ທົ່ງພຽງຂອງລາວສ່ວນຫຼາຍ ເຕົ້າໂຮມຢູ່ຕາມແຄມແມ່ນ້ຳຂອງ,ມີລະດັບສູງແຕ່ 100-300 ມ.ໜ້າຂອງທົ່ງພຽງມີບາງແຫ່ງເປັນຄື້ນເລັກນ້ອຍ,ນອກນັ້ນຍັງມີໂນນ ແລະ ພູຕ່ຳຢັ່ງຢາຍຢູ່ເປັນຈຸດໆ.ປະເທດເຮົາປະກອບດ້ວຍ 3 ທົ່ງພຽງໃຫຍ່ຄື:ທົ່ງພຽງວຽງຈັນ,ສະຫວັນນະເຂດ ແລະ ຈຳປາສັກ.ນອກນັ້ນຍັງມີທົ່ງພຽງແຄບຕາມລ້ອງສາຍນ້ຳ ແລະ ຮ່ອມພູອີກຫຼາຍແຫ່ງ.