ຖໍ້ານາງອັ໋ນ
ຖ້ຳນາງອັ່ນເປັນຖ້ຳທຳມະຊາດຢູ່ໃກ້ໆບ້ານນາສົມ ເຂດເທດສະບານຂອງເມືອງຈອມເພັດ ແຂວງຫລວງພະບາງໄປທາງຟາກຝັ່ງຂວາແມ່ນ້ຳຂອງຫ່າງ ຈາກຕົວເມືອງຫລວງພະບາງໄປ ປະມານ 20 ກິໂລແມັດ ຖ້ຳດັ່ງກ່າວຕັ້ງຢູ່ຕີນພູສູງໃກ້ໆກັບທົ່ງນາຂອງປະຊາຊົນ ເຊິ່ງມີຄວາມສູງປະມານ 320 ກວ່າແມັດ, ຈາກພື້ນພຽງຂອງທົ່ງນາໄລຍະທາງຈາກບ້ານນາສົມໄປສູ່ຕີນ ພູປະມານ 1 ກິໂລແມັດ.
ທິວທັດທຳມະຊາດ ຖືກປົກຄຸມໄປດ້ວຍປ່າໄມ້ສີຂຽວອຸ່ມທຸ່ມສົດຊື່ນທີ່ເບັ່ງບານຕະຫລອດປີ ເພາະມັນເປັນເຂດພູສູງ ແລະ ຫມອກປົກຄຸມເກືອບວ່າຫມົດປີ, ຖ້າຫາກທ່ານໄດ້ໄປທີ່ນັ້ນແມ່ນຈະໄດ້ຂ້າມຫ້ວຍໄມ້ໄຜ່ລຽນລຳເຮັດເປັນຂົວຂ້າມຂອງປະຊາຊົນໃນເຂດນັ້ນ ແລະ ຜ່ານທົ່ງນາດ້ວຍການຍ່າງ ຫລື ຂີ່ລົດຖີບເທົ່ານັ້ນ ທີ່ຈະໄດ້ຜ່ານປ່າເຂົ້າໄປຫາຖ້ຳມີພຽງທາງຍ່າງນ້ອຍໆພໍໄດ້ຫມົ້ນເຂົ້າໄປໄດ້ ເພາະປ່າໄມ້ນາໆຊະນິດປົກຄຸມຫມົດທັງສອງຟາກທາງເຮັດໃຫ້ເຮົາຮູ້ສຶກເຢັນສະບາຍ ເມື່ອໄດ້ເຂົ້າມາໃນທີ່ນີ້, ພໍໄປຮອດຈະສັງເກດເຫັນປາກຖ້ຳດັ່ງກ່າວ ກວ້າງປະມານ 12 ແມັດ ສູງປະມານ 20 ແມັດ ຕັ້ງຢູ່ກ້ອງຫນ້າຜາສູງຊັນ ແຕ່ສິ່ງສຳຄັນແມ່ນມີຕົ້ນໄຮໃຫຍ່ໂອບກອດກ້ອນຫີນນ້ອຍ-ໃຫຍ່ດ້ວຍຮາກຂອງມັນຢັ່ງຢາຍໄປນັບແຕ່ປາກຖ້ຳຈົນຮອດຫນ້າຜາຢູ່ທີ່ນີ້ ກ້ອນຫີນນ້ອຍ-ໃຫຍ່ຫລາຍຫນ່ວຍເປັນບ່ອນພັກເຊົາແຮງຂອງຜູ້ທີ່ເຂົ້າມາເຖິງສະຖານທີ່ແຫ່ງນີ້, ຈະສັງເກດເຫັນໄດ້ຢູ່ປາກຖ້ຳມີໂຕຫນັງສືຖືກຂຽນໄວ້ ເປັນໂຕທຳມະບາລີສີຂຽວເຂັ້ມ ຢູ່ສອງຈຸດຄື: ຂຽນໄວ້ທາງເທິງ ຫນ້າຜາທາງເທິງຈະລຽນກັນເປັນຕົວຫນັງສືສອງແຖວສ່ວນຢູ່ກ້ອງຈະເປັນໂຕຫນັງສື 3 ແຖວ ຊາວບ້ານເຂດນັ້ນເຊື່ອວ່າແມ່ນບົດບັນທຶກທີ່ຈາລຶກປະຫວັດສາດຂອງນາງອັ່ນ, ນາງອັ່ນເປັນສາວງາມປະຈຳຫມູ່ບ້ານໃນສະໄຫມນັ້ນ ເກີດຢູ່ບ້ານສົມ ເມືອງຊຽງແມນດິນແດນແຫ່ງອານາຈັກຊຽງທອງໃນໄລຍະນັ້ນ, ຈຸດພິເສດຂອງນາງເປັນຄົນງາມນິດໄສດີ ເປັນຜູ້ທີ່ໄດ້ຮັບການຍ້ອງຍໍສັນລະເສີນຈາກທຸກ ຄົນໃນຫມູ່ບ້ານ ເຊິ່ງເລື່ອງລາວ ກໍ່ບໍ່ແຕກຕ່າງຫຍັງກັບທ້າວບາຈຽງ ແລະ ນາງມະໂລງສຸດ ທ້າຍເລື່ອງລາວກໍ່ຈົບດ້ວຍການຂ້າໂຕຕາຍຄືກັນ.
ນາຍບ້ານ ບ້ານນາໂຮມໃຫ້ຮູ້ວ່າ: ອີງຕາມເຫດການທາງປະຫວັດສາດໃນປາງກ່ອນຂົງເຂດນີ້ ມີຕົວອັກສອນເທວະນາຄຣີ ໄດ້ແຜ່ຈາກປະເທດອິນເດຍທາງພາກເຫນືອເຂົ້າມາສູ່ທາງ ພາກເຫນືອຂອງລາວ ແລະ ບົດຈາລຶກອັນປິດສະຫນາດັ່ງກ່າວ ບໍ່ໄດ້ບອກຊື່ຂອງຜູ້ຈາລຶກ ແລະ ວັນທີເດືອນ ປີຢ່າງລະອຽດແຕ່ຢ່າງໃດ ມີພຽງແຕ່ຕົວອັກສອນລາວບູຮານທີ່ຈັດວາງທີ່ຫນ້າຜາປາກຖ້ຳເທົ່ານັ້ນ ທີ່ໄດ້ຕົ້ນແບບມາຈາກພາສາອິນເດຍບູຮານທີ່ມີຊື່ວ່າ: ອັກສອນເທວະນາຄຣີທີ່ໃຊ້ຂຽນເປັນພາສາສັນສະກິດ ເຊິ່ງຄວາມຫມາຍຂອງມັນກໍ່ແມ່ນເປັນຖ້ຳຂອງນາງອັ່ນຫລົບຫນີຈາກການບັງຄັບໃຫ້ແຕ່ງດອງກັບຄົນທີ່ຕົນບໍ່ໄດ້ຮັກ ດ້ວຍການຂ້າໂຕຕາຍຢູ່ທີ່ນັ້ນ.
ກ່ອນເຂົ້າຖ້ຳແຫ່ງນີ້ ຜູ້ພາໄປ ເພິ່ນບອກວ່າ: ຕ້ອງໃຊ້ໄຟເຍືອງທາງ ເພາະມັນເປັນຖ້ຳມືດມີຫລາຍທາງຍ່າງເຂົ້າໄປໃນຕ້ອງຍ່າງໄປເປັນຫມູ່ຄະນະ, ຖ້າຫາກຍ່າງໄປຄົນດຽວອາດຈະຫລົງທາງໄດ້, ຢູ່ທາງໃນຖ້ຳມີເຫວເລິກທີ່ອັນຕະລາຍ ເຊິ່ງຕ້ອງມີຜູ້ສຳນານທາງເທົ່ານັ້ນພາໄປ ເພື່ອຄວາມປອດໄພຂອງນັກທ່ອງທ່ຽວ, ພາຍໃນຖ້ຳອາກາດເຢັນ, ພື້ນຮາບພຽງດີ, ບາງບ່ອນເປັນຫີນງອກຕັ້ງຢູ່ສູງຊັນຂຶ້ນໄປດັ່ງຮູບທາດ ຢູ່ເພດານດ້ານເທິງເປັນຫີນຍ້ອຍໂຕ່ງໂຕ່ຍລົງມາ ເຊິ່ງຄົນທ້ອງຖິ່ນນີ້ເອີ້ນວ່າ: ນົມຜາ, ທີ່ຜາຜະຫນັງຖ້ຳກໍ່ມີຫີນຍ້ອຍລົງ ມາເກາະຢູ່ຕາມຜາຜະຫນັງຖ້ຳມີຫລາຍຮູບຫລາຍສີເຫັນແລ້ວ ສຸດທີ່ອອນຊອນເຫລືອທີ່ຈະພັນລະນາໃນຄວາມງາມຂອງທຳ ມະຊາດສ້າງໄວ້, ທັງເປັນບ່ອນ ນອນຂອງຈຳພວກເຈຍ ແລະ ນົກອື່ນໆອີກ ຫລາຍຊະນິດພວກເຮົາໃຊ້ເວລາປະມານ 30 ນາທີ ທ່ຽວຊົມຄວາມງາມຢູ່ພາຍໃນຖ້ຳທີ່ທຳມະຊາດສ້າງໄວ້ຢ່າງປານີດ ຈົບງາມມີສີສັນຮູບລັກສະນະຕ່າງໆຫລາກຫລາຍເມື່ອໄດ້ເຫັນຮູ້ສຶກວ່າເຫມືອນມີສິ່ງມະຫັດສະຈັນທີ່ຖືກສ້າງຂຶ້ນໃນຖ້ຳແຫ່ງນີ້.