ຕາດນ້ຳດີເປັນຕາດແຫ່ງໜຶ່ງມີຄວາມສວຍງາມ ແລະ ສູງ 10 ກວ່າແມັດ ຕົກມາຮອດຊ່ວງໄລຍະປີ 1975 ໄດ້ມີຄົນຈີນ ເຂົ້າມາຂຸດຄົ້ນລະເບີດເອົາຫີນຂົບເພື່ອໄປເຮັດເສັ້ນທາງລາວ-ຈີນ (ຫຼວງນ້ຳທາ-ບໍ່ເຕ່ນ-ຈີນ ນ້ຳຕົກຕາດແຫ່ງນີ້ ຜ່ານມາມີຄົນຢູ່ໃນເມືອງເຄຍມາຫຼີ້ນມາທ່ຽວຊົມ ອາບນ້ຳ ຢູ່ກ້ອງນໍ້າຕົກຕາດ. ໃນຕົ້ນປີ ຄສ 2001 ປະຊາຊົນບ້ານນໍ້າດີກຸ່ມໜຶ່ງປະມານ 7 ຄອບຄົວ ພາກັນຕັ້ງເຮືອນ 1 ຫຼັງເພື່ອໃຫ້ຄົນໃນເມືອງມາຫຼີ້ນນໍ້າຕົກຕາດແລ້ວຝາກລົດຢູ່ເຮືອນດັງກ່າວ ໄດ້ເກັບຄ່າຝາກລົດ 500 ກີບ/ຄັນ ຜູ້ນໍາພາເຮັດໂດຍ: ທ່ານ ບຸນຈັນ ມາຮອດປີ ຄສ 2003 ມີປະຊາຊົນພາຍໃນບ້ານເຂົ້າກຸ່ມນໍ້າຕົກຕາດເພີ່ມຂຶ້ນເປັນຈໍານວນ 35 ຄອບຄົວ, ຈີ່ງໄດ້ສ້າງເຮືອນຝາກລົດຫຼັງໃໝ່ມຸງດ້ວຍສັງກະສີ ແລະ ໄດ້ຕັ້ງຕູບ ໃສ່ສອງຝາກສາຍນໍ້າຕົກຕາດ ເພື່ອໃຫ້ຜູ້ທ່ຽວຊົມໄດ້ພັກເຊົາ ແລະ ໄດ້ເປີດເປັນແຫຼ່ງທ່ອງທ່ຽວ ຢ່າງເປັນທາງການ (ເຂົ້າຮ່ວມເປີດໂດຍທ່ານ ສິງຄໍາ ພັນທະວົງ ອາດີດ ຮອງເຈົ້າແຂວງໆ ຫຼວງນ້ຳທາ. ຮອດໃນປີ ຄສ 2007 ຈີ່ງມີໂຄງການ ADB ຊ່ວຍຊອກທຶນເຂົ້າມາສ້າງເພີ່ມຂຶ້ນ, ໄດ້ສ້າງໂຄ່ງລ່າງຢູ່ໃນນໍ້າຕົກຕາດເຊັ່ນ: ຂົວຂ້າມນໍ້າ 2 ແຫ່ງ, ເຮືອນນັ່ງຫຼີ້ນ 1 ຫຼັງ, ຮ້ານຂາຍເຄື່ອງ 1 ຫຼັງ, ຫ້ອງນໍ້າ 2 ຫຼັງ ມີ 4 ຫ້ອງ ແລະ ເປີດເປັນແຫຼ່ງທ່ອງທ່ຽວ ອີກຄັ້ງທີ 2 ເຂົ້າຮ່ວມເປີດໂດຍ ທ່ານ ຍົງວາລີ ອາດີດປະທານແນວລາວສ້າງຊາດແຂວງຫຼວງນ້ຳທາ ) ລວມມູນຄ່າການກໍ່ສ້າງໃນປີ ຄສ 2007 128,000,000 ກີບ ປະຈຸບັນສາມາດພັດທະນາແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ ມີກິດຈະກໍາ ເສັ້ນທາງ ເດີນປ່າທ່ຽວຊົມທໍາມະຊາດ ຈໍານວນ 3 ເສັ້ນ, ມີກຸ່ມໂຮມສະເຕໃຫ້ນັກທ່ອງທ່ຽວພັກເຊົາຈໍານວນ 4 ຫຼັງຄາເຮືອນ, ມີກິດຈະກໍາຕໍາຫູກ ແລະ ອື່ນໆ...