ນ້ຳຕົກເຊເຊດ : ຕັ້ງຢູ່ໃນເຂດບ້ານແບ່ງ ຫ່າງຈາກຕົວເມືອງມາທາງທິດໃຕ້ 20 ກິໂລແມັດ ສາມາດເໝົາລົດຕຸ໊ກໆ ທີ່ສະຖານີຂົນສົ່ງສາລະວັນ ລາຄາ 200,000 ກີບ/ມື້ ຫລື ນັ່ງລົດໄປລົງທີ່ບ້ານແບ່ງ ແລະ ຕໍ່ລົດໄປອີກ 10 ກິໂລແມັດ ນ້ຳຕົກນີ້ເປັນນ້ຳຕົກທີ່ມີຊື່ສຽງ ຂອງແຂວງສາລະວັນ ບໍ່ສູງຊັນ ແລະ ກວ້າງໃຫຍ່ ແຕ່ສາຍນ້ຳສີຟ້າໃສທີ່ໄຫລລັດເລາະມາຕາມໂຂດຫິນສູງ 5 ແມັດ ລົງສູ່ແອ່ງນ້ຳ ແລະ ມີຄວາມຮົ່ມເຢັນ ຂອງພັນໄມ້ທີ່ສວຍງາມ ນ້ຳຕົກເຊເຊດເປັນຕົ້ນນ້ຳສາຍໜຶ່ງຂອງແມ່ນ້ຳເຊເຊດ ແລະ ເປັນສາຂານ້ອຍຂອງແມ່ນ້ຳເຊໂດນ.