ທ່ຽວຕາດຜາສ້ວມ

ຖ້າ​ເວົ້າ​ເຖິງ​ນ້ຳຕົກຕາ​ດ​ແລ້ວ, ຕາດ​ຜາ​ສ້ວມ​ກໍ​ເປັນ​ອີກ​ແຫ່ງໜຶ່ງທີ່​ມີ​ຄວາມ​ສວຍ​ງາມ​ເປັນ​ເອກະ​ລັກ​ໄປ​ອີກ​ແບບໜຶ່ງທີ່​ໃຜໆ​ໄດ້​ໄປ​ປາກ​ເຊ​ແລ້ວ​ບໍ່​ຄວນ​ພາດ​ທີ່​ຈະ​ໄປ​ຢ້ຽມຊົມ. ນອກ​ຕາດ​ຜາ​ສ້ວມ​ແລ້ວ​ໃກ້ໆ​ນັ້ນຍັງ​ມີ​ບ້ານ​ຊົນ​ເຜົ່າທີ່​ຜູ້​ຈັດ​ການ​ອຸທິຍານ​ທ້າວ​ບາ​ຈຽງ ​ໄດ້​ຈັດຕັ້ງອະນຸ​ລັກ​ໄວ້​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ສຳ​ຜັດ​ກິ່ນ​ອາຍ​ອັນ​ດັ້ງ​ເດີມ​ຂອງ​ວິ​ຖີຊີ​ວິດ​ຂອງ​ຊົນ​ເຜົ່າ​ທ້ອງ​ຖິ່ນ​ດິນ​ຈຳປາ​ສັກ.

ຄຳ​ວ່າ​ສ້ວມ ​ເປັນ​ພາສາ​ລາວໝາຍ​ເຖິງ​ຫ້ອງ​ຫໍ ຫຼື ຫ້ອງ​ນອນ ​ເຊິ່ງລັກສະນະ​ຂອງ​ຕາດ​ສ້ວມ​ຄ້າ​ຍຄື​ຫ້ອງ​ຫໍ​ຂອງ​ຄູ່​ສົມລົດ​ໃໝ່. ຈຸດ​ເດັ່ນຂອງ​ນ້ຳຕົກຕາ​ດຜາ​ສ້ວມ​ຄື ສາຍ​ນ້ຳທີ່​ໄຫຼຜ່ານ​ຫິນ​ຜາ​ຂະໜາດ​ໃຫຍ່​ທີ່​ມີ​ລັກສະນະ​ເປັນ​ແທ່ງໆ ຮູບ​ຮ່າງ​ຄ້າຍ​ຫ້ອງ​ຫໍ​.

ຢູ່​ໃກ້ໆ​ນັ້ນຍັງ​ມີ​ຮ້ານ​ອາຫານ ສະຖານ​ທີ່​ພັກ​ຜ່ອນ​ຢ່ອນ​ອາລົມ​ທີ່​ຕົກ​ແຕ່ງ​ເຂົ້າກັບ​ບັນຍາກາດ​ເອົາ​ແທ້ໆ ຢູ່​ບ່ອນ​ນີ້​​ຜູ້​ຈັດ​ການ ວິມົນ ກິດ​ບຳລຸງ ​ເພິ່ນ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ ​ໃນ​ຮ້ານ​ອາຫານ​ແຫ່ງ​ນີ້ຫ້າມ​ດື່ມ​​ເຄື່ອງ​ດື່ມ​ທີ່​ມີ​ທາດ​​ເຫຼົ້າ, ເຄື່ອງ​ດື່ມ​ລ້ວນ​ແຕ່​ແມ່ນ​ສະໝູນ​ໄພ, ນ້ຳໝາກ​ໄມ້​ປັ່ນ​ປະ​ເພດຕ່າງໆ ​ແລະ​ ຍັງ​ບໍລິການ​​ເຄື່ອງ​ທີ່​ລະ​ນຶກ ​ເປັນຕົ້ນ​ແມ່ນ​ເສື້ອຢືດ ທີ່​ພິມ​ຂໍ້​ຄວາມ “ອຸດທະຍານບາ​ຈຽງຈຳປາ​ສັກ”, “ເຮົາ​ຮັກ​ທຳ​ມະ​ຊາດ” ແລະ​ອື່ນໆ

ນອກ​ຈາກ​ນີ້​ພາຍ​ໃນ​ອຸດທະຍານ​ຍັງ​ມີ​ພິພິທະ​ພັນ​ທີ່​ຮວບຮວມ​ເອ​ົາໝູ່ບ້ານ​ບູຮານ​ຂອງຫຼາຍຊົນ​ເຜົ່າ​ມາ​ຈັດ​ສະ​ແດງ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ທ່ຽວ​ຊົມ ສຳ​ຜັດວາດ​ດຳລົງ​ຊີ​ວິດ​ອັນ​ດັ້ງ​ເດີມ​ຂອງ​ຊົນ​ເຜົ່າ​ທ້ອງ​ຖິ່ນ, ການ​ນຸ່ງ​ຖື, ສີ​ໄມ້​ລາຍ​ມື​ແລະ ​ແຜ່ນ​ແພ​ຂອງ​ຊົນ​ເຜົ່າ,ລັກສະນະ​ຕ່າງໆ​ ຂອງ​ເຮືອນ, ຟັງ​ສຽງ​ເພ​ງປະສານ​ດົນຕີ​ທ້ອງ​ຖິ່ນ ​ໃນ​ຈັງຫວະ​ສາລະ​ວັນ​ ແລະ ​ສີ​ພັນ​ດອນ ຟັງ​ແລ້ວ​ອອນຊອນ​ໃຈ​ອີ່ຫຼີ ເຊັ່ນ ​ເຮືອນ​ຊົນ​ເຜົ່າ​ກະ​ຕາງ ​ເຊິ່ງ​ເປັນ​ຊົນ​ເຜົ່າ​ທີ່​ອາ​ໄສ​ຢູ່​ໃນ​ພື້ນທີ່​ໃກ້​ໆ ນ້ຳຕົກຕາ​ດຜາ​ສ້ວມ, ເຮືອນ​ຂອງ​ຊົນ​ເຜົ່າ​ອາລັກ, ເຮືອນ​ຂອງ​ຊົນ​ເຜົ່າ​ກະ​ຕູ, ຫ​ໍ​ກວນ​ທີ່​ໃຊ້​ເປັນ​ສະຖານ​ທີ່​ປະກອບ​ພິທີ​ກຳ​ຂອງ​​ເຜົ່າ​ລະ​ແວ ​ພາຍ​ໃນ​ຈັດ​ສະ​ແດງ​ພິພິທະ​ພັນ​ຂອງ​​ເຜົ່າ​ຕ່າງໆ​ໃຫ້​ຊົມ​ເປັນ​ຈຳຫຼວງຫຼາຍ ​ແລະ ຫໍ​ເສົາ​ດຽວ​ຂອງ​ຊາວໜຸ່ມເຜົ່າ​ລະ​ແວ ​ເຊິ່ງຕາມການ​ເລົ່າ​ຂອງ​ຊົນ​ເຜົ່າ​ເຂົາ​ບອກ​ວ່າ ​ເປັນ​ບ່ອນ​ທີ່​ບ່າວ​ສາວ​ຂອງ​ເຜົ່າລະ​ແວ​ໄວ້​ລົມ​ກັນ(ຈີບກັນ)ແລະ​ທີ່ໜ້າສົນ​ໃຈ​ທີ່​ສຸດ​ຄື​ເຮືອນ​ພັກ(ລີສອດ)ຂອງ​ທາງ​ອຸດທະຍານ​ທີ່​ຕົກ​ແຕ່ງ​ໄດ້​ສວຍ​ງາມ​ລົງ​ຕົວ​ ດ້ວຍ​ວັດ​ຖຸທີ່​ຊອກ​ໄດ້​ຕາມ​ປ່າ​ຕາມ​ດົງ ​ໃນ​​ເຂດ​ນັ້ນ.