ຖ້ຳ​ຕິ່ງ ​ເປັນ​ປູ​ຊະ​ນິ​ຍະ​ສະ­ຖານ­ທີ່​ ສຳ­ຄັນ ອອກ​ແບບ​ໂດຍ​ທຳ​ມະ​ຊາດ ມີ​ຄວາມ​ກົມ­ກຽວ​ກັນ​ດີ ລະ­ຫວ່າງ​ທີ່​ຕັ້ງ​ພູມ​ສັນ­ຖານ​ທີວ​ທັດ​ທາງ​ທຳ​ມະ​ຊາດ ຄື​ຕັ້ງ​ຢູ່​ຍ່ານ​ທີ່​ນ້ຳ​ອູ​ມາ​ໄຫຼ​ປ່ອງ​ໃສ່​ນ້ຳ­ຂອງ ບ້ານ​ປາກ​ອູ ແລະ ມີ​ພູ​ນ້ອຍ​ໜ່ວຍ​ໜຶ່ງ​ຕັ້ງ​ຢູ່​ຟາກ​ແມ່­ນ້ຳ​ຂອງ ຊຶ່ງ​ທຳ​ມະ​ຊາດ​ເຈາະ​ຮູ​ໃຫ້​ເປັນ​ຖ້ຳ ສອງ​ຖ້ຳ ຄື​ຖ້ຳ​ລຸ່ມ ແລະ ຖ້ຳ​ເທິງ ຫ່າງ​ກັນ​ສູງ​ປະ­ມານ​ຮ້ອຍ​ກ່ວ​າ​ແມັດ ມີ​ຕົ້ນ­ໄມ້​ສີ­ຂຽວ​ປົກ​ຫຸ້ມ​ຕະ­ຫຼອດ​ປີ ໃນ​ນັ້ນ​ພົ້ນ​ເດັ່ນ​ກ່ອນ­ໝູ່​ແມ່ນ​ຕົ້ນ​ຈຳ­ປາ ເມື່ອ​ຕົກ​ຍາມ​ໜ້າ​ຮ້ອນ ໃບ​ຈະ​ມີ​ໜ້ອຍ ແລະ ດອກ​ຈະ​ບານ​ຂາວ​ສະ­ພັ້ງ ດັ່ງ​ຈະ​ແຂ່ງ­ຂັນ​ທ້າ​ສາຍ­ຕາ​ຂອງ​ນັກ​ທ່ອງ​ທ່ຽວ ເພື່ອ​ປະ­ກາດ​ສັກ​ສີ​ແຫ່ງ​ຄວາມ​ເປັນ​ພາກ­ສ່ວນ​ໜຶ່ງ ຂອງ​ນະ­ຄອນ​ເກົ່າ​ແກ່​ຫຼວງ​ພະ​ບາງ ປາກ​ຖ້ຳ​ຕິ່ງ ມີ​ຍອຍ​ຫີນ​ບັງ ປາກ​ຖ້ຳ​ບ່ອນ​ຕ່ຳ ບ່ອນ​ສູງ ເໝືອນ​ດັ່ງ​ນັກ​ສິ­ລະ​ປິນ ບັນ­ຈົງ​ສ້າງ​ໃຫ້​ມີ​ຄວາມ​ແປກ​ແຫວກ​ແນວ ໃຫ້​ແກ່​ສະ­ຖານ­ທີ່​ດັ່ງ­ກ່າວ.

ຖ້ຳ​ຕິ່ງ ຖ້າ​ຫຼຽວ​ຈາກ​ບ້ານ​ປາກ​ອູ ກໍ​ຈະ​ເຫັນ​ຕິ່ງ​ຫີນ​ຢ່ອນ​ຢູ່​ປາກ​ຖ້ຳ ແລະ ຮາວ​ຂັ້ນ­ໄດ​ສີ­ຂາວ ລຽນ​ລັ່ນ​ຂຶ້ນ​ໄປ​ຕາມ​ວ່າງ​ຫີນ​ໄປ​ຍັງ​ຖ້ຳ​ລຸ່ມ​ຖ້ຳ​ເທິງ ໂດຍ​ສາ­ມາດ​ແນມ​ເຫັນ​ໄກ​ຈາກ​ສີ­ຂາວ​ຂອງ​ຂັ້ນ­ໄດ​ນີ້ ຊຶ່ງ​ປັດ­ຈຸ­ບັນ ເພິ່ນ​ໄດ້​ສ້າງ​ຂັ້ນ­ໄດ​ອີກ​ເບື້ອງ​ໜຶ່ງ ເພື່ອ​ລັດ​ຂຶ້ນ​ຖ້ຳ​ເທິງ​ໂດຍ​ກົງ.

ຕາມ​ການ​ບອກ­ເລົ່າ​ຂອງ​ຊາວ­ບ້ານ​ອາ­ວຸ­ໂສ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ: ຖ້ຳ​ຕິ່ງ ແຕ່​ກ່ອນ​ສາດ­ສະ­ໜາ​ພຸດ​ຈະ​ຖືກ​ເຜີຍ­ແຜ່​ມາ​ເຖິງ​ນັ້ນ ຊາວ­ບ້ານ​ແຖບ​ນັ້ນ​ນັບ­ຖື​ຜີ ແລະ ຖື​ເອົາ​ຖ້ຳ​ນັ້ນ ເຮັດ​ພິ­ທີ­ກຳ​ຕ່າງໆ ຂອງ​ການ​ເຊື່ອ​ຖື​ເວ­ລາ​ນັ້ນ ແຕ່​ເມື່ອ​ມີ​ການ​ນັບ­ຖື​ສາດ­ສະ­ໜາ​ພຸດ ຖ້ຳ​ກໍ​ປ່ຽນ­ແປງ​ມາ​ຮັບ​ໃຊ້​ການ​ເຮັດ​ພິ­ທີ­ກຳ​ທາງ​ພຸດ ແລະ ນຳ​ເອົາ​ພຸດ​ທະ​ຮູບ​ມາ​ປະ­ດິດ­ສະ­ຖານ​ໃນ​ຖ້ຳ ພະ​ພຸດ​ທະ​ຮູບ​ນຳ​ມາ​ປະ­ດິດ­ສະ­ຖານ​ຫຼາຍ​ທີ່​ສຸດ ໃນ​ສະ­ໄໝ​ພະ​ເຈົ້າ​ໄຊ​ເຊດ​ຖາ ໂດຍ​ສະ­ເພາະ​ກ່ອນ​ຈະ​ຍ້າຍ​ນະ­ຄອນ­ຫຼວງ​ໄປ​ຕັ້ງ​ຢູ່​ວຽງ​ຈັນ ເມື່ອ ຄ.ສ 1560 ຫຼັງ​ຈາກ​ນັ້ນ ກໍ​ແມ່ນ​ພະ​ອາ­ຈານ​ວັດ​ຕ່າງໆ ນຳ​ມາ​ປະ­ດິດ­ສະ­ຖານ ແລະ ການ​ນຳ​ມາ​ບວດ ແລະ ປະ­ດິດ­ສະ­ຖານ​ຂອງ​ອອກ​ຕົນ​ຍາດ​ໂຍມ​ໄວ້​ນະ​ທີ່​ນີ້ ດັ່ງ​ນັ້ງ ຖ້ຳ​ຕິ່ງ ຈຶ່ງ​ມີ​ພະ​ພຸດ​ທະ​ຮູບ​ນ້ອຍ​ໃຫຍ່​ປາງ​ຕ່າງໆ​ຫຼາຍ​ອົງ ທັງ​ໄດ້​ກາຍ­ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ສຳ­ຄັນ​ອີກ​ແຫ່ງ​ໜຶ່ງ ຂອງ​ແຂວງ​ຫຼວງ​ພະ​ບາງ ການ​ມາ​ທ່ຽວ​ຖ້ຳ​ຕິ່ງ ນອກ­ຈາກ​ຈະ​ເຫັນ​ທຳ​ມະ​ຊາດ ສວຍ​ງາມ ສາຍ​ນ້ຳ​ໃສ ປ່າ­ໄມ້​ຂຽວ ສາຍ­ພູ​ຍາວ ແລ້ວ ຍັງ​ເປັນ​ການ​ມາ​ທ່ຽວ ພ້ອມ​ກັບ​ການ​ເຮັດ­ບຸນ ເພື່ອ​ຄວາມ​ເປັນ​ສິ­ລິ​ມຸງ­ຄຸນ​ແກ່​ຊີ­ວິດ​ອີກ​ດ້ວຍ.

ມາ​ທ່ຽວ​ຖ້ຳ​ຕິ່ງ​ໃນ​ປັດ­ຈຸ­ບັນ ບໍ່​ເໝືອນ​ແຕ່​ກ່ອນ ຍ້ອນ​ວ່າ​ສາ­ມາດ​ມາ​ໄດ້​ທັງ​ທາງ­ນ້ຳ ແລະ ບາງ​ບົກ ທັງ​ບໍ່​ຕ້ອງ​ກັງ­ວົນ​ໃຈ​ວ່າ​ຈະ​ບໍ່​ມີ​ຮ້ານ​ອາ­ຫານ ດຽວ­ນີ້​ມີ​ທັງ​ຮ້ານ​ຕັ້ງ​ງອຍ​ຝັ່ງ ແລະ ຮ້ານ​ເຮືອນ​ແພ ພ້ອມ​ບໍ­ລິ­ການ​ແກ່​ແຂກ​ຄົນ​ຕາມ​ອັດ​ທະ​ຍາ​ໃສ ໂດຍ​ສະ­ເພາະ​ຈະ​ໄດ້​ຢູ່​ໃກ້ໆ​ກັບ​ທຳ​ມະ​ຊາດ ທີ່­ຢູ່​ທັງ​ສອງ​ແຫຼ່ງ​ນ້ຳ​ຢ່າງ​ມີ​ຄວາມ­ສຸກ.