຜ້າມາຊັກລີດ ແລະ ລູກຄ້າຈະເພີ້ມຫລາຍຂື້ນໃນເມື່ອເຂົາໄດ້ຮັບບໍລິການທີ່ດີ. ດັ່ງນັ້ນ,ການຈ່າຍຄ່າໃຊ້ຈ່າຍອອກໄປກໍ່ເພື່ອເຮັດໃຫ້ເກີດລາຍໄດ້ຄືນມາຊຶ່ງອາດຈະໄດ້ຮັບເປັນເງິນສົດ ຫລື ຊັບສິນອື່ນ ໆ.
ຕົວຢ່າງ : ຊື່ທຸລະກິດ ປະເພດລາຍໄດ້ ສໍານັກງານແພດ (ຄຣີນິກ) ການປິນປົວຮັກສາຄົນໄຂ້ ທະນາຄານ ການບໍລິການ ຮ້ານຂາຍເຄື່ອງທົ່ວໄປ ການຂາຍສິນຄ້າ ໂຣງເລື່ອຍ ຜະລິດຕະພັນ ຕົວຢ່າງ : ຮ້ານຂາຍປຶ້ມ ແລະ ເຄື່ອງໃຊ້ຫ້ອງການ ທຸລະກິດຈະສຳເລັດການເຄື່ອນໄຫວຂອງຕົນເອງໄດ້ ກໍ່ແມ່ນໄດ້ຜ່ານການຄົ້ນຄິດ ແລະມີການກະທຳຕົວຈິງອັນສອດຄ່ອງທີ່ສຸດໃນລະດັບຕ່ຳສຸດ,ພາຍຫລັງໄດ້ມີການຄິດໄລ່ຢ່າງແທ້ຈິງວັດຖຸປະສົງຂອງເຂົາເຈົ້າ ແມ່ນຮັບປະກັນໃຫ້ມີກຳໄລດັ່ງນັ້ນມູນຄ່າຂາຍຕ້ອງສູງກ່ວາມູນຄ່າຊື້ສິນຄ້າແລະ ການບໍລິການ. - ຖ້າວ່າ ມູນຄ່າຂາຍ > ມູນຄ່າຊື້ສິນຄ້າ + ການບໍລິການ ------> ກຳໄລ
- ຖ້າວ່າ ມູນຄ່າຂາຍ < ມູນຄ່າຊື້ສິນຄ້າ + ການບໍລິການ ------> ຂາດທຶນ
1 ຊື້ສິນຄ້າ 2.500.000 ກີບ 6 ເງິນເດືອນຂອງຜູ່ຂາຍ 580.000 ກີບ
2 ຊື້ການບໍລິການຈາກທາງນອກ 1.000.000 ກີບ 7 ດອກເບັ້ຽທະນາຄານ 2.400 ກີບ
3 ຄ່າໄຟຟ້າ 100.000 ກີບ 8 ມູນຄ່າຂາຍ 5.600.000 ກີບ
4 ຄ່າຂົນສົ່ງ 40.000 ກີບ 9 ຮັບຄ່າເຊົ່າ 60.000 ກີບ.
5 ຄ່າໂຄສະນາ 50.000 ກ
ບັນດາຂໍ້ມູນການຄິດໄລ່ຂອງວິສາຫະກິດ ຈະສະແດງອອກດັ່ງນີ້:ຄ່າໃຊ້ຈ່າຍ:
- ຊື້ສິນຄ້າ 2.500.000
- ລາຍຮັບ-ຂາຍສິນຄ້າ 5.600.000
- ຄ່າເຊົ່າ1.000.000
- ຮັບຄ່າເຊົ່າ 60.000
- ຄ່າໄຟຟ້າ 100.000
- ຄ່າຂົນສົ່ງ140.000
- ຄ່າໂຄສະນາ 50.000
- ເງິນເດືອນຜູ່ຂາຍ 580.000
- ດອກເບັ້ຽທະນາຄານ 24.000
ລວມລາຍຈ່າຍ 4.394.000 ລວມລາຍຮັບ 5.660.000
4.2.5ແຜນວາດການຄິດໄລ່:
ລາຍຮັບ - ລາຍຈ່າຍ = ຜົນໄດ້ຮັບ 5.660.000 - 4.394.000 = 1.266.000
ລາຍຮັບ > ລາຍຈ່າຍ = ຜົນໄດ້ຮັບຕິດບວກ (ກຳໄລ) ລາຍຮັບ < ລາຍຈ່າຍ = ຜົນໄດ້ຮັບຕິດລົບ (ຂາດທຶນ)
ຕົວຢ່າງ ວິສາຫະກິດອຸດສາຫະກຳ (ວິສາຫະກິດການຜະລິດ)ແຕ່ລະຂະແຫນງ ການຜະລິດ ວັດຖຸດິບ ແລະ ວັດຖຸປະກອບແມ່ນແຕກຕ່າງກັນ, ຜະລິດຕະພັນກໍແຕກຕ່າງກັນເຊັ່ນ:
1 ວັດຖຸດິບ: - ຊ່າງໄມ້ : ຊື້ໄມ້ແປຮູບ,ຕະປູກຽວ, ມືຈັບປະຕູ , ແລະ ອື່ນໆ - ຊ່າງຕັດຫຍິບ : ຊື້ແຜ່ນແພ, ໄຫມຫຍິບ, ກະດຸມ ແລະ ອື່ນໆ
2 ຜະລິດຕະພັນ: - ຊ່າງໄມ້: ປະຕູ,ໂຕະ,ຕັ່ງ, ຕຽງ, ແລະອື່ນໆ - ຊ່າງຕັດຫຍິບ : ສົ້ງ, ກະໂປ່ງ, ເສື້້ອ, ແລະ ອື່ນໆ
ລາຍຈ່າຍ ລາຍຮັບ ລາຍຈ່າຍ ລາຍຮັບ
ຊື້ສິນຄ້າ ຂາຍສິນຄ້າ ຊື້ສິນຄ້າ ຂາຍສິນຄ້າ
ຊື້ບໍລການຈາກທາງນອກ ຊື້ບໍລການຈາກທາງນອກ ລາຍຈ່າຍອື່ນໆ ລາຍຈ່າຍອື່ນໆ ລາຍຮັບອື່ນໆ ກຳໄລ ລາຍຮັບອື່ນໆ ຂາດທຶນ ຜົນໄດ້ຮັບເປັນກຳໄລ ຜົນໄດ້ຮັບເປັນຂາດທຶນ
4.2.6 ການຄິດໄລ່ເສດຖະກິດ ແລະ ການຄຸ້ມຄອງ:
ເປັນສິ່ງປະຈັກແຈ້ງແລ້ວວ່າ ຖ້າວ່າ ບຸກຄົນໃດຫນ່ຶ່ງ ຫລື ກຸ່ມຄົນໃດຫນຶ່ງ ໄດ້ສ້າງຕັ້ງ ວິສາຫະກິດ ຂອງຕົນເອງຂຶ້ນແລ້ວ ແມ່ນລາວຫວັງວ່າ: ຖ້າເປັນໄປໄດ້, ໄດ້ກຳໄລ ເປັນຈຳນວນເງິນທີ່ ເປັນຫນ້າເພິງພໍໃຈ. ອັນທີ່ຈິງແລ້ວກຳໄລ ເປັນທັງ:
- ຄ່າທົດແທນໃຫ້ແກ່ແຮງງານ ແລະ ຄວາມຊຳນິຊຳນານຂອງເຂົາເຈົ້າ. ເປັນຄ່າທົດແທນຕົ້ນທຶນ ທີ່ໄດ້ນຳໃຊ້ເຂົ້າໃນການທຸລະກິດ.
ຈາກນີ້ການຄິດໄລ່ຄາດຄະເນ ຂອງວິສາຫະກິດ ຈິ່ງດຳເນີນບົນພື້ນຖານ ການຄິດໄລ່ໃຫ້ມີກຳໄລ , ແຕ່ຜົນໄດ້ຮັບຕົວຈິງສະແດງອອກໃນທ້າຍປີ ກໍບໍ່ສົມຫວັງສະເຫມີ ຫາກແຕ່ວ່າ ຜົນໄດ້ຮັບ ທີ່ໄດ້ສະແດງອອກໃນທ້າຍປີ ຫລື ໃນປີ ແມ່ນຈະບ່ໍກົງກັບຄວາມຫວັງໃນເບື້ອງຕົ້ນສະເຫມີ; ຜົນໄດ້ຮັບ ອາດເປັນການຂາດດູນໄດ້. ການຄຸ້ມຄອງວິສາຫະກິດ ສະແດງອອກດ້ວຍ ການກຳນົດວັດຖຸປະສົງ ທີ່ບັນລຸໄດ້ແລະນຳເອົາບັນດາພາຫານະທີ່ມີ ເຂົ້າໃນການເຄື່ອນໄຫວທຸລະກິດ ເພື່ອໃຫ້ໄດ້ຜົນໄດ້ຮັບ ທີ່ເປັນຫນ້າເພິ່ງພໍໃຈ:ຕາມທຳມະດາການຄຸ້ມຄອງທີ່ດີຕ້ອງນຳກ້າວໄປສູ່ການສ້າງໃຫ້ມີຜົນກຳໄລຖ້າວ່າການຄິດໄລ່ຄາດຄະເນຫາກມີພື້ນຖານອັນໜັກແໜ້ນ.
4.3 ບັນດາການເຄື່ອນໄຫວຂອງວິສາຫະກິດ:
ການເຄື່ອນໄຫວເສດຖະກິດຂອງວິສາຫະກິດ ຈະຂະຫຍາຍຕົວໄດ້ ກໍໃນເມື່ອວ່າ ມີບັນດາພາຫານະການຜະລິດ ຫລື ປັດໃຈການຜະລິດຢ່າງຄົບຖ້ວນຄື
- ຄົນ ທີ່ປະກອບແຮງງານ ; ມີຄວາມສາມາດ, ຮູ້ເຮັດ.
- ບັນດາພາຫານະ,ວັດຖຸປະກອນຫລືເຄື່ອງປະກອບເຊັ່ນ:ສິ່ງປຸກສ້າງ,ພາຫານະ, ເຄື່ອງຈັກ ແລະ ອື່ນໆ
- ທຶນ ( ປະກອບມີທຶນຕົນເອງ ແລະເງິນກູ້ຢືມເພື່ອປະກອບທຶນ)
ກົງກັນຂ້າມກັບລາຍການເຄື່ອນໄຫວຜ່ານມານີ້ , ບັນດາລາຍການທຸລະກິດມີລັກຊະນະປົກກະຕິ ຊ້ຳໄປ ຊ້ຳມາເຮັດໃຫ້ເກີດມີ ລາຍຈ່າຍ, ລາຍຮັບເປັນຫລາຍລາຍການທີ່ສຸດ ເຊິ່ງຈະຕ້ອງໄດ້ມີການບັນທຶກເພື່ອຄິດໄລ່ຜົນໄດ້ຮັບ.
4.3.1 ການລົງທຶນແລະການປະກອບທຶນ
ສະແດງອອກໃນການຊື້ຊັບສົມບັດຄົງທີ່ເຊັ່ນ : ວັດຖຸປະກອນ,ເຄື່ອງຕິດຕັ້ງເຊິ່ງແນໃສ່ປະກອບ
ເຂົ້າຢູ່ໃນວິສາຫະກິດຢ່າງຄົງຕົວຍາວນານເພາະວ່າເປັນສິ່ງທີ່ຂາດບໍ່ໄດ້ເພື່ອດຳເນີນງານ.ການປະກອບ ທຶນໝາຍເຖິງບັນດາແຫລ່ງທຶນປະກອບ(ທຶນ)ຫລືທີ່ໄດ້ກູ້ຢືມມາ.(ເງິນກູ້ຢືມ)
ການລົງທຶນ
ການປະກອບທຶນວິສາຫະກິດ ຊຄທ 80.000 = ທຶນ 50.000 + ເງິນກູ້ຢືມ 30.000
ຢູ່ໃນວິສາຫະກິດຂະໜາດນ້ອຍແລະຂະໜາດກາງບັນດາການລົງທຶນແລະການປະກອບທຶນມີລັກສະນະບັງເອີນຄື: ເກີດຂຶ້ນເວລາສ້າງຕັ້ງ ຫລື ຂະຫຍາຍກິດຈະການເທົ່ານັ້ນ.
ຂ ບັນດາການເຄື່ອນໄຫວທຸລະກິດ:
ກົງກັນຂ້າມກັບບັນດາລາຍການຜ່ານມານີ້,ບັນດາລາຍການທຸລະກິດ(ຊື້ແລະຂາຍສິນຄ້າ,ຊຳລະອາກອນເບີກຈ່າຍເງິນເດືອນ,ແລະລາຍຈ່າຍອື່ນໆ)ມີລັກສະນະສະໝ່ຳສະເໝີຊ້ຳໄປຊ້ຳມາເຮັດໃຫ້ເກີດມີລາຍຈ່າຍແລະລາຍຮັບເປັນຫລາຍລາຍການທີ່ສຸດເຊີ່ງຈະຕ້ອງໄດ້ມີການບັນທຶກເພື່ອຄິດໄລ່ຜົນໄດ້ຮັບ.ຄ ຮອບວຽນການທຸລະກິດ:
ກ່ອນຈະຂາຍສິນຄ້າອອກໄດ້ ວິສາຫະກິດຕ້ອງໄດ້ຊື້ສິນຄ້າດັ່ງກ່າວໄວ້ໃຫ້ມີຢູ່ສາງ, ບັນດາສິນຄ້າທີ່ມີຢູ່ໃນສາງລໍຖ້າຊຳຊາເອົາອອກຂາຍນັ້ນ ເອີ້ນວ່າ: ເຄື່ອງໃນສາງ. ຕ້ອງໄດ້ມີການຊື້ຄືນໃຫມ່ເພື່ອເຮັດໃຫ້ມີເຄື່ອງໃນສາງ ໃນລະດັບອັນເຫມາະສົມຕາມລະດັບການເຫນັງຕີງເບື້ອງການຂາຍ.
4.3.1 ແຜນວາດການເຄື່ອນໄຫວສະແດງອອກຄືກັນກັບການເປ່ງນ້ຳໃສ່ອ່າງ.
ຊື້
(ເປັ່ງນໍ້າເຂົ້າ)
ລະດັບນໍ້າ
ຂາຍ
(ເທນໍ້າອອກຈາກອ່າງ)
ເວລາຂາຍ ເວລາຊື້
ບັນດາສິນຄ້າ ຈະຖືກຮັກສາໄວ້ຢູ່ໃນສາງ ເປັນໄລຍະເວລາໃດຫນຶ່ງ ກ່ອນຈະນຳອອກຂາຍຄືນ ປະມານ 5 ຫາ 6 ເດືອນ , ກໍລະນີຂອງຮ້ານຂາຍປຶ້ມ ແລະ ເຄື່ອງໃຊ້ຫ້ອງການ, 3 ຫາ 4 ອາ ທິດ ສຳລັບຮ້ານສັບພະສິນຄ້າເພາະວ່າເຄື່່ອງໃນສາງ ຖືກເທອອກໄວກ່ວາ ແລະ ຖືກປ່ຽນແທນຄືນໃຫມ່ເປັນແຕ່ລະໄລຍະເພື່ອເຮັດໃຫ້ລະດັບເຄື່ອງໃນສາງ ຮັກສາລະດັບເກົ່າ.ເອີ້ນວ່າ ໄລຍະຮອບວຽນການທຸລະກິດແມ່ນໄລຍະເວລາສະເລ່ຍ ຫ່າງກັນລະຫວ່າງ ການຊື້ສິນຄ້າໃດຫນຶ່ງ ແລະ ການຂາຍອອກຄືນ.
ຕົວຢ່າງ: ຢູ່ໃນວິສາຫະກິດ ການຜະລິດ, ໄລຍະດັ່ງກ່າວກວມທັງ ໄລຍະເວລາຜະລິດ ຜະລິດຕະພັນ, ໄລຍະເກັບມ້ຽນວັດຖຸດິບໃນສາງ ແລະ ໄລຍະເກັບມ້ຽນ ຜະລິດຕະພັນທີ່ໄດ້ຜະລິດອອກສາງ ກ່ອນຈະຂາຍໃຫ້ແກ່ລູກຄ້າ. ຊື້/ເກັບມ້ຽນວັດຖຸດິບໃນສາງ /////////////////// ເກັບມ້ຽນຜະລິດຕະພັນໃນສາງ ຂາຍ
//////////////////
ໄລຍະດໍາເນີນການຜະລິດ ////////////////// ໄລຍະເວລາ
ວິຊາ : ການເຄື່ອນໄຫວບັນຊີທົ່ວໄປ ບົດທີ 2
ໃບຄວາມຮູ້
ການຄິດໄລ່ແລະການຈົດກ່າຍບັນຊີຄວາມຮູ້ກ່ຽວກັບການບັນຊີຄູ່
ເວລາ: 9 ຊມ ຜູ້ສອນ: ອຈ ບຸນດາວ ປິຍະວົງ ຜູ້ຮຽນ: ປີທີ 2 ບັນຊີ ນັກຮຽນໂຄງການ STVETS
I ບັນດາກະແສເສດຖະກິດ
1 ບັນດາການເຄື່ອນໄຫວ ແລະ ບັນດາກະແສເສດຖະກິດ:
1.1 ບັນດາການເຄື່ອນໄຫວ ຂອງວິສາຫະກິດ:
ສ່ວນຫລວງຫລາຍຂອງບັນດາລາຍການເຄື່ອນໄຫວ ສະແດງອອກດ້ວຍການແລກປ່ຽນລະຫວ່າງ ວິສາຫະກິດ ແລະ ບັນດາຕົວແທນເສດຖະກິດອື່ນໆ ເຊິ່ງໝາຍເຖິງບັນດາຜູ່ສະໜອງ, ຄົນງານຂອງຕົນເອງ,ລັດ, ບັນດາທະນາຄານ ແລະບັນດາລູກຄ້າຂອງຕົນເອງ. ສ່ວນບັນດາລາຍການອື່ນໆນັ້ນເປັນລາຍການສະເພາະພາຍໃນ ວິສາຫະກິດ.
ຕົວຢ່າງ : ( ການພົວພັນກັບພາຍນອກ.)
ຊື້ສິນຄ້ານຳຜູ່ສະໜອງ 20.000 ກີບ,ແລະໄດ້ຊຳລະເງິນພ້ອມໃນທັນໃດໂລດ.ລາຍການເຄື່ອນໄຫວດັ່ງກ່າວນີ້ ແມ່ນການເຄື່ອນໄຫວ ສອງຝ່າຍ, ແຕ່ລະຕົວແທນເສດຖະກິດ ສະໜອງການບໍລິການໃຫ້ແກ່ຜູ້ອື່ນ.
ວິສາຫະກິດ ຮັບສິນຄ້າ ຈາກຜູ້ສະໜອງ
ລາວຈ່າຍເງິນອອກຄັງ 20.000 ກີບ ໃຫ້ແກ່ຜູ້ສະໜອງ.ຈາກນີ້ພວກເຮົາຈະສັງເກດເຫັນໄດ້ ສອງລາຍການ ເຄື່ອນໄຫວເປັນມູນຄ່າ 20.000 ກີບ ຕາມລວງກົງກັນຂ້າມວິສາຫະກິດສິນຄ້າ20.000ເງິນຕຣາຜູ້ສະໜອງ
ຕົວຢ່າງ : (ການພົວພັນພາຍໃນ)ໂຮງງານປຸງແຕ່ງໄມ້ຂຸນຕາ ໄດ້ເອົາໄມ້ແປຮູບ(ວັດຖຸດິບ) ມູນຄ່າ 15.000 ກີບ ອອກຈາກສາງໄປປຸງແຕ່ງເປັນໂຕະ (ຜະລິດຕະພັນສຳເລັດຮູບ)
ວັດຖຸດິບໃນສາງໂຮງງານປຸງແຕ່ງໄມ້ຜະລິດຕະພັນສຳເລັດຮູບ ໃນສາງ
ພວກເຮົາສັງເກດເຫັນວ່າ ໃນກໍລະນີມີການເຄື່ອນໄຫວທາງດ້ານມູນຄ່າ ລະຫວ່າງສອງຂະແໜງການ ຫລື ສອງ ພະແນກການ ຂອງວິສາຫະກິດ ຄື: ລະຫວ່າງ ສາງວັດຖຸດິບ ແລະ ສາງຜະລິດຕະພັນ.15.000 ກີບ.
1.2 ບັນດາກະແສເສດຖະກິດ:
- ບັນດາລາຍການເຄື່ອນໄຫວດ້ານມູນຄ່າ ທີ່ໄດ້ສັງເກດເຫັນຂ້າງເທິງນີ້ ມີສອງລາຍການຄື:
- ລາຍການທີ່ພົວພັນກັບພາຍນອກ.
- ລາຍການທີ່ພົວພັນກັບພາຍໃນ.ປະກອບເປັນກະແສເສດຖະກິດ.
ຄຳສັບ ກະແສໄດ້ຖືກນຳໃຊ້ເພື່ອຍົກໃຫ້ເຫັນແນວຄວາມຄິດກ່ຽວກັບການເຄື່ອນໝູນ,ການລະບາຍເຄື່ອງອອກ, ຄືດັ່ງກະແສໄຟຟ້າ, ກະແສເລືອດ, ກະແສນ້ຳຫ້ວຍ, ນີ້ແມ່ນບັນດາມູນຄ່າທີ່ຢູ່ໃນພາວະເຄື່ອນເໜັງ.
1.3 ການຈຳແນກບັນດາກະແສ:
- ເພື່ອສະແດງລັກສະນະຂອງກະແສໃດໜຶ່ງ ພວກເຮົາຕ້ອງໄດ້ສັງເກດ:
- ຈຸດເລີ້ມຕົ້ນຂອງກະແສ.
- ຈຸດໄປເຖິງຂອງກະແສ.
- ມູນຄ່າຂອງກະແສ.
- ເນື້ອໃນຂອງກະແສ.
ລາຍການເຄື່ອນໄຫວທີ່ພົວພັນກັບພາຍນອກ: ລາຍການດັ່ງກ່າວ ເຮັດໃຫ້ກຳເນີດ ສອງກະແສເສດຖະກິດຕາມລວງກົງກັນຂ້າມມີ:
- ກະແສສິນຄ້າ ຫລື ກະແສບໍລິການ, ເອີ້ນວ່າກະແສຕົວຈິງ ,
- ຖືກແລກປ່ຽນກັບກະແສເງິນຕຣາ, ທີ່ເອີ້ນວ່າກະແສການເງິນ.
ລາຍການເຄື່ອນໄຫວທີ່ພົວພັນກັບພາຍໃນ ຈາກຕົວຢ່າງຂອງໂຮງງານປຸງແຕ່ງໄມ້ເຮັດໃຫ້ກຳເນີດພຽງແຕ່ກະແສດຽວເທົ່ານັ້ນເຊີ່ງເອີ້ນວ່າກະແສການຜະລິດ.
1.3.1 ຈຸດເລີ້ມຕົ້ນຂອງກະແສ: (ຕົ້ນກຳເນີດ ຫລື ແຫລ່ງ)
ໂດຽທົ່ວໄປເອີ້ນວ່າ " ແຫລ່ງ " ໝາຍເຖິງ ທີ່ມາ ຫລື ຕົ້ນກຳເນີດ ຂອງການເຄື່ອນເໜັງເປັນມູນຄ່າ.
ຕົວຢ່າງ :
- ວິສາຫະກິດກູ້ຢືມເງິນນຳທະນາຄານ.- ວິສາຫະກິດ ຈ່າຍເງິນໃຫ້ນັກສະຖາປະນິກ.- ອື່ນໆ ຊື້ຫັຽງ ?ຫລື ບ່ອນມາ ຊື້ສິນຄ້າ (ພາຍໃນ,ຕ່າງປະເທດ)
1.3.2 ຈຸດໄປເຖິງຂອງກະແສ:(ຈຸດຫມາຍ ຫລື ການນຳໃຊ້ ) ຈຸດໄປເຖິງຂອງກະແສ ໝາຍເຖິງການນຳໃຊ້ມູນຄ່າການເຄື່ອນໄຫວ ທາງດ້ານເສດຖະກິດ(ນຊ)ຂາຍຫັຽງ ? ຫລື ບ່ອນໄປຂາຍສິນຄ້າ (ພາຍໃນ,ຕ່າງປະເທດ)
ຕົວຢ່າງ:ໂຮງງານປຸງແຕ່ງໄມ້.
- ແຫລ່ງທຶນ : ວັດຖຸດິບໃນສາງ (ແຫລ່ງກຳເນີດຂອງກະແສ)- ນຳໃຊ້ທຶນ :ຜະລິດຕະພັນສຳເລັດຮູບໃນສາງ ( ບ່ອນໄປຮອດຂອງກະແສ)
1.3.3 ຈຳນວນເງິນຂອງກະແສ:
ຈຳນວນເງິນຂອງບັນດາກະແສ ສະແດງອອກຢູ່ໃນທະນະບັດເອງ ຖ້າແມ່ນກະແສເງິນຕຣາໃດໜຶ່ງ(ກະແສການເງິນ).ສະແດງອອກຢູ່ໃນເອກກະສານຢັ້ງຢືນພື້ນຖານ (ໃບເກັບເງິນ,ໃບເບີກຈ່າຍເງິນເດືອນ,ໃບແຈ້ງໃຫ້ເສັຍອາກອນ.)ຖ້າແມ່ນບັນດາກະແສຕົວຈິງ(ກະແສວັດຖຸຕົວຈິງ ຫລື ກະແສບລິການຕົວຈິງ)
1.3.4 ເນື້ອໃນຂອງກະແສ:
ຕ້ອງໄດ້ເອົາໃຈໃສ່ ຈັດບັນດາກະແສ ທີ່ໄດ້ສັງເກດເຫັນນັ້ນເປັນປະເພດ,ເພາະວ່າ ມີລັກສະນະແຕກຕ່າງກັນ : ພວກເຮົາໄດ້ຈຳແນກບັນດາກະແສຕົວຈິງ ແລະ ບັນດາກະແສການເງິນ.
ກ ບັນດາປະເພດກະແສຕົ້ນຕໍ : ພວກເຮົາສາມາດຈຳແນກບາງປະເພດກະແສດັ່ງລຸ່ມນີ້:
ກ.1 ບັນດາກະແສພາຍນອກ: (ລະຫວ່າງວິສາຫະກິດ ແລະ ຕົວແທນເສດຖະກິດອື່ນໆ) ບັນດາກະແສຕົວຈິງ:ພົວພັນກັບບັນດາຜະລິດຕະພັນແລະການບໍລິການທີ່ເປັນສິນຄ້(ສະໜອງຈາກວິສາຫະກິດອື່ນ)
ຕົວຢ່າງ: ຊື້ສິນຄ້າ, ຄ່າຂົນສົ່ງ, ຄ່າເຊົ່າ, ການບໍລິການດ້ານທີ່ປຶກສາ,ສະໜອງໃຫ້ແກ່ວິສາຫະກິດອື່ນໆ.
ຕົວຢ່າງ :ການຈ່າຍເງິນເດືອນໃຫ້ແກ່ຜູ້ຂາຍ 50.000 ກີບ.ວິສາຫະກິດ ກະແສແຮງງານເງິນຕຣາ 50.000 ກີບຜູ້ສະໜອງ
ຕົວຢ່າງ: ໄດ້ຈ່າຍຄ່າບໍລິການໃຫ້ນັກສະຖາປະນິກ 10.000 ກີບ.
ວິສາຫະກິດ ບໍລິການທີ່ໄດ້ສະໜອງ ຄ່າບໍລິການ (ເງິນຕຣາ) 10.000 ກີບ ສະຖາປານິກ
ບັນດາກະແສບໍລິການ: ເຊິ່ງເປັນການບໍລິການທີ່ໄດ້ສະໜອງ ໃຫ້ແກ່ວິສາຫະກິດຈາກ:
- ຄົນງານ : ຈຳນວນເງິນເດືອນທີ່ໄດ້ຈ່າຍ.- ລັດ : ຈຳນວນເງິນເສັຽອາກອນ.- ຜູ້ໃຫ້ກູ້ຢືມ : ຈຳນວນດອກເບັ້ຽທີ່ໄດ້ຈ່າຍ.
ບັນດາກະແສການເງິນ: ສະແດງອອກ ເປັນກະແສເງິນຕຣາ,ໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງເພາະມີການຄາດເຄື້ອນດ້ານການຊຳລະສະສາງ. ຕົວຢ່າງ: ວິສາຫະກິດຊື້ສິນຄ້ານຳຜູ້ສະໜອງ ຕິດໜີ້ 20.000 ກີບ, ກະແສຕົວຈິງ (ສິນຄ້າ)
ວິສາຫະກິດ ກະແສການເງິນ “ ໜີ້ຕ້ອງຮັບ-ຕ້ອງສົ່ງ 20.000 ກີບ. ຜູ້ສະໜອງ
ໃນການແລກປ່ຽນກັບກະແສຕົວຈິງ, ບໍ່ແມ່ນການເຄື່ອນເໜັງ ຂອງເງິນຕຣາ ທີ່ພວກເຮົາສັງເກດເຫັນແຕ່ຊ້ຳພັດມີໜີ້ ຈະຕ້ອງໄດ້ສົ່ງໃຫ້ແກ່ຜູ້ສະໜອງ ຈາກນີ້ຈຶ່ງໃຫ້ຊື່ວ່າ ກະແສ " ໜີ້ຕ້ອງຮັບ-ຕ້ອງສົ່ງ "
ພວກເຮົາສັງເກດເຫັນວ່າ: ກະແສດັ່ງກ່າວຫັນທິດໄປລວງ ລູກໜີ້.ຄວາມສຳນຶກກ່ຽວກັບ ໜີ້ຕ້ອງຮັບ ແລະ ໜີ້ຕ້ອງສົ່ງ ມີສອງດ້ານ ແລະ ຢັ້ງຢືນເຖີງການທີ່ມີສອງຊື່ຄືແນວນີ້ ຍ້ອນວ່າໜີ້ຕ້ອງສົ່ງຂອງວິສາຫະກິດໜຶ່ງ ຊ້ຳພັດເປັນໜີ້ຕ້ອງຮັບຂອງອີກວິສາຫະກິດໜຶ່ງ. ຖ້າວ່າ ວິສາຫະກິດ ກ ໄດ້ຕິດໜີີ້ ວິສາຫະກິດ ຂ ກ່ຽວກັບຄ່າຂົນສົ່ງ 10.000 ກີບ , ໝາຍວ່າ:
- ວິສາຫະກິດ ກ ມີໜີ້ຕ້ອງສົ່ງ ໃຫ້ແກ່ ວິສາຫະກິດ ຂ 10.000 ກີບ.
- ວິສາຫະກິດ ຂ ມີໜີຕ້ອງຮັບຈາກ ວິສາຫະກິດ ກ 10.000 ກີບ.
ກ.2 ບັນດາກະແສພາຍໃນ: ບັນດາກະແສພາຍໃນຈຳແນກອອກເປັນ: ກະແສຕົວຈິງ: ວັດຖຸຈ່າຍອອກຈາກໂຮງຊ່າງໜຶ່ງໄປຫາອີກໂຮງຊ່າງໜຶ່ງ. ບັນດາກະແສການເງິນ: ການໂອນເງິນຈາກຄັງເງິນສົດໜຶ່ງ ໄປຫາອີກ ຄັງເງິນສົດອື່ນ. ບັນດາກະແສຜົນໄດ້ຮັບ:ການຂາຍມີກຳໄລ. ຄຳແດງຂາຍສິນຄ້າໃນລາຄາ 20.000 ກີບ(ລາຄາຕົ້ນທຶນຊື້ 14.000 ກີບ) ວິໃຈການເຄື່ອນໄຫວ - ແຫລ່ງທຶນ (ທີ່ໄດ້ນຳໃຊ້) : ສິນຄ້າໃນສາງ 14.000 ກີບ. - ນຳໃຊ້ທຶນ (ທີ່ໄດ້ຮັບ) : ໜີ້ຕ້ອງຮັບ 20.000 ກີບ. ວິສາຫະກິດໄດ້ສ້າງແຫລ່ງທຶນອັນໃຫມ່ເພີ້ມເຕີມ ທີ່ຈະຮັກສາໄວ້ ເພາະເປັນແຫລ່ງທຶນສະເພາະ ແລະ ຖາວອນຂອງວິສາຫະກິດ ຄື: ມີກຳໄລ 6.000 ກີບ ຕະຫລາດລູກຄ້າ 20.000 ສິນຄ້າໃນສາງ 14.000
ກໍາໄລ່ 6.000 ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ 6.000 ກີບ. ກຳໄລສະແດງວ່າ ວິສາຫະກິດ ໄດ້ສ້າງມູນຄ່າຂຶ້ນ (ຮັ່ງມີຂຶ້ນ) ຕົວຢ່າງ: 2 ການຂາຍຂາດທຶນ ຄຳແດງຂາຍສິນຄ້າ ໃນລາຄາ 10.000 ກີບ(ລາຄາຕົ້ນທຶນຊື້ 14.000 ກີບ) ວິໃຈການເຄື່ອນໄຫວ - ແຫລ່ງທຶນ (ທີ່ໄດ້ນຳໃຊ້) : ສິນຄ້າໃນສາງ 14.000 ກີບ. - ນຳໃຊ້ທຶນ (ທີ່ໄດ້ຮັບ) : ໜີ້ຕ້ອງຮັບ 10.000 ກີບ.
ວິສາຫະກິດໄດ້ນຳໃຊ້ທຶນບໍ່ດີປານໃດ ແຕ່ກໍແບບຂາດຕົວເລີຍແລ້ວ ຕາມຈຳນວນທີ່ຂາດ 4.000 ກີບ. ການນຳໃຊ້ທຶນຢ່າງຂາດຕົວນີ້ ແມ່ນການຂາດທຶນ.
ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ 6.000 ກີບ. ກຳໄລສະແດງວ່າ ວິສາຫະກິດ ໄດ້ສ້າງມູນຄ່າຂຶ້ນ (ຮັ່ງມີຂຶ້ນ) ຕະຫລາດ ລູກຄ້າ 10.000 ສິນຄ້າໃນສາງ 14.000 ຂາດທຶນ 4.000 ສັງເກດເຫັນໄດ້ວ່າມີ 2 ກະແສຄື : - ກະແສຕົວຈິງ (ຊື້ສິນຄ້າ 14.000 ກີບ ) - ກະແສຜົນໄດ້ຮັບ (ຂາດທຶນ) 4.000 ກີບ. ສະແດງວ່າ ວິສາຫະກິດ ໄດ້ນຳໃຊ້ທຶນຢ່າງຂາດຕົວ ຫລື ທຳລາຍ ມູນຄ່າ (ທຸກຈົນລົງ) 2 - ການສະແດງບັນດາກະແສອອກໃນກຣາບຟິກ: 2.1 ຫລັກການ: ກະແສພາຍໃນ ກະແສພາຍໃນ ເຮັດໃຫ້ 2 ພະແນກການ, 2 ຂະແໜງການພາຍໃນ ຕິດພັນກັນ ດັ່ງນັ້ນພວກເຮົາສາມາດສະແດງອອກເປັນກຣາບຟິກດັ່ງນີ້
ຫລ ນ ພະແນກ ກ ກະແສດຽວ
ພະແນກ ຂ
ຕົວຢ່າງ:
ຮັບຜະລິດຕະພັນທີ່ໄດ້ຜະລິດ (ອອກຈາກໂຮງຊ່າງຜະລິດ)ໄປຢູ່ສາງຜະລິດຕະພັນສຳເລັດຮູບ10.000 ກີບ
ຫລ 10.000 ກີບ ນ ໂຮງຊ່າງຜະລິດ ກະແສດຽວ ສາງຜ/ພສຳເລັດຮູບ
ບັນດາກະແສພາຍນອກ:
ບັນດາກະແສພາຍນອກ ເກີດຂື້ນ ເນື່ອງໃນໂອກາດການເຄື່ອນໄຫວ ສອງຝ່າຍ ທາງດ້ານການແລກປ່ຽນກັນທາງດ້ານເສດຖະກິດ, ແຕ່ລະລາຍການເຄື່ອນໄຫວ ເຮັດໃຫ້ເກີດມີກະແສຕາມລວງກົງກັນຂ້າມກັນ.
ນ ກະແສຕົວຈິງ
ຫລ
ວິສາຫະກິດ
(ສິນຄ້າ)
ກະແສການເງິນ
ຜູ້ສະໜອງ
ຫລ (ຄັງເງິນສົດ)10.000 ກີບ ນ ຫາກແຕ່ວ່າ,ວິສາຫະກິດກ່ຽວຂ້ອງ ບໍ່ສົນໃຈຫຍັງໝົດ ກ່ຽວກັບບັນດາຈຸດເລີ້ມຕົ້ນ ແລະ ຈຸດໄປເຖິງຂອງກະແສຢູ່ທີ່ຜູ້ສະໜອງ ແຕ່ກົງກັນຂ້າມ ບັນດາກະແສທີ່ກ່ຽວພັນກັນໂດຽກົງ ມີ: - ກະແສນຳເຂົ້າ (ກະແສສິນຄ້າ) - ກະແສອອກ ( ກະແສການເງິນ)
ວິສາ ຫະກິດ ສິນຄ້າໃນສາງ ນຊ
ຄັງເງິນສົດ ຫລ
2.2. ການສະແດງອອກເປັນແຜນວາດ ຢູ່ໃນຫົວໜ່ວຍທຸລະກິດ:
ກ ການຂາຍເທົ່າທຶນ: ວິສາຫະກິດໄດ້ຂາຍສິນຄ້າ 8.000 ກີບ, (ລາຄາຕົ້ນທຶນຊື້ 8.000 ກີບ)
ຄັງ
ເງິນສົດ
ນຊ
ວິສາ
ຫະ
ກິດ
ສິນຄ້າ
ໃນສາງ
ຫລ
8.000 ກີບ
ຂ ຂາຍຕິດໜີ້ 1 ຂາຍຕິດໜີ້ມີກຳໄລ: ວິສາຫະກິດໄດ້ຂາຍສິນຄ້າຊະນິດໜຶ່ງ ໃຫ້ແກ່ລູກຄ້າໃນມູນຄ່າ11.000 ກີບ(ລາຄາຊື້ສິນຄ້າ 8.000 ກີບ) ຕະຫລາດ ລູກຄ້າ11.000
ສິນຄ້າໃນສາງ 8.000
ກຳໄລ 3.000
ຄ ຂາຍຂາດທຶນຊຳລະພ້ອມ: ວິສາຫະກິດໄດ້ຂາຍສິນຄ້າຊະນິດໜຶ່ງໃຫ້ແກ່ລູກຄ້າໃນມູນຄ່າ20.000 ກີບ(ລາຄາຊື້ສິນຄ້າ26.000 ກີບ)
ຕະຫລາດ ລູກຄ້າ 20.000 ນຊ
ຜົນໄດ້ຮັບ(ຂາດທຶນ) 6.000 ນຊ
ສິນຄ້າໃນສາງ 26.000 ຫລ
ງ ຊື້ຕິດໜີ້ ຊື້ສິນຄ້ານຳບໍລິສັດ A ໃນມູນຄ່າ 30.000 ກີບ.(ຕິດໜີ້).ການນຳໃຊ້ເງິນແບບເສດຖະກິດ ຈຳນວນເງິນ30.000ກີບເປັນສິນຄ້າໄດ້ມາຈາກໜີ້ສິນ ທີ່ໄດ້ຕິດໜີ້ A ເຊີ່ງເອີ້ນວ່າແຫລ່ງທຶນ ຫລືແຫລ່ງເງິນ.
ສິນຄ້າໃນສາງ
30.000 ນຊ 30.000 ກີບ ຜູ້ສະໜອງ 30.000 ຫລ
ຈ ການຊຳລະໜີ້ຕ້ອງສົ່ງ
ວິສາຫະກິດໄດ້ຊຳລະຄ່າສິນຄ້າໃຫ້ແກ່ບໍລິສັດ A ເປັນເງິນສົດ 30.000 ກີບ,
ສິນຄ້າໃນສາງ 30.000 ນຊ
ຜູ້ສະໜອງ 30.000 ຫລ
ນຊ
ຄັງເງິນສົດ 30.000 ຫລ
3 ສະເໝີຜົນຂອງກະແສ:
ກ ຫລັກການ :
ຈຳນວນເງິນ ນຳໃຊ້ທຶນ = ຈຳນວນເງິນ ແຫລ່ງທຶນ
ການບັນທຶກລາຍການບັນດາກະແສ ຫລື ການເຄື່ອນໄຫວ ຂອງມູນຄ່າ ນັບແຕ່ຈຸດເລີ້ມໄປຮອດຈຸດໄປເຖິງ : ຈຳນວນເງິນແຫລ່ງທຶນ ແມ່ນຈະຕ້ອງເທົ່າກັນກັບ ຈຳນວນເງິນນຳໃຊ້ທຶນ.
- ຈຳນວນເງິນ ນຳໃຊ້ທຶນ 1 = ຈຳນວນເງິນ ແຫລ່ງທຶນ 1
ສ່ວນຫລາຍສະເໝີຜົນດັ່ງກ່າວ ຈະເປັນສິ່ງທີ່ແນ່ນອນທີ່ສຸດ.ແຕ່ລະລາຍການເຄື່ອນໄຫວ ຈະຕ້ອງໄດ້ຈົດ
1 ໜີ້ = 1ມີ
1ໜີ້ = ຫຼາຍມີ
1ມີ = ຫຼາຍໜີ້
ຄວາມໝາຍຂອງຄຳວ່າ : ໜີ້ ຄື : ( ນຳໃຊ້ທຶນ) 1 ຈຳນວນເງິນທີ່ສະແດງທາງດ້ານຊ້າຍຂອງບັນຊີ. 2 ການລົງລາຍການທາງດ້ານຊ້າຍຂອງບັນຊີ ຫລືການຜ່ານບັນຊີອັນເຮັດໃຫ້ຊັບສິນ ແລະຄ່າໃຊ້ຈ່າຍເພີ້ມຂື້ນ. 3 ການລົງລາຍການທາງດ້ານຊ້າຍຂອງບັນຊີອັນເຮັດໃຫ້ໜີ້ສິນ, ລາຍການເງິນທຶນແລະລາຍໄດ້ຫລຸດລົງ. ຄວາມໝາຍຂອງຄຳວ່າ : ມີ ຄື : ( ແຫລ່ງທຶນ) 1 ຈຳນວນເງິນທີ່ສະແດງທາງດ້ານຂວາຂອງບັນຊີ. 2 ການລົງລາຍການທາງດ້ານຂວາຂອງບັນຊີຫລືການຜ່ານບັນຊີທີ່ເຮັດໃຫ້ເງິນທຶນ,ໜີ້ສິນແລະລາຍໄດ້ເພີ້ມຂື້ນ. 3 ການຜ່ານບັນຊີທີ່ເຮັດໃຫ້ຊັບສິນ ແລະຄ່າໃຊ້ຈ່າຍຫລຸດລົງ. ຕົວຢ່າງ ກະແສພາຍໃນ ລາຍການຮັບເຄື່ອງເຂົ້າສາງ 10.000 ກີບ.ນຳໃຊ້ ສາງ 10.000 ກີບ = ແຫລ່ງທຶນ : ໂຮງຊ່າງ 10.000 ກີບ (ຜ/ພສຳເລັດຮູບໃນສາງ) (ຜະລິດ)ຊື້ສິນຄ້າຊຳລະພ້ອມ10.000 ກີບນຳໃຊ້ : ສາງ 10.000 ກີບ =ແຫລ່ງທຶນ :ຄັງເງິນສົດ10.000 ກີບ (ສິນຄ້າໃນສາງ) - ຈຳນວນເງິນ ນຳໃຊ້ທຶນ 1 = ຈຳນວນເງິນ ຫລາຍ ແຫລ່ງທຶນ - ຈຳນວນເງິນ ນຳໃຊ້ທຶນຫລາຍ = ຈຳນວນເງິນ ແຫລ່ງທຶນ 1 ຕົວຢ່າງ :
ຂາຍຕິດໜີ້ມີກຳໄລ : ຂາຍ 11.000 ກີບ, ຕົ້ນທຶນຊື້ ສິນຄ້າ 8.000 ກີບ. ສິນຄ້າໃນສາງ 8.000 ກີບ ກຳໄລ 3.000 ກີບ