ນິທານທ້າວສີທົນ

ທ້າວສີທົນ ແມ່ນນິທານພື້ນບ້ານລາວເລື່ອງໜຶ່ງ.

ເລື່ອງຫຍໍ້ ດັດແກ້

ມີເມືອງໜື່ງຊື່ວ່າ "ເປັງຈານ" ປົກຄອງໂດຍພະຍາອາທິດ, ພະອົງປາຖະໜາເອົາບຸດຍິງ, ຊາຍ ຜູ້ປະເສີດລົງມາເກີດນຳ. ຈາກນັ້ນພະອິນຈຶ່ງໄດ້ສົ່ງທ້າວ ສີທົນ ແລະ ນາງ ມະໂນລາລົງມາ. ແຕ່ເມື່ອຮອດກາງທາງຖືກລົມພາຍຸພັດ, ເຂົາທັງສອງຈຶ່ງໄດ້ພັດພາກຈາກກັນໄປຕົກຢູ່ຄົນລະແຫ່ງຫົນ, ທ້າວ.ສີທົນນັ້ນໄດ້ມາເກີດນຳພະຍາອາທິດ ຜູ້ປົກຄອງເມືອງເປັງຈານ, ສ່ວນນາງ.ມະໂນລາ ໄດ້ໄປເກີດນຳພະຍາຫຼວງຜູ້ຄອງເມືອງໄກລາດ ຢູ່ພູເງີນ. ເມື່ອທ້າວ.ສີທົນ ໃຫຍ່ຂື້ນມາເປັນບ່າວກໍຄິດຢາກໄດ້ມະເຫສີມານອນຊ້ອນ. ຕໍໍ່ມາວັນຫນຶ່ງນາຍພານເນື້ອໄດ້ສັ່ງລາເມຍ ເພື່ອໄປທຽ່ວປ່າລ່າເນື້ອຢູ່ປ່າຫິມະພານພໍດີໄປເຫັນ ນາງ.ມະໂນລາ ພ້ອມດ້ວຍ ນາງ.ກິນນະລີທັງເຈັດ ລົງຫຼິ້ນນ້ຳຢູ່ໜອງສະພັງແຫ່ງໜຶ່ງ, ນາຍພານກໍຄິດຢາກໄດ້ ຈຶ່ງເຮັດບ້ວງແລ້ວໄປຫ້າງໄວ້ຢູ່ແຄມໜອງແຫ່ງນັ້ນ, ນ.ມະໂນລາໄປຖືກບ້ວງຂອງນາຍພານ, ນາຍພານຈຶ່ງເອົົານ.ມະໂນລາ ມາຖວາຍແກ່ທ້າວ.ສີທົນ. ທ້າວ.ສີທົນຈຶ່ງໄດ້ນາງມາເປັນມະເຫສີ ແລະຢູ່ຮ່ວມກັນຢ່າງມີຄວາມສຸກ. ຫຼັງຈາກນັ້ນຕໍ່ມາ ບ້ານເມືອງໄດ້ເກີດມີສົງຄາມຮາວີ, ທ້າວ.ສີທົນ ຈຶ່ງນຳລີພົນໂຍທາອອກຕໍ່ສູ້; ໃນເວລາທີ່ທ້າວອອກໄປຕໍ່ສູ້ນັ້ນ, ມີຄືນໜຶ່ງທີ່ພໍ່ຂອງທ້າວສີທົນ(ພະຍາອາທິດ) ຝັນຮ້າຍວ່າໄສ້ຂອງຕົນຟົ້ງອອກໄປທົ່ວເມືອງ ເມື່ອເອົາໝໍໂຫນມາທຳນາຍເບຶ່ງວ່າຢູ່ເມືອງເປັງຈານຈະເກີດເຫດຮ້າຍ, ດັ່ງນັ້ນຈະຕ້ອງໄດ້ຂ້ານາງມະໂນລາ ຜູ້ເປັນລູກໃພ້ໄປບູຊາຜີຍັກຫຼວງ ແລ້ວຈຶ່ງຈະຫາຍເຄາະເຂັນໄດ້. ເມື່ອນາງ.ມະໂນລາຮູ້ຂ່າວ ຄິດຢ້ານກົວຫຼາຍຈຶ່ງໄປຂໍຮ້ອງນຳແມ່ຍ່າ(ແມ່ຂອງທ້າວສີທົນ) ເພື່ອບິນໄປເມືອງໄກລາດ. ສ່ວນທ້າວສີທົນກໍມີເຫດເກີດຂືຶ້ນ ຄືສາຍຄໍຂາດຕົກລົງເວລາກິນເຂົ້າ ແລະ ດອກໄມ້ທີີ່ນາງມະໂນລາມອບໃຫ້ກ່ອນຈະອອກເດີນທາງ ກໍຫຽ່ວແຫ້ງລົງ. ໃນເມື່ອສົງຄາມໄດ້ສຶ້ນສຸດລົງ ທ້າວສີທົນກັບມາເມືອງເປັງຈານ ບໍ່ເຫັນມະເຫສີກໍເລີຍຫ້ອງໄຫ້ຂຶ້ນ. ຍ້ອນຄວາມຄິດຮອດຄິດເຖີງຫຼາຍ ທ້າວສີທົນຈຶ່ງຕັດສິນໃຈສັ່ງລາບິດາມານດາ ແລ້ວໄປນຳມະເຫສີ ໂດຍມີນາຍພານພ້ອມດ້ວຍໄພ່ພົນໃນເມືອງ ໄປສົ່ງທ້າວຮອດປ່າດົງແຫ່ງໜຶ່ງ. ຫຼັງຈາກນັ້ນ, ທ້າວສີທົນໄດ້ຮັບການຊ່ວຍເຫຼືອຈາກພະລືສີ, ພະອິນແລະສັດອື່ນຯ ອີກ. ໃນເວລາເດີນທາງ ທ້າວສີທົນພົບກັບອຸປະສັກນາຯປະການ ແຕ່ກໍຕໍ່ສູ້ຜ່ານຜ່າໄປຈົນໄດ້. ເວລາເດີນທາງຜ່ານໄປໄດ້ເຈັດກວ່າປີ ຈຶ່ງໄປຮອດເຂດຊານເມືອງໄກລາດ, ພໍດີມີນາງສະໜົມມາຕັກນ້ຳໄປໃຫ້ນາງມະໂນລາອາບ. ທ້າວສີທົນຈຶ່ງສວຍໂອກາດ ເອົາແຫວນທີ່ນາງຝາກໄວ້ນຳພະລືສີຢູ່ກາງປ່າ ລັກປ່ອນລົງໃນເຕົ້ານ້ຳ. ເມື່ອນາງມະໂນລາເອົານ້ຳມາອາບ ແຫວນເລີຍສູບເຂົ້ົ້ົ້າໄປຢູ່ໃນນິ້ວມືຂອງນາງ, ນາງນຶກຢູ່ໃນໃຈວ່າຕ້ອງແມ່ນ ພະສາມີຂອງຕົນນຳມາຫາ ແລ້ວຈຶ່ງໄປລາຍງານໃຫ້ພະບິດາຮັບຊາບນຳ. ຫຼັງຈາກນັ້ນ ນາງກໍແຕ່ງໂພຊະນາອາຫານ, ເຄື່ອງນຸ່ງຂອງຖຶຢ່າງຄົບຖ້ວນ ໃຫ້ຄົນເອົາໄປໃຫ້ທ້າວສີທົນ ຢູ່ໃນສາລາແຫ່ງນັ້ນ ແລ້ວກໍເຊີນທ້າວເຂົ້າໄປເມືອງໄກລາດ. ​ພະບິດາຂອງນາງມະໂນລາມາສືບຖາມຫາລາຍລະອຽດ ເມື່ອຊາບກົກປາຍສາເຫດແລ້ວກໍມອບ ນາງມະໂນລາຜູ້ເປັນລູກສາວ ໃຫ້ເປັນມະເຫສີຂອງທ້າວສີທົນຄືນຄືເກົ່າ. ຈາກນັ້ນທັງສອງຈຶ່ງຢູ່ຮ່ວມກັນຢ່າງມີຄວາມສຸກ ເມື່ອໝົດອາຍຸສັງຂານແລ້ວ ທັງສອງກໍໄດ້ຂຶ້ນສະເຫວີຍສຸກຢູ່ບົນສະຫວັນຊັ້ນຟ້າ.

ອ້າງອີງ ດັດແກ້


[[ໝວດ:ມີຈັກຕອນ ]]