ນະຄອນ ສຸວັນນະໂຄມຄໍາ

ນະຄອນສຸວັນນະໂຄມຄໍາ ຖືກສ້າງຂຶ້ນໃນປະມານ1000ປີກ່ອນ ໂດຍຕັ້ງຢູ່ເມືອງຕົ້ນເຜິ້ງແຂວງບໍ່ແກ້ວ ສປປລາວປະຈຸບັນ.

ເຊິ່ງໃນບາງຕໍານານໄດ້ກ່າວໄວ້ວ່າ ນະຄອນແຫ່ງນີ້ໄດ້ປະພຶດຜິດປະເພນີ ຕໍ່ກັບຊາວນະຄອນຫຼວງພະບາງ ຕໍ່ມາຊາວຫຼວງພະບາງຈຶ່ງໄດ້ຍົກທັບມາຕີເຮັດໃຫ້ເຮືອນຊານຖືກທໍາລາຍ ຊາວເມືອງຕ່າງກໍພາກັນແຕກຊະໄປຄົນລະທິດ.

ຫຼັງຈາກນັ້ນຕໍ່ມາຮອດຍຸກອານາຈັກລາວລ້ານຊ້າງ ໃນສະໄຫມຂອງເຈົ້າໄຊຍະເສດຖາທິລາດ ພະອົງໄດ້ສັ່ງໃຫ້ມີການບູລະນະສ້າງສາໃຫ້ເປັນນະຄອນທີ່ສວຍງາມໂດຍມີສູນກາງຢູ່ເມືອງຕົ້ນເຜິ້ງປະຈຸບັນ ແຕ່ນະຄອນດັ່ງກ່າວກໍຖືກກອງທັບພະມ້າຍົກທັບມາທໍາລາຍຈົບບໍ່ເຫຼືອຫຍັງໃນຊ່ວງສົງຄາມ.

ດັ່ງນັ້ນນະຄອນສຸວັນນະໂຄມຄໍາເຊີ່ງເປັນຊື່ເອີ້ນທໍາອິດຂອງນະຄອນບູຮານແຫ່ງນີ້ ຈຶ່ງໄດ້ ຖືກທໍາລາຍແລະສ້າງໃຫມ່ຂຶ້ນມາຫຼາຍເທື່ອ ຈົນເຫຼືອແຕ່ຮ່ອງຮອຍຂອງເມືອງຮ້າງ.

ປະຈຸບັນນີ້ພະແນກວັດທະນາທໍາແຂວງບໍ່ແກ້ວ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນາທໍາ ໄດ້ປະກາດໃຫ້ສະຖານທີ່ດັ່ງ ກ່າວເປັນປູຊະນີຍະສະຖານແຫ່ງຊາດ ເພື່ອເປັນແຫຼ່ງທ່ອງທ່ຽງແລະ ເປັນບ່ອນສໍາລັບການສຶກສາຮຽນຮູ້ຂອງຄົ້ນຮຸ່ນຫຼັງ.

ອ້າງອີງ ດັດແກ້

ບັນນານຸກົມ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້