ຖ້ຳພະ(ເມືອງພູກູດ)

ຢູ່ເທິງເສັ້ນທາງວຽງຈັນ-ຊຽງຂວາງ ທີ່ຜ່ານສາມແຍກພູຄູນ ໂດຍແລ່ນມາຕາມເສັ້ນທາງສູງຊັນຄົດລ້ຽວ ຜ່ານບັນດາບ້ານທີ່ຂຶ້ນກັບແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ເຊັ່ນ: ບ້ານພູວຽງນ້ອຍ ພູວຽງໃຫຍ່ ພູສູງ ກີ່ວພູ ແລະ ບ້ານຕ່າງໆ ຊຶ່ງຕັ້ງງອຍຢູ່ແຄມພູ ໃນທີ່ສຸດ ພວກເຮົາກໍແລ່ນລົດລົງຄ້ອຍ ຫຼຸດລະດັບຄວາມສູງລົງ ມຸ່ງໜ້າສູ່ບ້ານ ຕ່າງໆຂອງເມືອງພູກູດ ແຂວງຊຽງຂວາງ ເມື່ອຜ່ານບ້ານເມືອງສຸ້ຍ ບ້ານຈອມສີ ແລະ ບ້ານອີກຈຳນວນໜຶ່ງ ແລ້ວກໍລ້ຽວຂວາ ແລະ ແລ່ນໄປອີກໄລຍະໜຶ່ງ ກໍສາມາດເຂົ້າ ເຖິງຖ້ຳພະ ຊຶ່ງຕັ້ງຢູ່ບໍລິເວນບ້ານຊຽງງາ ເມືອງພູກູດ ໄກຈາກເທດສະບານແຂວງ ໂພນສະຫວັນ 49 ກິໂລແມັດ.

ຖ້ຳພະແຫ່ງນີ້ ໄດ້ຖືກການຈັດຕັ້ງກ່ຽວຂ້ອງຂອງແຂວງ ຈັດຕັ້ງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງ ໂດຍມີການປັບປຸງ ຈັດສັນການບໍລິການຕ່າງໆ ຄົບຖ້ວນ ນັບແຕ່ ປະຕູເຂົ້າ-ອອກ ບ່ອນຂາຍປີ້ ຮ້ານກິນດື່ມ ຫ້ອງນ້ຳ ມີໄຟຟ້າເຍືອງທາງໃນຖ້ຳ ຊຶ່ງນັບວ່າເປັນຄວາມເອົາໃຈໃສ່ດີສົມຄວນ.

ຖ້ຳພະດັ່ງກ່າວ ຕາມການເລົ່າຂານ ວ່າເປັນຖ້ຳສັກສິດ ຖືກຄົ້ນພົບມາຫຼາຍເຊັ່ນຄົນ ມີພະພຸດທະຮູບໃຫຍ່ 2 ອົງ ປະດິດສະຖານໄວ້ອົງລະຫ້ອງ ອ້ອມລ້ອມດ້ວຍພະອົງ ນ້ອຍ ຈຳນວນຫຼາຍ ແລະ ໃນຖ້ຳກໍມີຫ້ອງຕ່າງໆ ບາງຫ້ອງກໍເຂົ້າເຖິງ ບາງຫ້ອງຜູ້ສົນໃຈລອດໄປເບິ່ງກໍໄດ້ ຕາມການເລົ່າຍັງໃຫ້ຮູ້ວ່າ ຖ້ຳແຫ່ງນີ້ ໃນສະໄໝສົງຄາມ ໄດ້ມີ ປະຊາຊົນເຂົ້າມາອາໄສຢູ່ ເພື່ອຫຼົບຫຼີກການປອງຮ້າຍຂອງໂຈນອາກາດ ແລະ ອາດເປັນໂຮງໝໍນ້ອຍອີກແຫ່ງໜຶ່ງກໍໄດ້ ເພາະປະກົດວ່າ ມີຕຽງນອນຄົນເຈັບເຫຼືອຢູ່ໃນ ຫ້ອງອີກດ້ວຍ ຕາມການສັງເກດໂດຍທົ່ວໄປ ເຫັນວ່າມີຜູ້ຄົນມາຊົມ ແລະ ສັກກາລະບູຊາບໍ່ຂາດ ເພື່ອເປັນສີລິມຸງຄຸນແກ່ຊີວິດ ດັ່ງຈະເຫັນໄດ້ຈາກຮ່ອງຮອຍການບູຊາ ດອກໄມ້ ທູບທຽນ ການສ່ຽງຊີ ເປັນຕົ້ນ.