ທາດຕຸມພະວັງ(ບ້ານນາວາງ)

ພຣະ ທາດຕູມພະວັງ ຕັ້ງຢູ່ບ້ານນາວາງເຫນືອ ເມື່ອງ ຫນອງບົກ ແຂວງ ຄຳມ່ວນ ໃນເຂດແຄມ ແມ່ນ້ຳເຊບັ້ງໄຟ ເຊິ່ງເປັນແມ່ນ້ຳສາຍເລືອດທີ່ຫລໍ່ລ້ຽງ ຄົນລາວເຮົາມາແຕ່ບູຮານຫລືສະໄຫມດຶກດຳບັນ ຈົນເຖິງເທົ່າທຸກວັນນີ້ ແຕ່ສະພາບຫລາຍຢ່າງກໍວິວັດຈະເລີນຂຶ້ນຕາມການເວລາ ແຕ່ສີລະປະຮີດຄອງປະເພນີອັນດີງາມ ກໍວິວັດທະນາການຕາມການເວລາເຊັ່ນດຽວກັນ ແລະ ບາງໄລຍະບາງເວລາ ລະບົບການເມືອງ ຫລື ລະບອບການປົກຄອງ ກໍມີຜົນກະທົບຕໍ່ຮີດຄອງປະເພນີ ແລະ ວັດທະນະທັມຢ່າງປາສະຈາກບໍໄດ້, ພຣະທາດຕູມພະວັງ ຕັ້ງຢູ່ໃນຂົງເຂດ ອານາຈັກສີໂຄດຕະບອງ ແຫ່ງທຳອິດ ທີ່ຕັ້ງຢູ່ຫ່າງຈາກປາກແມ່ນ້ຳເຊບັ້ງໄຟ ປະມານ 15 ກີໂລແມັດ ໃນເຂດ ບ້ານສະດືແລະບ້ານຫນອງເຮືອທອງ ໃນບໍດົນມານີ້ມີການຂຸດພົບ ວັດຖຸມີຄ່າສະໄຫມຕັ້ງອານາຈັກ ສີໂຄດຕະບອງ ແລະສິ່ງທີ່ຍັງຫລົງເຫລືອຢູ່ກໍ ແມ່ນດີນຈີ່ ແລະສິ່ງເສດເຫລືອເລັກນ້ອຍ ແຕ່ຫນ້າເສຍດາຍພາກສວ່ນທີ່ກ່ຽວຂ້ອງ ກັບລະເລີຍຍ້ອນຂາດແຫລ່ງທຶນຫລື ຄວາມຮູ້ວິຊາການ ໃນການປົກປັກຮັກສາ ມູນມໍລະດົກອັນດີງາມແນວນີ້ໄວ້. ສ່ວນພຣະທາດຕູມພະວັງ ຕັ້ງຫຍັບຂຶ້ນມາຈາກ ອານາຈັກສີໂຄດຕະບອງ ບໍເຖິງ ສິບຫລັກກິໂລແມັດ ບາງເທື່ອອາດແມ່ນສ້າງສະໄຫມດຽວກັນ ຍ້ອນວ່າ ຕັ້ງຢູ່ໄກ້ກັບພຣະທາດພະນົມ ບໍເຖິງສີບຫລັກກີໂລແມັດ ເຊິ່ງ ແມ່ນພຣະທາດທີ່ຄົນລາວລ້ານຊ້າງສ້າງໄວ້ ແຕ່ດວ້ຍຜົນກະທົບຈາກເມືອງການປົກຄອງ ການລ່າອານານິຄົມຈິ່ງ ເຮັດໃຫ້ດິນລາວແຍກອອກເປັນສອງຕອນໃຫຍ່ໆ ຄືລາວຝັ່ງຊ້າຍປົກຄອງດວ້ຍຄົນລາວແທ້ໆ ແລະລາວຝັ່ງຂວາ ຄືໄທອີສານແມ່ນໄທປົກຄອງ ນັ້ນເອງ, ຕາມການບອກເລົ່າຂອງຄົນເຖົ້າຄົນແກ່ ຕາມສອງຝາກຝັ່ງແມ່ນ້ຳຂອງບໍລິເວນໄກ້ຄຽງ ເລົ່າຂານສືບໆຕໍ່ກັນມາວ່າ: ການສ້າງພຣະທາດຕຸມພະວັງ ແມ່ນເອົາດິນເສດເຫລືອ ຈາກການສ້າງພຣະທາດພະນົມ ມາສ້າງ ຍ້ອນປະຊາຊົນທີເຫລື້ອມໃສສັດທາ ໃນພຣະພູດທະສາສະຫນາ ໄດ້ນຳເອົາດິນຈີ່ດີນຫນຽວ ນ້ຳປູນ ນ້ຳແຊ່ຫນັງ ເຊິ່ງເປັນສ່ວນປະກອບໃນການກໍ່ສ້າງ ຂອງຄົນລາວລ້ານຊ້າງ ສະໄຫມນັ້ນໃຊ້ກໍ່ສ້າງ ນ້ຳໄປສ້າງພຣະທາດພະນົມທີ່ມາຈາກທຸກສາລະທິດ ແຕ່ພວກທີ່ລ່ອງຕາມລຳເຊບັ້ງໄຟ ໄປຊ້າບໍທັນໄດ້ຂ່າວວ່າສ້າງສຳເລັດແລ້ວຈິ່ງໄດ້ ເອົາເຄືອງຂອງເຫລົ່ານັ້ນວາງໄວ້ແຄມເຊບັ້ງໄຟ ແລະເອົາແຕ່ເຄື່ອງຄ້ຳຂອງຄູນໄປສົມທົບໃນການສະຫລອງ, ແລະກັບມາສ້າງພຣະທາດຕຸມພະວັງ ໄວ້ເປັນສັນຍາລັກຈົນເທົ້າເຖິງທຸກວັນນີ້ ບໍລິເວນບ້ານດັ່ງກ່າວກໍ່ໄດ້ໃສ່ຊື່ວ່າ:ບ້ານນາວາງ ແລະບໍລິເວນບ້ານ ແຫ່ງນີ້ກໍເປັນບ້ານອຸປະຖາກອຸປະຖັມ ພຣະທາດພະນົມ ຍ້ອນສະໃຫມ່ນັ້ນແມ່ນເປັນຈຸດສູນກາງ ຂອງການສຶກສາຮ່ຳຮຽນຂອງຄົນລາວລ້ານຊ້າງ ສອງຝັ່ງຂອງຕະຫລອດມາ ຈົນຮອດສະໄຫມຝລັ່ງ ແລະ ສະຫຍາມແບ່ງແຍກດິນລາວ ສອງຝາກຝັ່ງປັນກັນປົກຄອງຈິງເຮັດໃຫ້ຄົນລາວ ຕັດແຍກທາງດ້ານການປົກຄອງຈົນເຖິງທຸກວັນນີ້, ສຳລັບພຣະທາດພະນົມ ຍັງມີບ້ານທີ່ຮັກສາບັ້ງຈຸ້ມຫລື ຫນັງສືຜູກໃບລານ ທີ່ເວົ້າເຖິງພິທີການສະເຫລີມສະຫລອງ ພຣະທາດພະນົມຫລືຜູ້ນຳພາພິທີນັ້ນກໍຄື:ຊາວບ້ານດົງທ່າ, ບ້ານດົງເທິງ ເຊິ່ງຕັ້ງຢູ່ໃນຂົງເຂດ ດິນແດນແຂວງສະຫວັນນະເຂດ., ສຳລັບການສະເຫລີມສະຫລອງ ພຣະທາດພະນົມ, ພຣະທາດຕູມພະວັງ ແລະ ພຣະທາດສີໂຄດຕະບອງ ແມ່ນສະຫລອງມື້ດຽວກັນຄື: ເດືອນສາມເພັງຂອງທຸກໆປີ.